Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ບໍລິສັດ ເປໂຕຣເຄມີ ລາວ ຈຳກັດ ໄດ້ສຳເລັດການກໍ່ສ້າງໂຮງກັ່ນນໍ້າມັນແຫ່ງທຳອິດ ໃນ ສປປ ລາວ ທີ່ມີກຳລັງການຜະລິດ 3 ລ້ານໂຕນ/ປີ ໂດຍການລົງທຶນກໍ່ສ້າງຂອງກຸ່ມບໍລິສັດຢຸນນານລົງທຶນແລະ ກໍ່ສ້າງຮຸ້ນສ່ວນຈໍາກັດ (ຖືຮຸ້ນ 80%) ຮ່ວມກັບລັດວິສາຫະກິດນໍ້າມັນເຊື້ອໄຟລາວ (ຖືຮຸ້ນ 20%) ໄດ້ສຳເລັດ ແລະ ເລີ່ມເປີດການຜະລິດໃນໄລຍະທີ 1 ດ້ວຍກຳລັງການຜະລິດ 1 ລ້ານໂຕນ/ປີ.
ພິທີເປີດການຜະລິດຂອງບໍລິສັດ ເປໂຕຣເຄມີ ລາວ ຈຳ ກັດ ໄດ້ຈັດຂຶ້ນໃນວັນທີ 30 ພະ ຈິກ ນີ້ ໂດຍຈັດເປັນສອງເວທີພ້ອມກັນຄື: ເວທີຫຼັກຢູ່ທີ່ເຂດເສດຖະກິດກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ອີກເວທີໜຶ່ງ ຈັດຢູ່ແຂວງຢຸນນານ ສປ ຈີນ ໂດຍນຳໃຊ້ຮູບແບບວິດີໂອທາງໄກເຊື່ອມຕໍ່ກັນ. ສຳລັບ ທີ່ ສປປ ລາວ ມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຈ່ຽງ ຈ້າຍ ຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ປະທານຄະນະກຳມະການຮ່ວມມືລາວ-ຈີນ ປະທານສະ ມາຄົມມິດຕະພາບລາວ-ຈີນ ກ່າວວ່າ: ໂຄງການກໍ່ສ້າງໂຮງ ກັ່ນນຳ້ມັນແຫ່ງນີ້ ເປັນໜຶ່ງໃນ ໝາກຜົນຂອງການຮ່ວມມືລະ ຫວ່າງ ສປປ ລາວ ແລະ ສປ ຈີນ ພາຍຫຼັງທີ່ ສອງປະເທດ ໄດ້ຕົກລົງກັນເປັນຄູ່ຮ່ວມຊາຕາກຳລາວ-ຈີນ ເວົ້າລວມ, ເວົ້າສະເພາະແມ່ນການພັດທະ ນາເສດຖະກິດລາວ - ຈີນ ໂດຍ ການຮ່ວມມືກັນຈັດຕັ້ງປະຕິ ບັດລະຫວ່າງວິສາຫະກິດລາວ ແລະ ຈີນ.
ໂຄງການດັ່ງ ກ່າວ ເປັນການຮ່ວມມືທີ່ສຳຄັນ ທີ່ສະແດງໃຫ້ເຫັນເຖິງຄວາມອາດສາມາດໃນການຮ່ວມກັນຜະລິດ ແລະ ການລົງທຶນຂອງ ລາວ - ຈີນ, ເມື່ອໂຄງການເລີ່ມ ເປີດການຜະລິດ ຈະເປັນປະ ຫວັດສາດໜ້າໃໝ່ຂອງ ສປປ ລາວ ຈາກທີ່ໃນເມື່ອກ່ອນ ມີ ແຕ່ການນຳເຂົ້ານ້ຳມັນເຊື້ອ ໄຟສຳເລັດຮູບ ແລະ ສົ່ງຜົນດີຕໍ່ການເຕີມເຕັມຊ່ອງວ່າງໃນຂົງເຂດການຜະລິດອຸດສາຫະກໍາເປໂຕຣເຄມີຂອງ ສປປ ລາວ, ເປັນບົດບາດທີ່ສໍາຄັນ ທີ່ມີຜົນຕໍ່ກັບການພັດທະນາອຸດສາຫະກໍາ ແລະ ໂຄງສ້າງລະບົບອຸດສາຫະກໍາ ຂອງ ສປປ ລາວ.
ໂຮງກັ່ນນໍ້າມັນຂອງບໍລິສັດ ເປໂຕຣເຄມີລາວຈຳກັດ ຕັ້ງຢູ່ໃນເຂດພັດທະນາກວມລວມໄຊເສດຖາ ໃນເນື້ອທີ່ປະມານ 17 ເຮັກຕາ, ມູນຄ່າການລົງທຶນປະມານ 2 ພັນລ້ານໂດລາ, ແບ່ງອອກເປັນ 3 ໄລຍະຂອງການກໍ່ສ້າງ ຊຶ່ງມີກໍາລັງການຜະລິດ 3 ລ້ານໂຕນ/ປີ, ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ກ້າວໜ້າ ແລະ ສົມບູນແບບ, ມີຄວາມປອດໄພ ແລະ ໜ້າເຊື່ອຖືໄດ້, ເປັນມິດຕໍ່ສິ່ງແວດລ້ອມ, ໂຕຊີ້ວັດມາດ ຕະຖານທັງໝົດ ແມ່ນໄດ້ມາດ ຖານສາກົນ ຖືວ່າເປັນໂຮງກັ່ນນໍ້າມັນທັນສະໄໝໂຮງງານໜຶ່ງ. ໂຄງການນີ້ເພື່ອຕອບສະໜອງຕາມຍຸດທະສາດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ເປັນການເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າຂອງສອງປະເທດ ແລະ ການຮ່ວມທຶນເພື່ອສ້າງວິສາຫະກິດໂຮງກັ່ນນຳ້ມັນທີ່ທັນສະໄໝແຫ່ງທໍາອິດຂອງລາວ, ຕົ້ນຕໍແມ່ນດໍາເນີນກິດຈະການດ້ານການກັ່ນນຳ້ມັນ, ເປໂຕຣເຄມີ, ພະລັງງານສະອາດ ແລະ ຜະລິດຕະພັນສຳເລັດຮູບອື່ນໆ, ສາງເກັບຮັກສາສິນຄ້າ, ການຈໍາໜ່າຍ, ການຂົນສົ່ງ ແລະ ອື່ນໆ.
ໂຄງການກັ່ນນໍ້າມັນໃນໄລຍະທີ 1 ແມ່ນມີກຳລັງການຜະລິດ 1 ລ້ານໂຕນ/ປີ, ຫຼັງຈາກເລີ່ມຜະລິດຢ່າງເປັນປົກກະຕິແລ້ວ, ແຕ່ລະປີກໍຈະສາມາດຜະລິດນໍ້າມັນແອັດຊັງ, ກາຊວນ, ນໍ້າມັນຍົນ, ແກ໊ສແຫຼວ (LPG), ທາດມາດ ແລະ ຜະລິດຕະພັນອື່ນໆ ຕາມມາດຕະຖານສາກົນ Euro V, ເພື່ອສະໜອງຜະລິດຕະພັນນໍ້າມັນທີ່ປອດໄພ ແລະ ໝັ້ນຄົງໃຫ້ແກ່ ສປປ ລາວ. ໂດຍອີງໃສ່ພື້ນຖານການຜະລິດໄລຍະທີ 1, ທາງບໍລິສັດເປໂຕຣເຄມີລາວຈະພັດທະນາໂຄງການໃຫ້ກ້າວໜ້າຂຶ້ນເລື້ອຍໆ, ພ້ອມຈະສືບຕໍ່ຂະຫຍາຍກໍາລັງການຜະລິດ ເພື່ອໃຫ້ບັນລຸຕາມແຜນພັດທະນາໂຄງການໃນໄລຍະທີ 2, ທີ 3, ແລ້ວພັດທະນາໂຄງການໃຫ້ສາມາດບັນລຸການກັ່ນນໍ້າມັນໄດ້ 3 ລ້ານໂຕນ/ປີ. ພ້ອມດຽວກັນນັ້ນ, ບໍລິສັດເປໂຕຼເຄມີລາວຈຳກັດຍັງຈະໄດ້ອີງໃສ່ຄວາມອຸດົມສົມບູນຂອງມັນຕົ້ນ, ປາມນໍ້າມັນ ແລະ ຊັບພະຍາກອນກະສິກໍາອື່ນໆໃນລາວ, ເພີ່ມທະວີໃນການພັດທະນາເຊື້ອໄຟຊີວະພາບ ແລະ ພະລັງງານສະອາດ, ຊຸກຍູ້ສົ່ງເສີມໃຫ້ຂະແໜງການປູກຝັງ, ພະລັງງານທົດແທນມີການພັດທະນາ, ໃນເບື້ອງຕົ້ນແມ່ນຕ້ອງສາມາດຜະລິດນໍ້າມັນແອັດຊັງ, ກາຊວນ, ເຊື້ອໄຟຊີວະພາບ, ນໍ້າມັນຍົນ, ຢາງໝາກຕ໋ອຍປູທາງ, Polypropylene, Polystyrene ແລະ ຜະລິດຕະພັນເປໂຕຣເຄ ມີອື່ນໆ, ເພື່ອໃຫ້ສາມາດຕອບ ສະໜອງຄວາມຕ້ອງການຂອງ ຕະຫຼາດພາຍໃນປະເທດລາວ ທີ່ນັບມື້ນັບສູງຂຶ້ນ, ບັນລຸຍຸດ ທະສາດການພັດທະນາພະລັງ ງານທົດແທນໃນລາວຢ່າງມີປະສິດທິພາບ.
(ຂ່າວ - ພາບ: ສຸກສະຫວັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
23/09/2020 09:29:31
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com