Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເນື່ອງໃນໂອກາດວັນສະ ຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ບັນດາການນໍາຂັ້ນສູງພັກ-ລັດ ໄດ້ເຂົ້າວາງພວງມາລາ ທີ່ອະນຸສາວະລີນັກ ຮົບນິລະນາມ ແລະ ວາງ ກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຂອງປະທານ ໄກສອນ ພົມວິຫານ ເມື່ອຕອນເຊົ້າຂອງວັນທີ 1 ທັນວາ 2020 ນີ້ ຕາມລໍາດັບດັ່ງນີ້: ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ; ຄະນະປະຈຳສະພາແຫ່ງຊາດ ນໍາໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ;ຄະນະລັດຖະບານ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ຄະນະສູນກາງແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ນໍາໂດຍ ສະຫາຍ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ. ຄະນະກະຊວງປ້ອງກັນປະເທດ ນໍາໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດ ຖະມົນຕີກະຊວງປ້ອງກັນປະເທດ ແລະ ຄະນະກະຊວງປ້ອງກັນຄວາມສະຫງົບ ນໍາໂດຍສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະການນໍານະຄອນຫຼວງວຽງຈັນ ນໍາໂດຍສະຫາຍ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ.
ນອກຈາກນີ້, ການນຳຂັ້ນສູງພັກ-ລັດຍັງໄປວາງພວງມາລາທີ່ສຸສານ ນັກຮົບປະຕິວັດ ແຫ່ງຊາດຕື່ມອີກ. ທັງນີ້ກໍເພື່ອເປັນການສະແດງເຖິງຄວາມ ເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ຂອງບັນພະບູລຸດທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ແລະ ການປະຕິວັດ ເພື່ອປະຊາຊົນລາວບັນດາເຜົ່າ ໃນໄລຍະຜ່ານມາ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງທຸກວັນນີ້.
ການວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີ ເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ຕະຫຼອດຊີວິດຂອງປະທານ ໄກສອນ ພົມວິຫານ ໄດ້ອຸທິດເສຍສະຫຼະສະຕິປັນຍາກໍາລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ນໍາພາການປະຕິວັດລາວກ້າວ ຂຶ້ນຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ, ເຮັດໃຫ້ ສປປ ລາວ ກາຍເປັນປະເທດ ສັນຕິພາບ ເອກະລາດ ປະຊາ ທິປະໄຕ ເອກະພາບ ແລະ ວັດທະນາຖາວອນ, ມີຖານະອັນສົມກຽດໃນເວທີ ສາກົນ; ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນລູກຜູ້ປະເສີດຂອງປະ ຊາຊົນລາວບັນດາເຜົ່າ, ເປັນວິລະບູລຸດທີ່ປີຊາສາມາດ, ສະຫຼາດສ່ອງໃສ ເວ ລາໃດກໍເປັນແວ່ນແຍງອັນໃສແຈ້ງ, ເປັນແບບຢ່າງທີ່ດີເລີດຂອງ ທົ່ວພັກ,ທົ່ວ ລັດ ແລະ ທົ່ວປວງຊົນ ລາວທັງຊາດ; ຄຸນງາມຄວາມດີ, ວິລະກໍາອັນລໍ້າຄ່າ ຂອງ ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນສັນຍາລັກແຫ່ງການເຕົ້າໂຮມຄວາມ ສາມັກຄີເປັນເອກະພາບທຸກຊົນເຜົ່າລາວ ແລະ ບັນດາປະຊາຊາດທີ່ຮັກ ຫອມສັນຕິພາບໃນທົ່ວໂລກ. “ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຍືນຍົງຢູ່ໃນດວງໃຈຂອງປວງຊົນລາວທັງຊາດຕະຫຼອດໄປ”.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
23/09/2020 09:29:31
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com