Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຖານເອກອັກຄະລາ ຊະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດ ພິທີປະດັບຫຼຽນກຽດຕິຍົດທີ່ມີຊື່ວ່າ: ຫຼຽນກຽດຕິຍົດດາວຄໍາ ແລະ ດາວເງິນ ແຫ່ງອາທິດອຸໄທ (The Order of the Rising Sun, Gold and Silver Star) ໃຫ້ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະມາຄົມມິດຕະພາບ ລາວ - ຍີ່ປຸ່ນ ລັດ ຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນວັນທີ 30 ພະຈິກຜ່ານມາ ທີ່ເຮືອນພັກທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ.
ໃຫ້ກຽດປະດັບຫຼຽນ ໂດຍ ທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາລາວ, ເຂົ້າຮ່ວມພິທີມີທ່ານປອນເມກ ດາລາລອຍ ອະດີດປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ທ່ານ ເຄນທອງ ນວນທະສິງ ປະທານຄະນະລັດຖະສະພາມິດຕະພາບ ລາວ-ຍີ່ປຸ່ນ ຮອງປະທານຄະນະກໍາມາທິການຕ່າງປະເທດ ປະຈໍາສະພາແຫ່ງຊາດ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານທູດ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ທີ່ມີຜົນງານປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບ ລະ ຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ມາເປັນເວລາຫຼາຍປີ. ຍ້ອນການສະໜັບສະໜູນອັນເຂັ້ມແຂງຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ໃນຂະແໜງການສຶກສາ, ພາສາຍີ່ປຸ່ນ ຈຶ່ງຖືກບັນ ຈຸເຂົ້າຫຼັກສູດການຮຽນຊັ້ນມັດ ທະຍົມໃນລາວ ເປັນຄັ້ງທໍາອິດໃນປີ 2015. ນອກຈາກນັ້ນ ພາກວິຊາພາສາຍີ່ປຸ່ນ ຢູ່ມະຫາ ວິທະຍາໄລ ແຂວງສະຫວັນນະເຂດກໍໄດ້ຖືກສ້າງຕັ້ງຂຶ້ນໃນປີ 2017. ນັບຕັ້ງແຕ່ປີ 2015 ຫາ 2017 ຈໍານວນນັກສຶກສາລາວ ທີ່ຮຽນພາສາຍີ່ປຸ່ນແມ່ນເພີ່ມຂຶ້ນເປັນສອງເທົ່າ ຍ້ອນການປະກອບສ່ວນອັນສໍາຄັນເຂົ້າໃນວຽກງານສຶກສາທິການ ແລະ ກິລາ. ໃນຂົງເຂດກິລາ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ໃນນາມເປັນປະທານຄະນະກໍາມະການໂອແລມປິກ ແລະ ພາ ຣາແລມປິກແຫ່ງຊາດລາວ, ໄດ້ ປະກອບສ່ວນເຂົ້າໃນການສົ່ງ ເສີມງານມະຫະກໍາກິລາໂອ ແລມປີກໂຕກຽວໃນລາວ, ພ້ອມ ນັ້ນ ຍັງສະໜັບສະໜູນການ ພັດທະນານັກກິລາ ໂດຍຜ່ານການແລກປ່ຽນກັບບັນດາເມືອງເຈົ້າ ພາບຂອງຍີ່ປຸ່ນ. ນອກຈາກນັ້ນ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຍັງໄດ້ເຂົ້າຮ່ວມໃນຫຼາຍໆກິດຈະກໍາຂອງທັງສອງປະເທດ, ພ້ອມທັງໃຫ້ການຮ່ວມມືຢ່າງຕໍ່ເນື່ອງກັບບັນດາຄູ່ຮ່ວມຕໍາແໜ່ງຂອງຍີ່ປຸ່ນ ລວມມີສະມາຄົມມິດຕະພາບຍີ່ປຸ່ນ-ລາວ ແລະ ສະມາຄົມມິດ ຕະພາບໄຊຕະມະ.
(ຂ່າວ: ແສງຈັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com