Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 27 ພະຈິກ 2020 ທີ່ກະຊວງການຕ່າງປະເທດວ່າ: ຕະຫຼອດ 45 ປີຜ່ານມາ ສະພາບພາກພື້ນ ແລະ ສາກົນມີຄວາມຜັນແປໄປຢ່າງສັບສົນ ສປປ ລາວ ກໍໄດ້ປະຕິບັດນະໂຍບາຍໂດຍອີງໃສ່ສະພາບການປ່ຽນແປງທີ່ເກີດຂຶ້ນຢູ່ໃນພາກພື້ນ ແລະ ສາກົນແຕ່ລະໄລຍະ ພາຍຫຼັງສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ພັກ-ລັດ ໄດ້ວາງນະໂຍບາຍການຕ່າງປະເທດ ເພື່ອຮັບປະກັນການຮໍາບາດແຜສົງຄາມ ຟື້ນຟູເສດຖະກິດ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນເປັນຕົ້ນ ໄລຍະ 1975-1982 ພັກ-ລັດເຮົາໄດ້ວາງນະໂຍບາຍຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອນໍາເອົາປະເທດຊາດຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍຢຶດໝັ້ນໃນລັດທິສັງຄົມນິຍົມ ໃນໄລຍະນີ້ໄດ້ປະຕິບັດນະໂຍບາຍການຕ່າງປະເທດ “ສັນຕິພາບ ເອກະລາດ ມິດຕະພາບ ແລະ ສັງຄົມນິຍົມ”
ໂດຍຮ່ວມມືກັບບັນດາປະເທດສັງຄົມນິຍົມ ແລະ ຄ້າຍສັງຄົມນິຍົມ ເຮັດໃຫ້ພວກເຮົາສາມາດພັດທະນາປະເທດຊາດຕາມສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດໃນລະດັບໃດໜຶ່ງ.
ໃນຊຸມປີ 90 ເປັນຕົ້ນມາຈົນຮອດປັດຈຸບັນ ສະພາບແວດລ້ອມໄດ້ສ້າງເງື່ອນໄຂອັນດີທາງລະດັບພາກພື້ນ ແລະ ສາກົນ ເອື້ອອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງພວກເຮົາ ພັກ-ລັດຖະບານ ຈຶ່ງໄດ້ປະຕິບັດນະໂຍບາຍການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍ ເປີດກວ້າງການຮ່ວມມືເພີ່ມມິດ ຜ່ອນສັດຕູ ເພີ່ມທະວີການຮ່ວມມືກັບຕ່າງປະເທດດ້ວຍຫຼາຍຮູບ ຫຼາຍສີ ທັງສອງຝ່າຍ ແລະ ຫຼາຍຝ່າຍດ້ວຍຫຼາຍລະດັບ ການນໍາແຕ່ສູນກາງຮອດທ້ອງຖິ່ນໄດ້ສຸມໃສ່ບຸກທະລຸໃນການປະຕິບັດນະໂຍບາຍການຕ່າງປະເທດ ຈຶ່ງເຮັດໃຫ້ພວກເຮົາສາມາດສ້າງມິດ ເຮັດໃຫ້ສາກົນມີຄວາມເຂົ້າອົກເຂົ້າໃຈຕໍ່ພັກຕໍ່ລັດ ຕໍ່ນະໂຍບາຍການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ສະແດງອອກໃຫ້ເຫັນຢ່າງຈະແຈ້ງ ປັດຈຸບັນການລົງທຶນ ການໃຫ້ການຮ່ວມມື ການຊ່ວຍເຫຼືອ ສປປ ລາວ ຈາກພາກພື້ນ ແລະ ສາກົນມີທ່ວງທ່າເພີ່ມຂຶ້ນໃນແຕ່ລະປີ ພ້ອມນັ້ນການຮັດແໜ້ນຄວາມສາມັກຄີ ແລະ ສ້າງສາຍພົວພັນເຫັນວ່າປະເທດລາວມີເພື່ອນມິດຫຼາຍປະເທດໃນໂລກ ຊຶ່ງສາມາດສ້າງຕັ້ງສາຍພົວພັນການທູດກັບ 143 ປະເທດ ແລະ ມີສໍານັກງານຕາງໜ້າການທູດລາວປະຈໍາຢູ່ຕ່າງປະເທດທັງໝົດ 40 ແຫ່ງ ນອກນັ້ນຍັງປະກອບສ່ວນເຂົ້າເປັນສະມາຊິກຂອງອົງການຈັດຕັ້ງສາກົນຕ່າງໆ ສະເພາະໃນລະດັບພາກພື້ນ ແລະ ສາກົນ ພົ້ນເດັ່ນ ພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ 1997 ເປັນຕົ້ນມາ ຊຶ່ງການເປັນສະມາຊິກນີ້ບໍ່ພຽງແຕ່ເປັນສະມາຊິກໃນຮູບການເທົ່ານັ້ນ ແຕ່ໄດ້ສະແດງໃຫ້ເຫັນບົດບາດການເຂົ້າຮ່ວມຢ່າງຕັ້ງໜ້າ ປະກອບສ່ວນຢ່າງຫ້າວຫັນໃນກິດຈະກໍາ ແລະ ວຽກງານຕ່າງໆໃນຂອບອາຊຽນ.
ທ່ານ ສະເຫຼີມໄຊ ກົມມະສິດກ່າວຕື່ມວ່າ: ຕະຫຼອດໄລຍະ 45 ປີຜ່ານມາ, ການຈັດຕັ້ງປະຕິບັດຂົງເຂດວຽກງານການຕ່າງປະເທດມີຜົນສໍາເລັດຫຼາຍດ້ານ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສະແດງອອກການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກຂອງລັດໃນແຕ່ລະໄລຍະ ພົ້ນເດັ່ນແມ່ນປະກອບສ່ວນສໍາຄັນໃນການປົກປັກຮັກສາ ຮັບປະກັນອະທິປະໄຕ ຄວາມເປັນເອກະລາດແຫ່ງຊາດ ໂດຍການປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ຄຽງຄູ່ກັນນັ້ນກໍຍັງມີສິ່ງທ້າທາຍທີ່ພວກເຮົາກໍາລັງປະເຊິີນຢູ່ ເປັນຕົ້ນ ພາຍຫຼັງທີ່ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລ້ວ ປະເທດລາວຍັງເປັນປະເທດດ້ອຍພັດທະນາ ຍັງມີຄວາມຈໍາເປັນຕ້ອງໄດ້ອາໄສການສະໜັບສະໜູນ ການຊ່ວຍເຫຼືອການຮ່ວມມືຈາກວົງສາຄະນາຍາດສາກົນ ເພື່ອມາພັດທະນາ ແລະ ສ້າງສາພັດທະນາປະເທດຊາດ ຕ້ອງໄດ້ເອົາໃຈໃສ່ໂຄສະນາໃຫ້ສາກົນມີຄວາມເຂົ້າໃຈຕື່ມກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາ ໂດຍສະເພາະການປະຕິບັດນະໂຍບາຍການຕ່າງປະເທດທີ່ເປັນເຈົ້າຕົນເອງ ເພື່ອຮັບປະກັນຄວາມເປັນເອກະລາດແຫ່ງຊາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ ຊຶ່ງການວາງນະໂຍບາຍຕ້ອງອີງໃສ່ຜົນປະໂຫຍດແຫ່ງຊາດຂອງ ສປປ ລາວ ແລະ ການພັດທະນາຊັບພະຍາກອນມະນຸດຍັງບໍ່ທັນໄດ້ຮັບການພັດທະນາເທົ່າທີ່ຄວນ ຊຶ່ງເປັນບັນຫາສໍາຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ ເພື່ອໃຫ້ພະນັກງານ ວິຊາການ ການທູດ ເປັນຜູ້ມີຄວາມຮູ້ຄວາມສາມາດ ມີໄຫວພິບ ແລະ ທັນກັບສະ ພາບການປ່ຽນແປງຕ່າງໆ.
(ໂດຍ: ບຸນຕອມ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com