Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສູນທອນພົດ ຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່
ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ກ່າວໃນ ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ
- ນ້ອມ ນະມັດສະການ ພະເຖລາ ນຸເຖລະ
- ບັນດາສະຫາຍຜູ້ນໍາພັກ-ລັດ, ອະດີດຜູ້ນໍາພັກ-ລັດ ທີ່ນັບຖື!
- ປະຊາຊົນລາວບັນດາເຜົ່າ ທີ່ຮັກແພງ !
- ສະຫາຍ, ເພື່ອນມິດສາກົນ ທີ່ຮັກແພງທັງຫຼາຍ!
ມື້ນີ້ ສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍປະຊາຊົນລາວບັນດເຜົ່າໃນທົ່ວປະເທດ ມີຄວາມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ໄດ້ພ້ອມກັນຈັດຕັ້ງ ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ວັນມະຫາໄຊ ຂອງປວງຊົນລາວທັງຊາດ ບັນຈົບຄົບຮອບ 45 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (ຂໍຊົມເຊີຍ)!
ຕາງໜ້າຄະນະນໍາ ພັກ-ລັດ, ຂ້າພະເຈົ້າ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວ ອັນອົບອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ແລະ ຂໍອວຍພອນໄຊ ອັນປະເສີດ ໄປຍັງບັນດານັກປະຕິວັດອາວຸໂສບໍານານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ, ທຸກເພດ-ໄວ, ຊາວຕ່າງດ້າວ, ຊາວຕ່າງປະເທດ ທີ່ດໍາລົງຊີວິດ ແລະ ເຄື່ອນໄຫວ ວຽກງານ ຢູ່ ສປປ ລາວ, ພີ່ນ້ອງເຊື້ອສາຍລາວ ທີ່ອາໄສຢູ່ຕ່າງປະເທດ ຈົ່ງຢູ່ດີມີແຮງ, ຫ້າວຫັນໝັ້ນຍືນ, ມີຄວາມເບີກບານມ່ວນຊື່ນ ແລະ ພ້ອມກັນ ສ້າງສາພັດທະນາຄອບຄົວ, ສັງຄົມ ແລະ ປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໃນພິທີອັນຄຶກຂຶມ ແລະ ມີຄວາມໝາຍສໍາຄັນນີ້ ພວກເຮົາ ຮູ້ສຶກອາໄລ ອາວອນ ແລະ ຄິດຄະນິງຫາ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ, ລູກຫຼານຜູ້ປະເສີດ ຂອງປະຊາຊົນລາວ, ຜູ້ນໍາພາກໍ່ຕັ້ງ, ຖະນຸບໍາລຸງ, ກໍ່ສ້າງພັກ ແລະ ນໍາພາພາລະກິດຕໍ່ສູ້ກູ້ຊາດ, ຜູ້ນໍາພາສ້າງຕັ້ງລະບອບໃໝ່, ລະບອບປະຊາທິປະໄຕ ປະຊາຊົນ ຊຶ່ງໄດ້ຂຽນໜ້າປະຫວັດສາດຍຸກໃໝ່ ຂອງຊາດລາວວິລະຊົນ; ພ້ອມກັນນີ້ ກໍມີຄວາມອາໄລອາວອນ ແລະ ຈົດຈໍາລໍ້າລຶກເຖິງວິລະກໍາອັນລໍ້າເລີດ, ຄຸນງາມ ຄວາມດີ ແລະ ການເສຍສະຫຼະອັນໃຫຍ່ຫຼວງ ຂອງບັນດາຜູ້ນຳແຕ່ລະຮຸ່ນ, ພະນັກງານ, ນັກຮົບປະຕິວັດ, ຜູ້ຮັກຊາດ ແລະ ປະຊາຊົນລາວບັນດເຜົ່າ ທີ່ໄດ້ອຸທິດຊີວິດ, ເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາ ແລະ ວັດຖຸຊັບສິນ ເພື່ອພາລະກິດປະຕິວັດ ຕະຫຼອດໄລຍະແຫ່ງການປະຕິວັດຊາດ-ປະຊາທິປະໄຕ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ຄວາມສົມບູນພູນສຸກ ຂອງລູກຫຼານລາວ.
ຂ້າພະເຈົ້າ ຂໍເຊີນບັນດາສະຫາຍລຸກຂຶ້ນກົ້ມຫົວໄວ້ອາໄລ ເຖິງດວງວິນຍານຂອງ ປະທານ ໄກສອນ ພົມວິຫານ ແລະ ບັນດາສະຫາຍທີ່ໄດ້ລ່ວງລັບໄປແລ້ວ ເປັນເວລາ 30 ວິນາທີ.....! (ພັກ)
ບັນດາສະຫາຍ, ເພື່ອນມິດ ທັງຫຼາຍ!
ກ່ອນໜ້ານີ້ 45 ປີ, ພາຍໃຕ້ກະແສຟອງການລຸກຮື້ຂຶ້ນ ຂອງປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ອໍານາດການປົກ ຄອງເກົ່າທີ່ເປັນລູກສະໝຸນຂອງພວກລ່າເມືອງຂຶ້ນ ແລະ ກົງຈັກຂອງລະບອບສັກດີນາຂາຍຊາດ ໃນລະດັບທ້ອງຖິ່ນຮາກຖານທົ່ວປະເທດໄດ້ຖືກທັບມ້າງ, ອໍານາດການປົກຄອງໃໝ່ ຂອງປະຊາຊົນ ໄດ້ຮັບການ ຈັດຕັ້ງຂຶ້ນ, ສ້າງສະພາບແວດລ້ອມ ແລະ ເງື່ອນໄຂອັນສຸກງອມ “ພັນປີມີເທື່ອໜຶ່ງ” ໃຫ້ແກ່ການຢຶດອໍານາດການປົກຄອງ ຢ່າງສົມບູນມາສູ່ກໍາມືຂອງປະ ຊາຊົນຜູ້ອອກແຮງງານ. ຈາກ ນັ້ນ ພາຍໃຕ້ການນໍາພາໂດຍກົງຂອງສູນກາງພັກ ຊຶ່ງມີປະ ທານ ໄກສອນ ພົມວິຫານ ເປັນຫົວໜ້າ, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເປີດຂຶ້ນຢ່າງສະຫງ່າຜ່າ ເຜີຍ ໃນວັນທີ 2 ທັນວາ ປີ 1975 ເພື່ອປະກາດລຶບລ້າງອໍາ ນາດການປົກຄອງເກົ່າ, ສະ ຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປີດສັງກາດໃໝ່ແຫ່ງເອກະ ລາດ, ອິດສະຫຼະພາບ ແລະ ຄວາມເປັນເຈົ້າອັນແທ້ຈິງຂອງປະຊາຊົນລາວບັນດາເຜົ່າ ຕິດພັນກັບເສັ້ນທາງກ້າວຂຶ້ນສູ່ຈຸດ ໝາຍສັງຄົມນິຍົມ.
ປະທານ ໄກສອນ ພົມວິ ຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວ ໄດ້ຢືນຢັນຕະຫຼອດວ່າ: “ວັນທີ 2 ທັນວາ ເປັນໄຊຊະນະປະຫວັດການທີ່ ມີຄວາມໝາຍຍຸກສະໄໝອັນເລິກເຊິ່ງ, ເປັນໝາກຜົນລວມຍອດແຫ່ງການຕໍ່ສູ້ປະຕິວັດ ທີ່ເຕັມໄປດ້ວຍຄວາມເສຍສະ ຫຼະ, ຄວາມທຸກຍາກລໍາບາກ ຕະຫຼອດຫຼາຍສິບປີຂອງປະຊາ ຊົນເຮົາ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ໃນເມື່ອກ່ອນ ແລະ ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ”.
ນັບແຕ່ການສະຖາປະ ນາ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຈົນຮອດ ປັດຈຸບັນ ຊຶ່ງຕິດພັນກັບພາລະ ກິດປົກປັກຮັກສາ ແລະ ສ້າງສາ ປະເທດຊາດ, ພວກເຮົາໄດ້ກ້າວຜ່ານຫຼາຍໄລຍະສໍາຄັນ ແລະ ຕໍ່ເນື່ອງ ນັບແຕ່ໄລຍະການຮໍາບາດແຜສົງຄາມ, ໄລ ຍະແຫ່ງການດໍາເນີນການ ປະ ຕິວັດ 3 ປະການ ໄປພ້ອມໆກັນ ແລະ ໄລຍະການດໍາເນີນ ປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ໃນນັ້ນ ແຕ່ ລະໄລຍະແຫ່ງການກ້າວຜ່ານ ຂອງການປະຕິວັດປະເທດເຮົາ ລ້ວນແຕ່ຕິດພັນກັບບົດບາດການນໍາພາອັນພົ້ນເດັ່ນຂອງ ປະທານ ໄກສອນ ພົມວິຫານ ແລະ ເປັນສັນຍາລັກແຫ່ງການຄົ້ນຄິດ, ປະດິດສ້າງ, ບຸກເບີກ ແລະ ບູລະນະລະບອບປະຊາ ທິປະໄຕປະຊາຊົນຂອງພວກເຮົາ.
ບັນດາສະຫາຍທີ່ຮັກແພງ,
ເມື່ອຫວນຄືນປະຫວັດ ສາດແຫ່ງການນໍາພາຂອງພັກ ແລະ ການເຕີບໃຫຍ່ຂະຫຍາຍ ຕົວ ຂອງ ສປປ ລາວ, ເຖິງເວ ລາໄດ້ຜ່ານພົ້ນໄປ 45 ປີ ແລະ 30 ກວ່າປີ ແຫ່ງການປະຕິບັດ ແນວທາງປ່ຽນແປງໃໝ່ຮອບ ດ້ານ ແລະ ມີຫຼັກການຂອງພັກເຮົາ ຊຶ່ງໄດ້ຮັບການສືບທອດ, ເພີ່ມຕື່ມເສີມຂະຫຍາຍຢ່າງເປັນລະບົບ ແລະ ນັບມື້ນັບອຸດົມ ສົມບູນຂຶ້ນເລື້ອຍໆ, ພາລະກິດປະຕິວັດຢູ່ປະເທດເຮົາສາມາດຍາດໄດ້ຜົນສໍາເລັດທີ່ນັບມື້ນັບໃຫຍ່ຫຼວງຂຶ້ນຢ່າງບໍ່ຢຸດຢັ້ງ, ໂສມໜ້າຂອງປະເທດຊາດໄດ້ມີການປ່ຽນແປງໃໝ່ທີ່ໃຫຍ່ຫຼວງ ແລະ ເລິກເຊິ່ງ ທີ່ບໍ່ເຄີຍມີ ມາກ່ອນ ໃນປະຫວັດສາດຊາດ ລາວ.
ດ້ວຍມູນເຊື້ອ, ທາດແທ້ປະ ຕິວັດ ແລະ ບົນພື້ນຖານແນວ ທາງປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ກໍາລັງປະ ກອບອາວຸດປະຊາຊົນເຮົາໄດ້ ຮັບການປັບປຸງ, ກໍ່ສ້າງໃຫ້ເຕີບໃຫຍ່, ເຂັ້ມແຂງ, ມີຄວາມເດັດ ດ່ຽວ, ອົງອາດກ້າຫານ ໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ມີແບບແຜນທັນ ສະໄໝກາຍເປັນກໍາລັງປະ ກອບອາວຸດປະຕິວັດອັນແຫຼມຄົມຂອງລັດ ແລະ ປະຊາຊົນເຮົາ ພາຍໃຕ້ການນໍາພາ ໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງ ພັກ; ດ້ວຍການເຂົ້າຮ່ວມສະ ໜັບສະໜູນຢ່າງຕັ້ງໜ້າ ແລະ ເປັນເຈົ້າການຂອງປະຊາຊົນບັນດາເຜົ່າ, ການສ້າງແນວຫຼັງຍຸດທະສາດໄດ້ກາຍເປັນຖານທີ່ໝັ້ນອັນແໜ້ນແກ່ນໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາປະເທດຊາດ; ພວກເຮົາ ມີຄວາມສະດຸ້ງໄວ, ມີສະຕິ ແລະ ຢູ່ໃນທ່າເປັນເຈົ້າ ຕໍ່ການຕ້ານ, ສະກັດກັ້ນ ແລະ ແກ້ໄຂ ໜໍ່ແໜງປັດໄຈຂອງຄວາມບໍ່ສະ ຫງົບທີ່ຈະພາໃຫ້ກະທົບຕໍ່ບັນ ຫາສັງຄົມ-ການເມືອງ ແລະ ຄວາມໝັ້ນຄົງ, ສາມາດຮັກສາ ອະທິປະໄຕ, ເຂດນໍ້າແດນດິນອັນຄົບຖ້ວນ ຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ, ຮັບປະກັນສະ ຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພຂອງສັງຄົມ.
ໃນດ້ານການພັດທະນາ ສປປ ລາວ ໄດ້ຕັ້ງໜ້າສືບຕໍ່ຢຶດ ໝັ້ນແນວທາງການພັດທະນາ ທີ່ຖືເອົາເສດຖະກິດເປັນໃຈກາງ ສົມທົບແໜ້ນ ແລະ ກົມກຽວລະ ຫວ່າງການພັດທະນາເສດຖະ ກິດກັບການພັດທະນາດ້ານວັດທະນະທໍາ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດພັດທະນາແບບຍືນຍົງ; ສົ່ງເສີມກໍາລັງແຮງຂອງທຸກພາກສ່ວນເສດຖະກິດທັງພາຍໃນ ແລະ ຕ່າງປະເທດ, ສ້າງເງື່ອນໄຂທີ່ຈໍາເປັນ ເພື່ອກະ ຕຸ້ນ ການຂະຫຍາຍຕົວຂອງເສດ ຖະກິດແຫ່ງຊາດ ໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ໄປພ້ອມໆກັນ, ທັງຍູ້ແຮງຂົງເຂດບໍລິການ, ການເງິນ, ການທະນາຄານ, ການສ້າງເຂດເສດຖະກິດພິເສດ, ຕະຫຼາດຫຼັກຊັບ ແລະ ອື່ນໆ ຊຶ່ງໄດ້ ປະ ກອບສ່ວນສໍາຄັນ ໃນການຂັບເຄື່ອນຈັງຫວະການເຕີບໂຕ ຂອງເສດຖະກິດແຫ່ງຊາດໃຫ້ຕໍ່ເນື່ອງ ແລະ ມີຄວາມໝັ້ນທ່ຽງ, ສ້າງບັນດາອົງປະກອບ ແລະ ປັດໄຈພື້ນຖານໃຫ້ແກ່ການຫັນເປັນອຸດສາຫະກໍາ ແລະ ທັນສະ ໄໝກໍຄືເສດຖະກິດພູມປັນຍາ.
ພວກເຮົາມີຄວາມເອກ ອ້າງ ແລະ ພາກພູມໃຈທີ່ເຫັນວ່າ ການພັດທະນາ ພື້ນຖານວັດຖຸ-ເຕັກນິກໄດ້ບັນລຸໝາກຜົນທີ່ສໍາຄັນໃຫຍ່ຫຼວງ ເປັນຕົ້ນແມ່ນດ້ານພື້ນຖານໂຄງລ່າງ ເສດຖະກິດ-ສັງຄົມທີ່ສ້າງຄວາມອາດສາມາດຕົວຈິງໃຫ້ປະເທດເຮົາເຊື່ອມຈອດກັບປະ ເທດໃກ້ຄຽງ ແລະ ເຊື່ອມໂຍງ ເສດຖະກິດເຂົ້າກັບພາກພື້ນ ແລະ ສາກົນ ຊຶ່ງສາມາດປົດປ່ອຍປະເທດເຮົາທີ່ເປັນປະ ເທດບໍ່ມີຊາຍແດນຕິດກັບທະ ເລກາຍເປັນປະເທດເຊື່ອມຈອດ-ເຊື່ອມໂຍງກັບປະເທດເພື່ອນບ້ານ ແລະ ສາກົນ, ອັນພົ້ນເດັ່ນແມ່ນການເຊື່ອມຈອດເສັ້ນທາງລົດ ແລະ ທາງລົດໄຟ ລະຫວ່າງ ສປປ ລາວ ກັບປະ ເທດໃກ້ຄຽງ ຕາມແລວທາງເສດຖະກິດ ເໜືອ-ໃຕ້, ຕາເວັນອອກ-ຕາເວັນຕົກ ຊຶ່ງຖືເປັນທ່າແຮງໃນການບໍລິການທາງຜ່ານຢູ່ປະເທດເຮົາ, ພ້ອມນັ້ນ ພື້ນຖານອຸດສາຫະກໍາຂະແໜງພະລັງງານ, ບໍ່ແຮ່, ກະສິກໍາ-ປ່າໄມ້, ວິທະຍາສາດ-ເຕັກນິກ -ເຕັກໂນໂລຊີຮັບໃຊ້ການຜະ ລິດ-ການບໍລິການ ແລະ ບໍລິ ຫານຄຸ້ມຄອງລັດຕາມທິດຫັນເປັນທັນສະໄໝກໍມີໜໍ່ແໜງ ແລະ ໄດ້ຮັບການພັດທະນາພົ້ນເດັ່ນຂຶ້ນ.
ດ້ານວັດທະນະທໍາ-ສັງ ຄົມໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຖືເອົາການພັດທະນາຊັບພະຍາ ກອນມະນຸດເປັນບຸລິມະສິດສໍາ ຄັນ, ໄດ້ດໍາເນີນການປະຕິຮູບ ລະບົບການສຶກສາແຫ່ງຊາດໃຫ້ ເຂົ້າສູ່ລວງເລິກ, ພວກເຮົາສາ ມາດປະກາດຈົບຊັ້ນປະຖົມໃນປີ 2015, ປັດຈຸບັນຫຼາຍແຂວງ ໄດ້ປະກາດຈົບຊັ້ນມັດທະຍົມຕົ້ນ; ຖັນແຖວປັນຍາຊົນ, ນັກ ຮຽນຮູ້, ບັນດາຊ່ຽວຊານດ້ານຕ່າງໆກໍຄືແຮງງານທີ່ໄດ້ຮັບການຝຶກສີມືນັບມື້ນັບເພີ່ມຂຶ້ນ; ຕາໜ່າງສາທາລະນະສຸກໄດ້ ຮັບການປັບປຸງ ແລະ ຂະຫຍາຍອອກໄປສູ່ເຂດຫ່າງໄກສອກ ຫຼີກ, ເຮັດໃຫ້ຄຸນນະພາບຊີວິດ ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມກັນນີ້, ພວກເຮົາກໍສາ ມາດສະກັດກັ້ນໄດ້ການແຜ່ ລະ ບາດຂອງພະຍາດໂຄວິດ-19 ໄດ້ດີສົມຄວນ; ຜົນງານອັນສໍາ ຄັນພວກເຮົາແມ່ນສາມາດບັນ ລຸຫຼາຍຕົວຊີ້ວັດສະຫັດສະວັດດ້ານການພັດທະນາ (MDGs) ແລະ ສືບຕໍ່ປະຕິບັດຄາດໝາຍດ້ານການພັດທະນາແບບຍືນຍົງ (SDG) ຢ່າງແຂງແຮງ ຕິດພັນກັບການແກ້ໄຂຄວາມທຸກຍາກ ແລະ ສ້າງພື້ນຖານນໍາພາ ປະເທດຊາດຫຼຸດພົ້ນຈາກສະ ຖານະພາບດ້ອຍພັດທະນາ.
ຄຸນຄ່າດ້ານວັດທະນະທໍາ, ຮີດຄອງປະເພນີອັນເປັນມູນເຊື້ອທີ່ດີງາມຂອງຊາດລາວ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍໃຫ້ອຸດົມຮັ່ງມີ ໄປພ້ອມກັບການຈໍາກັດ ແລະ ລຶບລ້າງວັດທະນະທໍາເສື່ອມຊາມ, ຊອດກະຈາ ແລະ ການເຊື່ອຖືງົມງວາຍລົງເປັນກ້າວໆ, ສ້າງແບບແຜນດໍາລົງຊີວິດໃໝ່ທີ່ປອດໃສ ແລະ ສ່ອງແສງໃຫ້ເຫັນລັກສະນະດີເດັ່ນ ຂອງລະບອບໃໝ່ກໍຄືສັງຄົມລາວ; ອັນທີ່ເອກອ້າງທະນົງໃຈ ແມ່ນໄດ້ຮັບການຂຶ້ນທະບຽນມໍລະດົກໂລກທາງດ້ານວັດທະ ນະທໍາເຊັ່ນ: ເມືອງຫຼວງພະ ບາງ, ວັດພູຈໍາປາສັກ, ທົ່ງໄຫຫີນຊຽງຂວາງ, ສຽງແຄນຄົນເຊື້ອຊາດລາວ, ນອກນັ້ນ ວັດຖຸບູຮານ, ປູສະນີຍະສະຖານອື່ນໆກໍຄືຄຸນ ຄ່າທີ່ເປັນເອກະລັກດ້ານວັດທະນະທໍາຂອງລາວເຮົາກໍໄດ້ຖືກປົກປັກຮັກສາ ແລະ ເສີມຂະ ຫຍາຍໃຫ້ນັບມື້ນັບສູງຂຶ້ນ.
ພັກ-ລັດເຮົາ ຍາມໃດກໍໄດ້ ສຸມໃສ່ສ້າງຄວາມໝັ້ນຄົງຂອງລັດປະຊາທິປະໄຕ ປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ, ເພີ່ມທະວີນິຕິທໍາ ແລະ ປະສິດທິ ພາບການຄຸ້ມຄອງ-ບໍລິຫານລັດ ບົນພື້ນຖານຫຼັກການພັກນໍາພາ ແລະ ກໍາອໍານາດ ຕາມກົດໝາຍ, ລັດຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ປະຊາຊົນເປັນເຈົ້າສະເໝີພາບຕໍ່ໜ້າກົດໝາຍ ໄດ້ຮັບການຊຸກຍູ້ ແລະ ຈັດຕັ້ງປະຕິບັດເປັນຮູບປະທໍາເປັນກ້າວໆ, ອົງການອໍານາດລັດແຕ່ລະຂັ້ນໄດ້ຮັບການປັບປຸງໃຫ້ ມີຄວາມເຂັ້ມແຂງ, ໜັກແໜ້ນ; ສົມທົບແໜ້ນ ລະຫວ່າງການ ເພີ່ມປະສິດທິພາບການບໍລິ ຫານລັດຂັ້ນສູນກາງກັບການແບ່ງຂັ້ນຄຸ້ມຄອງໃຫ້ທ້ອງຖິ່ນ, ຮາກຖານຕາມທິດສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນ ຫົວໜ່ວຍພັດທະນາຢ່າງແຂງ ແຮງ, ເຮັດໃຫ້ລັດປະຊາທິປະໄຕ ປະຊາຊົນ ມີຄວາມໝັ້ນຄົງ ແລະ ເຂັ້ມແຂງ, ໜັກແໜ້ນ ແຕ່ຮາກຖານຂຶ້ນມາ.
ລັດຖະທໍາມະນູນ ແລະ ກົດໝາຍໄດ້ຮັບການກໍ່ສ້າງ ແລະ ປັບປຸງໃຫ້ນັບມື້ນັບຄົບຖ້ວນ ແລະ ເປັນລະບົບຄົບຊຸດ ເປັນກ້າວໆ, ມາຮອດປັດຈຸບັນ ກົດໝາຍທີ່ຖືກຮັບຮອງ ແລະ ປະກາດໃຊ້ມີທັງໝົດ 152 ສະ ບັບກວມເອົາທຸກຂົງເຂດວຽກງານ ແລະ ຊີວິດສັງຄົມ ຊຶ່ງເປັນ ເຄື່ອງມືສໍາຄັນທີ່ຮັບປະກັນໃຫ້ ແກ່ການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມດ້ວຍກົດ ໝາຍກໍຄືຮັບປະກັນການປະຕິ ບັດສິດເປັນເຈົ້າ, ພັນທະພື້ນ ຖານຂອງປະຊາຊົນລາວບັນ ດາເຜົ່າ ຕາມລັດຖະທໍາມະນູນ ແລະ ກົດໝາຍຢ່າງເຂັ້ມງວດ ແລະ ດ້ວຍຄວາມສະເໝີພາບ.
ອົງການແນວໂຮມ, ບັນ ດາອົງການຈັດຕັ້ງມະຫາຊົນໄດ້ຮັບການຍົກສູງບົດບາດ ແລະ ປັບປຸງຮູບແບບການເຄື່ອນໄຫວ ໃຫ້ສອດຄ່ອງກັບສະພາບເງື່ອນ ໄຂໃໝ່ ໃນການເປັນຕົວແທນ ແຫ່ງສິດເປັນເຈົ້າ ແລະ ເຕົ້າ ໂຮມຄວາມສາມັກຄີທົ່ວປວງຊົນໄດ້ຮັບການເພີ່ມທະວີໃຫ້ເປັນປຶກແຜ່ນແໜ້ນໜາຢູ່ອ້ອມຂ້າງພັກ-ລັດ, ສ້າງເປັນກໍາລັງ ແຮງອັນມະຫາສານ ໃນພາລະ ກິດປົກປັກຮັກສາ ແລະ ພັດທະ ນາສ້າງສາປະເທດຊາດ.
ສປປ ລາວ ຍາມໃດກໍຢຶດ ໝັ້ນແນວທາງການຕ່າງປະເທດ ອັນສະເໝີຕົ້ນສະເໝີປາຍຂອງພັກເຮົາ ແລະ ເພີ່ມເຕີມເສີມຂະ ຫຍາຍຢ່າງເປັນເຈົ້າການ, ຄ່ອງ ແຄ້ວ ແລະ ປະດິດສ້າງ; ຢຶດ ໝັ້ນການແກ້ໄຂບັນຫາຢ່າງສັນ ຕິວິທີ, ເຄົາລົບເອກະລາດ, ອະ ທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ບໍ່ແຊກແຊງເຂົ້າໃນ ກິດຈະການພາຍໃນຂອງກັນ ແລະ ຢູ່ຮ່ວມກັນໂດຍສັນຕິ; ຕັ້ງ ໜ້າ ແລະ ສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍ ຂະບວນການຕໍ່ສູ້ ເພື່ອສັນຕິພາບ, ປະຊາ ທິປະໄຕ, ຄວາມຖືກຕ້ອງເປັນທໍາ ແລະ ຄວາມກ້າວໜ້າທາງສັງຄົມ ບົນຈິດໃຈລັດທິສາກົນກໍາມາຊີບອັນຜ່ອງໃສ, ສາມາດຍາດໄດ້ໄມຕີຈິດມິດຕະພາບຈາກນາໆຊາດກໍຄືການສະ ໜັບສະໜູນ, ການຮ່ວມມືຊ່ວຍ ເຫຼືອຈາກເພື່ອນມິດສາກົນທັງຢູ່ໃກ້ ແລະ ໄກ. ໃນນັ້ນ, ມິດຕະ ພາບ, ການຮ່ວມມື ແລະ ການ ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນກັບເພື່ອນມິດຍຸດ ທະສາດໄດ້ເປັນບ່ອນອີງອັນ ແໜ້ນແກ່ນໃຫ້ແກ່ການເປີດກວ້າງການພົວພັນກັບສາກົນ, ປັດຈຸບັນ ສປປ ລາວ ມີສາຍ ພົວພັນທາງການທູດ ກັບ 143 ປະເທດ ແລະ ພົວພັນກັບ 139 ພັກການເມືອງ.
ສັງລວມແລ້ວ, ຕະຫຼອດ ໄລຍະ 45 ປີ ໂດຍສະເພາະໃນ 5 ປີແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ພວກເຮົາສຸດທີ່ມີ ຄວາມເອກອ້າງທະນົງໃຈທີ່ເຫັນວ່າ ພາຍໃຕ້ການນໍາພາຂອງພັກ, ຖັນແຖວພະນັກງານ, ທະຫານ, ຕໍາຫຼວດ ແລະ ປະ ຊາຊົນບັນດາເຜົ່າໄດ້ເສີມຂະ ຫຍາຍມູນເຊື້ອຮັກຊາດອັນດູດ ດື່ມ, ການອອກແຮງງານດຸໝັ່ນຂະຫຍັນພຽນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາ, ເຮັດໃຫ້ປະເທດຊາດ ໄດ້ມີການປ່ຽນແປງໃໝ່ໃນຫຼາຍດ້ານ; ລະບົບການເມືອງໄດ້ປັບ ປຸງໃຫ້ໜັກແໜ້ນ, ເຂັ້ມແຂງຍິ່ງ ຂຶ້ນຢ່າງຕໍ່ເນື່ອງ, ເຮັດໃຫ້ບົດ ບາດການນໍາພາຂອງພັກໄດ້ຮັບ ການຍົກສູງຂຶ້ນ, ອົງການປົກ ຄອງແຕ່ສູນກາງລົງເຖິງທ້ອງ ຖິ່ນ, ຮາກຖານໄດ້ປັບປຸງ, ບູ ລະນະໃຫ້ໜັກແໜ້ນຂຶ້ນເປັນ ກ້າວໆ, ປະຕິບັດບົດບາດຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ -ສັງຄົມ ຕາມກົດໝາຍໄດ້ເປັນ ພື້ນຖານທີ່ດີ; ຮັບປະກັນຄວາມໝັ້ນຄົງຂອງຊາດ ແລະ ຄວາມສະຫງົບປອດໄພໃນທົ່ວສັງຄົມ; ພິເສດ, ປີ 2020 ຊຶ່ງເປັນປີ ມ້ວນທ້າຍແຫ່ງການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ເຖິງວ່າ ສະພາບການຢູ່ພາກພື້ນ ແລະ ສາກົນ ໄດ້ມີການ ຜັນແປຢ່າງສັບສົນ, ນັບທັງການລະບາດຂອງເຊື້ອພະຍາດໂຄວິດ-19 ເປັນມະຫັນຕະໄພຕໍ່ມວນມະນຸດ ແລະ ກາຍເປັນວິ ກິດການດ້ານສາທາລະນະສຸກ ຂອງໂລກຄັ້ງສໍາຄັນ, ຢູ່ພາຍໃນປະເທດເຮົາກໍປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍປະການ ທາງດ້ານເສດຖະກິດ, ໄພທໍາມະຊາດ, ການລະບາດຂອງພະຍາດ-ສັດຕູພືດຕ່າງໆ... ແຕ່ຍ້ອນການນໍາພາຂອງພັກເຮົາ ແລະ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງທົ່ວ ປວງຊົນລາວກໍຄືການສະໜັບ ສະໜູນຊ່ວຍເຫຼືອຈາກເພື່ອນມິດຍຸດທະສາດ ແລະ ວົງຄະ ນາຍາດສາກົນ ເຮັດໃຫ້ ສປປ ລາວ ພວກເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ເສດ ຖະກິດຍັງຮັກສາຈັງຫວະການຂະຫຍາຍຕົວຕໍ່ເນື່ອງ, ລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 2.664 ໂດລາ; ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍລວມໄດ້ຮັບການປັບປຸງ, ຍົກລະດັບດີຂຶ້ນ ທັງທາງດ້ານວັດຖຸ ແລະ ຈິດໃຈ, ຖານະບົດ ບາດ ແລະ ຊື່ສຽງຂອງ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ໃນພິທີອັນມີຄວາມໝາຍ ສໍາຄັນນີ້, ຕາງໜ້າພັກ-ລັດ ແລະ ໃນນາມສ່ວນຕົວຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍສັນລະ ເສີນບັນດາສະຫາຍສະມາຊິກພັກ, ພະນັກງານ, ທະຫານ, ຕໍາ ຫຼວດ ແລະ ປະຊາຊົນບັນດາ ເຜົ່າຕະຫຼອດເຖິງພີ່ນ້ອງເຊື້ອ ສາຍລາວຢູ່ຕ່າງປະເທດທີ່ໄດ້ ຕັ້ງໜ້າປະກອບສ່ວນເຂົ້າໃນ ການປະຕິບັດ 2 ໜ້າທີ່ຍຸດທະ ສາດ: ປົກປັກຮັກສາ ແລະ ພັດ ທະນາສ້າງສາປະເທດຊາດ ໄດ້ຮັບຜົນສໍາເລັດຢ່າງບໍ່ຢຸດຢັ້ງ. ຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈ.
ບັນດາສະຫາຍທີ່ຮັກແພງ !
ບົນໄລຍະທາງແຫ່ງການ ກໍາເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນເວລາ 45 ປີ ບົນເສັ້ນ ທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກເປັນເວລາ 30 ກວ່າປີ, ພວກເຮົາຢືນ ຢັນວ່າ ບົດຮຽນຈໍານວນໜຶ່ງທີ່ພັກເຮົາສະຫຼຸບໄດ້ ແລະ ລະບຸໄວ້ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກຜ່ານມາ ເປັນບົດຮຽນທີ່ສໍາຄັນ ເພື່ອສືບຕໍ່ເສີມຂະຫຍາຍເຂົ້າໃນການປົກປັກຮັກສາ ແລະ ພັດທະນາສ້າງ ສາປະເທດຊາດຕໍ່ໄປດັ່ງນີ້:
1). ຢຶດໝັ້ນແນວທາງປ່ຽນ ແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ຢ່າງເດັດດ່ຽວໜຽວແໜ້ນ, ສືບຕໍ່ເສີມຂະ ຫຍາຍຄວາມຄິດປະດິດສ້າງ ບົນພື້ນຖານແຫ່ງການຢຶດໝັ້ນຈຸດໝາຍສັງຄົມນິຍົມ ແລະ ຄວາມເປັນເອກະລາດແຫ່ງຊາດ, ໝູນໃຊ້ ແລະ ຂະຫຍາຍທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ ສົມທົບກັບ ການຮັບເອົາສິ່ງຍອດຍິ່ງຂອງມວນມະນຸດ.
2). ຢຶດໝັ້ນຖືເອົາການພັດທະນາເສດຖະກິດເປັນໃຈກາງ ໂດຍຕິດແໜ້ນກັບການພັດທະນາສັງຄົມ, ການອະນຸ ລັກຮັກສາວັດທະນະທໍາອັນດີ ງາມຂອງຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມຕາມທິດຍືນຍົງ; ຂຸດຄົ້ນ ແລະ ນໍາໃຊ້ ກໍາລັງແຮງຂອງທຸກພາກສ່ວນເສດຖະກິດ ເຂົ້າໃນການພັດ ທະນາເສດຖະກິດແຫ່ງຊາດ ຕາມກົນໄກເສດຖະກິດຕະຫຼາດພາຍ ໃຕ້ການຄຸ້ມຄອງດັດສົມຂອງລັດ.
3). ການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດ ທະນາຊົນນະບົດຮອບດ້ານ ຢ່າງແຂງແຮງຕໍ່ເນື່ອງຕາມ 4 ເນື້ອໃນ 4 ຄາດໝາຍ ເປັນມາດ ຕະການຍຸດທະສາດຍາວນານ ແນໃສ່ປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ ໃຫ້ໜັກແໜ້ນ ເຂັ້ມແຂງ, ສຸມໃສ່ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ.
4). ການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຂອງທົ່ວປວງຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກເປັນມູນເຊື້ອ, ເປັນກໍາລັງແຮງຊະນະເລີດ ແລະ ເປັນປັດໄຈພື້ນຖານໃຫ້ແກ່ການສ້າງ ແລະ ຮັກສາສະຖຽນລະພາບທາງການເມືອງ ແລະ ຄວາມສະຫງົບທາງສັງຄົມຢ່າງໜັກ ແໜ້ນ, ຮັບປະກັນໃຫ້ແກ່ການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ ກໍຄືການສ້າງສາພັດທະນາປະເທດຊາດ ໃຫ້ບັນລຸໄດ້ຕາມຈຸດໝາຍທີ່ກໍານົດໄວ້.
5). ເພີ່ມທະວີຄວາມສາມາດນໍາພາ ແລະ ກໍາລັງແຮງຂອງຄະນະພັກແຕ່ລະຂັ້ນ, ເຮັດໃຫ້ຄະນະພັກທຸກຂັ້ນ ມີຄວາມສາມາດໃນການນໍາພາຊີ້ນໍາ ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ, ອອກເປັນແຜນງານ, ໂຄງການລະອຽດຢ່າງຖືກຕ້ອງ ແລະ ທັນການ ທັງສອດຄ່ອງກັບຈຸດພິເສດ ແລະ ທ່າແຮງຂອງແຕ່ລະບ່ອນ.
6). ເຊີດຊູບົດບາດ ແລະ ຄວາມສາມາດນໍາພາຂອງພັກ, ໄປຄຽງຄູ່ກັບການ ຍົກສູງຄວາມເປັນແບບຢ່າງນໍາໜ້າຕໍ່ສູ້ ຂອງຖັນແຖວສະມາຊິກພັກ, ເດັດດ່ຽວ ແກ້ໄຂປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຢູ່ໃນການຈັດຕັ້ງ ຂອງພັກ-ຂອງລັດ ກໍຄືໃນຖັນແຖວສະມາຊິກພັກ-ພະນັກງານ ຢ່າງທັນການ; ຮັບປະກັນໃຫ້ພັກເຮົາ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຢູ່ສະເໝີ.
7). ຢຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດໃກ້ຄຽງ ກໍຄືບັນດາປະເທດໃນປະຊາຄົມອາຊຽນ, ປະເທດເພື່ອນມິດໃນໂລກ ແລະ ອົງການຈັດຕັ້ງສາກົນ, ພິເສດແມ່ນເສີມຂະຫຍາຍສາຍພົວພັນ ອັນເປັນມູນ ເຊື້ອ, ຄວາມສາມັກຄີຖານສະຫາຍຮ່ວມອຸດົມການສັງຄົມນິຍົມ ກັບບັນດາປະເທດເພື່ອນມິດຍຸດທະສາດ.
ບັນດາສະຫາຍ ແລະ ເພື່ອນມິດ ທັງຫຼາຍ,
ໃນຈຸດເວລາທີ່ສໍາຄັນ ແລະ ເຕັມໄປດ້ວຍຄວາມໝາຍປະຫວັດສາດ ອັນເລິກເຊິ່ງນີ້, ພັກ-ລັດ ແລະ ປວງຊົນລາວທັງຊາດ ຍິ່ງມີຄວາມຊາບຊຶ້ງ ໃນວິລະກໍາອັນລໍ້າເລີດ ຂອງປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຂອງພວກເຮົາ ທີ່ໄດ້ບຸກເບີກ ແລະ ນໍາພາຊີ້ນໍາ ພາລະກິດປະຕິວັດ ກໍຄືການສ້າງສາພັດທະນາ ສປປ ລາວ ໄດ້ຮັບຜົນສໍາເລັດ ແລະ ມີໂສມໜ້າປ່ຽນແປງໃໝ່ ຢ່າງເລິກເຊິ່ງ ແລະ ຮອບດ້ານ ຄືໃນຊູ່ມື້ນີ້.
ເນື່ອງໃນໂອກາດວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີນີ້, ພັກ-ລັດ ແລະ ປວງຊົນລາວທັງຊາດ ຂໍສະດຸດີ ແລະ ເຊີດຊູກຽດຕິຄຸນ, ຄຸນງາມຄວາມດີ, ການອຸທິດຕົນເພື່ອປະເທດຊາດ ຂອງປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຊຶ່ງຕະຫຼອດຊີວິດຂອງເພິ່ນ ໄດ້ເສຍສະຫຼະໝົດທຸກສິ່ງຢ່າງ ແລະ ທຸ້ມເທ ໃຫ້ແກ່ພາລະກິດປະຕິວັດ, ເພື່ອອິດສະຫຼະພາບ, ຄວາມເປັນເອກະລາດແຫ່ງຊາດ, ຄວາມມັ່ງຄັ່ງເຂັ້ມແຂງ ຂອງປະເທດຊາດ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ, ປະທານ ໄກສອນ ພົມວິຫານ ຈະຍືນຍົງໃນພາລະກິດປະຕິວັດ ແລະ ຢູ່ໃນດວງໃຈ ຂອງພວກເຮົາ ແລະ ລູກຫຼານລາວຮຸ່ນຄົນຕໍ່ໆໄປ ຕະຫຼອດກາລະນານ.
ບັນດາສະຫາຍ ແລະ ພີ່ ນ້ອງຮ່ວມຊາດ ທີ່ຮັກແພງ !
ເມື່ອຫຼຽວຄືນຫຼັງ ທົບທວນຄືນເສັ້ນທາງແຫ່ງການກໍ່ສ້າງ, ປັບປຸງ ລະບອບໃໝ່ ໃນ 45 ປີ ຜ່ານມາ, ເປັນໄລຍະທາງທີ່ລະອິດລະອ້ຽວ ໃນການກໍ່ຮ່າງສ້າງຕົວ ຂອງປະເທດຊາດເຮົາ ໃນເງື່ອນໄຂປະຫວັດສາດ ທີ່ເຕັມໄປດ້ວຍຂວາກໜາມ ແລະ ສິ່ງທ້າທາຍທົດສອບນາໆປະການຕໍ່ກໍາລັງປະຕິວັດ ຂອງປະເທດໜຶ່ງທີ່ອ່ອນນ້ອຍ, ຈາກບໍ່ທັນມີບົດຮຽນຫຍັງໝົດ ໃນການກໍ່ສ້າງສັງຄົມນິຍົມ, ພື້ນຖານ ເສດຖະກິດ-ສັງຄົມ, ວັດຖຸ-ເຕັກນິກຕໍ່າ, ທັງໄດ້ຮັບຜົນສະທ້ອນຈາກໄພສົງຄາມ ຢ່າງໜັກໜ່ວງ ແລະ ການມ້າງເພທໍາລາຍ ຂອງອິດທິກໍາລັງປໍລະປັກ... ໄດ້ກ້າວຂຶ້ນ ຍາດເອົາຜົນສໍາເລັດ ແລະ ໄຊຊະນະ ໃນການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດເປັນກ້າວໆມາ, ກາຍເປັນຊາດລາວວິລະຊົນ ທີ່ມີທີ່ຕັ້ງ, ຖານະບົດບາດ ໃນວົງຄະນາຍາດສາກົນ ຢ່າງສົມກຽດ.
ຄຽງຄູ່ກັບຄວາມເອກອ້າງທະນົງໃຈ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານນັ້ນ, ພວກເຮົາ ກໍເຫັນແຈ້ງເຖິງຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ທີ່ພວມປະເຊີນໜ້າຢູ່ ຊຶ່ງພວກເຮົາກໍໄດ້ເວົ້າກັນມາຫຼາຍແລ້ວ ນັ້ນເປັນບັນຫາທີ່ເລັ່ງທວງອັນຮີບດ່ວນ ທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາ ຊົນ, ພວກເຮົາຕ້ອງໄດ້ເພີ່ມເຕີມ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດ ແລະ ບົດຮຽນຕ່າງໆ ທີ່ສະສົມໄດ້ໃນໄລຍະຜ່ານມາ ໃຫ້ເຂົ້າສູ່ລວງເລິກກວ່າເກົ່າ, ພ້ອມນັ້ນກໍ່ເພີ່ມທະວີການນໍາພາຊີ້ນໍາທີ່ເປັນເອກະພາບ ແລະ ເປັນເຈົ້າການ, ປະດິດສ້າງ ຂອງຄະນະພັກແຕ່ລະຂັ້ນ ເຂົ້າໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ໃນຕໍ່ໜ້ານີ້, ພວກເຮົາຕ້ອງໄດ້ສຸມໃສ່ທິດທາງໜ້າທີ່ສໍາຄັນດັ່ງນີ້:
ໜຶ່ງ, ສືບຕໍ່ບູລະນະລະ ບອບປະຊາທິປະໄຕປະ ຊາຊົນ ໃຫ້ສົມບູນຍິ່ງຂຶ້ນ. ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ, ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວ ຂອງບັນດາອົງການອໍານາດລັດ ແຕ່ລະຂັ້ນໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ, ມີພາລະບົດບາດຈະແຈ້ງ ແລະ ຮັດກຸມ, ກົງຈັກບໍ່ໃຫຍ່ໂຕ, ກະທັດລັດ, ເປັນລະບົບ ແລະ ກ້າວສູ່ການເຊື່ອມຕໍ່ດ້ວຍອຸປະກອນທີ່ທັນສະໄໝ ຄຽງຄູ່ກັບການເຮັດໃຫ້ ຈໍານວນລັດຖະກອນໜ້ອຍລົງ, ຄຸນນະພາບເພີ່ມຂຶ້ນ, ໃຊ້ຈ່າຍປະຢັດ, ຂັບເຄື່ອນຕາມກົດໝາຍຢ່າງມີປະສິດທິພາບ; ປັບປຸງກົນໄກຄຸ້ມຄອງ ໃຫ້ເປັນລະບົບ ເອກະພາບ ແລະ ເຂັ້ມແຂງ ຄຽງຄູ່ກັບການຮັບປະກັນແບບແຜນ ໃຫ້ປະຊາຊົນໄດ້ຮູ້, ໄດ້ປຶກສາຫາລື ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດບົນຈິດໃຈຮັບປະກັນທາດແທ້ ຂອງ ລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ.
ສອງ, ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງຖານການຜະລິດ ແລະ ບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ; ຕັ້ງໜ້າພັດທະນາຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ ໃຫ້ເປັນຂະແໜງເສດຖະກິດປາຍແຫຼມ; ສົ່ງເສີມພັດທະນາ ວິສາຫະກິດພາຍໃນ ໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ; ດໍາເນີນການປັບປຸງ ແລະ ສ້າງສະພາບຄ່ອງໃຫ້ແກ່ງົບປະມານ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງເງິນຕາ; ສ້າງການຫັນປ່ຽນອັນເປັນພື້ນຖານ ແລະ ແຂງແຮງ ໃນການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ; ພັດທະນາພື້ນຖານໂຄງລ່າງ, ລະບົບສາທາລະນຸປະໂພກ ແລະ ການຈັດສັນອາຊີບຂອງປະຊາຊົນຢູ່ຊົນນະບົດ; ເພີ່ມທະວີການປົກປັກຮັກສາ ແລະ ແກ້ໄຂບັນຫາດ້ານສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ.
ສາມ, ພັດທະນາຊັບພະ ຍາກອນມະນຸດ ຢ່າງແຂງແຮງ, ສ້າງສັງຄົມ ທີ່ປະຊາຊົນເປັນ ເຈົ້າ, ມີປະຊາທິປະໄຕ, ສະ ເໝີ ພາບ ແລະ ຍຸຕິທຳ, ພັດທະ ນາຄົນລາວ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດໃນໄລຍະໃໝ່, ຍົກລະດັບການປະຕິບັດສິດເປັນເຈົ້າອັນແທ້ຈິງຂອງປະຊາຊົນ ຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ລະບົບນິຕິກໍາ, ຮັບປະກັນການບັງຄັບໃຊ້ກົດໝາຍ ຢ່າງຖືກຕ້ອງ ແລະ ເປັນທໍາ; ສະກັດກັ້ນການສວຍໃຊ້ ສິດອໍານາດຈາກເຈົ້າໜ້າທີ່ລັດທຸກຂັ້ນ; ສ້າງ ແລະ ບູລະນະ ນະໂຍບາຍສົ່ງເສີມພິເສດ ໃຫ້ມີການພັດທະນາເທົ່າທຽມກັນ ລະຫວ່າງເຜົ່າ; ເສີມຂະຫຍາຍຄຸນຄ່າວັດທະນະທໍາ ທີ່ເປັນເອກະລັກຂອງຊາດ ແລະ ພັດທະນາຄວາມສີວິໄລດ້ານຈິດໃຈຂອງສັງຄົມຢ່າງບໍ່ຢຸດຢັ້ງ, ສືບຕໍ່ດໍາເນີນການແກ້ໄຂຄວາມທຸກຍາກ ຢ່າງເປັນລະບົບ ຕິດພັນກັບການສ້າງອາຊີບ ແລະ ເພີ່ມທະວີການຝຶກສີມືແຮງງານ ເພື່ອຮັບປະກັນຜົນປະໂຫຍດ ຂອງຜູ້ອອກແຮງງານລາວ.
ສີ່, ຕັ້ງໜ້າປະຕິບັດແນວ ທາງຍຸດທະສາດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ປັບປຸງ, ກໍ່ສ້າງກໍາລັງ ປກສ-ປກຊ ໃຫ້ກະທັດລັດ, ມີຄຸນນະພາບ, ຮັບປະກັນຄວາມເຂັ້ມແຂງດ້ານການຈັດຕັ້ງ, ລະບຽບວິໄນ, ຍົກສູງຄວາມສາມາດໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ບັນຫາອາຊະຍາກໍາຕ່າງໆໃຫ້ທັນການ, ສ້າງຕາໜ່າງປ້ອງກັນຄວາມສະຫງົບ ຢູ່ຂັ້ນຮາກຖານ ແລະ ຂະແໜງການຕ່າງໆໃຫ້ກວ້າງຂວາງ ເພື່ອຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ ແລະ ປອດໄພທາງດ້ານສັງຄົມ, ເຮັດໃຫ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ຫ້າ, ເພີ່ມທະວີວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃຫ້ຕອບສະໜອງການຜັນຂະຫຍາຍແນວທາງຂອງພັກ ໃນການເຕົ້າໂຮມກໍາລັງແຮງສັງລວມ ເພື່ອພັດທະນາເສດຖະກິດ-ສັງຄົມ, ປະຕິບັດບັນດາກົນໄກທາງການເມືອງ-ສັງຄົມ ຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ, ຮັບປະກັນສິດເປັນເຈົ້າປະຊາທິປະໄຕ ແລະ ຍຸຕິທໍາໃນສັງຄົມ. ເພື່ອສືບຕໍ່ພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຕາມຈຸດໝາຍປາຍທາງ ທີ່ໄດ້ກໍານົດໄວ້ນັ້ນ, ບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ນັກຮຽນຮູ້ປັນຍາຊົນ, ຜູ້ຊົງຄຸນວຸດທິ, ນັກທຸລະກິດທຸກຖ້ວນໜ້າ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວປະເທດ ກໍຄືພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຈົ່ງເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ພ້ອມກັນສືບທອດ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດອັນດູດດື່ມ, ເປັນເຈົ້າການເຂົ້າຮ່ວມສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ເປັນຂະບວນຟົດຟື້ນ, ແຂງ ແຮງ ແລະ ຕໍ່ເນື່ອງ.
ຫົກ, ເພີ່ມທະວີການປັບປຸງ ພັກ-ພະນັກງານ ຕາມທິດກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເດັດດ່ຽວແກ້ໄຂຈຸດອ່ອນ-ຄົງຄ້າງພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນໍາພາຕົວຈິງ ທີ່ເຂັ້ມແຂງ ຂອງການຈັດຕັ້ງພັກທຸກຂັ້ນ; ສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບ ວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ; ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ ໂດຍສຸມໃສ່ສ້າງ ແລະ ປະຕິບັດ ແຜນກໍານົດພະນັກງານ ຢ່າງເປັນລະບົບ, ປັບປຸງລະບອບເລືອກເຟັ້ນ ແລະ ສັບຊ້ອນພະນັກງານ ໃຫ້ຖືກຕ້ອງ, ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່; ພ້ອມກັນນັ້ນ, ກໍປັບປຸງລະບອບນະໂຍບາຍ ແລະ ສະຫວັດດີການ ຕໍ່ພະນັກງານ ຢ່າງຕັ້ງໜ້າ ແລະ ສົມເຫດສົມຜົນ ໄປຄຽງຄູ່ກັບການປະຕິບັດລະບອບຄຸ້ມຄອງ, ຕິດຕາມ, ກວດກາ ແລະ ບັນດາມາດຕະການທາງວິໄນ ຕໍ່ພະນັກງານ ຢ່າງເຂັ້ມງວດ.
ເຈັດ, ທົ່ວພັກ, ທົ່ວປວງຊົນເຮົາ ຕ້ອງຕັ້ງໜ້າຮໍ່າຮຽນເອົາແບບຢ່າງອັນດີງາມ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງ ປະທານ ໄກສອນ ແລະ ຕື່ນຕົວປະຕິບັດຢ່າງເປັນເຈົ້າການ, ນັ້ນແມ່ນການຢຶດໝັ້ນອຸດົມການ ແລະ ຈຸດໝາຍສັງຄົມນິຍົມ, ມານະຈິດປະຕິວັດອັນເດັດດ່ຽວໜຽວແໜ້ນ ແລະ ສຸດກົກສຸດປາຍ, ມີທັດສະນະຫຼັກໝັ້ນຊົນຊັ້ນອັນແໜ້ນແກ່ນ; ນໍ້າໃຈຮັກຊາດອັນດູດດື່ມ, ສະຕິເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການເສຍສະຫຼະ ແລະ ການອຸທິດຕົນຢ່າງບໍ່ມີຂອບເຂດ ເພື່ອຊາດ, ເພື່ອປະຊາຊົນ; ຄວາມສະດຸ້ງໄວ ຕໍ່ສະພາບການ, ກ້າຫານ, ປະດິດສ້າງ ໃນການໝູນໃຊ້ທິດສະດີ ແລະ ບົດຮຽນດີເດັ່ນຂອງໂລກ ເຂົ້າໃນເງື່ອນໄຂຕົວຈິງ ຂອງປະເທດຊາດ, ເປັນເຈົ້າຕົນເອງ ໃນການກໍານົດ ແລະ ປັບປຸງບູລະນະແນວທາງອັນຖືກຕ້ອງ, ສອດຄ່ອງ ແລະ ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການນໍາພາຊີ້ນໍາ ຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ; ຢຶດໝັ້ນຫຼັກການນໍາພາຂອງພັກ, ເພີ່ມທະວີຄວາມເປັນເອກະພາບພາຍໃນພັກ, ຕ້ານທັດສະນະຫຼາຍເຄົ້າ, ການແບ່ງແຍກພາຍໃນພັກ, ພະຍາດອາດຍາສິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ມີທັດສະນະມະຫາຊົນອັນກວ້າງຂວາງ, ການພົວພັນ ສະໜິດແໜ້ນ, ໃກ້ຊິດຕິດແທດກັບພະນັກງານ, ນັກຮົບ ແລະ ປະຊາຊົນ, ເປັນຫ່ວງ ເປັນໄຍນໍາຜົນປະໂຫຍດ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ; ມີຄວາມດຸໝັ່ນ, ມີລະບຽບວິໄນ ແລະ ມີນໍ້າໃຈຮັບຜິດຊອບອັນສູງສົ່ງ, ປະຢັດສັດຊື່ ແລະ ບໍລິສຸດຜຸດຜ່ອງ.
ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນນຳພາວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດ ຂອງ ປະທານ ໄກສອນ ພົມ ວິຫານ ໄດ້ເປັນແວ່ນແຍງອັນໃສແຈ້ງ ໃຫ້ແກ່ພະນັກງານ, ສະມາຊິກ, ນັກຮົບ ແລະ ປະ ຊາຊົນ ລາວບັນດາເຜົ່າທຸກໆຄົນ; ພວກເຮົາຈົ່ງຮໍ່າຮຽນເອົາ ແລະ ນໍາໄປປະຕິບັດ, ຖືອັນນັ້ນເປັນມາດຖານວັດແທກດ້ານຄຸນສົມບັດ, ທັດສະນະທ່າທີ່ ຂອງພະນັກງານເຮົາ, ທັງເປັນການເພີ່ມພູນຄູນສ້າງ ມູນເຊື້ອອັນຈົບງາມຂອງບັນພະບູລຸດ ກໍຄືຂອງ ປະທານ ໄກສອນ ພົມ ວິຫານ ຜູ້ນໍາປະຕິວັດທີ່ແສນເຄົາລົບຮັກຂອງປວງຊົນລາວ, ວິລະບູລຸດ ຂອງຊາດລາວຍຸກໃໝ່.
ແປດ, ເພີ່ມທະວີຄວາມເປັນເຈົ້າການ ປະຕິບັດການພົວພັນກັບຕ່າງປະເທດ, ສ້າງເງື່ອນໄຂສະດວກ ແລະ ນໍາຜົນປະໂຫຍດຕົວຈິງ ໃຫ້ແກ່ການພັດທະນາປະເທດຊາດ; ຕັ້ງໜ້າຂຸດຄົ້ນ ແລະ ເສີມຂະຫຍາຍກໍາລັງແຮງສັງລວມ ທັງພາຍໃນ ແລະ ພາຍນອກ, ເປັນເຈົ້າການປະຕິບັດວຽກງານການຕ່າງປະເທດ ໃຫ້ເຂົ້າສູ່ລວງເລິກ, ເພີ່ມທະວີຄວາມເປັນເຈົ້າການປະຕິບັດການພົວພັນກັບຕ່າງປະເທດ ເພື່ອສ້າງເງື່ອນໄຂສະດວກ ແລະ ນໍາຜົນປະໂຫຍດຕົວຈິງ ໃຫ້ແກ່ການພັດທະນາປະເທດຊາດ ແລະ ປະກອບສ່ວນຢ່າງສົມກຽດ ຂອງ ສປປ ລາວ ເຂົ້າໃນພາລະກິດລວມຂອງສາກົນ, ເພື່ອເສີມສ້າງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະ ນາຢູ່ໃນໂລກ.
ບັນດາສະຫາຍ, ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!
ເນື່ອງໃນ ໂອກາດວັນບຸນໃຫຍ່ປະຫວັດສາດ ອັນສໍາຄັນຂອງພັກ, ຂອງຊາດ ນີ້, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອະດີດການ ນໍາ, ພະນັກງານ ນັກຮົບປະ ຕິວັດ, ອາວຸໂສບໍານານ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພີ່ນ້ອງຮ່ວມຊາດທຸກເຜົ່າ, ທຸກຊັ້ນຄົນ, ເພດໄວ ໃນທົ່ວປະເທດ ທີ່ໄດ້ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສາມັກຄີເປັນອັນໜຶ່ງອັນດຽວກັນ ຢູ່ອ້ອມຂ້າງພັກ ແລະ ລັດ, ຜ່ານຜ່າຄວາມຫຍຸ້ງຍາກລໍາບາກ, ອຸທິດສະຕິປັນຍາ, ກໍາລັງວັງຊາ ເພື່ອຜົນປະ ໂຫຍດ ແລະ ໄຊຊະນະຂອງການປະຕິວັດ ແລະ ຂອງປະເທດຊາດ ອັນແສນຮັກ ຂອງພວກເຮົາ ໃນຕະຫຼອດໄລຍະທີ່ຜ່ານມາ.
ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ພັກ, ລັດ ແລະ ປະຊາຊົນ ບັນດາປະເທດອ້າຍນ້ອງ, ເພື່ອນມິດຕ່າງປະເທດ ຜູ້ຢູ່ໃກ້ ແລະ ໄກໃນທົ່ວໂລກ ກໍຄື ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕະຫຼອດມາ; ຂໍອວຍພອນໃຫ້ບັນດາເພື່ອນມິດຕ່າງປະເທດ ທີ່ພວມອາໄສ ແລະ ເຄື່ອນໄຫວປະຕິບັດໜ້າທີ່ ຢູ່ ສປປ ລາວ ຈົ່ງມີພະລານາໄມສົມບູນ ແຂງແຮງ, ມີຄວາມຜາສຸກໃນຊີວິດ ແລະ ປະສົບຜົນສໍາເລັດໃນວຽກງານຂອງຕົນ.
ພວກເຮົາ ຫວັງຢ່າງຍິ່ງວ່າ ບັນດາປະເທດອ້າຍນ້ອງ, ເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ຮ່ວມມືກັບ ສປປ ລາວ ເພື່ອພັດທະນາ ແລະ ກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ ຄືກັບ ນາໆປະເທດ.
ບັນດາສະຫາຍ, ເພື່ອນມິດ, ພີ່ນ້ອງຮ່ວມຊາດ ທີ່ຮັກ ແພງທັງຫຼາຍ!
ໄລຍະ 45 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ, ເປັນໄລຍະທາງທີ່ສະຫງ່າລາສີໃນປະຫວັດສາດແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງຊາດລາວ, ດ້ວຍມູນເຊື້ອອັນປະເສີດ ແລະ ຜົນງານທີ່ຍາດມາໄດ້ ຈະເປັນກໍາລັງແຮງອັນມະຫາສານ ເຮັດໃຫ້ເສັ້ນທາງກ້າວເດີນ ຂອງປະເທດຊາດເຮົາ ສືບຕໍ່ດໍາເນີນໄປດ້ວຍຄວາມໜັກແໜ້ນ, ພວກເຮົາຈົ່ງພ້ອມກັນສ້າງ ການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃຫ້ແກ່ພາລະກິດປະຕິວັດຂອງພັກເຮົາ, ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນລາວ ບັນດາເຜົ່າ, ເຮັດໃຫ້ຈຸດໝາຍ ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ປະກົດຜົນເປັນຈິງ.
- ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ!
- ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ!
- ນໍ້າໃຈ ວັນຊາດທີ 2 ທັນວາ, ໝັ້ນຍືນ!
- ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ ຍືນຍົງໃນພາລະກິດປະຕິວັດ ແລະ ຢູ່ໃນດວງໃຈ ຂອງປະ ຊາຊົນລາວ ຕະຫຼອດໄປ!
(ຂໍຂອບໃຈ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
23/09/2020 09:29:31
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com