Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ອົງການ ສປຊ ໄດ້ຈັດກອງ ປະຊຸມສະໄໝພິເສດ ຂອງສະ ມັດຊາໃຫຍ່ ສປຊ ຄັ້ງທີ 31 ແບບທາງໄກຂຶ້ນໃນລະຫວ່າງວັນທີ 3-4 ທັນວາ 2020 ທີ່ ນິວຢອກ ປະເທດອາເມຣິກາ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂການລະບາດຂອງເຊື້ອພະຍາດ COVID-19. ຍ້ອນວ່າປັດຈຸບັນ, ການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫຼື COVID-19 ສືບຕໍ່ເປັນໄພຄຸກຄາມຕໍ່ສຸຂະພາບຊີວິດຂອງປະຊາຊົນຫຼາຍລ້ານຄົນໃນທົ່ວໂລກ, ຈໍານວນຜູ້ຕິດເຊື້ອແມ່ນນັບມື້ນັບເພີ່ມຂຶ້ນ ແລະ ບໍ່ມີທ່າທີຈະຫຼຸດລົງ.
ໃນກອງປະຊຸມດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວຄໍາປາໄສຜ່ານທາງວີດີໂອ ໃນວັນທີ 3 ທັນວາ 2020, ໂດຍມີເນື້ອໃນສໍາຄັນໃນການຢໍ້າຄືນເຖິງຜົນກະທົບອັນໃຫຍ່ຫຼວງຂອງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ທີ່ຍັງສືບຕໍ່ເປັນໄພຄຸກຄາມທັງໄລຍະສັ້ນ ແລະ ໄລຍະຍາວ ຕໍ່ຊີວິດການເປັນຢູ່ກໍຄືການພັດທະນາເສດຖະກິດ-ສັງຄົມຢູ່ບັນດາປະເທດຕ່າງໆໃນໂລກ. ສຳລັບ ສປປ ລາວ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນກົນໄກ ແລະ ມາດຕະການເຄັ່ງຄັດ ທີ່ລັດຖະບານວາງອອກໃນການຮັບມືກັບການແຜ່ລະບາດຂອງພະຍາດ COVID-19 ອັນເຮັດໃຫ້ມີຜົນສຳເລັດໃນລະດັບໜຶ່ງ ທີ່ມີຜູ້ຕິດເຊື້້ອໃນລະດັບທີ່ສາມາດຮັບມືໄດ້ ແລະ ບໍ່ທັນມີຜູ້ເສຍຊີວິດ. ນອກຈາກນັ້ນ, ທ່ານຍັງໄດ້ກ່າວເຖິງມາດຕະການຜ່ອນຜັນເທື່ອລະກ້າວ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ຊຶ່ງທ່ານເຫັນວ່າອັດຕາການຂະ ຫຍາຍຕົວດ້ານເສດຖະກິດໃນປີ 2020 ຈະຫຼຸດລົງຈາກຜົນກະທົບດັ່ງກ່າວ. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໃນການພັດທະນາ ແລະ ແຈກຢາຍວັກຊິນໃຫ້ທົ່ວເຖິງ ແລະ ໃນລາຄາທີ່ສາມາດຊື້ໄດ້ເພື່ອຕ້ານພະຍາດດັ່ງກ່າວ ແລະ ຮຽກຮ້ອງໃຫ້ວົງຄະນາຍາດສາກົນຊ່ວຍສົ່ງເສີມໂຄງການ “ວັກຊິນຫຼາຍຝ່າຍ” ຫຼື COVAX ເພື່ອຮັບປະກັນໃຫ້ວັກຊິນ COVID-19 ກາຍເປັນສິນຄ້າສາທາລະນະຂອງທຸກປະເທດໃນໂລກ.
ໃນຕອນທ້າຍ ທ່ານນາຍົກ ລັດຖະມົນຕີ ໄດ້ຖືໂອກາດນີ້ ຊົມເຊີຍ ແລະ ຂອບໃຈ ຕໍ່ການຮ່ວມມື ແລະ ຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຜ່ານຜ່າອຸປະສັກໃນຄັ້ງນີ້ ແລະ ເພື່ອຟື້ນຟູເສດຖະກິດ-ສັງຄົມ ໃຫ້ກັບຄືນມາດີກວ່າເກົ່າ.
(ຂ່າວ: ກະຊວງຕ່າງປະເທດ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
23/09/2020 09:29:31
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com