Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 3 ທັນວານີ້ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ປ້ານ ນ້ອຍມະນີ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ມີຜູ້ແທນສົມບູນ 400 ສະຫາຍ ຍິງ 71 ສະຫາຍ ໃນນັ້ນ ຈາກສະຫະພັນກຳມະບານກະຊວງ-ອົງການ 101 ສະຫາຍ ຍິງ 11 ສະຫາຍ, ຈາກສະຫະພັນກຳມະບານນະຄອນຫຼວງວຽງຈັນ,ແຂວງທົ່ວປະເທດ 292 ສະຫາຍ ຍິງ 56 ສະຫາຍ ແລະ ຈາກສູນກາງສະຫະພັນກຳມະ ບານລາວ 7 ສະຫາຍ ຍິງ 4 ສະຫາຍ ເຂົ້າຮ່ວມ.
ສະຫາຍ ປ້ານ ນ້ອຍມະນີ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ໄດ້ສະ ເໜີບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນກຳ ມະບານລາວທົ່ວປະເທດຄັ້ງທີ VIII ພາຍໃຕ້ຄຳຂວັນ: “ກໍາມະບານລາວເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ແລະ ນໍ້າໃຈສາກົນກຳມະຊີບ” ປະກອບມີສອງພາກຄື: ພາກທີ I ຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ VII (2015-2020), ພາກທີ II ທິດທາງແຜນການຂອງສະ ຫະພັນກຳມະບານລາວ ໃນ 5 ປີຕໍ່ໜ້າ (2021-2025) ໂດຍໄດ້ຍົກໃຫ້ເຫັນວ່າ: ໃນໄລຍະຜ່ານມາສະຫະພັນກໍາມະບານແຕ່ລະຂັ້ນໄດ້ເອົາໃຈ ໃສ່ສະເໜີ ແລະ ຕິດຕາມການປະຕິບັດນະໂຍບາຍຕໍ່ພະນັກງານ, ສະມາຊິກກໍາມະບານຕາມແນວ ທາງຂອງພັກ ແລະ ນະໂຍບາຍຂອງລັດ, ກົດໝາຍວ່າດ້ວຍກໍາມະບານລາວ ແລະ ກົດລະບຽບຂອງສະຫະພັນກໍາມະບານລາວວາງອອກເປັນຕົ້ນ ການເລື່ອນຕໍາແໜ່ງບໍລິຫານ, ເລື່ອນຊັ້ນ-ຂັ້ນເງິນເດືອນ, ການບັນຈຸສັບຊ້ອນຕໍາແໜ່ງງານຂອງພະ ນັກງານ-ລັດຖະກອນ ແລະ ສະມາຊິກກໍາມະບານ, ປະຕິ ບັດນະໂຍບາຍຍ້ອງຍໍປະເພດຕ່າງໆໃຫ້ສະຫະພັນກໍາມະບານຂັ້ນຕ່າງໆ ແລະ ສະມາຊິກກໍາມະບານດີເດັ່ນໃນການເຄື່ອນ ໄຫວວຽກງານກໍາມະບານໃນໄລຍະຜ່ານມາ. ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ອອກແຮງງານສະຫະພັນກໍາມະບານແຕ່ລະຂັ້ນໄດ້ຕັ້ງຫໜ້າເຄື່ອນໄຫວວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃນລະ ບົບ ແລະ ນອກລະບົບ; ອັນພົ້ນເດັ່ນກວ່າໝູ່ແມ່ນໄດ້ເປັນເຈົ້າການຄົ້ນຄວ້າສະເໜີປັບປຸງຄ່າແຮງງານຂັ້ນຕໍ່າຂອງກໍາມະ ກອນຈາກ 900.000 ກີບ ຂຶ້ນເປັນ 1.100.000 ກີບ, ຕິດຕາມ ແລະ ຊຸກຍູ້ການປະຕິບັດ, ການສ້າງສັນຍາແຮງງານບຸກຄົນ ແລະ ລວມໝູ່, ເຂົ້າຮ່ວມປຶກ ສາຫາລື ແກ້ໄຂຂໍ້ຂັດແຍ່ງແຮງງານ, ທວງຄ່າແຮງງານໃຫ້ກໍາມະກອນ, ເປີດນໍາໃຊ້ບໍລິການເບີໂທລະສັບສາຍດ່ວນ 1512, ເຄື່ອນໄຫວໂຄສະນາເຄື່ອນທີ່ແບບຊຸມຊົນ, ຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ, ການເຄື່ອນຍ້າຍແຮງງານ, ໂຄສະ ນາປູກຈິດສໍານຶກຕ້ານການຄ້າມະນຸດ, ສົ່ງເສີມການປົກປ້ອງທາງສັງຄົມ ໃຫ້ແກ່ແຮງງານອກລະບົບ, ປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກນ້ອຍ, ສ້າງສູນໃຫ້ຄໍາປຶກ ສາແກ່ແຮງງານເຄື່ອນຍ້າຍ ທີ່ມາຈາກຕ່າງປະເທດ, ເປັນເຈົ້າການຊຸກຍູ້ຈັດຕັ້ງກຸ່ມການຜະ ລິດແຮງງານນອກລະບົບ, ລົງ ເຄື່ອນໄຫວຢ້ຽມຢາມ, ເກັບກໍາຂໍ້ມູນສະພາບຂອງກໍາມະກອນ ເພື່ອນໍາສະເໜີເຖິງລັດຖະບານ ແລະ ເຂົ້າຮ່ວມກັບຄະນະກໍາມະການສາມຝ່າຍຄົ້ນຄວ້ານະໂຍບາຍຊ່ວຍເຫຼືອແຮງງານທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງ ພະຍາດໂຄວິດ-19 ຢູ່ຫົວໜ່ວຍແຮງງານ, ດ້ວຍຜົນງານການເຄື່ອນໄຫວວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຜູ້ອອກແຮງງານໃນ 5 ປີ ຜ່ານມາສາມາດຕີລາຄາໄດ້ວ່າ: ສະຫະພັນກໍາມະບານ ແຕ່ລະຂັ້ນ ໄດ້ເອົາ ໃຈໃສ່ເຄື່ອນໄຫວວຽກງານຂອງຕົນຕາມພາລະບົດບາດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ່ຜ່ານມາ ວາງໄວ້, ສ້າງຄວາມເຊື່ອໝັ້ນ ແລະ ຍົກສູງບົດບາດຂອງສະ ຫະພັນກໍາມະບານລາວ ໃນສັງຄົມ ແລະ ເວທີສາກົນ ຢ່າງ ຕໍ່ເນື່ອງ, ປັດຈຸບັນສະຫະພັນກຳມະບານລາວ ມີ 39 ສະ ຫະພັນກຳມະບານ ກະຊວງ ແລະ ອົງການ, ມີ 18 ສະຫະ ພັນກຳມະບານແຂວງ ແລະ ນະຄອນຫຼວງວຽງຈັນ, ມີ 3 ສະ ຫະພັນກຳມະບານນະຄອນ, ມີ 145 ສະຫະພັນກຳມະບານເມືອງ ແລະ ມີກຳມະບານຮາກຖານ 5.259 ຮາກຖານ ທຽບ ໃສ່ປີ 2015 ເພີ່ມຂຶ້ນ 1.462 ຮາກຖານ ເທົ່າກັບ 38,5% ໃນນັ້ນຂະຫຍາຍການຈັດຕັ້ງກຳ ມະບານຮາກຖານຢູ່ຫົວໜ່ວຍແຮງງານຈຳນວນ 491 ຮາກຖານ ທົ່ວປະເທດມີສະມາຊິກກຳມະບານທັງໝົດ 227.718 ສະຫາຍ ຍິງ 103.696 ສະ ຫາຍ ທຽບໃສ່ປີ 2015 ເພີ່ມຂຶ້ນ 43.404 ສະຫາຍ ເທົ່າກັບ 23,5% ແລະ ມີພະນັກ ງານກຳ ມະບານອາຊິບ 1.536 ສະຫາຍ ຍິງ 674 ສະຫາຍ.
ກອງປະຊຸມຈະໄດ້ດຳເນີນ ເປັນເວລາ 2 ວັນ ຈຶ່ງຈະສຳ ເລັດ ຊຶ່ງຍັງຈະໄດ້ສະເໜີແຜນຍຸດທະສາດພັດທະນາກຳມະ ບານລາວ (2021-2025), ລາຍງານການປັບປຸງ, ດັດແປງກົດລະບຽບຂອງສະຫະພັນກຳ ມະບານລາວ ສະໄໝທີ VIII ແລະ ປັບປຸງເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ. ການປະກອບຄຳຄິດຄຳເຫັນຫຼາຍຫົວຂໍ້ກ່ຽວກັບວຽກງານກຳມະບານ, ບ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳມະບານລາວຊຸດໃໝ່ ແລະ ຮັບຟັງການໂອ້ລົມຂອງຂັ້ນເທິງຕື່ມອີກ.
(ຂ່າວ: ສຳນານ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
23/09/2020 09:29:31
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com