Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ແສງຈັນ
ພັກປະຊາຊົນ ປະຕິວັດລາວ ຖືວຽກງານພັດທະນາຊັບ ພະຍາກອນມະນຸດເປັນວຽກງານສໍາຄັນ ແລະ ເປັນບຸລິມະ ສິດເປັນປັດໄຈຫຼັກຕັດສິນການຄົງຕົວ ແລະ ການຂະຫຍາຍ ຕົວຂອງປະເທດຊາດ.
ສະຫາຍ ສຸກສະຫວັນ ໄຊສົມບັດ ຜູ້ອໍານວຍການວິ ທະຍາໄລ ໄຊສົມບັດ ເຕັກໂນໂລ ຊີ ໄດ້ລາຍງານວ່າ: ຕະຫຼອດໄລ ຍະເວລາທີ່ຜ່ານມາ ພັກ-ລັດ ຖະບານ ໄດ້ເອົາໃຈໃສ່ເປັນພິ ເສດຕໍ່ການພັດທະນາຊັບພະ ຍາກອນມະນຸດແຫ່ງຊາດ ເພື່ອເຮັດໃຫ້ວຽກງານເຕີບໃຫຍ່ຂະ ຫຍາຍຕົວ ແລະ ເຂັ້ມແຂງເປັນກ້າວໆຄືດັ່ງວິທະຍາໄລ ໄຊສົມ ບັດເຕັກໂນໂລຊີກໍແມ່ນໜຶ່ງວິ ທະຍາໄລທີ່ໄດ້ສ້າງສີມືແຮງງານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມພາຍໃນແຂວງໄດ້ເປັນຢ່າງດີ ໂດຍສະເພາະໄດ້ສຸມໃສ່ການສ້າງ ແລະ ພັດທະນາສີມືແຮງ ງານໃຫ້ມີຄວາມຮູ້ຄວາມສາ ມາດຊໍານານງານ ມີລະບຽບວິ ໄນ ແລະ ມີວຽກເຮັດງານທໍາ ຕອບສະໜອງຄວາມຕ້ອງ ການຂອງຕະຫຼາດແຮງງານ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ, ປະ ກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງ ແຂວງ ໃນແຕ່ລະໄລຍະ; ວິທະ ຍາໄລ ໄຊສົມບັດ ເຕັກໂນໂລຊີ, ເປັນສະຖາບັນການສຶກສາພາກ ເອກະຊົນແຫ່ງດຽວໃນແຂວງ ສະຫວັນນະເຂດ, ມີພະນັກ ງານ, ຄູ-ອາຈານທັງໝົດ 82 ສະຫາຍ ຍິງ 38 ສະຫາຍ, ວຸດທິການສຶກສາປະລິນຍາເອກ 4 ສະຫາຍ,ໂທ 10 ສະຫາຍ, ຕີ 40 ສະຫາຍ, ຊັ້ນສູງ 22 ສະຫາຍ, ຊັ້ນກາງ 7 ສະຫາຍກໍາລັງຄົ້ນ ຄວ້າສຶກສາປະລິນຍາຕີ 2 ສະ ຫາຍ, ປະລິນຍາໂທ 1 ສະຫາຍ ໂດຍເຫັນໄດ້ຄວາມສໍາຄັນຂອງການພັດທະນາຊັບພະຍາກອນມະນຸດ ຕິດພັນກັບວິຊາຊີບສີມື ແຮງງານ ເພື່ອພັດທະນາເສດ ຖະກິດ-ສັງຄົມຂອງແຂວງຕອບ ສະໜອງແກ່ການສ້າງສາພັດ ທະນາປະເທດຊາດ, ແກ້ໄຂຄວາມທຸກຍາກໃຫ້ຜູ້ຮຽນຈົບສາຍສາມັນສຶກສາໄດ້ເຂົ້າຮຽນວິຊາຊີບສ້າງວຽກເຮັດງານທໍາຫຼາຍຂຶ້ນ. ປັດຈຸບັນ, ວິທະຍາໄລ ມີອາຄານຮຽນ, ຫໍພັກຄູ- ອາ ຈານ, ຫ້ອງພັກນັກສຶກສາ, ມີສະໂມສອນ, ມີຫ້ອງປະຕິບັດຕົວຈິງຂອງແຕ່ລະສາຂາວິຊາຮຽນ, ມີຫ້ອງສະໝຸດ ຊຶ່ງລວມມູນຄ່າໃນການກໍ່ສ້າງທັງໝົດ 75 ຕື້ກີບ; ການຈັດຕັ້ງການຮຽນ -ການສອນແມ່ນໄປຕາມຫຼັກ ສູດຄື: ຮຽນພາກທິດສະດີ ຄຽງຄູ່ ກັບພາກການປະຕິບັດຕົວຈິງ ແລະ ມີສື່ການຮຽນ-ການສອນຢ່າງຄົບຖ້ວນຕາມຫຼັກສູດທີ່ໄດ້ກໍານົດໄວ້ ເປັນຕົ້ນຫ້ອງທົດລອງ ພ້ອມດ້ວຍອຸປະກອນທົດ ລອງ. ຄຽງຄູ່ກັນນັ້ນຍັງໄດ້ເອົາໃຈໃສ່ພັດທະນາບັນດາພະນັກງານ, ຄູ-ອາຈານໃຫ້ມີຄວາມຮູ້ສູງຂຶ້ນ ຊຶ່ງສະແດງອອກໄດ້ສົ່ງໄປຮຽນ ຕໍ່ທັງພາຍໃນ ແລະ ຕ່າງປະເທດ ຄື: ການອົບຮົມຄູ ເພື່ອເປັນຄູ ຝຶກ ພັດທະນາສີມືແຮງງານ, ຝຶກ ອົບ ຮົມວຽກງານໄຟຟ້າເອເລັກໂຕຣນິກ, ການບໍລິຫານໂຮງແຮມ, ການຂຽນໂປຣແກຣມຄອມພິວ ເຕີຫຸ່ນຍົນ ແລະ ອື່ນໆ. ສະນັ້ນຈຶ່ງເຫັນໄດ້ວ່າ ຜ່ານການຈັດຫຼັກ ສູດການຮຽນ-ການສອນປະ ກອບດ້ວຍ 4 ຄະນະພາກວິຊາ ຄື: ຄະນະພາກວິຊາອຸດສາຫະ ກໍາ, ຄະນະພາກວິຊາວິທະຍາ ສາດຄອມພິວເຕີ-ໄອທີ, ຄະນະ ພາກວິຊາບໍລິຫານທຸລະກິດ, ຄະນະພາກວິຊາພາສາຕ່າງປະ ເທດ ຊຶ່ງປະກອບມີ 10 ສາຂາວິຊາຮຽນ ແລະ ໄດ້ສ້າງຊັບພະ ຍາກອນມະນຸດຮັບໃຊ້ສັງຄົມຄື: ສາຂາໄຟຟ້າເຕັກນິກຮຽນຈົບ 309 ຄົນ ມີວຽກເຮັດງານທໍາ 52% ສ້າງທຸລະກິດສ່ວນຕົວໄດ້ 3%, ສາຂາກໍ່ສ້າງເຄຫາສະ ຖານ 51 ຄົນ ໄດ້ວຽກເຮັດງານທໍາ 100%, ສາຂາເຕັກໂນໂລຊີຫຸ່ນຍົນ 111 ຄົນ ໄດ້ວຽກເຮັດງານທໍາ 56%, ສ້າງອູ່ສ້ອມແປງດ້ວຍທຶນຕົນເອງ 19%, ສາຂາເຕັກໂນໂລຊີການຜະລິດ ແລະ ສ້ອມແປງລົດຈັກ 69 ຄົນ ມີວຽກເຮັດງານທໍາ 100%, ສາຂາບໍລິ ຫານທຸລະກິດຈັດການ 651 ຄົນ ມີວຽກເຮັດງານທໍາ 46% ທຸລະກິດຕົນເອງ 23% ສາຂາເຕັກໂນໂລຊີຂໍ້ມູນຂ່າວສານໄອທີ 660 ຄົນ ໄດ້ວຽກເຮັດງານທໍາ 45%, ບັນຊີການເງິນ 246 ຄົນ ໄດ້ວຽກເຮັດງານທໍາ 60% ທຸລະກິດຕົນເອງ 24%, ສາຂາວິຊາພາສາອັງກິດ 25 ຄົນ ມີວຽກເຮັດ ງານທໍາ 100%.
ໄດ້ຈັດຝຶກອົບຮົມ 9 ສາ ຂາວິຊາຊີບໄດ້ແກ່: ຊ່າງສ້ອມ ແປງລົດຈັກ, ຊ່າງສ້ອມແປງກົນຈັກຂະໜາດນ້ອຍ, ຕິດຕັ້ງໄຟຟ້າ ແລະ ອາຄານ, ຊ່າງກໍ່ ສ້າງ, ຊ່າງໄມ້, ຕັດຫຍິບ, ປຸງແຕ່ງອາຫານ, ເລຂານຸການ ແລະ ບັນຊີ ເປັນຕົ້ນໃຫ້ແກ່ຜູ້ ດ້ອຍໂອກາດພາຍໃນ 14 ຕົວເມືອງ 1 ນະຄອນໄກສອນ. ນອກ ຈາກນັ້ນ, ຄູ ແລະ ນັກສຶກສາ ແຕ່ລະຮຸ່ນຍັງໄດ້ປະດິດສ້າງເຄື່ອງຈັກຂະໜາດນ້ອຍຮັບໃຊ້ ການຜະລິດໃຫ້ໄດ້ຫຼາຍຊະ ນິດ ສາມາດສ້າງໂຮງງານທີ່ເດັ່ນສະ ແດງອອກຄື: ປະກອບວົງຈອນຕິດຕັ້ງໄຟຟ້າໃນອາຄານ, ຄວບຄຸມປໍ້ານໍ້າດ້ວຍສະວິກລູກລອຍ, ຕິດຕັ້ງໄຟຟ້າຄວບຄຸມດ້ວຍລະ ບົບລີໂມດ, ການຄວບຄຸມ ດ້ວຍ ມໍເຕີແບບຈ໊ອກກິ້ງ, ການຕໍ່ມໍເຕີແບບ 3 ແຈ ແລະ ອື່ນໆ, ໂຮງ ງານຈໍາລອງລະບົບສົ່ງກໍາລັງ ລົດຍົນ, ໂຮງງານການເຮັດວຽກ ຂອງເຄື່ອງຈັກກາຊວນ 4 ສູບ, ເຄື່ອງອັດເມັດຫົວອາຫານ, ເຄື່ອງບົດ, ເຄື່ອງຍ່ອຍສະຫຼາຍຊິ້ນໄມ້ເຮັດຝຸ່ນ, ເຄື່ອງຕັດຫຍ້າແບບບັງຄັບ, ເຄື່ອງຄົ້ນຂະຫຍາຍຝ້າຍມັດມີ່, ເຄື່ອງບົດຢວກກ້ວຍ ເພື່ອເຮັດອາຫານລ້ຽງສັດ, ເຄື່ອງຈໍາລອງຕິດຕັ້ງກ້ອງວົງຈອນປິດ, ສ້າງແບບເຮືອນຈໍາລອງຈໍານວນ 8 ຊຸດ. ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການໃນສັງຄົມກໍ ຄືຕະຫຼາດແຮງງານແລ້ວຍັງມີສິ່ງທ້າທາຍເຊັ່ນ: ທັດສະນະຄະ ຕິຂອງນັກຮຽນນັກສຶກສາຍັງບໍ່ບັນລຸໄດ້ສະແດງອອກຢູ່ບ່ອນວ່າ: ເມື່ອຮຽນຈົບແລ້ວຍັງຢາກເຮັດວຽກນໍາພັກ-ລັດ, ແນວຄິດກຸ້ມຕົນເອງ ເພິ່ງຕົນເອງ ສ້າງໃຫ້ເປັນຜູ້ປະກອບການແມ່ນມີໜ້ອຍ, ການຕິດຕາມນັກສຶກ ສາທີ່ຮຽນຈົບແລ້ວຍັງບໍ່ທັນທົ່ວເຖິງ, ໂອກາດເຂົ້າເຖິງ ການສຶກ ສາຂອງເດັກ ແລະ ຊາວໜຸ່ມເຂດ ຫ່າງໄກສອກຫຼີກຊົນເຜົ່າຍັງມີໜ້ອຍ.
ທິດທາງໃນຕໍ່ໜ້າ, ຈະກໍ່ສ້າງ ອາຄານຮຽນຝຶກຕົວຈິງຢູ່ວິທະຍາເຂດໜອງຜື ນະຄອນ ໄກສອນ ພົມວິຫານ, ສ້າງ ແລະ ປັບປຸງຫຼັກ ສູດການຮຽນ-ການສອນໃຫ້ນັບ ມື້ນັບດີຂຶ້ນ, ສືບຕໍ່ຕິດຕາມນັກ ສຶກສາທີ່ຮຽນຈົບແລ້ວ, ສືບຕໍ່ລົງໂຄສະນາເຜີຍແຜ່ຄວາມສໍາຄັນຂອງວຽກງານການສຶກສາໃຫ້ກັບປະຊາຊົນຜູ້ປົກຄອງເດັກ. ສະເໜີໃຫ້ການນໍາຂອງແຂວງປັບປຸງເສັ້ນທາງ, ດຶງຕາຂ່າຍໄຟຟ້າ, ນໍ້າປະປາໄປຮອດ ບ້ານໜອງຜື ເພາະວ່າວິທະ ຍາໄລຈະໄດ້ຂະຫຍາຍໂຮງຮຽນ ໄປເຖິງສະຖານທີ່ດັ່ງກ່າວ ແລະ ຊ່ວຍລະດົມຊາວໜຸ່ມທີ່ຮຽນຈົບ ມ ຕົ້ນ, ມ ປາຍ ເຂົ້າມາຮຽນວິຊາ ຊີບ ຫຼື ສາຍອາຊີວະໃຫ້ຫຼາຍຂຶ້ນ.
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
31/10/2020 15:37:24
05/02/2020 09:03:10
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com