Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດເມືອງສີໂຄດຕະບອງ ຄັ້ງທີ VII ໄດ້ໄຂຂຶ້ນໃນເມື່ອບໍ່ດົນມານີ້, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ນະຄອນຫຼວງວຽງຈັນໂດຍເປັນປະທານຂອງທ່ານ ບຸນເຖິງ ວັນນາມະຫາໄຊ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງສີໂຄດຕະບອງ, ເປັນກຽດເຂົ້າຮ່ວມມີທ່ານ ຖະໜອມ ທຳທອງ ຄະນະປະຈຳພັກນະຄອນຫຼວງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ, ມີພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ບຸນເຖິງ ວັນນາມະຫາໄຊ ໄດ້ຜ່ານບົດລາຍງານການເມືອງຂອງຄະນະກຳມະການແນວລາວສ້າງຊາດເມືອງ ຊຸດທີ VI, ທິດທາງແຜນການ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ຊຶ່ງທ່ານໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ແນວລາວສ້າງຊາດເມືອງ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຂອງພັກ, ຂອງແນວລາວສ້າງຊາດ ຂັ້ນສູນກາງ, ຂັ້ນນະຄອນຫຼວງ ແລະ ຂັ້ນເມືອງໃຫ້ປະຊາຊົນໄດ້ຮັບຮູ້ເຊື່ອມຊຶມ, ກຳແໜ້ນໄດ້ຢ່າງເລິກເຊິ່ງ; ຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຊຶ່ງເປັນການເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ໂດຍຫັນເອົາຫົວໜ່ວຍຄອບຄົວ ແລະ ບ້ານເປັນໃຈກາງສຳຄັນ, ໄດ້ເຂົ້າຮ່ວມໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານຈຳນວນໜຶ່ງທີ່ເກີດຂຶ້ນ ເຮັດໃຫ້ປະຊາຊົນມີຄວາມສາມັກຄີ ຮັກແພງ; ໄດ້ນຳພາປະຊາຊົນປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ອັນດີງາມຂອງຊາດ ຂອງເຜົ່າ, ໄດ້ເກັບກຳຄຳຄິດຄຳເຫັນ ຄວາມຂັດຂ້ອງໝອງໃຈ ຂອງປະຊາຊົນ ສະເໜີຕໍ່ສະມາຊິກສະພາ ແລະ ລາຍງານໃຫ້ແນວລາວສ້າງຊາດ ນະຄອນຫຼວງວຽງຈັນ. ພ້ອມນີ້ໄດ້ຮັບຮອງເອົາຄະນະກໍາມະການແນວລາວສ້າງຊາດເມືອງ ຊຸດໃໝ່ ຈໍານວນ 53 ທ່ານ, ພຣະສົງ 7 ອົງ, ຍິງ 8 ທ່ານ; ໃນນັ້ນ, ຮັບຮອງເອົາ ທ່ານ ບຸນເຖິງ ວັນນາມະຫາໄຊ ເປັນປະທານແນວລາວສ້າງຊາດເມືອງ, ທ່ານ ສົງກາ ອໍລະສິນ ແລະ ທ່ານ ນາງ ດວງພະໄທ ແກ້ວປະເສີດ ເປັນຮອງປະທານແນວລາວສ້າງຊາດເມືອງ ແລະ ຮັບຮອງຄະນະປະຈຳ ຂອງແນວລາວສ້າງຊາດເມືອງ ຈຳນວນ 5 ທ່ານ.
ໂອກາດນີ້, ທ່ານ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໄດ້ເນັ້ນໃຫ້ຄະນະກໍາມະການແນວລາວສ້າງຊາດເມືອງຊຸດໃໝ່ ຈົ່ງສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວສະມາຊິກພັກ-ພະນັກງານ ແລະ ໃຫ້ປະຊາຊົນບັນດາເຜົ່າ, ປຸກລະດົມປະຊາຊົນຮັກສາມູນເຊື້ອຄວາມສາມັກຄີປອງດອງ, ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າ, ສືບຕໍ່ສຶກສາຄົ້ນຄວ້າແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ; ພາລະບົດບາດ, ສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດ ໃຫ້ສາມາດກຳແໜ້ນ ແລະ ເຂົ້າໃຈໄດ້ຢ່າງເລິກເຊິ່ງ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສຳເລັດ.
ຂ່າວ-ພາບ: ຈາກ ສນຊ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com