Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສູນກາງແນວລາວສ້າງ ຊາດ (ສນຊ) ໄດ້ຈັດກອງປະຊຸມ ຄະນະປະຈໍາສູນກາງແນວລາວ ສ້າງຊາດເປີດກວ້າງ ຄັ້ງທີ 5 ສະ ໄໝທີ X ຂຶ້ນໃນວັນທີ 9 ທັນວານີ້ ທີ່ ສນຊ, ພາຍໃຕ້ການເປັນ ປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຄະນະປະຈໍາ, ກໍາມະການ ສນຊ, ປະທານແນວລາວສ້າງຊາດເມືອງ, ແຂວງ, ນະຄອນຫຼວງເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ຜ່ານຮ່າງບົດລາຍງານການເຄື່ອນໄຫວຂອງຄະນະປະຈໍາ ສນຊ ໃນ 1 ປີຜ່ານມາ 2019-2020 ແລະ ທິດທາງແຜນການໃນປີຕໍ່ໜ້າ 2020-2021 ໂດຍສະເພາະຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ້າງຄອບຄົວ ແລະ ບ້ານສາ ມັກຄີປອງດອງ, ກຸ່ມບໍລິສັດພົງ ສະຫວັນ ຈໍາກັດ ປະກອບຄໍາເຫັນກ່ຽວກັບການຈັດຕັ້ງປະຕິ ບັດໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມ ທຸກຍາກຂອງປະຊາຊົນບັນ ດາເຜົ່າ, ແນວລາວສ້າງຊາດ ແຂວງໄຊຍະບູລີ ລາຍງານໃນ ຫົວຂໍ້ “ຂະບວນການສ້າງຄອບ ຄົວ ແລະ ບ້ານສາມັກຄີປອງດອງຢູ່ແຂວງໄຊຍະບູລີ”; ແນວລາວສ້າງຊາດ ແຂວງສະຫວັນນະເຂດ ລາຍງານ ໃນຫົວຂໍ້ “ແນວລາວສ້າງຊາດປະກອບ ສ່ວນໃນການຊຸກຍູ້ຂະບວນ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າຕິດພັນກັບໂຄງການຮ່ວມມືກັບກຸ່ມ ບໍລິສັດພົງສະຫວັນຈໍາກັດ”; ແນວລາວສ້າງຊາດເມືອງປາກຊ່ອງລາຍງານ ໃນຫົວຂໍ້ “ການປະກອບສ່ວນຂອງແນວລາວສ້າງຊາດເມືອງ ໃນການຊຸກຍູ້ປະຊາຊົນບັນດາເຜົ່າຜະລິດກາເຟເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກ”, ແນວລາວສ້າງຊາດ ແຂວງຫົວພັນ ໄດ້ລາຍ ງານ ໃນຫົວຂໍ້ “ບົດຮຽນໃນການເຄື່ອນໄຫວວຽກງານການທູດປະຊາຊົນຢູ່ແຂວງຫົວພັນ”, ພ້ອມນັ້ນຍັງໄດ້ມີການປະດັບຫຼຽນໄຊແຮງງານໃຫ້ມູນນິທິຊ່ວຍເຫຼືອຄົນທຸກຍາກ ສປປ ລາວ ແລະ ສາຂານະຄອນຫຼວງວຽງຈັນ ແລະ ຜ່ານຮ່າງລາຍ ງານການເມືອງຂອງຄະນະກໍາມະການແນວລາວສ້າງຊາດສະ ໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ສນຊ; ຜ່ານຮ່າງກົດລະບຽບຂອງແນວລາວສ້າງຊາດສະໄໝທີ XI ສະບັບປັບປຸງ, ເຜີຍແຜ່ ຂໍ້ກໍານົດຂອງຄະນະເລຂາທິ ການສູນກາງພັກ ສະບັບເລກທີ 01/ຄລສພ, ລົງວັນທີ 30 ກັນຍາ 2020 ວ່າດ້ວຍລະບຽບການຕິດຕາມກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຕໍ່ບັນດາອົງການອໍານາດລັດ”; ຜ່ານຮ່າງຄໍາແນະນໍາຂອງຄະນະກໍາມະການ ສນຊ ວ່າດ້ວຍເປົ້າ ໝາຍບຸກຄະລາກອນທີ່ເປັນ ປະທານ, ຮອງປະທານ, ຄະນະປະຈໍາ, ກໍາມະການ, ຄະນະກວດກາຂອງແນວລາວສ້າງຊາດແຂວງ-ນະຄອນຫຼວງ, ເມືອງ-ນະຄອນ ແລະ ບ້ານ.
(ຂ່າວ: ພູວັນ, ພາບ: ບຸນອູ້ມ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com