Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ປິດງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປີ 2020 ພາຍໃຕ້ຫົວຂໍ້: “ລະນຶກເຖິງມູນ ເຊື້ອຊາວໜຸ່ມຮຸ່ນກ່ອນ ແລະ ເສີມຂະຫຍາຍບົດບາດຊາວໜຸ່ມຍຸກໃໝ່” ໄດ້ສຳເລັດລົງໃນວັນທີ 13 ທັນວາ ຜ່ານມາ ທີ່ສູນ ການຄ້າລາວ-ໄອເຕັກ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ), ມີບັນດາສະ ມາຊິກຊາວໜຸ່ມຈາກກະຊວງ ພ້ອມດ້ວຍເຍົາວະຊົນເຂົ້າຮ່ວມ.
ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການຊາວໜຸ່ມ ສຊປລ ໄດ້ຂຶ້ນລາຍງານວ່າ: ງານບຸນມະໂຫລານຊາວໜຸ່ມ- ເຍົາວະຊົນ ປະກອບມີກິດ ຈະກໍາທີ່ປິ່ນອ້ອມດັ່ງນີ້: ມີການ ວາງສະແດງ ແລະ ຂາຍສິນຄ້າມີການວາງສະແດງມູນເຊື້ອຂອງຊາວໜຸ່ມເຍົາວະຊົນ ແລະ ຂາຍສິນຄ້າຂອງ ສຊປລ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ມີທັງໝົດ 75 ຮ້ານ, ໃນນີ້ ມີຮ້ານວາງສະແດງ 56 ຮ້ານ, ຂາຍສິນຄ້າ 19 ຮ້ານ. ນອກຈາກນັ້ນຍັງມີຮ້ານຂອງຊາວຄ້າຂາຍທີ່ເປັນຄູ່ຮ່ວມງານກັບສູນການຄ້າລາວ-ໄອເຕັກ ມາວາງສະແດງ ແລະ ຂາຍສິນຄ້າ 70 ຮ້ານ ລວມທັງໝົດ 145 ຮ້ານ, ນອກຈາກນີ້ຍັງມີກິດຈະກຳແຂ່ງຂັນ 5 ລາຍການຄຶື: ແຂ່ງຂັນຕີກອງດຸລິຍາງແປຕົວອັກສອນ, ແຂ່ງຂັນຮ້ອງເພງຊາວໝຸ່ມ, ແຂ່ງຂັນຮ້ອງເພງເຍົາວະຊົນ, ແຂ່ງຂັນເປົ່າແຄນຊາວໜຸ່ມ, ແຂ່ງຂັນໂຕ້ວາທີ, ນອກນີ້ຍັງມີຈັດເວທີສົນທະນາ ແລະ ການໂຄສະນາສ້າງຈິດສໍານຶກປະກອບມີຂະບວນວິວັດ ກ່ຽວກັບການກໍາເນີດ ແລະ ການ ເຕີບໃຫຍ່ຂະຫຍາຍຕົວຂອງ ຄຊປປລ, ບົດບາດຂອງຊາວໜຸ່ມມີຄວາມສໍາຄັນ ໃນການພັດທະນາປະເທດຊາດ ແລະ ລັກສະນະຈຸດພິເສດຂອງຊາວໜຸ່ມ, ບົດບາດຂອງຊາວໜຸ່ມກ່ຽວ ກັບການຮັກສາເຂດນໍ້າແດນ ດິນ ແລະ ປ້ອງກັນຄວາມສະ ຫງົບສຸກ ຂອງປະຊາຊົນ ແລະ ຍັງມີການ ໂຄສະນາເຜີຍແຜ່ ກ່ຽວກັບວຽກງານຊາວໜຸ່ມ-ເຍົາວະຊົນ, ການສາຍຮູບເງົາ ແລະ ສະແດງຜົນງານການ ປະກອບສ່ວນການເຄື່ອນໄຫວ ມູນເຊື້ອ 65 ປີຂອງ ຄຊປປລ, ການປະມວນພາບການເຄື່ອນ ໄຫວຂອງ ຄຊປປລ ກະຊວງ, ອົງການ, ແຂວງ, ນະຄອນຫຼວງ ແລະ ວຽກງານ 4 ບຸກ, ປະມວນພາບການ ເຄື່ອນໄຫວວຽກງານຂອງບັນດາກົມໃນ ສຊປລ ແລະ ອື່ນໆ.
ໃນຕອນທ້າຍ ທ່ານ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນກ່າວປິດງານວ່າ: ຊາວໜຸ່ມຍາມໃດກໍແມ່ນແຂນຂວາຂອງພັກເປັນຜູ້ສືບທອດການປະຕີວັດຂອງພັກ, ເປັນກຳລັງແຮງສັງລວມທີ່ບໍ່ມີວັນບົກແຫ້ງ.
ການຈັດງານມະໂຫລານ ຊາວໜຸ່ມຄັ້ງນີ້ ຖືວ່າເປັນຄັ້ງທຳ ອິດ ແລະ ຄັ້ງປະຫວັດສາດຂອງ ຖັນແຖວຊາວໜຸ່ມຕະຫຼອດ 65 ປີ ແມ່ນໄດ້ຮັບການສະໜັບສະ ໜູນຈາກການຈັດຕັ້ງທຸກຂັ້ນ ແລະ ສັງຄົມຢ່າງພ້ອມພຽງ ຈຶ່ງເຮັດໃຫ້ງານດັ່ງກ່າວມີຜົນສຳ ເລັດຢ່າງຈົບງາມທີ່ສຳຄັນມີ ຄວາມປອດໄພ, ມີຄວາມສາມັກ ຄີ, ມາຮອດປັດຈຸບັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງ ທີ VII ແມ່ນໄດ້ສຳເລັດທຸກປະ ການຄື: ສຳເລັດ 4 ທິດທາງໃຫຍ່, 9 ຄາດໝາຍສູ້ຊົນແມ່ນ ສຳເລັດ 100%, 7 ແຜນງານ 40 ໂຄງການແມ່ນສຳເລັດ 90% ແລະ ຂະບວນການ 4 ບຸກ ແມ່ນສຳເລັດ 85% ໃນຂອບເຂດທົ່ວ ປະເທດ, ຂະບວນການທີ່ພົ້ນ ເດັ່ນທີ່ສຸດເປັນເຫດການປະຫວັດ ສາດໃນຖັນແຖວຊາວໜຸ່ມແມ່ນສຳເລັດການສ້າງຕັ້ງສະຫະພັນຊາວໜຸ່ມ ແລະ ໄດ້ສ້າງຕັ້ງວັງເຍົາວະຊົນ ປັດຈຸບັນເປັນບ່ອນພັກຜ່ອນ ແລະ ບ່ອນສຶກສາ ຮຽນຮູ້ສຳເລັດ 100%.
(ຂ່າວ-ພາບ: ບຸນອູ້ມ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
31/10/2020 15:37:24
05/02/2020 09:03:10
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com