Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ວັນໄຊ ຕະວິນຍານ
ກ່ອນໜ້ານີ້ຫຼາຍສິບປີ, ທ່ານ ສະໄໝ ສຸກກະເສີມ ຢູ່ບ້ານທ້າວແກ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ມີອາຊີບເຮັດໄຮ່,ເຮັດສວນ ແລະ ລ້ຽງສັດ ດໍາລົງຊີວິດແບບປະຊາຊົນທົ່ວໄປ. ພາຍຫຼັງທີ່ພັກ-ລັດຖະບານໄດ້ມີແນວທາງໃຫ້ຊາວກະສິກອນຢຸດຕິການເຮັດໄຮ່ປູກເຂົ້າ ເພື່ອປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ຫັນຊາວກະສິກອນມາເຮັດອາຊີບຄົງທີ່ດ້ວຍການປູກພືດ-ລ້ຽງສັດເປັນສິນຄ້າສົ່ງອອກຕາມເງື່ອນໄຂຂອງແຕ່ລະຄອບຄົວ. ຫຼາຍປີຕໍ່ມາຜົນຜະລິດຂອງຊາວກະສິກອນ ໂດຍສະເພາະແມ່ນ ສາລີ,ໝາກເດືອຍ, ມັນຕົ້ນ, ຝ້າຍ, ໝາກຂາມຫວານຫຼາຍຂຶ້ນ,ໃນປີ 2005 ທ່ານ ສະໄໝ ສຸກກະເສີມ ໄດ້ຕັດສິນໃຈເຮັດການບໍລິການຄ້າຂາຍຮັບຊື້ຜົນຜະລິດຂອງຊາວກະສິກອນສົ່ງອອກໄປຕ່າງປະເທດ, ເມື່ອມີທຶນຮອນແດ່ແລ້ວ ກໍໄດ້ຊ່ວຍຊາວກະສິກອນທີ່ຂາດທຶນຮອນ ດ້ວຍການອອກເງິນຊື້ແນວພັນ, ຈ່າຍຄ່າແຮງງານກຽມດິນປູກ, ເກັບຊື້ ເພື່ອສົ່ງເສີມການປູກພືດກະສິກຳ ສົ່ງອອກ.
ເມື່ອເຫັນບ້ານເມືອງມີການພັດທະນາສ້າງສາດີຂຶ້ນ, ປະຊາຊົນຕ້ອງການຊື້ວັດຖຸກໍ່ສ້າງຫຼາຍຂຶ້ນ ຕົນເອງໄດ້ຕັ້ງຮ້ານຂາຍເຄື່ອງວັດສະດຸກໍ່ສ້າງຄົບວົງຈອນຄ່ຽງຄູ່ກັນໄປ ເຮັດໃຫ້ທຸລະກິດສາມາດດຳເນີນຕໍ່ໄປໄດ້ດີ.
ມາຮອດປີ 2009 ອີງໃສ່ເງື່ອນໄຂຄວາມສະດວກ ແລະ ທຶນຮອນພຽບພ້ອມ,ບວກກັບການຊຸກຍູ້ສົ່ງເສີມ ແລະ ອໍານວຍຄວາມສະດວກຂອງອໍານາດການປົກຄອງເມືອງ ທ່ານ ສະໄໝ ສຸກກະເສີມ ຈຶ່ງໄດ້ສ້າງຕັ້ງເປັນບໍລິສັດການຄ້າຂາອອກ-ຂາເຂົ້າຈຳກັດ ເພື່ອເຮັດໜ້າທີ່ເຄື່ອນໄຫວວຽກງານສົ່ງເສີມກະສິກໍາເປັນສິນຄ້າ ທີ່ຄົບວົງຈອນ ໂດຍໄດ້ສຸມທຶນຮອນເຂົ້າໃນການພັດທະນາພື້ນຖານໂຄງລ່າງຂອງບໍລິສັດໃຫ້ມີຄວາມຮັບປະກັນຮອງຮັບຜົນຜະລິດກະສິກຳເປັນຕົ້ນແມ່ນໄດ້ຈັດຊື້ພາຫະນະຮັບໃຊ້, ເຮັດສາງເກັບມ້ຽນ, ເຮັດລານຕາກ, ສ້າງຕັ້ງໂຮງອົບແຫ້ງສາລີລ້ຽງສັດ ແລະ ສິ່ງເອື້ອອຳນວຍຈຳນວນໜຶ່ງ ເພື່ອເຮັດໃຫ້ພືດກະສິກຳທີ່ຮັບຊື້ຈາກຊາວກະສິກອນໄດ້ຮັບການປຸງແຕ່ງດ້ານຄຸນນະພາບ, ສ້າງມູນຄ່າເພີ່ມຂຶ້ນ ແລະ ຂາຍສົ່ງອອກຕ່າງປະເທດ. ປີ 2010 ວຽກງານການສົ່ງເສີມກະສິກໍາມີການຂະຫຍາຍຕົວ ແລະ ຜົນຜະລິດມີປະລິມານເພີ່ມຂຶ້ນທາງອົງການປົກຄອງເມືອງແກ່ນທ້າວ ຈຶ່ງໄດ້ຈັດຕັ້ງສະມາຄົມນັກທຸລະກິດເກັບຊື້ ແລະ ສົ່ງອອກຂຶ້ນເພື່ອໃຫ້ມີຄວາມເຂັ້ມແຂງໃນການດໍາເນີນທຸລະກິດ, ທ່ານ ສະໄໝ ສຸກກະເສີມ ຫົວໜ້າ ບໍລິສັດ ການຄ້າຂາອອກ-ຂາເຂົ້າ ຈຳກັດ. ທາງບໍລິສັດໄດ້ສະໝັກໃຈເຂົ້າເປັນສະມາຊິກ ຊຶ່ງມີ 36 ບໍລິສັດ.ພາຍຫຼັງມີກອງປະຊຸມເລືອກຕັ້ງປະທານກຸ່ມນັກທຸລະກິດ ທ່ານ ສະໄໜ ສຸກກະເສີມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມ ເພື່ອເຮັດໜ້າທີ່ເກັບຊື້ື ແລະ ສົ່ງອອກຜົນຜະລິດກະສິກຳ ຢູ່ພາຍໃນ ແລະ ຕ່າງປະເທດຮ່ວມກັນ.
ທ່ານ ສະໄໝ ສຸກກະເສີມ ເວົ້າສູ່ຟັງວ່າ: ໃນຊຸມປີຜ່ານມາ ຍ້ອນມີການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ດ້ານການຄ້າ ແລະ ການບໍລິການ ໄດ້ມີສະພາບຄ່ອງ ບໍລິສັດຂ້າພະເຈົ້າກໍໄດ້ເອົາໃຈໃສ່ເກັບຊື້ ແລະ ສົ່ງອອກຜົນຜະລິດກະສິກຳຈາກປະຊາຊົນເປັນຈຳນວນຫຼາຍສົມຄວນ ໂດຍສະເພາະແມ່ນສາລີ ແຕ່ໃນໄລຍະ 2-3 ປີຫຼັງມານີ້ຍ້ອນອີງໃສ່ສະພາບດິນຟ້າອາກາດມີການປ່ຽນແປງເຮັດໃຫ້ການປູກສາລີຂອງຊາວກະສິກອນບໍ່ໄດ້ຮັບຜົນດີ ມາຮອດປີ 2016 ປະຊາຊົນຈຶ່ງໄດ້ຫັນມາປູກມັນຕົ້ນເປັນຈຳນວນຫຼວງຫຼາຍ ແລະ ມີທ່າອ່ຽງເພີ່ມຂຶ້ນ ຂ້າພະເຈົ້າກໍໄດ້ປະສານກັບອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອຫາຊ່ອງທາງຈໍາໜ່າຍຜົນຜະລິດໃຫ້ກັບຊາວກະສິກອນ ແລະ ໄດ້ເກັບຊື້ຜົນຜະລິດດັ່ງກ່າວ ຊຶ່ງໃນໄລຍະ 5 ປີຜ່ານມາບໍລິສັດເກັບຊື້ສາລີໄດ້ທັງໝົດ ຈຳນວນ 60.000 ໂຕນ ມູນຄ່າການສົ່ງອອກ 11,25 ຕື້ກີບ, ຊື້ມັນຕົ້ນ 30.000ໂຕນ, ມູນຄ່າ 43,5 ຕື້ກີບ ໄປຄ່ຽງຄູ່ກັນນັ້ນ, ຄອບຄົວຂອງຂ້າພະເຈົ້າຍັງໄດ້ປະກອບອາຊີບເປີດບໍລິການຂາຍເຄື່ອງວັດສະດຸກໍ່ສ້າງແບບຄົບວົງຈອນ ໃນເບື້ອງຕົ້ນແມ່ນໄດ້ເປີດຂາຍຢູ່ເຮືອນ ຕໍ່ມາຍ້ອນໄດ້ຮັບການຕອບສະໜອງຈາກລູກຄ້າດີ ຈຶ່ງໄດ້ຂະຫຍາຍກິດຈະການ ໄດ້ປຸກສ້າງສາງເກັບມ້ຽນເຄື່ອງເພີ່ມຕື່ມ 2 ຫຼັງ, ມາຮອດປີ 2017 ຂ້າພະເຈົ້າໄດ້ເປີດກິດຈະການ ເປັນຕົວແທນຈໍາໜ່າຍດ້ານແນວພັນ (ໂດຍສະເພາະແນວພັນສາລີ ແປຊີຟີກຈາກປະເທດໄທ) ເພື່ອສະໜອງໃຫ້ພໍ່ຄ້າຄົນກາງ ແລະ ຊາວກະສິກອນຢູ່ພາຍໃນເມືອງແກ່ນທ້າວ ແລະ ເມືອງອ້ອມຂ້າງພາຍໃນແຂວງໄຊຍະບູລີ ໃຫ້ມີຄວາມສະດວກບໍ່ຕ້ອງເດີນທາງໄປຊື້ໄກ. ຜ່ານການດໍາເນີນທຸລະກິດຂອງຄອບຄົວຂ້າພະເຈົ້າໃນປີໜຶ່ງແມ່ນມີລາຍຮັບຈາກການບໍລິການວັດສະດຸກໍ່ສ້າງ ແລະ ຈຳໜ່າຍແນວພັນສາລີເປັນມູນຄ່າ 1,5 ຕື້ກີບ; ພ້ອມກັນນີ້,ເພື່ອສືບຕໍ່ເສີມຂະຫຍາຍການລ້ຽງສັດໃຫຍ່ທີ່ຄອບຄົວໄດ້ເລີ່ມລ້ຽງມາແຕ່ປີ 2011 ໃຫ້ມີການຂະຫຍາຍຕົວ ແລະ ກ້າວໄປເຖິງການລ້ຽງແບບເຕັກນິກໃໝ່ທີ່ທັນສະໄໝ, ຂ້າພະເຈົ້າກໍໄດ້ນໍາເອົາບົດຮຽນຈາກພາຍໃນ ແລະ ຕ່າງປະເທດມານຳໃຊ້ ຊຶ່ງມາຮອດປັດຈຸບັນ ຄອບຄົວຂ້າພະເຈົ້າມີສວນຫຍ້າລ້ຽງສັດທັງໝົດມີ 4 ຕອນໃຫຍ່ ເນື້ອທີ່ປະມານ 100 ເຮັກຕາ, ມີເຄື່ອງອັດເຟືອງແຫ້ງທີ່ທັນສະໄໝຈຳນວນ 1 ເຄື່ອງ. ປີ 2015 ມີງົວຢູ່ 105 ໂຕ ( ສາຍພັນງົວແມ່ນບາຊິນ, ບາມັນ ແລະ ໄທໃຫຍ່) ມາຮອດປັດຈຸບັນມີງົວທັງໝົດ 180 ໂຕ, ໃນນີ້ເປັນງົວແມ່ພັນ 150 ໂຕ, ພໍ່ພັນ 8 ໂຕ. ໃນໄລຍະຜ່ານມານີ້ຂ້າພະເຈົ້າໄດ້ລ້ຽງໃສ່ສວນຫຍ້າພັນລູຊີ ແບບເປັນລ໋ອກ ໝູນວຽນ ກໍໄດ້ຮັບຜົນດີພໍສົມຄວນ ສັດທີ່ລ້ຽງແມ່ນໄດ້ຄັດ ແລະ ນຳອອກຂາຍເລີຍ ເຮັດໃຫ້ບໍ່ໄດ້ນໍ້າໜັກ ແລະ ບໍ່ມີຊີ້ນຫຼາຍ, ມາຮອດປີ 2018 ຂ້າພະເຈົ້າໄດ້ແບ່ງເດີ່ນຫຍ້າພັນລູຊີມາທົດລອງປູກຫຍ້າພັນເນເປຍ ໃນເນື້ອທີ່ 5 ຮັກຕາ, ມີລະບົບນໍ້າຫົດຫຍ້າທີ່ທັນສະໄໝ (ລະບົບສະປີງເກີ)ດູດຈາກນໍ້າເຫືອງຂຶ້ນມາ ເຫັນວ່າການປູກຫຍ້າດັ່ງກ່າວແມ່ນໄດ້ຮັບຜົນດີ, ເວລາຕັດຫຍ້າໃນຮອບວຽນໜຶ່ງຈະໃຊ້ເວລາ 45-60 ວັນຂຶ້ນໄປ ໂດຍໃຊ້ລົດຕັດຫຍ້າແບບທັນສະໄໝ (ຕັດ ແລະ ບົດພ້ອມ), ສັດໂຕໃດທີ່ເຫັນວ່າເໝາະສົມທີ່ຈະນຳອອກຂາຍ ກໍຈະໄດ້ຄັດເລືອກ ແລະ ນຳໄປໃສ່ຄອກເພື່ອໃຫ້ອາຫານ ກິນເປັນເວລາໃຫ້ນໍ້າ, ຫຍ້າບົດ ແລະ ມີອາຫານປະສົມຂຸ້ນ ຊຶ່ງເອີ້ນວ່າ: ງົວທອມ, ງົວຂຸນ. ການທອມຊຸດໜຶ່ງໄດ້ປະມານ 30 ໂຕ ໃຊ້ເວລາທອມປະມານ 4-6 ເດືອນ,ໄລຍະເວລາທອມອີງຕາມນໍ້າໜັກ ແລະ ອາຍຸຂອງງົວ ພາຍຫຼັງທອມແລ້ວງົວໂຕໜຶ່ງຈະມີນໍ້າໜັກສະເລ່ຍ 350 ກິໂລ ຈຶ່ງເອົາອອກຂາຍ ໂດຍມີພໍ່ຄ້າພາຍໃນມາຮັບຊື້ກັບທີ່. ລ້ຽງແບບນີ້ຈະເຮັດໃຫ້ສັດມີຊີ້ນຫຼາຍ ຊຶ່ງເປັນທີ່ຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ ໃນໜຶ່ງປີຂາຍງົວອອກ ປະມານ 30 ໂຕ, ສັງລວມໃນໄລຍະ 5 ປີຜ່ານມາສາມາດນຳງົວອອກຂາຍປະມານ 150 ໂຕ ໄດ້ເງິນ 1 ຕື້ກວ່າກີບ.
ທ່ານ ສະໄໝ ສຸກກະເສີມ ເວົ້າຕື່ມວ່າ: ໃນການລ້ຽງສັດຂອດສຳຄັນແມ່ນການຕິດຕາມກວດກາ ເຝົ້າລະວັງພະຍາດສັດຢ່າງເປັນປົກກະຕິ, ເອົາໃຈໃສ່ສັກຢາປ້ອງກັນພະຍາດປີໜຶ່ງ 2 ຄັ້ງຕໍ່ໂຕ (ຢາວັກຊິນກັນປາກເປື່ອຍລົງເລັບ ແລະ ເຕົ້າໂຮມເລືອດ),ເອົາໃຈໃສ່ຮັກສາສວນຫຍ້າ ທີ່ສະໜອງອາຫານໃຫ້ຕໍ່ເນື່ອງ,ເອົາໃຈໃສ່ບຳລຸງຮັກສາ ທໍາຄວາມສະອາດບໍ່ໃຫ້ຮົກເຮື້ອ, ສວນໜຶ່ງຈະແບ່ງເປັນ 2-3 ຕອນ,ແຕ່ລະຕອນໃຊ້ເວລາເອົາງົວເຂົ້າກິນຫຍ້າປະມານ 7 ວັນຈຶ່ງໝູນອອກໄປຕອນໃໝ່, ນອກຈາກເຮັດການບໍລິການຄ້າຂາຍ ແລະ ລ້ຽງສັດແລ້ວຄອບຄົວຂ້າພະເຈົ້າຍັງໄດ້ເຮັດນາປູກເຂົ້າໃນເນື້ອທີ່ 6,5 ເຮັກຕາ, ໄດ້ຜົນຜະລິດເຂົ້າເຖິງປີລະ 25-30 ໂຕນ ຊຶ່ງໃນແຕ່ລະປີຢູ່ໃນຄອບຄົວໄດ້ຂາຍເຂົ້າປະມານ 15 ໂຕນ ເປັນເງິນບໍ່ຕໍ່າກວ່າ 30 ລ້ານກີບ.
ສັງລວມແລ້ວຂ້າພະເຈົ້າມີກຳໄລສຸດທິຈາກການບໍລິການ,ລາຍຮັບຈາກການຂາຍສັດ, ເກັບຊື້ຜົນຜະລິດ, ຂາຍເຂົ້າໄດ້ທັງໝົດ 2,97 ຕື້ກີບສະເລ່ຍໃສ່ຫົວຄົນພາຍໃນຄອບຄົວໄດ້ 494 ລ້ານກວ່າກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 58.117 ໂດລາ.
ທ່ານ ສະໄໝ ສຸກກະເສີມ ຫົວໜ້າ ບໍລິສັດ ການຄ້າຂາອອກ-ຂາເຂົ້າ ຈຳກັດ ຢູ່ບ້ານທ້າວແກ່ນເມືອງແກ່ນທ້າວ, ແຂວງໄຊຍະບູລີ ນອກຈາກການສ້າງເສດຖະກິດຄອບຄົວຮັ່ງມີຂຶ້ນແລ້ວ ຍັງເປັນບໍລິສັດທີ່ປະຕິບັດຕາມລະບຽບກົດໝາຍ ໂດຍສະເພາະແມ່ນການມອບພັນທະອາກອນ, ຕໍ່ປະຕັງທຸລະກິດຢ່າງເປັນປົກກະຕິ ພ້ອມກັນນັ້ນກໍໄດ້ເອົາໃຈໃສ່ປະກອບສ່ວນຊ່ວຍພັກ-ລັດ, ຊ່ວຍເຫຼືອສັງຄົມ, ຊຸມຊົນ, ການສຶກສາ, ວັນບຸນ, ງານສຳຄັນຕ່າງໆຂອງພັກຂອງຊາດ ລວມມູນຄ່າປະມານ 110 ລ້ານກີບ. ໃຫ້ການຮ່ວມມືກັບອົງການປົກຄອງ, ອຳນວຍຄວາມສະດວກໃຫ້ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການກວດກາຄວາມເປັນລະບຽບຮຽບຮ້ອຍຂອງກຳມະກອນຢ່າງເປັນປົກກະຕິໄປຄຽງຄູ່ກັບການເຄື່ອນໄຫວທຸລະກິດບໍລິສັດກໍໄດ້ເອົາໃຈໃສ່ເປັນກະບອກສຽງຕິດຕາມການເຄື່ອນໄຫວຂອງສັງຄົມ ກໍຄື ກຸ່ມຄົນບໍ່ດີຊ່ວຍພັກ-ຊ່ວຍລັດຢ່າງຈິງໃຈ.
ຈາກທີ່ເປັນຊາວກະສິກອນຢູ່ຊົນນະບົດຄົນໜຶ່ງມີລາຍຮັບພຽງແຕ່ກຸ້ມກິນເປັນວັນໆໄປ. 45 ປີຜ່ານມາ ໄດ້ຮັບການສຶກສາອົບຮົມແນວທາງຂອງພັກ ແລະ ລັດ,ອໍານາດການປົກຄອງເມືອງ ແລະ ແຂວງໄດ້ອໍານວຍຄວາມສະດວກໃນທຸກດ້ານ, ຊ່ວຍເຫຼືອດ້ານເຕັກນິກວິຊາການດ້ານຕ່າງໆ ຈຶ່ງເຮັດໃຫ້ການສ້າງເສດຖະກິດຄອບຄົວຂອງ ທ່ານ ສະໄໝ ສຸກກະເສີມ ດຳເນີນໄປດ້ວຍຄວາມສຳເລັດຮັ່ງມີຂຶ້ນ, ໄດ້ຮັບການຍ້ອງຍໍຊົມເຊີຍຈາກການຈັກຕັ້ງທຸກຂັ້ນ ແລະ ໄດ້ຮັບການປ່ອນບັດເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງໃນປັດຈຸບັນ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com