Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນຄັ້ງທີ III ປະຈໍາປີ 2020 ໄດ້ບັນລຸຜົນຢ່າງຈົບ ງາມ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມໃຫຍ່ທະນາຄານ ແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ປະທານ ຄຕຟງ, ມີຮອງປະ ທານ, ບັນດາສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລ ຂາ ແລະ ພະນັກງານຈາກກະ ຊວງກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ປຶກ ສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບວຽກງານ ຕ້ານການຟອກເງິນ ແລະ ສະ ໜອງທຶນໃຫ້ແກ່ການກໍ່ການ ຮ້າຍ (AML/CFT) ຂອງ ສປປ ລາວ ໂດຍມີ 5 ເນື້ອໃນຕົ້ນຕໍໃນນີ້ມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຂອງ 4 ພາກສ່ວນ. ການປະ ກອບຂໍ້ມູນເພີ່ມຕື່ມບົດລາຍ ງານດ້ານນິຕິກໍາ, ຮ່າງບົດລາຍ ງານດ້ານປະສິດທິຜົນ, ການ ຈັດຕັ້ງປະຕິບັດວຽກງານຂອງ ຄຕຟງ ແລະ ວຽກງານອື່ນໆ ໂດຍສະເພາະຄວາມຄືບໜ້າ ການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍຂອງ ສປປ ລາວ ຈາກ APG ແລະ ຜູ້ປະເມີນຈາກ 6 ປະເທດ (ສປ ຈີນ, ອິນໂດເນເຊຍ, ມາເລເຊຍ, ນິວຊີແລນ, ສີລັງກາ ແລະ ປະເທດໄທ). ການປະເມີນດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນມີນາ 2020, ປັດຈຸບັນຢູ່ໃນລະຫວ່າງການສັງລວມບັນດານິຕິກໍາທີ່ກ່ຽວຂ້ອງ ແລະ ຂັ້ນຕອນການ ຈັດຕັ້ງປະຕິບັດລວມທັງຜົນ ການຈັດຕັ້ງປະຕິບັດ, ວຽກງານການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍການຮ້າຍ ຊຶ່ງໄລຍະການປະເມີນ ສປປ ລາວ ຍັງຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ບັນດາໜ້າວຽກທີ່ຈໍາເປັນເຊັ່ນ: ວຽກງານເຜີຍແຜ່ ແລະ ເຊື່ອມຊຶມວຽກງານການຕ້ານການຟອກເງິນ ໃຫ້ທັງພາກລັດ, ພາກເອກະຊົນເຂົ້າໃຈ ແລະ ຮັບຮູ້ຄວາມສ່ຽງກໍຄືການປ້ອງກັນຕ້ານຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ວຽກງານທົບທວນ ຄືນນິຕິກໍາ ແລະ ສ້າງກົນໄກຮອງຮັບຂອງບັນດາພາກສ່ວນທີ່ກ່ຽວຂ້ອງ, ວຽກງານຄຸ້ມຄອງບັນດາຫົວໜ່ວຍທີ່ມີໜ້າທີ່ລາຍ ງານໃຫ້ມີເຄື່ອງມື ແລະ ມາດ ຕະການທີ່ໄດ້ມາດຖານສາກົນ ແລະ ວຽກງານການດໍາເນີນ ຄະດີຕ້ອງຮັບປະການສືບສວນ-ສອບສວນທາງການເງິນຄຽງຄູ່ກັບການສືບສວນ-ສອບສວນການກະທໍາຜິດເປັນຕົ້ນ. ທັງໝົດນັ້ນ, ກໍເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນບັນຊີ ການຕິດຕາມຂອງສາກົນກ່ຽວກັບວຽກງານ AML/CFT ແລະ ຮັບປະກັນໄດ້ກັບວຽກງານ AML/CFT ຂອງ ສປປ ລາວ ໃຫ້ເປັນລະບົບ, ໄດ້ມາດຕະຖານ ພ້ອມທັງຮັບປະກັນການຈັດຕັ້ງປະຕິບັດໄດ້.
ທ່ານປະທານ ຄຕຟງ ໄດ້ເນັ້ນວ່າ: ເຖິງວ່າກອງປະຊຸມຈະດຳເນີນເປັນເວລາສັ້ນ ແຕ່ກໍເຕັມໄປດ້ວຍເນື້ອໃນອັນເລິກ ເຊິ່ງ, ບັນດາກຳມະການໄດ້ປະ ກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງໃນການປະກອບຄໍາຄິດຄໍາເຫັນ ຈຶ່ງເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມຕາມຈຸດປະສົງ ແລະ ລະດັບຄາດ ໝາຍທີ່ໄດ້ກໍານົດໄວ້. ພ້ອມດຽວກັນນັ້ນ, ກໍສະເໜີໃຫ້ແກ້ ໄຂບັນຫາອື່ນໆທີ່ຍັງຄົງຄ້າງໃຫ້ ມີຜົນສຳເລັດຕາມລະດັບຄາດໝາຍ.
(ຂ່າວ-ພາບ: ຣັດສະໝີ ດວງສັດຈະ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com