Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສປ ຈີນ ຈັດຢູ່ອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ໃນ ສປປ ລາວ ມີ 785 ໂຄງ ການ, ມູນຄ່າ 12 ຕື້ໂດລາ.
ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມສຳມະນາ ໃນຫົວຂໍ້: “ຜົນສຳເລັດຂອງກອງປະຊຸມໃຫຍ່ຄົບຄະນະ ຄັ້ງທີ 5, ສະໄໝທີ 19 ຂອງພັກກອມມູນິດຈີນ” ຂຶ້ນໃນທ້າຍອາທິດຜ່ານມານີ້ ໂດຍການເປັນປະທານຮ່ວມ ຂອງທ່ານ ໄມ ໄຊຍະວົງ ຫົວ ໜ້າສະຖາບັນການຕ່າງ ປະເທດ ແລະ ທ່ານ ຈ່ຽງ ຈ້າຍ ຕົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີ ອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ.
ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ແມ່ນເປັນໜຶ່ງ ໃນກິດຈະກຳຂາໍ່ນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງ ຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 60 ປີ (25 ເມສາ 1961-25 ເມສາ 2021) ແລະ ເພື່ອເຜີຍແຜ່ເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ຄົບຄະ ນະ ຄັ້ງທີ 5, ສະໄໝທີ 19 ຂອງພັກກອມມູນິດຈີນ ຊຶ່ງກອງປະ ຊຸມພັກກອມມູນິດຈີນຄັ້ງນີ້ໄດ້ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນໄລຍະ 5 ປີ (2021 -2025) ແລະ ແຜນການໄລຍະຍາວຮອດປີ 2035.
ນອກຈາກນີ້ກໍເພື່ອເສີມ ຂະຫຍາຍສາຍພົວພັນລະ ຫວ່າງ ສອງປະເທດໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ. ທ່ານ ທູດ ສປ ຈີນ ໄດ້ຍົກໃຫ້ເຫັນຫຼາຍບັນຫາເປັນຕົ້ນແມ່ນກາລະໂອ ກາດ ແລະ ສິ່ງທ້າທາຍຂອງການຈັດຕັ້ງປະຕິບັດບັນດາມະ ຕິກອງປະຊຸມຄົບຄະນະຂອງພັກກອມມູນິດຈີນ ຄັ້ງຜ່ານມາ, ສິ່ງທ້າທາຍໃນການຮັບມືກັບການແຜ່ລະບາດຂອງພະຍາດລະບາດ COVID-19 ແລະ ຜົນ ສຳເລັດຂອງການຮ່ວມມືລະ ຫວ່າງ ລາວ-ຈີນ ໃນການຕໍ່ສູ້ ແລະ ຮັບມືກັບພະຍາດ COVID-19.
ໃນໄລຍະຜ່ານມາ ສປ ຈີນ ແລະ ສປປ ລາວ ໄດ້ມີການລົງນາມ “ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳລາວ -ຈີນ” ອັນໄດ້ເປັນການຍົກລະ ດັບສາຍພົວພັນຂອງສອງປະ ເທດໃຫ້ມີຄວາມແໜ້ນແຟ້ນ ແລະ ກ້າວຂຶ້ນສູ່ບົດບາດໃໝ່ ເພື່ອການພັດທະນາຢ່າງຮອບດ້ານ. ສປ ຈີນ ເປັນປະເທດລົງ ທຶນໃນ ສປປ ລາວ ເປັນອັນດັບໜຶ່ງ ໃນຈຳນວນ 53 ປະເທດທີ່ມາ ລົງທຶນຢູ່ ສປປ ລາວ, ຈາກໂຕ ເລກການລົງທຶນສະສົມເລີ່ມ ແຕ່ປີ 1998 ມາຮອດ ເດືອນ ທັນ ວາ 2019 ມີທັງໝົດ 785 ໂຄງ ການ ລວມມູນຄ່າການລົງທຶນ ຫຼາຍກວ່າ 12 ຕື້ ໂດລາ.
(ຂ່າວ: ແສງຈັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com