Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເສັ້ນທາງດ່ວນໄລຍະທີ 1 ນະຄອນຫຼວງວຽງຈັນ - ວັງວຽງ ທີ່ຮ່ວມກັນພັດນາໂດຍ Yunnan Construction Investment ແລະ ລັດຖະບານລາວໂດຍມີຊື່ວ່າ “Wanwan Express” ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 20 ທັນວາ ຜ່ານມາ. ໂຄງການດັ່ງກ່າວເຮັດໃຫ້ ສປປ ລາວ ມີທາງດ່ວນເປັນເສັ້ນທຳອິດ, ການ ເດີນທາງແຕ່ນະຄອນຫຼວງວຽງຈັນຫາວັງວຽງແມ່ນຈະໃຊ້ເວລາພຽງໜຶ່ງຊົ່ວໂມງເທົ່ານັ້ນ. ນອກຈາກນີ້ຍັງເສີມສ້າງການພັດທະນາຊັບພະຍາກອນໃນພາກພື້ນຢ່າງມີປະສິດທິພາບ ລວມເຖິງປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວຕະຫຼອດເສັ້ນທາງ ແລະ ລົງເລິກການຮ່ວມມືລະຫວ່າງລາວ - ຈີນໃນການແລກປ່ຽນດ້ານເສດຖະກິດ -ສັງຄົມ ແລະ ວັດທະນະທໍາ.
Wanwan Express ເປັນທາງດ່ວນແຫ່ງທໍາອິດໃນລາວ, ຫົວເຫວີຍ ແລະ ພັນທະມິດ Yunnan Huayuan Electronics Co.,Ltd ຊຶ່ງອາໄສເຄືອຂ່າຍການສື່ສານຊັ້ນນຳຂອງໂລກ, ການປະມວນຜົນແບບຄລາວ, Internet of thing IOT ແລະ ເຕັກໂນໂລຊີອື່ນໆ ລວມທັງແນວຄິດການຈັດການຄວາມປອດໄພ, ສ້າງຊຸດຄວາມປອດໄພທີ່ໝັ້ນຄົງໃນແພລັດຟອມຜູ້ຖື ICT, ອຸປະກອນສື່ ສານ ແລະ ສົ່ງຂໍ້ມູນຂອງ ຫົວເຫວີຍ ໄດ້ຖືກຕິດຕັ້ງນຳໃຊ້ຕະຫຼອດເສັ້ນທາງ ສ້າງວິທີການແກ້ໄຂແບບປະສົມປະສານຮັບຮູ້ກ່ຽວກັບດີຈີຕອນ, ການໂຕ້ຕອບ, ການສົ່ງຕໍ່, ການນໍາໃຊ້ໂດຍໃຊ້ການວິເຄາະຂໍ້ມູນຂະໜາດໃຫຍ່ ແລະ ວິທີການທາງເຕັກນິກອື່ນໆ ເພື່ອໃຫ້ເກີດການຮັບຮູ້ຄຸ້ມຄອງການແຈກຈ່າຍແບບສະຫຼາດ, ການເອີ້ນເກັບເງິນອັດສະລິຍະ, ການຕອບສະໜອງຕໍ່ເຫດສຸກເສີນ, ການວິເຄາະການຕັດສິນໃຈ ແລະ ວິທີແກ້ໄຂແບບເຕັມຮູບແບບ.
ເຄືອຂ່າຍ 5G ທີ່ຈະສ້າງໃນລາວໃນປີ 2021 ຈະເຮັດວຽກຮ່ວມກັບທາງດ່ວນດ້ວຍເຕັກໂນໂລຊີ 5G + AI, ໃນອະນາຄົດຈະຊ່ວຍຍົກລະດັບທາງດ່ວນອັດສະລິຍະ ແລະ ຊ່ວຍໃຫ້ການກໍ່ສ້າງໂຄງສ້າງພື້ນຖານຂອງລາວພັດທະນາໄດ້ດີຍິ່ງຂຶ້ນ.
ທາງດ່ວນວຽງຈັນ-ວັງວຽງມີຈຸດເລີ່ມຕົ້ນຢູ່ 4 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ສິ້ນສຸດທີ່ເມືຶອງ ວັງວຽງ ຊຶ່ງເປັນໜຶ່ງໃນເມືອງທ່ອງທ່ຽວທີ່ມີຊື່ສຽງທີ່ສຸດຂອງລາວ. ທາງດ່ວນແຫ່ງນີ້ ນອກຈາກຈະອຳນວຍຄວາມສະດວກໃນການຄົມມະນາຄົມແລ້ວ, ຍັງຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງອີກ, ການພັດທະນາເສດຖະກິດ ແລະ ການທ່ອງທ່ຽວຕາມເສັ້ນທາງຫຼວງຈະພັດທະນາຂຶ້ນ.
ນາງ ໂພຄຳ ພະນັກງານໂຮງແຮມ VangVieng Tmark ໄດ້ກ່າວດ້ວຍຄວາມພາກພູມໃຈວ່າ: ນັກທ່ອງທ່ຽວຕ່າງກໍຍ້ອງຍໍຊົມເຊີຍຕໍ່ປະສົບການໃໝ່ໃນການໃຊ້ທາງດ່ວນ ພ້ອມລະບຸວ່າ: “ການລວມຕົວລະຫວ່າງເຕັກໂນໂລຊີທີ່ທັນສະໄໝ ແລະ ຮັບປະກັນຄວາມປອດໄພທາງດ້ານການຂັບຂີ່ ນັບວ່າເປັນສິ່ງທີ່ດີ” ການເປີດເສັ້ນທາງດ່ວນຈະຊ່ວຍສົ່ງເສີມການພັດທະນາອຸດສາຫະກໍາການທ່ອງທ່ຽວ ໂດຍສະເພາະແມ່ນເມືອງວັງວຽງທີ່ເປັນເມືອງທ່ອງທ່ຽວ”. (ຂ່າວ: ຫົວເຫວີຍ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com