Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຈໍາປາສັກ ເປັນແຂວງໜຶ່ງທີ່ມີຄວາມຈະເລີນກ້າວໜ້າທາງດ້ານເສດຖະກິດ-ສັງຄົມ ແລະ ເປັນຈຸດສູນກາງທາງດ້ານເສດຖະກິດ-ສັງຄົມຂອງສີ່ແຂວງພາກໃຕ້. ແຂວງຈຳປາສັກ ອຸດົມສົມບູນໄປດ້ວຍແຫຼ່ງຊັບພະຍາກອນ ທຳມະຊາດທີ່ມີທ່າແຮງໃນການຜະລິດກະສິກຳເປັນສິນຄ້າ ຍ້ອນສະພາບຈຸດພິເສດພູມອາກາດທີ່ຫຼາກຫຼາຍ ມີແມ່ນໍ້າຂອງໄຫຼຜ່ານ ມີຄວາມອຸດົມສົມບູນ ດິນດຳນໍ້າຊຸ່ມເໝາະແກ່ການປູກພືດກະສິກຳ ສາມາດທຳການຜະລິດໄດ້ຕະຫຼອດປີ ຜະລິດຕະພັນກະສິກຳທີ່ມີຊື່ສຽງດ້ານການສົ່ງອອກນັ້ນກໍຄືກາເຟ, ຊາ, ເຂົ້າ, ພືດຜັກ, ໝາກໄມ້, ປາ, ໝາກແໜ່ງ ແລະ ອື່ນ ໆ.
ທ່ານ ມະໄລທອງ ກົມມະສິດ ຮອງເຈົ້າແຂວງຈຳປາສັກ ໄດ້ລາຍງານໃຫ້ຮູ້ວ່າ: ທ່າແຮງໃນການຜະລິດກະສິກຳຂອງແຂວງຈຳປາສັກນັ້ນມີຫຼາຍ ແຕ່ຖ້າຊິເຮັດໃຫ້ປະຊາຊົນຮັ່ງມີ ຢູ່ດີ ກິນດີນັ້ນ ຕ້ອງໄດ້ນໍາໃຊ້ເຕັກນິກວິທະຍາສາດສຸມໃສ່ການຜະລິດ ນີ້ແມ່ນຂອດທີ່ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ ໃນສະພາບທີ່ເສດຖະກິດຂອງພວກເຮົາໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ດ້ານໜຶ່ງທີ່ພວກເຮົາຈະຕ້ອງໄດ້ຊຸກຍູ້ສົ່ງເສີມແມ່ນການຜະລິດພາຍໃນໃຫ້ຫຼາຍຂຶ້ນເຊັ່ນ: ພືດຜັກ, ໝາກໄມ້, ປາ ແລະ ອື່ນໆ ເພື່ອສົ່ງໄປຂາຍຢູ່ນະຄອນ ຫຼວງວຽງຈັນ, ສ່ວນກາເຟຖືເປັນລາຍຮັບທີ່ສຳຄັນໃຫ້ປະ ຊາຊົນ. ປີນີ້, ລາຄາກາເຟດີຂຶ້ນຫຼາຍ ສະນັ້ນນະໂຍບາຍຂອງແຂວງໄດ້ມີການຄົ້ນຄວ້າສຶກສາເຖິງສາເຫດເພື່ອໃຫ້ກາເຟໄປໄດ້ໄກກວ່ານີ້ ບັນຫາໜຶ່ງແມ່ນຕົ້ນທຶນການຜະລິດສູງ, ການຜະລິດກະສິກຳບໍ່ທັນເຂັ້ມແຂງຍັງອີງໃສ່ການນຳເຂົ້າຫຼາຍ, ການຜະລິດຍັງບໍ່ທັນເປັນສິນຄ້າ, ການນຳໃຊ້ເຕັກນິກບໍ່ທັນຫຼາຍບວກໃສ່ກັບການໄດ້ຮັບຜົນກະທົບຈາກໄພທຳມະຊາດ ເພື່ອກະຕຸ້ນເສດຖະກິດຊ່ວຍຜູ້ປະກອບການໃນໄລຍະຜ່ານມາພວກເຮົາໄດ້ຈັດງານວາງສະແດງຂາຍສິນຄ້າກະສິກຳ-ຫັດຖະກຳເພື່ອສົ່ງເສີມສິນຄ້າພາຍໃນ, ກຳນົດຈຸດສຸມເຂົ້າຢູ່ໃນແຜນ ການ 5 ປີຂອງແຂວງໃນການຊຸກຍູ້ສົ່ງເສີມ, ກຳນົດຈຸດສຸມໃນການຜະລິດ ຊຶ່ງຜ່ານມາໄດ້ມີການກຳນົດແລ້ວສິນຄ້າທີ່ຕະຫຼາດຕ້ອງການຫຼາຍມີເຂົ້າ, ພືດຜັກ, ໝາກໄມ້ກິນໝາກ, ກາເຟ, ຊາ, ມັນຕົ້ນ, ສາລີ, ສັດລ້ຽງ ແລະ ອື່ນໆ. ມາປີນີ້, ພວກເຮົາຕ້ອງໄດ້ທົບທວນຄືນຕະຫຼາດຕ້ອງການສິນຄ້າປະເທດໃດ ເພື່ອສຸມໃສ່ຕອບສະໜອງສິນຄ້າໃຫ້ທັນກັບຄວາມຕ້ອງການຂອງຕະຫຼາດ. ສຳລັບການກໍສ້າງທາງລົດໄຟກຳລັງຈະສຳເລັດໃນມໍ່ໆນີ້ ຖືເປັນເສັ້ນເລືອດໃຫຍ່ໃນການຄົມມະນາຄົມຂົນສົ່ງຂາຍສິນຄ້າພວກເຮົາຈະຕ້ອງໄດ້ທົບທວນຄືນຄວາມຕ້ອງການຢູ່ໃນຕະຫຼາດຈີນມີຫຍັງແດ່ ຫຼັງຈາກນັ້ນ ພວກເຮົາຈະຕ້ອງໄດ້ສຸມໃສ່ການຜະລິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດຈີນ.
ທ່ານໄດ້ກ່າວເນັ້ນຕື່ມວ່າ: ຕໍ່ບັນຫາດັ່ງກ່າວທາງການນຳແຂວງຈະພະຍາຍາມຊ່ວຍຊຸກຍູ້, ປຶກສາຫາລືກົນໄກການປະສານງານເພື່ອຊ່ວຍຜູ້ປະກອບການກໍຄືທະນາຄານ ແລະ ພະແນກການອື່ນໆ. ພ້ອມນີ້, ກໍຢາກໃຫ້ຜູ້ປະກອບການປັບປຸງຕົນເອງໃນການດຳເນີນທຸລະກິດເພື່ອໃຫ້ແທດເໝາະກັບສະພາບປັດຈຸບັນ ຊຶ່ງລັດ ຖະບານໄດ້ມີນະໂຍບາຍສົ່ງ ເສີມຜູ້ປະກອບການເຂົ້າຫາແຫຼ່ງທຶນ ເພື່ອມາພັດທະນາທຸລະກິດ ແຕ່ຜູ້ປະກອບການຕ້ອງມີມາດຕະຖານ ເພື່ອເຂົ້າເຖິງແຫຼ່ງທຶນເພື່ອຊຸກຍູ້ການຜະລິດທຸລະກິດ, ນີ້ຖືເປັນວຽກທີ່ສຳຄັນຫຼາຍ ເພື່ອການພັດທະນາທີ່ຍືນຍົງ ທັງເປັນການກະຕຸ້ນໃຫ້ການຜະລິດກະສິກຳຢູ່ພາຍໃນແຂວງມີຄວາມເຂັ້ມແຂງ ປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ເຕີບໃຫຍ່ເຂັ້ມ ແຂງເປັນກ້າວໆ.
(ໂດຍ: ພູວັນ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com