Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມຄົບຄະນະ ຄັ້ງ ທີ 12 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກໄດ້ດຳ ເນີນຢ່າງເປັນທາງການມາແຕ່ວັນທີ 23 ທັນວາ ໄດ້ສຳເລັດລົງຢ່າງຈົບງາມ ໃນວັນທີ 25 ທັນວານີ້ ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໂດຍມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກສົມບູນ ແລະ ສຳຮອງເຂົ້າຮ່ວມຢ່າງພ້ອມ ພຽງ.
ກອງປະຊຸມໄດ້ຜ່ານ ແລະ ປະກອບຄຳເຫັນໃສ່ບົດສຳຫຼວດ ການນຳພາລວມຂອງຄະນະບໍ ລິຫານງານສູນກາງພັກ ສະໄໝທີ Xໃນໄລຍະ 2016 ຫາ 2020 ຊຶ່ງ ເປັນການສະຫຼຸບສັງລວມຜົນ ງານຕ່າງໆທີ່ຍາດມາໄດ້ຕະ ຫຼອດໄລຍະ 5 ປີທີ່ຜ່ານມາ ພ້ອມທັງຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບັນດາມາດຕະການ ເພື່ອໃຫ້ຄະນະບໍລິຫານງານຊຸດໃໝ່ໄດ້ນຳໄປສືບຕໍ່ຄົ້ນຄວ້າ, ຈັດຕັ້ງປະຕິບັດ ແລະ ສືບຕໍ່ວາງແຜນແກ້ໄຂໃນສະເພາະໜ້າ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຜ່ານບົດສໍາຫຼວດກວດກາການນໍາພາ-ຊີ້ນໍາຂອງແຕ່ລະສະຫາຍສູນກາງພັກຕະຫຼອດສະໄໝທີ X, ດ້ວຍຈິດໃຈຮັບຜິດຊອບການເມືອງສູງ ມີການຄົ້ນຄວ້າ, ວິເຄາະ, ວິ ໄຈບັນຫາຕ່າງໆຢ່າງເລິກເຊິ່ງ, ເປັນເຈົ້າການວາງທິດທາງແກ້ໄຂບັນຫາຕ່າງໆ; ສ້າງຄວາມເປັນເອກະພາບສູງໃນການເສີມຂະຫຍາຍມູນເຊື້ອການນໍາພາຂອງສູນກາງພັກ.
ຕອນທ້າຍຂອງກອງປະ ຊຸມ ສະຫາຍເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ເນັ້ນໜັກໃຫ້ທົ່ວພັກ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີທີ່ເປັນປຶກແຜ່ນ, ຄວາມເປັນເອກະພາບພາຍໃນພັກ ແລະ ພາຍໃນຊາດ, ເພີ່ມ ທະວີຄວາມເອົາໃຈໃສ່, ນໍາພາ- ຊີ້ນໍາປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ສູງຂຶ້ນ ຕື່ມ, ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາ ຊົນ ປະຕິວັດລາວ ໃຫ້ມີຜົນສໍາເລັດຢ່າງຈົບງາມ.(ຂ່າວ: ຫ້ອງວ່າການສູນກາງພັກ, ພາບ: ສຸກສະຫວັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com