Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສະໄໝສາ ມັນເທື່ອທີ 10 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ I ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ທັນວານີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໂດຍມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນ ຫຼວງວຽງຈັນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການຕີລາຄາໂດຍສັງເຂບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5 ປີ (2016-2020) ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ຂອງນະຄອນຫຼວງວຽງຈັນ; ຮັບຟັງການສະເໜີທາບທາມ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງ ນະຄອນຫຼວງ (2021-2025); ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານປີ 2020 ແລະ ທິດທາງ ແຜນການ ປີ 2021 ຂອງອົງການກວດສອບປະຈໍາພາກກາງ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປີ 2019 ຂອງນະຄອນຫຼວງ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2020 ແລະ ທິດທາງແຜນການເຄື່ອນໄຫວປະຈຳປີ 2021 ຂອງໄອຍະການປະຊາຊົນ ແລະ ສານປະຊາຊົນນະຄອນຫຼວງ; ພິຈາລະນາ ແລະ ຮັບຮອງເອົາ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ(2016-2020), ປີ 2020ຂອງສະພາປະຊາຊົນນະຄອນຫຼວງ ຊຸດທີ I; ແຜນການ ກອງປະຊຸມຄັ້ງ ປະຖົມມະລືກ ແລະ ຄາດຄະເນແຜນການ ປະຈໍາປີ 2021 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II; ຮັບຟັງການປະກອບຄໍາເຫັນຂອງແນວລາວສ້າງຊາດນະຄອນຫຼວງຕໍ່ກັບການເຄື່ອນໄຫວວຽກງານຂອງສະພາປະຊາຊົນນະຄອນຫຼວງ ແລະ ຈະໄດ້ຮັບຟັງການຊີ້ແຈງບັນຫາສໍາຄັນ ຂອງອົງການປົກຄອງນະຄອນຫຼວງ. ພ້ອມກັນນັ້ນກໍຈະໄດ້ຮັບຟັງການຊີ້ແຈງກ່ຽວກັບການແກ້ໄຂບັນຫາຢາເສບຕິດໃນສະເພາະໜ້າ ຢູ່ນະຄອນຫຼວງ; ຮັບຟັງການຊີ້ແຈງກ່ຽວກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ບັນຫາການຮົກເຮື້ອໃນຕົວເມືອງນະຄອນຫຼວງ; ຮັບຟັງການຊີ້ແຈງກ່ຽວກັບການຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫຼາດຢູ່ນະຄອນຫຼວງ ແລະ ຮັບຟັງການຊີ້ແຈງກ່ຽວກັບການເເກ້ໄຂບັນຫາວຽກເຮັດງານທໍາ ຂອງປະຊາຊົນຊາວນະຄອນຫຼວງ. (ຂ່າວ: ແສງຈັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com