Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ອົງການກວດກາລັດຖະ ບານ ໄດ້ຈັດພິທີສະເຫຼີມສະ ຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 17 ປີ (9/12/2003 - 9/12/2020) ຂຶ້ນໃນວັນທີ 28 ທັນວາ ນີ້ ທີ່ສະໂມສອນຂອງອົງການກວດກາລັດຖະບານ ໂດຍມີ ທ່ານ ສີໃນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາລັດຖະບານ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ, ມີທ່ານ ຄຣິດ ບາດ (Chris Batt) ທີ່ປຶກສາຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ອົງການ UNODC ປະຈຳ ສປປ ລາວ, ທ່ານ ຣິຊາດ ຟິລິບປາດ (Richard Philippart) ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ແຫ່ງ ລຸກຊໍາບວກ (ILSTA) ແລະ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ສີໃນ ມຽງລາວັນ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ປີ 2000 ໄດ້ມີມະຕິ ເລກທີ 55/ 61, ລົງວັນທີ 4 ທັນວາ 2000 ໄດ້ກໍານົດຄວາມຈໍາເປັນໃນການສ້າງກົດໝາຍສາກົນທີ່ມີປະສິດທິຜົນໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນຂອບເຂດທົ່ວໂລກ. ຈາກນັ້ນມາສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ໄດ້ຖືກຮັບຮອງເອົາຢ່າງເປັນເອກະສັນໃນວັນທີ 18 ທັນວາ 2002 ທີ່ນະຄອນນິວຢອກ, ສະຫະລັດອາເມຣິກາ ແລະ ໄດ້ເປີດໃຫ້ບັນດາປະເທດລົງນາມເຂົ້າເປັນສະມາຊິກໃນວັນທີ 9-11 ທັນວາ 2003 ທີ່ເມືອງເມລິດາ ປະເທດແມັກຊີໂກ ຊຶ່ງມາຮອດປັດຈຸບັນມີ 187 ລັດພາຄີ ແລະ ໃນນັ້ນ ມີ 179 ປະເທດທີ່ເປັນພາຄີ.
ສໍາລັບ ສປປ ລາວ ໄດ້ລົງນາມໃນວັນທີ 10 ທັນວາ 2003 ແລະ ໃຫ້ສັດຕະຍາບັນໃນວັນທີ 25 ກັນຍາ 2009 ເປັນຕົ້ນມາ. ພ້ອມນັ້ນກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ປີ 2003 ຍັງໄດ້ອອກຍັດຕິ 58/4 ກໍານົດເອົາວັນທີ 9 ທັນວາຂອງທຸກໆປີເປັນວັນຕ້ານການສໍ້ລາດບັງຫຼວງສາກົນ. ນັບແຕ່ນັ້ນມາ, ວັນທີ 9 ທັນວາ ໄດ້ກາຍເປັນວັນທີ່ມີຄວາມໝາຍສໍາຄັນແຫ່ງຄວາມສາມັກຄີໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຂອງບັນດາປະຊາຊາດໃນໂລກ ຊຶ່ງໄດ້ວາງຄໍາຂວັນວັນທີ 9 ທັນວາໃນປີ 2020 ນີ້ແມ່ນ “ຮ່ວມແຮງຮ່ວມໃຈຕ້ານການສໍ້ລາດບັງຫຼວງ”.
ທ່ານ ສີໃນ ມຽງລາວັນ ຍັງກ່າວໃຫ້ຮູ້ອີກວ່າ: ໃນປີ 2019 ຜ່ານມາ, ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນໄດ້ໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ນັກຮຽນ-ນັກສຶກສາ ຕະຫຼອດຮອດປະຊາຊົນຊັ້ນຄົນຕ່າງໆ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງ ທັງໝົດ 153 ຄັ້ງ, ມີຜູ້ເຂົ້າຮ່ວມ 349.869 ຄົນ, ຍິງ 14.511 ຄົນ, ໂຄສະນາຜ່ານວິທະຍຸ ແລະ ໂທລະພາບ 330 ຄັ້ງ, ອອກຂ່າວໜັງສືພິມ 252 ຂ່າວ, ວາລະສານກວດກາ 5 ສະບັບ, 26.025 ຫົວ ແລະ ໄດ້ຕິດຕາມ-ກວດກາ ທັງໝົດ 945 ເປົ້າໝາຍ ແລະ ດໍາເນີນກວດກາລົງເລິກຕໍ່ຜູ້ກະທຳຜິດທີ່ມີພຶດຕິກຳສໍ້ລາດບັງຫຼວງ 70 ເປົ້າໝາຍ, ພົບເຫັນຜູ້ກະທຳຜິດ 196 ຄົນ. ດໍາເນີນການສືບສວນ-ສອບສວນ ຕໍ່ຜູ້ກະທໍາຜິດທີ່ມີການສໍ້ລາດບັງຫຼວງ 18 ເປົ້າໝາຍພົບເຫັນຜູ້ກະທໍາຜິດ 464 ຄົນ, ໄດ້ແກ້ໄຂດ້ານບໍລິຫານ 380 ຄົນ, ດໍາເນີນຄະດີ 84 ຄົນ, ສະຫຼຸບຄະດີສົ່ງໄອຍະການ 62 ຄົນ, ໄອຍະການຖະແຫຼງສານຕັດສິນ 37 ຄົນ, ສານຕັດສິນແລ້ວ 34 ຄົນ ຊຶ່ງຜູ້ກະທຳຜິດແມ່ນລວມທັງພະນັກງານລັດ ແລະ ເອກະຊົນ ຜົນເສຍຫາຍທີ່ເກີດຂຶ້ນ ແມ່ນຖືກເກັບກູ້ຄືນໄດ້ຫຼາຍສົມຄວນ. ພຶດຕິກໍາສໍ້ລາດບັງຫຼວງທີ່ພົ້ນເດັ່ນແມ່ນ: ການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່; ການໃຫ້ ແລະ ຮັບສິນບົນ, ການຍັກຍອກ, ການສໍ້ໂກ້ງຊັບຂອງລັດ, ການປອມແປງ ແລະ ນໍາໃຊ້ເອກະສານປອມ ເພື່ອສໍ້ໂກງ-ຍັກຍອກ ແລະ ອື່ນໆ. ໃນປີ 2019 ໄດ້ຮັບຄໍາຮ້ອງ-ຄໍາສະເໜີ ລວມທັງໝົດ 1.038 ສະບັບ, ໃນນີ້ ແກ້ໄຂແລ້ວ 226 ສະບັບ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງຂັ້ນຕ່າງໆແກ້ໄຂ 407 ສະບັບ, ແຈ້ງຕອບໃຫ້ເຈົ້າຂອງຄໍາຮ້ອງ 52 ສະບັບ, ເກັບມ້ຽນຕິດຕາມ 104 ສະບັບ, ກຳລັງຄົ້ນຄວ້າ ແລະ ເກັບກຳຂໍ້ມູນ 249 ສະບັບ.
(ຂ່າວ - ພາບ: ສຸກສະຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
09/08/2022 08:23:16
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com