Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍອີງຕາມການລາຍງານຂອງທ່ານ ສຸນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ X ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ I ຫວ່າງບໍ່ດົນມານີ້ ວ່າ: ໃນປີ 2020 ແຂວງອັດຕະປື ໄດ້ວາງຄາດໝາຍການຂະຫຍາຍຕົວຂອງເສດຖະກິດໄວ້ເບື້ອງຕົ້ນໃນລະດັບ 8% ແຕ່ການຈັດຕັ້ງປະຕິບັດຕົວຈິງແມ່ນບໍ່ບັນລຸຕາມແຜນການ ສາເຫດຕົ້ນຕໍກໍຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ 19,ໂດຍອີງຕາມການປະເມີນຂອງສູນສະຖິຕິປະຈໍາແຂວງ ເຫັນວ່າເສດຖະກິດຂອງແຂວງຂະຫຍາຍຕົວພຽງ 4,6%, ສ້າງມູນຄ່າຕາມລາຄາໃນປີໄດ້ 2.974 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 18 ລ້ານ 6 ແສນກີບ ຫຼື ເທົ່າກັບ 2 ພັນກວ່າໂດລາ.
ທ່ານ ສຸນະຄອນ ແກ້ວວຽງຄໍາ ຍັງໄດ້ກ່າວຕື່ມວ່າ: ການຂະຫຍາຍຕົວເສດຖະກິດຂອງແຂວງອັດຕະປື ໃນແຕ່ລະຂົງເຂດມີຄື: ຂະແໜງກະສິກໍາຂະຫຍາຍຕົວ 2,4% ກວມເອົາ 23,39% ຂອງຈີດີພີ, ເຖິງວ່າບໍ່ບັນລຸຕາມແຜນການກໍຕາມແຕ່ເຫັນວ່າຂະແໜງການນີ້ ມີທ່າຂະຫຍາຍຕົວດີພໍສົມຄວນ ຍ້ອນແຮງງານທີ່ໄດ້ຮັບຜົນກະທົບຈາກພະຍາດ ໂຄວິດ-19 ບໍ່ສາມາດປະກອບອາຊີບໄດ້ ຈຶ່ງຫັນໄປສູ່ການຜະລິດກະສິກໍາ ຊຶ່ງແຂວງອັດຕະປືມີທ່າແຮງຢູ່ແລ້ວ, ໃນນີ້ຄາດຄະເນຜົນຜະລິດກະສິກໍາຂະຫຍາຍຕົວ 1,7%, ການປູກຝັງ, ລ້ຽງສັດ ແລະ ການປະມົງຂະຫຍາຍຕົວ 1,7%, 2,1% ແລະ 7,4% ຕາມລໍາດັບ, ສ່ວນປ່າໄມ້ແມ່ນຕິດລົບ 29%. ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 9,9% ກວມເອົາ 39,74% ຂອງຈີດີພີ, ປັດໄຈຫຼັກທີ່ສົ່ງຜົນໃຫ້ຂະແໜງອຸດສາຫະກໍາຂະຫຍາຍຕົວ ມາຈາກອຸດສາຫະກໍາປຸງແຕ່ງ ຂະຫຍາຍຕົວ 14% ການກໍ່ສ້າງຂະຫຍາຍຕົວ 12,8% ແລະ ພະລັງງານໄຟຟ້າ ຂະຫຍາຍຕົວ 4,5%, ຂະແໜງບໍລິການ ຂະຫຍາຍຕົວ 7% ກວມເອົາ 23,39% ຂອງຈີດີພີ ຊຶ່ງຂະແໜງການນີ້ກໍແມ່ນອີກຂະແໜງໜຶ່ງທີ່ໄດ້ຮັບຜົນກະທົບໜັກຈາກການລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະແມ່ນວຽກງານການທ່ອງທ່ຽວ ແລະ ຂະແໜງການທີ່ຕິດພັນກັບການທ່ອງທ່ຽວ ເປັນຕົ້ນ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ຫຼຸດລົງເຖິງ 30% ດ້ານໄປສະນີໂທລະຄົມມະນາຄົມ ຂະຫຍາຍຕົວພຽງ 1,2% ແລະ ການຂາຍຍົກ-ຂາຍຍ່ອຍ ຂະຫຍາຍຕົວພຽງ 4,6%. (ຂ່າວ: ວັດທະນາ ຂ, ອັດຕະປື)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
31/10/2020 15:37:24
05/02/2020 09:03:10
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com