Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ວັນໄຊ ຕະວິນຍານ
ແຂວງຫຼວງພະບາງໃຜໆກໍຮູ້ດີວ່າ ເປັນແຂວງຂຶ້ນຊື່ລືຊາ ມີແຫຼ່ງທ່ອງທ່ຽວທີ່ມີຊື່ສຽງໄປທົ່ວໂລກ, ນະຄອນ-ຫຼວງພະ ບາງ ຖືກຮັບຮອງເປັນມໍລະດົກໂລກຈາກອົງການອຸຍແນັສໂກ ໃນວັນທີ 12/9/1995 ຕໍ່ມາໄດ້ ຖືກຄັດເລືອກເປັນເມືອງທ່ອງ ທ່ຽວຍອດນິຍົມຂອງໂລກ 8 ຄັ້ງ, ໄດ້ລາງວັນມາດຕະຖານການ ທ່ອງທ່ຽວຂອງອາຊຽນ 17 ລາງ ວັນ, ລາງວັນການທ່ອງທ່ຽວດີ ເດັ່ນ ແລະ ຍືນຍົງຂອງລາວ 7 ລາງວັນ. ເມື່ອນັກທ່ອງທ່ຽວພາຍ ໃນ ແລະ ຕ່າງປະເທດໄປທ່ຽວ ຕ້ອງຕິດອົກຕິດໃຈເຖິງຄວາມສວຍງາມຂອງທໍາມະຊາດ, ແຫຼ່ງ ທ່ອງທ່ຽວ, ວິຖີຊີວິດ ແລະ ພາສາ ປາກເວົ້າອັນນຸ້ມນວນອອນຊອນ ຂອງຊາວຫຼວງພະບາງບໍ່ມີມື້ເສື່ອມຄາຍ.
ຍ້ອນເຫັນໄດ້ທ່າແຮງພັກ ແລະ ລັດຖະບານເຮົາກໍຄືອໍານາດ ການປົກຄອງແຂວງຫຼວງພະ ບາງ ຈຶ່ງກຳນົດເປັນແຜນຍຸດທະ ສາດ ໃນການພັດທະນາແຫຼ່ງ ທ່ອງທ່ຽວໃຫ້ກາຍເປັນສູນກາງ ການທ່ອງທ່ຽວທາງດ້ານປະ ຫວັດສາດ, ທໍາມະຊາດ ແລະ ວັດທະນະທໍາລະດັບພາກພື້ນ ແລະ ສາກົນ, ປົກປັກຮັກສາມໍ ລະດົກໂລກໃຫ້ມີຄວາມຍືນຍົງ, ເປັນແຂວງບໍລິການທາງຜ່ານ ໄປສູ່ແຂວງທາງພາກເໜືອ. ເປັນແຫຼ່ງລາຍຮັບອັນ ໝັ້ນຄົງ ຕໍ່ເສດຖະກິດ-ສັງຄົມຂອງ ແຂວງ.
ຕະຫຼອດ 45 ປີຜ່ານມາ, ນັບແຕ່ປະເທດຊາດໄດ້ຮັບການ ປົດປ່ອຍເປັນຕົ້ນມາ, ການນຳ ແຂວງຫຼວງພະບາງ ໃນແຕ່ລະຍຸກ ແຕ່ລະສະໄໜໄດ້ສຸມທຶນຮອນ, ລະດົມນັກລົງທຶນພາຍໃນ ແລະ ຕ່າງປະເທດດຶງດູດການຊ່ວຍເຫຼືອຈາກຕ່າງປະເທດມາພັດທະນາພື້ນຖານໂຄງລ່າງ ແລະ ແຫຼ່ງທ່ອງທ່ຽວດີຂຶ້ນເປັນກ້າວໆມາ. ປີ 2011 ເປັນປະ ຫວັດການທີ່ມີນັກທ່ອງທ່ຽວເຂົ້າ ມາ ທັງໝົດເກືອບ 1.900.000 ຄົນ ໃນນີ້ມີນັກທ່ອງທ່ຽວຕ່າງ ປະເທດ 274.500 ຄົນ ເພີ່ມຂຶ້ນຈາກປີ 2010 ເປັນ 26% ມີລາຍຮັບ 164 ລ້ານໂດລາ.
ເວົ້າສະເພາະ 5 ປີຜ່ານມານີ້, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຫຼວງພະບາງ ຊຶ່ງມີຄວາມຮັບ ຜິດຊອບ ໂດຍກົງແມ່ນໄດ້ສືບຕໍ່ປະຕິບັດແຜນຍຸດທະສາດພັດ ທະນາແຫຼ່ງທ່ອງທ່ຽວຕິດພັນ ກັບການອະນຸລັກມໍລະດົກໂລກ, ເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳໄປພ້ອມກັບການປັບ ປຸງການບໍລິການແບບມີຄຸນນະພາບ ເພື່ອກ້າວສູ່ມາດຕະຖານອາຊຽນ. ມາຮອດປັດຈຸບັນນີ້, ແຂວງຫຼວງພະບາງມີແຫຼ່ງທ່ອງທ່ຽວທີ່ໄດ້ຮັບການພັດທະນາ ຄຸ້ມຄອງໃຫ້ຊົງຄຸນຄ່າ ພ້ອມທັງ ຂຶ້ນບັນຊີແລ້ວ 228 ແຫ່ງ, ໃນນີ້ ເປີດບໍລິການແລ້ວ 111 ແຫ່ງ, ສຳເລັດແຜນຍຸດທະສາດພັດ ທະນາການທ່ອງທ່ຽວໄດ້ 48% ຂອງຈຳນວນ 155 ໂຄງການ, ສຳເລັດການຈັດຕັ້ງປະຕິບັດ ແຜນປົກປັກຮັກສາຄຸ້ມຄອງມໍ ລະດົກສໍາລັບ 2016-2025 ໄດ້ 115 ໂຄງການຂອງຈໍານວນທັງໝົດ 241 ໂຄງການ, ປະຕິບັດແຜນສົ່ງເສີມການຕະຫຼາດທ່ອງທ່ຽວສໍາລັບປີ 2016-2020 ໄດ້ 60,37% ແລະ ແຜນພັດທະ ນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດ ໝາຍປາຍທາງການທ່ອງທ່ຽວແຂວງໄດ້ 75%, ສໍາຄັນອີກອັນໜຶ່ງແມ່ນສາມາດຍົກສູງວຽກ ປົກປັກຮັກສາວັດຖຸບູຮານ, ປູສະ ນີຍະສະຖານ, ວັດວາອາຮາມ, ສະຖານທີ່ທາງປະຫວັດສາດຂອງແຂວງ ລວມທັງຮີດຄອງປະ ເພນີອັນດີງາມໃຫ້ຍືນຍົງ ແລະ ຊົງຄຸນຄ່າຍິ່ງຂຶ້ນເປັນຈຸດດຶງດູດ ນັກທ່ອງທ່ຽວ. ໄປພ້ອມກັນນີ້, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວແຂວງຫຼວງພະບາງເອົາໃຈໃສ່ພັດທະ ນາ ແລະ ປັບປຸງສິ່ງອໍານວຍຄວາມ ສະດວກສະຖານທ່ີພັກເຊົາດີຂຶ້ນເປັນກ້າວໆ. ມາຮອດປັດຈຸບັນ, ທົ່ວແຂວງຫຼວງພະບາງມີໂຮງ ແຮມ ແລະ ຣີສອດ 97 ແຫ່ງ, ທຽບໃສ່ 2015 ເພີ່ມຂຶ້ນ 34,72%, ເຮືອນພັກ 400 ຫຼັງ, ເພີ່ມຂຶ້ນ 23,7%, ຮ້ານອາຫານ 311 ຮ້ານ ເພີ່ມຂຶ້ນ 9,89%, ມີບໍລິ ສັດທ່ອງທ່ຽວ 97 ບໍລິສັດເພີ່ມຂຶ້ນ 31,08% ຮ້ານບັນເທີງ 19 ຮ້ານ, ຮ້ານນວດ ແລະ ສະ ປາ 36 ຮ້ານ, ມີພະນັກງານນຳ ທ່ຽວລະດັບຊາດຈໍານວນ 533 ຄົນ, ພະນັກງານນໍາທ່ຽວລະ ດັບແຂວງ 41 ຄົນ, ສິ່ງອໍານວຍ ຄວາມສະດວກທັງໝົດນີ້ລ້ວນ ແຕ່ໄດ້ຮັບການຊີ້ນໍາ, ຄຸ້ມຄອງຢ່າງ ເປັນລະບົບຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ, ໄດ້ຮັບການຝຶກອົບຮົມຍົກລະດັບຄວາມ ຮູ້ພື້ນຖານດ້ານຕ່າງໆເປັນປົກ ກະຕິທັງຮັບປະກັນດ້ານມາດ ຕະຖານອາຊຽນ ແລະ ສາກົນ. ດ້ວຍທ່າແຮງທີ່ເຂັ້ມແຂງຂອງວຽກງານທ່ອງທ່ຽວ ຈຶ່ງເປັນການ ກະຕຸກຊຸກຍູ້ມູນເຊື້ອການຕາໍ່ຫູກທໍໄໝ, ຫຍິບປັກຖັກແສ່ວ, ການສົ່ງເສີມສີໄມ້ລາຍມືເປັນ ສິນຄ້າຫັດຖະກໍາພື້ນເມືອງເປັນ ສິນຄ້າສ້າງລາຍຮັບໃຫ້ປະຊາ ຊົນຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ສິນຄ້າທີ່ຜະລິດກໍລ້ວນແຕ່ສ້າງຄວາມສົນໃຈໃຫ້ກັບນັກທ່ອງທ່ຽວຊື້ໄປເປັນທີ່ລະນຶກ. ໃນ 5 ປີຜ່ານມາ, ເດັ່ນກວ່າໝູ່ພະແນກຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວແຂວງຫຼວງ ພະບາງໄດ້ສົ່ງເສີມສ້າງຂີດຄວາມ ສາມາດໃຫ້ແກ່ກຸ່ມຫັດຖະກໍາປັ້ນ ໝໍ້ຫຼໍ່ໄຫຢູ່ບ້ານຈ່ານເໜືອເມືອງ ຈອມເພັດ, ການປັບປຸງຜະລິດ ຕະພັນໃຫ້ມີການຫຸ້ມຫໍ່ທີ່ສວຍງາມເພີ່ມມູນຄ່າໃຫ້ສິນຄ້າ, ການ ອອກແບບຜະລິດຕະພັນໃຫ້ກຸ່ມ ຫັດຖະກຳບ້ານນາຍາງ ເມືອງນໍ້າບາກ, ການຍ້ອມສີທໍາມະ ຊາດໃຫ້ກຸ່ມຕາໍ່ຫູກບ້ານປາກ ມຸດນະຄອນຫຼວງພະບາງ ແລະ ຈັດງານວາງສະແດງຜະລິດຕະພັນທ່ອງທ່ຽວ ແລະ ສິນຄ້າອື່ນໆ ອີກຫຼາຍຄັ້ງ.
ທ່ານ ນາງ ສຸດາພອນ ຄົມມະວົງ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາຍງານກ່ຽວກັບແຜນພັດ ທະນາຕິດພັນກັບການເສີມຂະ ຫຍາຍຄຸນຄ່າດ້ານວັດທະນະທຳ ໃນ 5 ປີຕໍ່ໜ້າວ່າ: ຈະສືບຕໍ່ເອົາ ໃຈໃສ່ປົກປັກຮັກສາ ແລະ ຟື້ນ ຟູເສີມຂະຫຍາຍວັດທະນະທຳ ຮີດຄອງປະເພນີອັນດີງາມ, ຮີດ 12 ຄອງ 14 ຂອງປະຊາຊົນບັນ ດາເຜົ່າທີ່ເປັນເອກະລັກໃຫ້ຫຼາຍ ຂຶ້ນ ຮັບປະກັນລັກສະນະຊາດ, ມະຫາຊົນ, ລັກສະນະກ້າວໜ້າ, ສົ່ງເສີມໜ່ວຍວັນນະຄະດີແຕ່ ລະບ້ານ, ແຕ່ລະເຜົ່າໃຫ້ເຂັ້ມ ແຂງ, ສູ້ຊົນພັດທະນາແຫຼ່ງທ່ອງ ທ່ຽວໃຫ້ໄດ້ມາດຕະຖານຫຼາຍ ຂຶ້ນ, ສືບຕໍ່ປັບປຸງສິ່ງອໍານວຍ ຄວາມສະດວກຢູ່ສະຖານທີ່ທ່ອງ ທ່ຽວໃຫ້ເປັນທີ່ປະທັບໃຈມາດຕະການປ້ອງກັນພະຍາດໂຄ ວິດ ໂດຍສະເພາະ ເພື່ອຮອງຮັບ ນັກທ່ອງທ່ຽວພາຍຫຼັງເສັ້ນທາງ ລົດໄຟ ລາວ-ຈີນ ສຳເລັດ. ປະຕິ ບັດເກນມາດຕະຖານ ແລະ ຕົວ ຊີ້ວັດຂອງການທ່ອງທ່ຽວຂອງ ອາຊຽນໄປສູ່ການບໍລິການທີ່ມີຄຸນນະພາບ. ໂຄສະນາການ ທ່ອງ ທ່ຽວທຸກຮູບແບບ ແລະ ທຸກຊ່ອງ ທາງໄປທົ່ວໂລກ ເພື່ອກະຕຸ້ນ ການທ່ອງທ່ຽວຫຼັງພະຍາດໂຄວິດ ແນໃສ່ໃຫ້ນັກທ່ອງທ່ຽວກັບ ມາທ່ຽວຫຼວງພະບາງຫຼາຍຂຶ້ນ ແລະ ສືບຕໍ່ປະຕິບັດໂຄງການອື່ນໆອີກ.
ທັງໝົດເຫຼົ່ານີ້, ເພື່ອສ້າງ ໃຫ້ແຂວງຫຼວງພະບາງກາຍ ເປັນອຸດສາຫະກຳການທ່ອງ ທ່ຽວທີ່ຍືນຍົງ-ທັນສະໄໝ ແລະ ມີຄຸນນະພາບ, ທັງສົ່ງເສີມໃຫ້ ປະຊາຊົນມີສ່ວນຮ່ວມສ້າງແຫຼ່ງ ລາຍຮັບເຮັດໃຫ້ເສດຖະກິດ ຂອງແຂວງຂະຫຍາຍຕົວຢ່າງ ຕໍ່ເນື່ອງ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com