Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຄະນະເລຂາທິການສະ ພາແຫ່ງຊາດ ໄດ້ຈັດກອງປະ ຊຸມສະຫຼຸບຜົນງານການເຄື່ອນ ໄຫວປະຈໍາປິ 2020 ແລະ ທິດທາງແຜນການ ປີ 2021, ຍ້ອງ ຍໍພະນັກງານ - ລັດຖະກອນ ພາຍໃນສະພາແຫ່ງຊາດ ໃນວັນທີ 31 ທັນວາຜ່ານມາ ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6).
ພາຍໃຕ້ການເປັນປະ ທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ.
ຄະນະເລຂາທິການສະ ພາແຫ່ງຊາດ ໄດ້ຈັດກອງປະ ຊຸມສະຫຼຸບຜົນງານການເຄື່ອນ ໄຫວປະຈໍາປິ 2020 ແລະ ທິດທາງແຜນການ ປີ 2021, ຍ້ອງ ຍໍພະນັກງານ - ລັດຖະກອນພາຍໃນສະພາແຫ່ງຊາດ ໃນວັນທີ 31 ທັນວາຜ່ານມາ ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6). ພາຍໃຕ້ການເປັນປະ ທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ.
ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ, ບົດຮຽນທີ່ຖອດຖອນໄດ້ ແລະ ວຽກງານໃນຕໍ່ໜ້າ. ຄະນະບໍລິຫານງານ ພັກສະພາແຫ່ງຊາດ ໄດ້ເອົາ ໃຈໃສ່ຊີ້ນໍາວຽກງານກົງຈັກການຈັດຕັ້ງຕ່າງໆ ໃນວຽກງານຄຸ້ມຄອງພະນັກງານ-ລັດຖະ ກອນ ໃນການສ້າງແຜນກໍານົດພະນັກງານຄຸ້ມຄອງມີຜົນສໍາເລັດ ແລະ ທັງສືບຕໍ່ຕິດຕາມຊຸກຍູ້ກໍ່ສ້າງຊ່ວຍເຫຼືອຕໍ່ເປົ້າໝາຍສ້າງພະນັກງານຢ່າງຕໍ່ເນື່ອງ; ປັດຈຸບັນ ສະພາແຫ່ງຊາດ ມີພະນັກງານ-ລັດຖະ ກອນທັງໝົດ 381 ຄົນ ຍິງ 164 ຄົນ; ປີ 2020 ໄດ້ຮັບລັດຖະກອນຈໍານວນ 24 ໂກຕາ, ໃນນັ້ນ ໄດ້ບັນຈຸເຂົ້າໃນສະພາແຫ່ງຊາດ 13 ໂກຕາ, ຈັດແບ່ງໃຫ້ສະພາປະຊາຊົນແຂວງ 11 ໂກຕາ. ຄຽງຄູ່ກັນ ຍັງໄດ້ຍົກລະດັບທາງດ້ານວຽກງານວິຊາສະເພາະ ພ້ອມທັງ ບໍາລຸງສ້າງພະນັກງານຢູ່ພາຍໃນ-ຕ່າງປະ ເທດ; ໄດ້ເອົາໃຈໃສ່ຄົ້ນຄວ້າປະຕິບັດນະໂຍບາຍດ້ານຕ່າງໆ ຕໍ່ການນໍາ ແລະ ພະນັກງານ-ລັດຖະກອນໄດ້ເປັນຢ່າງດີ.
ໄລຍະ 1 ປີຜ່ານມາ ສະພາແຫ່ງຊາດ ຊຸດທີ VIII ສາມາດ ປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນ ຊຶ່ງສະ ແດງອອກ ໄດ້ຮັບຮອງເອົາກົດ ໝາຍທັງໝົດ 9 ສະບັບ ໃນນີ້ ກົດໝາຍສ້າງໃໝ່ 4 ສະບັບ, ກົດໝາຍປັບປຸງ 5 ສະບັບ; ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ VIII ເທື່ອທີ 9 ແລະ ເທື່ອທີ 10 ໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆ ທັງໝົດ ຈໍານວນ 19 ເນື້ອໃນ ໃນນີ້ຮັບຮອງອອກເປັນມະຕິກອງປະ ຊຸມສະພາແຫ່ງຊາດ 13 ສະ ບັບ ກວມເອົາຂົງເຂດວຽກງານ ລັດຖະບານ 22 ສະບັບ, ຂົງ ເຂດວຽກງານອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ 11 ສະ ບັບ, ຂົງເຂດວຽກງານອົງການກວດກາແຫ່ງລັດ ແລະ ອົງການກວດກາລັດຖະບານ 8 ສະບັບ, ຂົງເຂດວຽກງານສະພາແຫ່ງຊາດ 20 ສະບັບ; ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ 129 ເນື້ອໃນ, ຮັບຮອງອອກເປັນມະຕິຂອງຄະນະປະຈໍາສະພາແຫ່ງຊາດ ຈໍານວນ 178 ສະບັບ ໃນນີ້ ກວມເອົາວຽກງານລັດຖະບານ 22 ສະບັບ, ວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດ ຖະບານ 19 ສະບັບ, ວຽກງານອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ 134 ສະບັບ, ວຽກງານສະພາແຫ່ງຊາດ 3 ສະບັບ ແລະ ວຽກງານອື່ນໆ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ຍ້ອງ ຍໍຊົມເຊີຍຕໍ່ຜົນງານທີ່ພະນັກ ງານ-ລັດຖະກອນພາຍໃນສະ ພາຍາດມາໄດ້ໃນຕະຫຼອດໄລ ຍະທີ່ຜ່ານມາ; ພ້ອມທັງ ໄດ້ເນັ້ນໜັກໃຫ້ພະນັກງານ ຈົ່ງສືບຕໍ່ເອົາໃຈໃສ່ດ້ານການເມືອງ-ແນວຄິດ, ແບບແຜນການນໍາພາວິທີເຮັດວຽກ, ມູນເຊື້ອຄວາມສາມັກຄີພາຍໃນ ຄຽງຄູ່ກັນກໍໃຫ້ພົວພັນຮ່ວມມືກັບພາຍນອກ, ສືບຕໍ່ຊອກຮູ້ຮ່ຳຮຽນເອົາຄວາມຮູ້ ເພື່ອພັດ ທະນາຕົນເອງ ທັງໝູນໃຊ້ເຂົ້າໃນວຽກງານໃຫ້ໄດ້ຮັບຜົນປະ ໂຫຍດສູງສຸດ ແລະ ຕີຕ້ານປະ ກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນໃນຖັນແຖວພະນັກງານ- ລັດຖະກອນຢ່າງເດັດຂາດ ແລະ ເອົາໃຈໃສ່ວຽກງານອື່ນໆ.
(ຂ່າວ: ແສງຈັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
09/08/2022 08:23:16
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com