Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການພັດທະນາການ ໃຫ້ບໍລິການຊຳລະຄ່າທຳນຽມປະກັນໄພຂອງ ພຣູເດັນໂຊລ ລາວ ໂດຍຜ່ານບໍລິການຂອງຢູມັນນີ (u-money) ຊຶ່ງເປັນການ ພັດທະນາຊ່ອງທາງການຊຳລະເງິນຮູບແບບໃໝ່ ໂດຍສະເພາະການຈ່າຍຄ່າທຳນຽມປະກັນໄພຊີວິດ, ເປັນການເສີມຂະຫຍາຍຄຸນນະພາບການໃຫ້ບໍລິການ ແລະ ເພື່ອອຳນວຍຄວາມສະ ດວກສະບາຍຍິ່ງຂຶ້ນໃຫ້ແກ່ລູກຄ້າທັງສອງຝ່າຍ ໄດ້ຈັດຂຶ້ນເມື່ອ ບໍ່ດົນມານີ້ ທີ່ບໍລິສັດ ຢູນີເທວ ນະຄອນຫຼວງວຽງຈັນ.
ຮ່ວມລົງນາມໃນຄັ້ງນີ້ລະຫວ່າງ ທ່ານ ເຄນຢ້ອນ ໂຮ ຜູ້ອຳ ນວຍການຝ່າຍບໍລິຫານການຄ້າ ບໍລິສັດ ພຣູເດັນໂຊລ ປະກັນ ໄພຊີວິດ (ລາວ) ຈຳກັດ ແລະ ທ່ານ ເຈີນ ມິງ ດຶກ ຮອງຜູ້ອໍາ ນວຍການ ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ຊຶ່ງມີ ທ່ານ ນາງ ສຸທານີ ສີສຸວົງ ຮອງຫົວໜ້າພະແນກກວດກາລະບົບຊຳລະ ຕາງໜ້າຄຸ້ມຄອງລະບົບຊຳລະ ສະສາງ ທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍພະນັກງານທັງ ສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ພຣູເດັນໂຊລ ລາວ ແມ່ນຂຶ້ນກັບ ພຣູເດັນໂຊລ ຄໍອອບໂປເຣເຊິນ ເອເຊຍ ຊຶ່ງພຣູເດັນໂຊລ ລາວໄດ້ສ້າງຕັ້ງຫ້ອງການຕົວ ແທນຂຶ້ນທີ່ນະຄອນຫຼວງວຽງຈັນ ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດ ແລະ ປະກັນ ສຸຂະພາບທີ່ແທດເໝາະກັບຄວາມຕ້ອງການ ໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ, ໃນປັດຈຸບັນພຣູເດັນໂຊລ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານທາງລະບົບທະນາຄານທົ່ວປະເທດ, ຜ່ານລະບົບຂາຍຕົງລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບ ພີເຄເຊິນເພົ້າສ ອີກດ້ວຍ, ບໍລິສັດ ສະຕາ ຟີນ ເທັກ ຈຳກັດຜູ້ດຽວພາຍໃຕ້ເຄື່ອງ ໝາຍການຄ້າ ຢູມັນນີ ເປັນບໍລິ ສັດ ໃນເຄືອຂອງ ບໍລິສັດສະຕາ ໂທລະຄົມ ຊຶ່ງໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົາເງິນເອເລັກໂຕຣ ນິກຢ່າງເປັນທາງການ ຊຶ່ງການໃຫ້ບໍລິການດັ່ງກ່າວນີ້ຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າ ປະຊາຊົນທົ່ວໄປທີ່ອາໄສຢູ່ທຸກຂົງເຂດທົົ່ວປະເທດລາວ ແລະ ສາ ມາດເຂົ້າເຖິງທະນາຄານແບບ ດີຈີຕອນໄດ້ຢ່າງງ່າຍດາຍທີ່ສຸດ.
(ຂ່າວ-ພາບ: ບຸນອູ້ມ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com