Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມື່ອບໍ່ດົນມານີ້ ກອງບັນຊາການທະຫານແຂວງອັດຕະປື ໄດ້ປິດການແຂ່ງຂັນກິລາມວນຊົນ,ໂດຍການເຂົ້າຮ່ວມປິດ ແລະ ມອບຂັນລາງວັນຂອງທ່ານ ພັອ ບຸນຈັນ ສີຫາວົງ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງອັດຕະປື, ມີຄະນະພັກກອງບັນຊາການ,ຄະນະພັກ-ຄະນະບັນຊາ 5 ຫ້ອງ,ກົມກອງ,ກຳມະການພ້ອມດ້ວຍນັກກິລາເຂົ້າຮ່ວມ.
ທ່ານ ພັທ ພູວັງ ນວນຄໍາພູ ຫົວໜ້າພະແນກອົບຮົມໄດ້ຜ່ານບົດສະຫຼຸບຜົນສຳເລັດການຈັດການແຂ່ງຂັນກິລາມວນຊົນ ຄັ້ງນີ້ວ່າ: ແມ່ນ ເພື່ອເປັນການສ້າງຂະບວນການ ຕ້ອນຮັບວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 72 ປີ ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີຄວາມໝາຍຄວາມ ສຳຄັນມີບັນຍາກາດຟົດຟື້ນ, ສ້າງ ຄວາມສາມັກຄີ ລະຫວ່າງ ກົມກອງ ຕ່າງໆທັງເປັນການຝຶກຝົນຮ່າງກາຍໃຫ້ມີສຸຂະພາບແຂງແຮງ.ຕະຫຼອດໄລຍະການແຂ່ງຂັນຄະນະຊີ້ນຳ, ກຳມະການຕັດສິນຕະຫຼອດຮອດທີມນັກກິລາທີ່ມາຈາກແຕ່ລະກົມກອງໄດ້ພ້ອມກັນຈັດຕັ້ງປະຕິບັດລະບຽບກະຕິກາແຂ່ງຂັນດ້ວຍຜົນສຳ ເລັດອັນສະຫງ່າງາມ ຍັງຮັກສາໄດ້ຄວາມສາມັກຄີ,ຮັກສາໄດ້ມູນເຊື້ອຂອງກົມກອງ ສ່ວນຫຼາຍແມ່ນມີແນວຄິດອຸ່ນອ່ຽນທຸ່ນທ່ຽງປະຕິບັດມະຕິຄຳສັ່ງຂອງຄະນະຮັບຜິດຊອບຢ່າງເຂັ້ມງວດ ຕະຫຼອດໄລຍະການແຂ່ງຂັນເປັນເວລາ 26 ວັນ. ກົມກອງທີ່ສົ່ງນັກກິລາເຂົ້າຮ່ວມທັງໝົດ 19 ກົມກອງ,ປະເພດກິລາຈັດເຂົ້າແຂ່ງຂັນ ລວມມີ 2 ປະເພດຄື:ເຕະບານຊາຍ ຮຸ່ນທົ່ວໄປ,ບານສົ່ງຊາຍຮຸ່ນທົ່ວໄປ ລວມມີ 10 ທີມ,ແບ່ງອອກເປັນ 2 ສາຍ,ບານສົ່ງ ລວມມີ 14 ທີມ ແບ່ງອອກເປັນ 4 ສາຍ. ມີຈຳນວນພົນເຂົ້າຮ່ວມທັງໝົດ 412 ສ/ຫ,ໃນນັ້ນ ຄະນະຊີ້ນຳລວມ 4 ສ/ຫ, ກຳມະການ ແລະຜູ້ຊ່ວຍກຳມະການຕັດສິນ 8 ສ/ຫ.
ຜົນຂອງການແຂ່ງຂັນທີ 1 ກິລາເຕະບານ ແລະ ບານສົ່ງໄດ້ແກ່ ໂຮງຮຽນການທະຫານທ້ອງຖິ່ນ, ທີ່2 ເຕະບານໄດ້ແກ່ ກອງຮ້ອຍທະຫານຊາຍແດນ 541, ບານສົ່ງ ໄດ້ແກ່ ຫ້ອງເຕັກນິກ, ທີ 3 ເຕະບານ ໄດ້ແກ່ ກອງພັນທະຫານຮາບ 19 ແລະ ບານສົ່ງ ໄດ້ແກ່ ກອງຮ້ອຍ 570.
ທ່ານ ພັອ ບຸນຈັນ ສີຫາວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄູຝຶກ ແລະ ນັກກິລາ ທ່ີໄດ້ຈັດຂະບວນການແຂ່ງຂັນສຳເລັດຕາມຄາດ ແລະ ຕ້ອງໄດ້ເອົາໃຈໃສ່ຝຶກຝົນຮ່າງກາຍ, ຝຶກຝົນຕົນເອງໃຫ້ມີຄວາມຊຳນິຊຳນານ, ມີໄຫວພິບຄ່ອງແຄ້ວ, ມີປັນຍາແຫຼມຄົມ, ມີຄວາມອົດທົນໜຽວແໜ້ນ, ມີພອນສະຫວັນ ພອນສະແຫວງຂອງຕົນເຂົ້າໃນຖັນແຖວກຳລັງປະກອບອາວຸດ ເພື່ອໃຫ້ຕິດພັນກັບການດຳເນີນຊີວິດປະຈຳວັນຂອງກົມກອງຕິດພັນກັບ 7 ລະບອບ 18 ວຽກຂອງກອງທັບ ສ້າງໃຫ້ພະນັກງານ-ນັກຮົບຫ່າງໄກຈາກສິ່ງເສບຕິດ, ສິ່ງມຶນເມົາ, ຫ່າງໄກຈາກໄພສັງຄົມຕ່າງໆ ເວົ້າສະເພາະຝຶກຝົນຫຼໍ່ຫຼອມເພື່ອສຸຂະພາບທາງກາຍ ແລະ ຈິດໃຈ, ເພື່ອສ້າງຄວາມສະໝານສາມັກຄີລະຫວ່າງກົມກອງ ແລະ ອຳນາດການປົກຄອງທ້ອງຖິ່ນ.
(ຂ່າວ: ຕິ໋ມພອນ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
12/08/2020 11:39:01
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com