Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມື່ອບໍ່ດົນມານີ້ກົມສ້າງຄູ ກະຊວງສຶກສາທິການ ແລະກິ ລາ ແລະ ລັດຖະບານອົສຕຣາລີ ໄດ້ຈັດຕັ້ງປະຕິບັດການຕິດ ຕາມການຮຽນການສອນໃນ ຫ້ອງຮຽນຊັ້ນປະຖົມເຂດຫ່າງ ໄກສອກຫຼີກພ້ອມທັງໃຫ້ຄຳ ແນະນຳແກ່ຄູຝຶກຂັ້ນແຂວງ ໂດຍຜ່ານການປະຊຸມທາງ ອອນລາຍ. ນັບແຕ່ມີການລະ ບາດຂອງພະຍາດໂຄວິດ-19, ໂດຍການສະໜັບສະໜູນຈາກ ລັດຖະບານອົສຕຣາລີ ໂດຍຜ່ານແຜນງານບີຄວາ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 28 ທ່ານ ຈາກຄູຝຶກຫຼັກແຫຼ່ງ 6 ທ່ານ, ຄູຝຶກຂັ້ນແຂວງ 22 ທ່ານທີ່ມາຈາກ 3 ແຂວງຄື: ນະຄອນຫຼວງວຽງຈັນ, ຫຼວງນໍ້າທາ ແລະ ແຂວງ ສະຫວັນນະເຂດ. ຫົວຂໍ້ຝຶກອົບ ຮົມທີ່ໄດ້ຖືກຄັດເລືອກເຂົ້າໃນການທົດລອງການຮຽນແບບປະ ສົມປະສານຄື: ທັກສະ ແລະເຕັກນິກການສັງເກດການຮຽນ-ການສອນໃນຫ້ອງຮຽນ ຊຶ່ງເປັນທັກສະຫຼັກຂອງຄູ ເພື່ອຊ່ວຍໃຫ້ຄູສາມາດປະເມີນນັກຮຽນໃນການຮຽນໄດ້.
ຈຸດປະສົງຫຼັກຜູ້ເຂົ້າຮ່ວມ ຝຶກອົບຮົມຄັ້ງນີ້ເປັນຄັ້ງທຳອິດທີ່ທົດລອງຝຶກອົບຮົມທາງອອນລາຍ ໂດຍການນຳໃຊ້ວີດີໂອປະ ຊຸມທາງອອນລາຍລວມທັງການ ສ້າງຫ້ອງປະຊຸມວີດີໂອອອນ ລາຍ ແລະ ການນຳໃຊ້ເຄື່ອງມືຊັອບແວແບບຊູມໃຫ້ເຫັນພາບຂອງແຕ່ລະຄົນໃນຫ້ອງປະຊຸມແລະ ທຸກຄົນສາມາດເຫັນພາບກັນ ແລະ ປຶກສາກັນ ໂດຍຜ່ານຫ້ອງປະຊຸມຊັອບແວທາງອອນລາຍນີ້, ໃນທຸກຂັ້ນຕອນໄດ້ມີການແນະນຳການນຳໃຊ້ ແລະ ນຳພາການຈັດຕັ້ງປະຊຸມທາງອອນລາຍ. ພາຍຫຼັງທີ່ຄູຝຶກຫຼັກແຫຼ່ງໄດ້ຮັບການຝຶກອົບຮົມດັ່ງກ່າວນີ້ແລ້ວຈະສາມາດນຳໃຊ້ ແລະ ຝຶກຕໍ່ໃຫ້ຄູຝຶກຂັ້ນແຂວງ. ການທົດລອງການຮຽນແບບປະສົມປະສານແມ່ນໄດ້ຈັດຕັ້ງປະຕິບັດຝຶກອົບຮົມແບບໜ້າ ຊຶ່ງໜ້າຈຳນວນ 2 ວັນ ພ້ອມທັງການຝຶກອົບຮົມ ໂດຍ ຜ່ານທາງອອນລາຍອີກ 4 ຄັ້ງແລະ ຄັ້ງລະເຄິ່ງວັນ. ການຝຶກອົບຮົມການທົດລອງນີ້ໄດ້ຈັດຕັ້ງປະຕິບັດຝຶກອົບຮົມແບບດຽວກັນນີ້ໃຫ້ຄູສອນຊັ້ນປະຖົມສຶກສາ ສຳລັບຫຼັກສູດສະບັບປັບປຸງໃໝ່ ຊຶ່ງຄະນະວິຊາການຈາກກົມສ້າງຄູ ແລະ ຊ່ຽວຊານຈາກແຜນງານບີຄວາກຳລັງຈັດ ຕັ້ງປະຕິບັດຝຶກອົບຮົມໃຫ້ແກ່ຄູ ຝຶກຫຼັກແຫຼ່ງ ຊຶ່ງພາຍຫຼັງທີ່ເຂົາ ເຈົ້າໄດ້ຮັບການຝຶກອົບຮົມແລ້ວເຂົາເຈົ້າຈະໄດ້ໄປຝຶກຕໍ່ໃຫ້ຄູຝຶກຂັ້ນແຂວງ ແລະ ໃນການຝຶກອົບຮົມຄັ້ງທີ 3 ໃນອາທິດຜ່ານມາ, ຄູຝຶກຫຼັກແຫຼ່ງໄດ້ຕິດ ຕາມສັງເກດການຮຽນ-ການສອນໃນຫ້ອງຮຽນໃນຫຼາຍເມືອງຢູ່ໃນ 3 ແຂວງທີ່ກຳລັງທົດລອງ. ຄະນະຊ່ຽວຊານຂອງແຜນງານບີຄວາແລະ ຄະນະວິຊາການຂອງກົມສ້າງຄູທີ່ຢູ່ໃນນະຄອນຫຼວງວຽງຈັນໄດ້ຕິດຕາມກວດກາໃນ ການຈັດຕັ້ງກອງປະຊຸມ ໂດຍ ນຳໃຊ້ຊູມທາງອອນລາຍຂອງ ພວກເຂົາ ເພື່ອວັດຄຸນນະພາບຂອງການຈັດຕັ້ງປະຕິບັດໃນການສັງເກດຕິດຕາມການຮຽນ -ການສອນໃນຫ້ອງຮຽນທີ່ປະ ຕິບັດຢູ່ ໂດຍຄູຝຶກຫຼັກແຫຼ່ງຈຳ ນວນ 6 ຄົນ ຊຶ່ງເຫັນວ່າໄດ້ຮັບ ຜົນສຳເລັດໃນການນຳໃຊ້ເຕັກໂນໂລຊີດັ່ງກ່າວໃນເຂດຫ່າງໄກສອກຫຼີກ. ການທົດລອງດັ່ງ ກ່າວໄດ້ເລີ່ມຈັດຕັ້ງປະຕິບັດແຕ່ ເດືອນຕຸລາ 2020 ທີ່ຜ່ານມາແລະ ສືບຕໍ່ຈົນຮອດທ້າຍປີນີ້ ແລະ ມີແຜນຈັດຕັ້ງປະຕິບັດຢູ່ໃນຂັ້ນແຂວງ ເນື່ອງຈາກການຕອບຮັບທຳອິດເຫັນວ່າໄດ້ຮັບຜົນໃນທາງບວກ ສຳລັບການຮຽນແບບປະສົມປະສານນີ້ມັນເຮັດໃຫ້ມີຄວາມສະດວກສະບາຍ ແລະ ສາມາດຄວບຄຸມ, ຕິດຕາມການຮຽນ-ການສອນໄດ້ໃນເຂດຫ່າງໄກສອກຫຼີກ ຊຶ່ງມັນສາມາດຫຼຸດຜ່ອນເວລາໃນການເດີນທາງແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ ໃນການຈັດຝຶກອົບຮົມໃນເຂດທີ່ຫ່າງໄກສອກຫຼີກໃນການເຂົ້າເຖິງ.ນອກຈາກນີ້ຍັງເຮັດໃຫ້ຄູຝຶກຫຼັກແຫຼ່ງສາມາດຕອບສະໜອງ ແລະ ໃຫ້ການຊ່ວຍເຫຼືອແກ່ຄູຝຶກຂັ້ນແຂວງໄດ້ທັນເວລາ ພ້ອມ ທັງສາມາດໃຫ້ຄຳແນະ ນຳຢ່າງຕໍ່ເນື່ອງ ໂດຍການນຳໃຊ້ວິທີການແບບໃໝ່ນີ້ໃນເຂດຫ່າງໄກສອກຫຼີກອີກດ້ວຍ.
(ຂ່າວ: ສສກ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
31/10/2020 15:37:24
05/02/2020 09:03:10
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com