Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມປຶກສາຫາລືໃສ່ຮ່າງຍຸດທະສາດພັດທະນາກະສິກໍາ 2021-2030 ແລະ ຮ່າງຂອບຍຸດທະສາດກະສິກໍາສີຂຽວ ແລະ ຍືນຍົງ ຂອງ ສປປ ລາວ 2021-2030 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ມີຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ບັນດາແຂວງພາກເໜືອ ເຂົ້າຮ່ວມ. ທ່ານ ລິນຄໍາ ດວງສະຫວັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຫຼາຍ ຊຶ່ງຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ ປຶກສາຫາລື ຕໍ່ຮ່າງຍຸດທະສາດ ທັງສອງສະບັບ ທີ່ຄະນະນຳກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວເຖິງຄວາມຈໍາເປັນໃນການປັບປຸງ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງຍຸດທະສາດ ພັດທະນາກະສິກໍາ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030. ທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງແຕ່ລະຂົງເຂດວຽກງານໃນໄລຍະຜ່ານມາ ໃນຂອບແຜນ 8 ແລະໄດ້ຈັດກອງປະຊຸມພາຍໃນຄະນະກອງເລຂາຫຼາຍຄັ້ງ ເພື່ອປຶກສາຫາລື, ປັບປຸງ ແລະ ຄວາມເປັນເອກະພາບກັນ. ທ່ານກ່າວຕື່ມວ່າ: ມາຮອດປັດຈຸບັນ ຄະນະຮັບຜິດຊອບປັບປຸງຍຸດທະສາດການພັດທະນາກະສິກໍາ ໄດ້ສຳເລັດການຂຽນຮ່າງຍຸດທະສາດ ການພັດທະນາກະສິກໍາ ໂດຍພື້ນຖານ ແຕ່ເພື່ອໃຫ້ມີຄວາມເປັນເອກະພາບທາງດ້ານເນື້ອໃນ ຈຶ່ງມີຄວາມຈໍາເປັນຕ້ອງມີການປະກອບຄໍາຄິດເຫັນ ໃຫ້ເປັນເອກະພາບ ຈາກທ້ອງຖິ່ນ ໂດຍສະເພາະການຕີລາຄາ ການຈັດຕັ້ງປະຕິບັດ ຍຸດທະສາດພັດທະນາກະສິກໍາໃນໄລຍະ 2015-2020 ຕິດພັນກັບການປະກອບຄໍາເຫັນໃສ່ຮ່າງຂອບຍຸດທະສາດກະສິກຳສີຂຽວ ແລະ ຍືນຍົງ ຂອງ ສປປ ລາວ ປີ 2021-2030 ໂດຍເນັ້ນໃສ່ຄຸນນະພາບຂອງການຜະລິດ ແລະ ຜະລິດຕະພັນກະສິກຳ ເພື່ອສາມາດແຂ່ງຂັນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຂອງປະເທດທີ່ມີຢູ່ໃຫ້ມີຄວາມຍືນຍົງ ແລະ ສອດຄ່ອງກັບຍຸດທະສາດ ການເຕີບໂຕສີຂຽວແຫ່ງຊາດ ແລະ ເກີດຜົນປະໂຫຍດສູງສຸດ. ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າປະກອບຄຳຄິດເຫັນໃສ່ບັນດາເນື້ອໃນ, ຄາດໝາຍ ແລະ ວຽກງານຈຸດສຸມໃສ່ ຮ່າງຍຸດທະສາດພັດທະນາກະສິກໍາ 2021-2030 ແລະ ຮ່າງຂອບຍຸດທະສາດກະສິກໍາສີຂຽວ ແລະ ຍືນຍົງ ຂອງ ສປປ ລາວ 2021-2030 ໃຫ້ສອດຄ່ອງ ເພື່ອນໍາສະເໜີ ຮັບຮອງຕາມຂັ້ນຕອນ ແລະ ພ້ອມກັນນຳເອົາໄປຈັດຕັ້ງປະຕິບັດ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ.
(ຂ່າວ: ແຫຼ້ ສຸລີນພອນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com