Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງຈຳປາສັກ ສປປ ລາວ ແລະ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ ໄດ້ມີກອງປະຊຸມພົບປະ, ປຶກສາຫາລື ເພື່ອວາງມາດຕະການ ແລະ ການຮ່ວມມືປ້ອງກັນການລະບາດຂອງພະຍາດ ໂຄວິດ-19 ຮ່ວມກັນ ໂດຍ ຜ່ານລະບົບ Video Conference ມີ ຄະນະຜູ້ແທນ ຝ່າຍ ຈັງຫວັດອຸບົນ ນຳໂດຍ ທ່ານ ສຸພາສິດ ກໍຈະເລີນຍົດ ຮອງຜູ້ວ່າຣາຊະການ ຈັງຫວັດອຸບົນຣາຊະທານີ ພ້ອມດ້ວຍ ຄະນະຜູ້ບໍລິຫານຈັງຫວັດອຸບົນຣາຊະທານີ ແລະ ຄະນະຜູ້ແທນ ຝ່າຍແຂວງຈຳປາສັກ ນຳໂດຍ ທ່ານ ມະໄລທອງ ກົມມະສິດ ຮອງເຈົ້າແຂວງຈຳປາສັກ ມີຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນລາວ-ໄທ, ບັນດາທ່ານເຈົ້າເມືອງທີ່ມີຊາຍແດນຕິດຈອດກັບ ຈັງຫວັດອຸບົນຣາຊະທານີ ຂອງ ຣາຊະອານາຈັກໄທ, ການນຳພະແນກການ, ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມພົບປະຫາລື ກໍລະນີສຸກເສີນ ລະຫວ່າງ ແຂວງຈໍາປາສັກ ກັບ ຈັງຫວັດອຸບົນຣາຊະທານີ ແມ່ນເພື່ອເປັນການກຳນົດທິດທາງການຮ່ວມມືໃນຕໍ່ໜ້າ, ເພີ່ມທະວີການຕິດຕາມ ກວດກາ, ການປະສານສົມທົບແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນຕາມຊາຍແດນ, ການດຳເນີນມາດຕະການຕ່າງໆ ເພື່ອສະກັດກັ້ນ, ປ້ອງກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ໃນການສືບຕໍ່ປະຕິບັດມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງ ພະຍາດ ໂຄວິດ-19 ທີ່ລັດຖະ ບານ ທັງສອງຝ່າຍໄດ້ວາງອອກ ແລະ ຍັງເປັນການເພີ່ມທະວີ ການເຄື່ອນໄຫວວຽກງານການຕ່າງປະເທດ ຢ່າງຕັ້ງໜ້າ, ສືບຕໍ່ຂະຫຍາຍສາຍພົວພັນທີ່ດີ ຂອງສອງປະເທດລາວ-ໄທ ຊຶ່ງຄົບຮອບວາລະທີ່ມີຄວາມໝາຍຄວາມສຳຄັນ ທີ່ ສປປ ລາວ ແລະ ຣາຊະອານາຈັກໄທ ໄດ້ມີສາຍພົວພັນການທູດຮ່ວມກັນເປັນເວລາ 70 ປີ ແລະ ສອງຝ່າຍ ແມ່ນໄດ້ຕົກລົງເຫັນດີ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ເພີ່ມທະວີການຕິດຕາມ ກວດກາ ການເຂົ້າ-ອອກ ຕາມດ່ານຊາຍແດນ ເພື່ອຮັບປະກັນບໍ່ໃຫ້ມີການເຂົ້າ-ອອກແບບຊະຊາຍ ຫຼື ມີການລັກລອບເຂົ້າ-ອອກ ບໍ່ຜ່ານດ່ານຊາຍແດນ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງ ໃນການນຳເຊື້ອພະຍາດ ໂຄວິດ-19 ມາລະບາດ, ເຫັນດີ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ຂອງແຕ່ລະຝ່າຍ ໃນການຕິດຕາມ ກວດກາຕາມຊາຍແດນ ເພື່ອຮັກສາຄວາມສະຫງົບ ຮຽບຮ້ອຍ ຕາມຊາຍແດນຈໍາປາສັກ-ອຸບົນຣາຊະທານີ ແລະ ເຫັນດີແຕ່ລະຝ່າຍ ໃຫ້ມີການປະຊາສຳພັນ ທຳຄວາມເຂົ້າໃຈກັບອົງການປົກຄອງບ້ານ, ພີ່ນ້ອງປະຊາຊົນ ທັງ 2 ປະເທດ ກ່ຽວກັບສະຖານະການແຜ່ລະບາດ ຂອງໂຣກຕິດຕໍ່ ພະຍາດ ໂຄວິດ-19. ທັງໝົດນັ້ນ ໄດ້ກາຍເປັນເງື່ອນໄຂສຳຄັນໃນການຮ່ວມມືສອງຝ່າຍ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ທັງເປັນຂີດໝາຍອັນສຳຄັນ ເຮັດໃຫ້ສອງແຂວງ ລະຫວ່າງ ແຂວງຈຳປາສັກ ກັບຈັງຫວັດອຸບົນຣາຊະທານີ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ຕາມເຈດຕະນາລົມ ຂອງທັງສອງປະເທດ.
(ຂ່າວ: ທັດຊະນະ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
12/08/2020 11:39:01
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com