Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ທີ່ໄດ້ເປີດຂຶ້ນໃນວັນທີ 7 ແລະ ປິດລົງດ້ວຍຜົນສຳເລັດ ໃນວັນທີ 8 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະ ທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 10 ເອກະສານສໍາຄັນຄື: ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII (2016-2020) ໂດຍໄດ້ພາກັນທົບທວນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ພາລະກິດຂອງລັດຖະບານ ທີ່ຖືກມອບໝາຍຕາມລັດຖະທໍາມະນູນ ແລະ ກົດໝາຍ ແລະ ຜ່ານການສະຫຼຸບຕີລາຄາຈາກກອງປະຊຸມ ກໍເຫັນໄດ້ຜົນງານ, ຜົນສໍາເລັດຫຼາຍຢ່າງ ທີ່ເປັນຮູບປະທໍາ, ເຖິງວ່າໄດ້ມີອຸປະສັກ, ສິ່ງກີດຂວາງ ແລະ ມີຫຼາຍເຫດການເກີດຂຶ້ນ ທີ່ບໍ່ຄາດຄະເນໄວ້ກ່ອນໄດ້ ໃນໄລຍະແຫ່ງການປະຕິບັດໜ້າທີ່ຂອງລັດຖະບານພວກເຮົາ. ຜົນສໍາເລັດທີ່ພວກເຮົາຍາດມາໄດ້ນັ້ນ ນອກຈາກຄວາມອົດທົນພະຍາຍາມເຮັດວຽກງານດ້ວຍຄວາມທຸ້ມເທ, ເສຍສະຫຼະຂອງສະມາຊິກລັດຖະບານ ຢ່າງເປັນປຶກແຜ່ນແໜ້ນໜາແລ້ວ, ພວກເຮົາຍັງໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງ, ຄະນະເລຂາທິການສູນກາງພັກ, ໄດ້ຮັບການສະ ໜັບສະໜູນຊ່ວຍເຫຼືອຮ່ວມມືຈາກສະພາແຫ່ງຊາດ ບັນດາອົງການຈັດຕັ້ງຂອງພັກ, ຂອງລັດ, ອົງການ ຈັດຕັ້ງມະຫາຊົນ ແລະ ປະຊາຊົນ ໃນທົ່ວປະເທດມາເປັນຢ່າງດີຕະຫຼອດເກືອບ 5 ປີ ຜ່ານມາ. ແຕ່ເຖິງຢ່າງໃດກໍຕາມ ຜ່ານການປະຕິບັດໜ້າທີ່ ແລະ ບໍລິຫານປະເທດເກືອບ 5 ປີ ຜ່ານມານັ້ນ ພວກເຮົາກໍຍັງຊອກເຫັນບັນດາຈຸດອ່ອນ, ຂໍ້ຄົງຄ້າງ ທີ່ສໍາຄັນຈໍານວນບໍ່ໜ້ອຍ ຊຶ່ງລັດຖະບານຊຸດນີ້ ຈະພະຍາຍາມແກ້ໄຂໃນເວລາ 3 ເດືອນຕໍ່ໜ້າ ທີ່ລັດຖະບານຍັງມີໜ້າທີ່ບໍລິຫານປະເທດຕາມກົດໝາຍຢູ່ນັ້ນ ເພື່ອສ້າງພື້ນຖານໃຫ້ແກ່ລັດຖະບານ ຊຸດທີ IX ສືບຕໍ່ດໍາເນີນການຕໍ່ໄປ ເພື່ອພາລະກິດອັນໃຫຍ່ຫຼວງຂອງຊາດ, ນໍາພາປະເທດຊາດກ້າວໄປຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບຟັງການລາຍງານກ່ຽວກັບການສະຫຼຸບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຊຶ່ງໃນໄລຍະຜ່ານມາໄດ້ມີການຈັດສຳມະນາ ແລະ ທາບທາມຄຳຄິດເຫັນແບບເປີດກວ້າງ, ຜ່ານກອງປະຊຸມລັດຖະບານ, ກອງປະຊຸມກົມການເມືອງສູນກາງພັກ, ກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມສູນກາງຫຼາຍຄັ້ງແລ້ວ, ເທື່ອນີ້ມາຜ່ານລັດຖະບານຕື່ມເປັນເທື່ອສຸດທ້າຍ ເພາະມີການປັບປຸງຕື່ມບາງຈຸດ. ສະນັ້ນ, ກອງປະຊຸມ ຈຶ່ງສະເໜີໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ຮຽບຮຽງ ແລະ ປັບປຸງຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕາມການປະກອບຄໍາເຫັນຂອງກອງປະຊຸມລັດຖະບານເປີດກວ້າງເທື່ອນີ້ຕື່ມ ເພື່ອກະກຽມນໍາເອົາຮ່າງແຜນດັ່ງກ່າວ ເຂົ້າພິຈາລະນາຂໍທິດຊີ້ນຳຈາກກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ນໍາສະເໜີຜ່ານກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຮັບຮອງຢ່າງເປັນທາງການ ໃນຂັ້ນຕໍ່ໄປ ; ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ແລະ ຄໍາສັ່ງ ເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020. ຜ່ານການປະກອບຄຳເຫັນ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ:
- ບັນດາຕົວຊີ້ວັດທີ່ໄດ້ກຳນົດໃນຄຳສັ່ງແລ້ວ, ແຕ່ຂະແໜງການກ່ຽວຂ້ອງ ຍັງບໍ່ທັນປັບປຸງສຳເລັດ ແມ່ນໃຫ້ຮີບຮ້ອນປັບປຸງ ແລະ ແກ້ໄຂໃຫ້ສຳເລັດໃນທ້າຍເດືອນ ມີນາ 2021.
- ບັນຫາໃດທີ່ຂະແໜງ ການກ່ຽວຂ້ອງ ທີ່ໄດ້ປັບປຸງແກ້ໄຂທາງດ້ານນິຕິກຳ ແລະ ລະບຽບການແລ້ວ ແຕ່ການ ຈັດຕັ້ງປະຕິບັດຕົວຈິງ ຍັງບໍ່ໄປບໍ່ມາ ຫຼື ຍັງບໍ່ທັນເປັນເອກະພາບ ແມ່ນໃຫ້ກະຊວງແຜນ ການ ແລະ ການລົງທຶນ ຮີບຮ້ອນ ຊຸກຍູ້ພາກສ່ວນກ່ຽວຂ້ອງປະ ຕິບັດໂດຍໄວ.
- ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ປັບ ປຸງກົນໄກການປະສານງານໃນການອຳນວຍຄວາມສະດວກ ແລະ ການປັບປຸງສະພາບແວດລ້ອມໃນການລົງທຶນ ລະ ຫວ່າງຂະແໜງການກ່ຽວຂ້ອງໃຫ້ວ່ອງ ໄວຂຶ້ນກວ່າເກົ່າ. ພ້ອມກັນ ນັ້ນ ກໍໃຫ້ສົມທົບກັບຂະແໜງ ການກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະ ກຳແຫ່ງຊາດ ເພື່ອຄົ້ນຄວ້າ ແລະ ປັບປຸງຄຳສັ່ງ 02/ນຍ ເພື່ອໃຫ້ທັນກັບສະພາບການ.
- ໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ແລະພາກ ສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າການເຊື່ອມໂຍງຂໍ້ມູນຜ່ານລະບົບເອເລັກໂຕຣນິກ ເຂົ້າໃນການຄົ້ນຄວ້າ ການອອກອະນຸຍາດລົງທຶນ.
- ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຕິດຕາມ ແລະ ຊຸກຍູ້ ບັນດາຂະແໜງການ ໃຫ້ຮີບຮ້ອນໃນການປັບປຸງບັນຊີກິດຈະການຄວບຄຸມ, ການສ້າງບັນຊີຮຽກການລົງທຶນ ແລະ ການສ້າງລາຍການເອກະສານ ທີ່ຕ້ອງໄດ້ປະກອບສຳລັບຂໍອະນຸມັດການລົງທຶນ ໃຫ້ສຳເລັດ.
- ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຂະແໜງການ ກ່ຽວຂ້ອງ ແລະ ທ້ອງຖິ່ນ ຊຸກຍູ້ ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດໂຄງການຕ່າງໆ ທີ່ໄດ້ຮັບອະ ນຸມັດໄປແລ້ວ ໃຫ້ສອດຄ່ອງຕາມສັນຍາສຳປະທານ ແລະ ຕາມກົດໝາຍ, ລະບຽບການກ່ຽວຂ້ອງ ຂອງ ສປປ ລາວ; ລາຍງານກ່ຽວກັບຮ່າງແຜນຍຸດ ທະສາດການສົ່ງເສີມຜະລິດສິນຄ້າ ຕິດພັນກັບກົນໄກການເຂົ້າເຖິງຕະຫຼາດຈຳໜ່າຍສິນ ຄ້າ ແລະ ການຄ້າຊາຍແດນ. ຕໍ່ກັບຮ່າງຍຸດທະສາດດັ່ງກ່າວ ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກ ສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນຂອງກອງປະຊຸມ ເປັນຕົ້ນ ມອບໃຫ້ຄະນະຮັບຜິດຊອບ ທີ່ໄດ້ຮັບການແຕ່ງຕັ້ງ ຕາມຂໍ້ຕົກລົງ 99/ນຍ ສືບຕໍ່ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນແກ້ໄຂ 8 ຂໍ້ຄົງຄ້າງໃນການສົ່ງເສີມການຜະລິດສິນຄ້າໃນໄລຍະຜ່ານມາໃຫ້ເປັນຮູບປະທໍາ. ພ້ອມກັນນັ້ນ ກໍໃຫ້ກໍານົດກົນໄກການປະສານງານ ແລະ ແບ່ງຄວາມຮັບຜິດຊອບລະຫວ່າງຂະແໜງການກ່ຽວ ຂ້ອງຂັ້ນສູນກາງ, ການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ລະອຽດ ແລະ ຈະ ແຈ້ງ; ໃຫ້ແຕ່ລະທ້ອງຖິ່ນ ກໍານົດສິນຄ້າທີ່ເປັນທ່າແຮງຂອງທ້ອງຖິ່ນຕົນ ເພື່ອຊຸກຍູ້ສົ່ງເສີມໃຫ້ຖືກກັບເປົ້າໝາຍ ແລະ ທ່າ ແຮງ ທີ່ທ້ອງຖິ່ນຕົນມີ. ພ້ອມດຽວກັນນີ້, ເຫັນດີໃຫ້ຄະນະສະ ເພາະກິດດັ່ງກ່າວ ຄົ້ນຄວ້າ ແລະ ເຮັດເປັນຍຸດທະສາດ ຕາມໂຄງຮ່າງເບື້ອງຕົ້ນທີ່ກະ ຊວງແຜນການ ແລະ ການລົງ ທຶນ ໄດ້ສະເໜີແລ້ວນັ້ນໃຫ້ສຳເລັດໂດຍໄວ ເພື່ອກຳນົດທິດທາງແຜນວຽກ ແລະ ແບ່ງຄວາມຮັບຜິດຊອບລະອຽດ ; ລາຍງານ ກ່ຽວກັບການຄົ້ນຄ້ວາການຫັນຊັບສິນຂອງລັດເປັນທຶນ, ກອງປະຊຸມ ໄດ້ຕີລາຄາວ່າ: ວຽກງານການຫັນຊັບສິນເປັນທຶນ ເປັນວຽກໃໝ່ທີ່ພວກເຮົາຍັງບໍ່ທັນມີບົດຮຽນ, ເຖິງວ່າຕົວຈິງຜ່ານມາໄດ້ມີການຫັນຊັບສິນເປັນທຶນ ແຕ່ເຫັນວ່າການປະຕິບັດຍັງບໍ່ທັນເປັນເອກະພາບກັນ ເຮັດໃຫ້ລັດເສຍຜົນປະໂຫຍດຈຳນວນບໍ່ໜ້ອຍ, ສະນັ້ນ ກອງປະຊຸມ ຈຶ່ງມອບໃຫ້ຄະນະຮັບຜິດຊອບຊີ້ນຳການຫັນຊັບສິນຂອງລັດເປັນທຶນ ຕາມຂໍ້ຕົກລົງ ສະບັບເລກທີ 98/ນຍ ສືບຕໍ່ຄົ້ນຄວ້າໃຫ້ລະອຽດຮູບແບບການຫັນຊັບສິນເປັນທຶນ, ບັນດາຫົວໜ່ວຍວິສາຫະກິດຂອງລັດ ທີ່ຈະຫັນເປັນທຶນ ຫຼື ຫັນເປັນຮຸ້ນສ່ວນ, ວິທີການຫັນເປັນທຶນ ແລະ ກົນໄກໃນການຈັດຕັ້ງປະຕິບັດຕົວຈິງໃຫ້ລະອຽດ ໂດຍສ້າງເປັນນິຕິກຳ. ສໍາລັບໃນສະເພາະໜ້າ, ເຫັນດີໃຫ້ຄະນະຮັບຜິດຊອບ ຈັດຕັ້ງປະຕິບັດຕາມທິດທາງທີ່ຄະນະໄດ້ສະເໜີມານັ້ນ, ໃນນັ້ນ ເຫັນດີໃຫ້ມີການຄົ້ນຄວ້າ ແລະ ພິຈາລະນາການຫັນເປັນທຶນ ຫຼື ຫັນເປັນຮຸ້ນສ່ວນ ບັນດາລັດວິສາຫະກິດຈຳນວນໜຶ່ງ ທີ່ເຄື່ອນໄຫວບໍ່ມີປະສິດທິຜົນ ໂດຍພິຈາລະນາເປັນແຕ່ລະກໍລະນີ ຢ່າງຮັດກຸມ ເພື່ອແນໃສ່ແກ້ໄຂບັນຫາໜີ້ສິນຂອງບັນດາລັດວິສາຫະກິດດັ່ງກ່າວ ໃຫ້ຫຼຸດລົງເທື່ອລະກ້າວ; ລາຍງານກ່ຽວກັບຜົນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄໍາສັ່ງ 15/ນຍ, ຜ່ານການຮັບຟັງການລາຍງານ ແລະ ປະກອບຄຳເຫັນກອງປະຊຸມ ໄດ້ຊີ້ນໍາ ໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາ ໃຈໃສ່ ເປັນຕົ້ນ ໃຫ້ກະຊວງອົງ ການທຽບເທົ່າ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ສືບຕໍ່ຈັດຕັ້ງປະຕິບັດທິດທາງໃນຕໍ່ໜ້າຕາມ 10 ຂໍ້ທີ່ຄະນະສະເພາະກິດໄດ້ສະເໜີໃຫ້ເປັນຮູບປະທໍາ; ໃຫ້ພາກສ່ວນກ່ຽວຂ້ອງເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໃຫ້ມີປະສິດທິຜົນກວ່າເກົ່າ ແລະ ພ້ອມດຽວກັນ ກໍໃຫ້ປຶກສາຫາລື ປັບປຸງກົນໄກການເຮັດວຽກ, ແບ່ງວຽກ, ແບ່ງຄວາມຮັບຜິດຊອບກັນລະອຽດ; ລາຍງານກ່ຽວກັບການກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs). ກອງປະ ຊຸມ ໄດ້ຊີ້ນໍາໃຫ້ກະຊວງການຕ່າງປະເທດ ນໍາເອົາການປະກອບຄໍາຄິດເຫັນຂອງບັນດາສະມາຊິກລັດຖະບານ ແລະ ບັນດາເຈົ້າແຂວງ ນໍາໄປສຶກສາຄົ້ນຄວ້າລະອຽດ ແລະ ປຶກສາຫາລື ນໍາອົງການທີ່ກ່ຽວຂ້ອງເຖິງຄວາມເປັນໄປໄດ້ ສປປ ລາວ ຈະອອກຈາກສະຖານະປະເທດດ້ອຍພັດທະນາ ຕາມການປະເມີນຂອງອົງການ ສປຊ ໃນປີ 2021 ແລ້ວກ້າວເຂົ້າສູ່ໄລຍະຂ້າມຜ່ານ 3 ປີ ໄປຈົນເຖິງປີ 2024, ພ້ອມທັງ ຄົ້ນຄວ້າແຜນໃນການຮັບມືກັບສິ່ງທ້າທາຍທີ່ຈະປະເຊີນໃນອະນາຄົດ ພາຍຫຼັງທີ່ໄດ້ຖືກປະກາດອອກຈາກສະຖານະປະເທດດ້ອຍພັດທະນາແລ້ວ ເພື່ອຮັບປະກັນທາງດ້ານສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ; ລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດແຜນການແກ້ໄຂບັນຫາຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ ສປປ ລາວ. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເອົາໃຈໃສ່ຕື່ມ ເປັນຕົ້ນຕ້ອງຫັນວຽກງານນີ້ ໃຫ້ໄປຕາມ ກົດໝາຍ, ລະບຽບການ ຢ່າງເຂັ້ມ ງວດ ກວ່າເກົ່າ, ແຕ່ຕ້ອງຮັບປະກັນຄວາມເປັນທຳ, ຜົນປະໂຫຍດອັນຊອບທຳຂອງຝ່າຍກ່ຽວຂ້ອງ; ລາຍງານກ່ຽວກັບການຈັດຕັ້ງປະຕິບັດການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການ ເພື່ອຫຼຸດຜ່ອນຜົນກະ ທົບຈາກການລະບາດຂອງພະ ຍາດ ໂຄວິດ-19 ຕໍ່ເສດຖະກິດ-ສັງຄົມຂອງລາວ. ກອງປະຊຸມ ໄດ້ຕີລາຄາວ່າ: ສໍາລັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເລີ່ມຕົ້ນແຜ່ຂະ ຫຍາຍນັບແຕ່ທ້າຍປີ 2019 ແລະ ເພີ່ມທະວີຄວາມຮຸນແຮງຂຶ້ນໃສ່ຫຼາຍປະເທດໃນໂລກ. ມາຮອດປັດຈຸບັນ, ສະພາບການລະບາດດັ່ງກ່າວຍັງສືບຕໍ່ສ້າງຄວາມກັງວົນ ແລະ ສົ່ງຜົນກະທົບຕໍ່ສະພາບເສດຖະກິດ-ສັງຄົມໃນທົ່ວໂລກ. ສໍາລັບ ສປປ ລາວ ໄດ້ພົບກໍລະນີຜູ້ທໍາອິດຕິດເຊື້ອໃນທ້າຍເດືອນມີນາ 2020 ຊຶ່ງລັດຖະບານໄດ້ມີຄວາມເອົາໃຈໃສ່ເປັນຢ່າງສູງ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ໂດຍການກຳນົດມາດຕະການຕ່າງໆຢ່າງ ທັນການ ໃນເດືອນເມສາ 2020 ແລະ ມີມາດຕະການຜ່ອນຜັນເປັນແຕ່ລະໄລຍະເປັນຕົ້ນມາ. ຈາກສະພາບການດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດ-ສັງຄົມ ຂອງປະເທດເຮົາ ເປັນຕົ້ນການ ຜະລິດເພື່ອສົ່ງອອກ, ການບໍລິການການທ່ອງທ່ຽວ ແລະ ການບໍລິການປິ່ນອ້ອມ ໄດ້ ເຮັດໃຫ້ລາຍຮັບພາກທຸລະກິດ ແລະ ຄົວເຮືອນຫຼຸດລົງ. ສະນັ້ນ, ລັດຖະບານ ຈຶ່ງໄດ້ກໍານົດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ທີ່ຖືກຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ຕາມຂໍ້ຕົກລົງເລກທີ 31/ນຍ, ຜ່ານການຈັດຕັ້ງປະຕິບັດມາຮອດປັດຈຸບັນ ເຫັນວ່າບັນດານະໂຍບາຍ ແລະ ມາດຕະການດັ່ງກ່າວ ສາມາດແກ້ໄຂຂໍ້ຫຍຸ້ງຍາກ ໂດຍສະ ເພາະດ້ານຕົ້ນທຶນຕ່າງໆຂອງພາກທຸລະກິດ ແລະ ຄົວເຮືອນໄດ້ລະດັບໜຶ່ງ ພ້ອມນັ້ນ ຍັງຊ່ວຍຊຸກຍູ້ ແລະ ອໍານວຍຄວາມສະດວກການຜະລິດພາຍໃນ ໃຫ້ຄ່ອຍກັບຄືນມາສູ່ສະພາບປົກກະຕິ. ແຕ່ເຖິງຢ່າງ ໃດກໍຕາມ ກອງປະຊຸມຄັ້ງນີ້ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເພີ່ມທະວີເອົາໃຈໃສ່ ສືບຕໍ່ປະຕິບັດບັນດາມາດຕະການສະກັດກັ້ນ, ຕ້ານການແຜ່ລະ ບາດຂອງພະຍາດດັ່ງກ່າວ ໃນຕໍ່ໄປ ແລະ ໄດ້ຮັບຟັງການລາຍ ງານການຜັນຂະຫຍາຍຜົນກອງປະຊຸມຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ຄັ້ງທີ 43 ປະຈໍາປີ 2020. ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງການຕ່າງປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງນໍາເອົາເນື້ອໃນ ແລະ ຜົນຂອງການຮ່ວມມືລະຫວ່າງ ສອງຄະນະກໍາມະການໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຕົນ ໃຫ້ໄດ້ຮັບຜົນດີ.
ເພື່ອຈັດຕັ້ງປະຕິບັດທິດຊີ້ນຳ ຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໃຫ້ມີປະສິດທິຜົນ, ກອງປະຊຸມ ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຮຽບຮຽງເປັນມະຕິຂອງກອງປະຊຸມ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ. ຖ້າເຫັນວ່າບັນຫາໃດ ມີຄວາມຈໍາເປັນຕ້ອງອອກເປັນຄໍາສັ່ງ, ຂໍ້ຕົກລົງ ຫຼື ແຈ້ງການຕື່ມອີກ ກໍໃຫ້ຮ່າງເປັນນິຕິກໍາລະອຽດ ເພື່ອໃຫ້ລັດຖະບານພິຈາລະນາຕົກລົງ. ພ້ອມກັນນີ້, ກໍໄດ້ມອບໃຫ້ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງ ຈົ່ງນໍາເອົາເນື້ອໃນຈິດໃຈທີ່ໄດ້ຕົກລົງເປັນເອກະພາບ ໃນກອງປະຊຸມຄັ້ງນີ້ ລວມທັງ ວຽກງານຈຸດສຸມ ທີ່ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ສໍາລັບປີ 2021 ໄປຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ, ພ້ອມທັງ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.
(ຂ່າວ: ຫສນຍ, ພາບ: ສຸກສະຫວັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com