Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງວຽງຈັນ ຄັ້ງທີ VII ໄດ້ເປີດຂຶ້ນເມື່ອບໍ່ດົນມານີ້, ທີ່ສະໂມສອນເຂື່ອນໄຟຟ້ານ້ຳງື່ມ 1 ແຂວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ຕາງໜ້າຈາກບັນດາພະແນກ, ອົງການຈັດຕັ້ງມະຫາຊົນຂອງແຂວງ, ເມືອງເຂົ້າຮ່ວມ.
ກອງປະຊຸມ, ທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ ກໍາມະການສູນກາງແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງວຽງຈັນ ໄດ້ຜ່ານບົດລາຍງານການເມືອງທັງສອງພາກຄື: ຕີລາຄາ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງການແນວລາວສ້າງຊາດ ແຂວງວຽງຈັນ ຄັ້ງທີ VI ຄາດ ໝາຍສູ້ຊົນ, ທິດທາງໜ້າທີ່ ແລະ ວຽກງານຈຸດສຸມໃນຕໍ່ໜ້າ. ຕະຫຼອດໄລຍະ 5 ປີຜ່ານມາຄະນະກຳມະການແນວລາວສ້າງຊາດແຂວງ ໄດ້ນຳເອົາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ໂຄສະນາເຜີຍແຜ່ ໃຫ້ສະມາຊິກພັກ-ພະນັກງານ ແລະ ປະຊາຊົນໄດ້ຮັບຮູ້ເຊື່ອມຊຶມ ແລະ ກຳແໜ້ນ. ໄດ້ເປີດຂະບວນການແຂ່ງ ຂັນສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນກັບຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ, ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຢ່າງເປັນຂະບວນການຟົດຟື້ນ, ໄດ້ມີການເກັບກຳຫາງສຽງຂອງສັງຄົມ ເພື່ອສັງລວມແລ້ວລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າແກ້ໄຂ, ໄດ້ປຸກລະດົມປະຊາຊົນໃຫ້ເປັນເຈົ້າການຕັ້ງໜ້າເຂົ້າຮ່ວມຕ້ານ, ສະກັດກັ້ນພະຍາດອາດຍາສິດ ແລະ ການຫຼິ້ນກິນຟູມເຟືອຍ; ສຶກສາອົບຮົມໃຫ້ປະຊາຊົນມີການປົກປັກຮັກສາວັດທະນະທຳ ແລະ ຮີດຄອງປະເພນີ ອັນດີງາມຂອງແຕ່ລະຊົນເຜົ່າ. ພ້ອມກັນນີ້, ໄດ້ຮັບຟັງປະກອບຄໍາເຫັນກ່ຽວກັບຄອບຄົວຕົວແບບໃນການປູກຝັງ, ບົດຮຽນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ.
ກອງປະຊຸມຄັ້ງນີ້, ໄດ້ຮັບ ຮອງເອົາຄະນະກໍາມະການແນວລາວສ້າງຊາດແຂວງຊຸດໃໝ່ຈໍານວນ 99 ທ່ານ, ຍິງ 16 ທ່ານ, ພະສົງ 5 ອົງ ແລະ ໄດ້ຮັບຮອງເອົາ ທ່ານ ເທບພະໄທ ແກ້ວເຂັມເພັດ ເປັນປະທານແນວ ລາວສ້າງຊາດແຂວງ ຊຸດໃໝ່, ທ່ານ ພວງພັນ ຈັນທະລັງສີ, ທ່ານ ສົມເພັດ ສີພອນໄຊ ແລະ ທ່ານ ນາງ ຄຳກອງ ຂັນທະວົງ ເປັນຮອງປະທານ ແລະ ຮັບຮອງຄະນະປະຈຳແນວລາວສ້າງຊາດ ແຂວງຈຳນວນ 5 ທ່ານ.
ໃນຕອນທ້າຍ ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ເນັ້ນໃຫ້ຄະນະກຳມະການແນວລາວສ້າງຊາດແຂວງຊຸດໃໝ່ ຈົ່ງນຳເອົາ ມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ໄປຈັດຕັ້ງເຜີຍແຜ່ໃຫ້ສະມາ ຊິກພັກ-ພະນັກງານ ແລະ ປະ ຊາຊົນລາວບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈ ແລະ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະກຳ ຢ່າງລະອຽດ ເພື່ອເປັນບ່ອນອີງ ໃນການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເທື່ອລະກ້າວ, ປຸກລະດົມຂົນຂວາຍປະຊາຊົນ ໃຫ້ມີສ່ວນຮ່ວມໃນການຈັດຕັ້ງ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວແຂວງຢ່າງຮອບດ້ານ, ສືບ ຕໍ່ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຊຸກຍູ້ຂະບວນການຜະລິດກະສິກຳເປັນສິນຄ້າ, ສົ່ງເສີມການອະນຸລັກຮັກສາວັດທະນະທຳ-ຮີດ ຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ; ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການເຄື່ອນໄຫວວຽກງານຕາມພາລະບົດບາດ ໃຫ້ມີເນື້ອໃນສົມບູນຂຶ້ນກວ່າເກົ່າ.
(ຂ່າວ-ພາບ: ສນຊ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com