Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງພາຍໃນເລັ່ງແກ້ໄຂບັນຫາລັດຖະກອນເຫຼືອບໍ່ພໍ ໂດຍຝຶກອົບຮົມໃຫ້ພະນັກງານລັດຖະກອນຜູ້ໜຶ່ງສາມາດເຮັດໄດ້ຫຼາຍໜ້າວຽກ, ໃນຂະນະດຽວກັນການຮັບລັດຖະກອນໃໝ່ກໍຕ້ອງໄດ້ຜ່ານການສອບເສັງໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ຂະນະທີ່ການຄຸ້ມຄອງລັດຖະກອນດ້ວຍລະບົບທັນສະໄໝສຳເລັດແລ້ວ ຢູ່ຂັ້ນສູນກາງ 40 ພາກສ່ວນ ແລະ 16 ແຂວງ.
ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານຊຸດທີ VIII ເປີດກວ້າງທ້າຍສະໄໝໃນວັນທີ 8 ມັງກອນຜ່ານມາໃຫ້ຮູ້ວ່າ: ກະຊວງພາຍໃນໄດ້ປະສານສົມທົບກັບບັນດາກະຊວງໃນສູນກາງ ແລະ ທ້ອງຖິ່ນເພື່ອຫັນການຄຸ້ມຄອງລັດຖະກອນດ້ວຍລະບົບທັນສະໄໝແມ່ນໄດ້ເລີ່ມມາແຕ່ປີ 2018 ເປັນຕົ້ນມາ ຊຶ່ງໄດ້ເລີ່ມອອກບັດລັດຖະກອນໃໝ່ທີ່ໃຊ້ໄດ້ 3 ຢ່າງໃນບັດດຽວຄື: 1. ໃຊ້ເປັນບັດລັດຖະກອນ. 2. ບັດປະກັນສັງຄົມ. 3. ບັດເອທີເອັມເງິນເດືອນລັດຖະກອນ, ພ້ອມທັງໃຊ້ໃນການເລື່ອນຊັ້ນ, ເລື່ອນຂັ້ນເງິນເດືອນ, ມາຮອດປັດຈຸບັນແມ່ນສຳເລັດຢູ່ສູນກາງ 40 ພາກສ່ວນ ແລະ ທ້ອງຖິ່ນຈຳນວນໜຶ່ງ.
ແນວໃດກໍຕາມ ການລົງຕິດຕາມກວດກາການນຳໃຊ້ບັດລັດຖະກອນໃໝ່ ແມ່ນຍັງບໍ່ສາມາດນຳໃຊ້ແທນ ໄດ້ຫຼາຍຢ່າງໃນບັດດຽວ ເປັນ ຕົ້ນແມ່ນລະບົບທະນາຄານການຄ້າຕ່າງປະເທດລາວຍັງສາມາດໃຊ້ເປັນບັດເອທີເອມໄດ້.
ສຳລັບການສ້າງຄວາມເຂັ້ມແຂງໃຫ້ລັດຖະກອນເຫຼືອບໍ່ພໍໃນນັ້ນ, ລັດຖະກອນທົ່ວປະເທດແມ່ນກວມເອົາ 2,8% ຂອງຈຳນວນພົນລະເມືອງທັງໝົດ, ສະນັ້ນການຕອບສະໜອງເງິນເດືອນໃຫ້ລັດຖະກອນພົບຄວາມຫຍຸ້ງຍາກ, ພ້ອມດຽວກັນນັ້ນລັດຖະບານໄດ້ໃຫ້ຫຼຸດໂຄຕ້າລັດຖະກອນລົງ ຊຶ່ງປີ 2020 ແມ່ນມີຈຳນວນ 2.000 ຄົນ, ປີ 2021 ນີ້ແມ່ນ 1.000 ກວ່າຄົນ, ເພາະສະນັ້ນຈຶ່ງບໍ່ສາມາດຍົກລະດັບເງິນເດືອນ, ເງິນອຸດໜູນໃຫ້ພະນັກງານ-ລັດຖະກອນໄດ້ຕາມກຳນົດ.
ກະຊວງພາຍໃນໄດ້ສະເໜີຕໍ່ລັດຖະບານເລື່ອງພະນັກງານເຫຼືອບໍ່ພໍ, ໃນນັ້ນເຫຼືອແມ່ນເຫຼືອພະນັກງານທີ່ບໍ່ມີຄວາມຮູ້-ຄວາມສາມາດທັງຢູ່ສູນກາງ ແລະ ທ້ອງຖິ່ນ, ບໍ່ພໍແມ່ນບໍ່ພໍພະນັກກງານທີ່ມີຄວາມຮູ້-ຄວາມສາມາດ, ສະນັ້ນລັດຖະບານຈຶ່ງໄດ້ປັບປຸງໃຫ້ພະນັກງານຜູ້ໜຶ່ງສາມາດເຮັດວຽກໄດ້ຫຼາຍໜ້າວຽກ ຊຶ່ງຕ້ອງໄດ້ຈັດຝຶກອົບຮົມໃຫ້ ພະນັກງານທີ່ບໍ່ມີຄວາມຮູ້ ຄວາມສາມາດໃນໜ້າວຽກຂອງ ຕົນໃຫ້ສາມາດປະຕິບັດວຽກ ງານໄດ້.
ທ່ານໄດ້ກ່າວໃຫ້ຮູ້ຕື່ມອີກວ່າ: ກະຊວງພາຍໃນໄດ້ອອກກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ນິຕິກຳການສອບເສັງເຂົ້າລັດຖະກອນໃນນັ້ນແມ່ນເພື່ອກຳນົດຕຳແໜ່ງງານວ່າກະຊວງໃດບໍ່ພໍຕຳແໜ່ງງານໃດ ແລະ ຕ້ອງການຜູ້ທີ່ຮຽນຈົບສາຍໃດ, ໃນໄລຍະຜ່ານມາ ພວກເຮົາປະຕິເສດບໍ່ໄດ້ນັ້ນກໍຄືລູກເຈົ້າ, ຫຼານຂ້ອຍແບບເກື້ອກູນ, ສະນັ້ນໃນປີ 2021 ນີ້ຕ້ອງໄດ້ປະຕິບັດຕາມກົດໝາຍ ແລະ ນິຕິກຳທີ່ວາງອອກຢ່າງເຂັ້ມງວດທີ່ສຸດ.
ທ່ານກ່າວອີກວ່າ: ຕໍ່ກໍ ລະນີທີ່ນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລ ຫຼື ສະຖາບັນການສຶກສາຕ່າງໆ ແລ້ວບໍ່ສາມາດບັນຈຸເຂົ້າລັດຖະກອນ ຫຼື ສອບເສັງເຂົ້າເປັນພະນັກງານບໍລິສັດເອກະຊົນໄດ້ກໍຍ້ອນວ່າປະເທດເຮົາພັດທະນາບຸກຄະລາກອນ ຫຼື ສົ່ງລູກຫຼານຮຽນຕາມຄ່ານິຍົມ ແຕ່ບໍ່ໄດ້ພັດທະນາຕາມຄວາມຕ້ອງການຂອງຕະຫຼາດແຮງງານ ຊຶ່ງໃນອະນາຄົດແມ່ນຕ້ອງໄດ້ຫັນໄປຄືແນວນັ້ນຢ່າງແນ່ນອນ ໂດຍຕ້ອງໄດ້ຊຸກຍູ້ໃຫ້ບັນດາລູກຫຼານຂອງພວກເຮົາໃຫ້ເຂົ້າຮຽນວິຊາຊີບ ຫຼື ອາຊີວະສຶກສາໃຫ້ຫຼາຍຂຶ້ນກວ່າເກົ່າ, ຜ່ານການຖອດຖອນບົດຮຽນຮ່ວມກັບ ສສ ຫວຽດນາມ ແລະ ສປ ຈີນ ກ່ຽວກັບບໍລິສັດເອກະຊົນ ຫຼື ຂະແໜງການໃດຂອງລັດທີ່ສາມາດກຸ້ມຕົນເອງໄດ້ແມ່ນໃຫ້ນຳເອົານັກສຶກສາຈົບໃໝ່ເຂົ້າເປັນພະນັກງານຂອງຕົນ, ທັງນີ້ກໍເພື່ອຫຼຸດຜ່ອນໂຄຕ້າລັດຖະກອນ.
(ຂ່າວ: ສຸກສາຄອນ ສິມມາລາວົງ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com