Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ແສງຈັນ
ພັກປະຊາຊົນ ປະຕິວັດລາວ ແມ່ນພັກຂອງຊົນຊັ້ນກໍາມະກອນ ແລະ ປະຊາຊົນຊາວຜູ້ອອກແຮງງານ ຍ້ອນມີພັກເປັນຜູ້ຊີ້ນໍາ-ນໍາພາ ຈຶ່ງເຮັດໃຫ້ທຸກໆວຽກງານ ທັງພາກລັດ ແລະ ພາກເອກະຊົນ ເຂັ້ມແຂງ.
ແຜນພັດທະນາເສດຖະກິດ-ສັງຄົມ ນະຄອນຫຼວງວຽງຈັນ (ນວ) ໃນ 5 ປີ ຕໍ່ໜ້າ ເພື່ອເປັນການປະກອບສ່ວນເຮັດໃຫ້ ລາຍຮັບຂອງ ນວ ຢູ່ໃນລະດັບ 7%/ປີ ທ່ານ ຄໍາໄພ ສົມຊະນະ ປະທານ ບໍລິສັດກຸ່ມຄໍາໄພຊະ ນະ ໄດ້ກ່າວວ່າ: ໃນນາມປະ ທານບໍລິສັດ ກໍຄືນັກທຸລະກິດຂອງປະເທດ, ແມ່ນມີຄວາມເຫັນດີ ແລະ ເປັນເອກະພາບຕໍ່ບົດລາຍງານຂອງທ່ານເຈົ້າຄອງ ນວ ຕໍ່ກັບແຜນພັດທະນາເສດຖະກິດ-ສັງຄົມຂອງ ນວ ໃນຕໍ່ໜ້າ ແມ່ນສູ້ຊົນເຮັດໃຫ້ລາຍຮັບ GDP ຢູ່ໃນລະດັບ 7%, ສໍາລັບການດໍາເນີນທຸລະກິດຂອງກຸ່ມບໍລິສັດ ແມ່ນໄດ້ເຕີບໃຫຍ່ຂະຫຍາຍຕົວມາເປັນເວລາ 30 ກວ່າປີ ກໍຍ້ອນມີພັກ,ລັດຊີ້ນໍາ-ນໍາພາເປັນແຕ່ລະໄລຍະ ຈຶ່ງເຮັດໃຫ້ການດໍາເນີນວຽກງານມີຄວາມຖືກຕ້ອງແລະສອດຄ່ອງແທດເໝາະກັບແຜນພັດທະນາເສດຖະກິດ-ສັງຄົມຂອງພັກວາງອອກ. ການຊຸກຍູ້ເຮັດໃຫ້ເສດຖະກິດນວ ມີການຂັບເຄື່ອນນັ້ນ ສໍາລັບ ກຸ່ມບໍລິສັດ ຄໍາໄພຊະນະ ແມ່ນມີຫຼາຍໜ້າວຽກ ຄື: ການກໍ່ສ້າງ, ເຄຫະສະຖານ, ຂົວທາງ,ທ່ອງທ່ຽວ, ກະສິກໍາ ປູກຝັງ-ລ້ຽງສັດ ລ້ວນແຕ່ແມ່ນທ່າແຮງ ທີ່ຈະຊ່ວຍຊຸກຍູ້ໃຫ້ລາຍຮັບຂອງ ນວ ກໍຄືລາຍຮັບຂອງປະຊາຊົນ ນັບມື້ນັບດີຂຶ້ນ ການພັດທະນາວຽກງານທ່ອງທ່ຽວນໍ້າຕົກຕາດຊອນ ບ້ານນາຍາງ ເມືອງນາຊາຍທອງ ນວ ຊຶ່ງຢູ່ຫ່າງຈາກໃຈກາງ ນວ ພຽງແຕ່ 28 ກິໂລແມັດເທົ່ານັ້ນ. ແຫຼ່ງທ່ອງທ່ຽວແຫ່ງນີ້ ໄດ້ສຸມໃສ່ປູກໄມ້ເສດຖະກິດ ໃຫ້ເປັນປ່າ ແລະ ນໍາມາໝູນໃຊ້ເຂົ້າໃນວຽກງານການກໍ່ສ້າງ ແລະ ວຽກງານຕ່າງໆ ຊຶ່ງທ້າຍປີທີ່ຜ່ານມາ ກໍໄດ້ມີບັນດາທ່ານຜູ້ອາຍຸສູງ ໄປທ່ອງທ່ຽວ ຕາມຫາຮອຍຜູ້ນໍາການປະຕິວັດ (ປະທານ ສຸພານຸວົງ) ທີ່ແຫຼ່ງທ່ອງທ່ຽວດັ່ງກ່າວ; ຄຽງຄູ່ກັນກໍໄດ້ພັດທະນາໜອງນໍ້າຂອງ ປະທານ ສຸພານຸວົງ ຢູ່ແຂວງຊຽງຂວາງ. ສ່ວນການພັດທະນາໃໝ່ຫຼ້າສຸດ ຕໍ່ກຸ່ມບໍລິສັດ ຄໍາໄພຊະນະ ແມ່ນແນວຄິດຊ່ວຍເຫຼືອປະຊາຊົນ ກໍຄື ເປັນການຕອບບຸນແທນຄຸນໃຫ້ກັບພັກ-ລັດ ຍາມເມື່ອມີໂອກາດ, ເພິ່ນໄດ້ໃຫ້ບໍລິສັດຂ້າພະເຈົ້າ ໄປຊ່ວຍພັດທະນາແຂວງໄຊສົມບູນ ຄືດັ່ງທ່ານ ນາຍົກໄດ້ເຜີຍແຜ່ວ່າ: ຮັກຊາດຕ້ອງພັດທະນາ ເປັນຕົ້ນ ແມ່ນຊ່ວຍແນວພັນພືດ, ແນວພັນສັດລ້ຽງ ເປັນເວລາ 2 ປີກວ່າ ຊຶ່ງມາເຖິງປັດຈຸບັນ ແມ່ນໄດ້ສໍາເລັດໂດຍພື້ນຖານ, ໄດ້ເອົາການນໍາພັກ-ລັດ ໄປຢ້ຽມຢາມ ແລະ ສາມາດຂຶ້ນຍອດພູເບ້ຍ ນັ້ນຖືວ່າ ແມ່ນເຫດການປະຫວັດສາດ ແລະ ໄດ້ເຮັດໃຫ້ປະຊາຊົນພາຍໃນແຂວງ ສາມາດຂຶ້ນໄປທ່ຽວຊົມ ແລະ ມີຄວາມຊື່ນຊົມ ພ້ອມທັງມີຄວາມເອກອ້າງຂອງແຂວງ ກໍຄືການນໍາຂອງ ພັກ-ລັດທຸກໆຂັ້ນ.
ທ່ານ ຄຳໄພ ສົມຊະນະ ກ່າວຕື່ມວ່າ: ບໍລິສັດແມ່ນໄດ້ພັດທະນາໄປຄຽງຄູ່ ນວ, ກ່ອນຈະເຮັດໃຫ້ປະເທດມີຄວາມຈະເລີນຮຸ່ງເຮືອງນັ້ນ ກ່ອນອື່ນໝົດ ປະຊາຊົນຕ້ອງມີຢູ່ມີກິນ ແລະ ມີຄວາມຜາສຸກ ມີຊີວິດທີ່ເບີກບານມ່ວນຊື່ນ, ຍ້ອນແນວນັ້ນ ກຸ່ມບໍລິສັດຍິນດີປະກອບສ່ວນໃນການສ້າງສາພັດທະນາຊ່ວຍປະຊາຊົນ ການທີ່ໄດ້ຊ່ວຍເຫຼືອປະຊາຊົນ ກໍເທົ່າກັບວ່າ ໄດ້ຊ່ວຍພັກ-ລັດ ເພາະວ່າ ພັກ, ລັດ ໄດ້ເປັນແວ່ນແຍງທີ່ໃສແຈ້ງ ຊ່ວຍຍູ້ແຮງ, ສົ່ງເສີມໃຫ້ປວງຊົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜະລິດ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ເພື່ອໃຫ້ບໍລິສັດມີຄວາມເຂັ້ມແຂງ ກໍຄື ຍູ້ແຮງເຮັດໃຫ້ເສດຖະກິດ ນວ ກໍຄື ເສດຖະກິດພາຍໃນປະເທດເຂັ້ມແຂງໄປນໍາ.
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
12/08/2020 11:39:01
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com