Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປີ 2020 ໂລກໝູນອ້ອມຕົວເອງໄວທີ່ສຸດໃນຮອບເຄິ່ງສະຕະວັດ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 13/01/2021 17:36:04 ຈຳ​ນວນ​​ຢ້ຽມ​ຊົມ 337 ຄັ້ງ

ຮຽບຮຽງໂດຍ: ວິໄລພອນ

ເຫດການຫຼາຍຢ່າງທີ່ເກີດຂຶ້ນໃນປີທີ່ຜ່ານມາ ໂດຍສະເພາະການແຜ່ລະບາດຂອງໂຣກໂຄວິດ-19 ລ້ວນແລ້ວແຕ່ເຮັດໃຫ້ພວກເຮົາຮູ້ສຶກວ່າຢາກໃຫ້ປີ 2020 ຜ່ານໄປໄວໆ ແລະ ກໍເໝືອນກັບວ່າຈະເປັນເລື່ອງທີ່ກົງກັນໂດຍບັງເອີນ ເມື່ອຜົນການວັດຄ່າຄວາມໄວໃນການໝູນອ້ອມຕົວເອງຂອງໂລກ. ໃນປີ 2020 ໂລກເຮົາໝູນອ້ອມຕົວໄວຂຶ້ນກວ່າຫຼາຍໆປີຕະຫຼອດໄລຍະເຄິ່ງສະຕະວັດທີ່ຜ່ານມາ.

ພາຍຫຼັງການກຳເນີດເກີດຂຶ້ນຂອງດວງຈັນເມື່ອຫຼາຍພັນລ້ານປີກ່ອນ ໄລຍະຫ່າງລະຫວ່າງໂລກເຮົາ ແລະ ດວງຈັນ ກໍຫຼາຍຂຶ້ນເທື່ອລະໜ້ອຍ ເພື່ອຮັກສາ Angular Momentum ຫຼື ປະລິມານເວັກເຕີທີ່ສະແດງເຖິງການໝູນຂອງວັດຖຸ. ດັ່ງນັ້ນ, ໃນຄວາມເປັນຈິງແລ້ວ ໂລກເຮົາຈະໝູນອ້ອມຕົວເອງຊ້າລົງເລື້ອຍໆໃນທຸກປີທີ່ຜ່ານໄປ, ແຕ່ຈະມີປັດໄຈອື່ນຈາກແຮງດັນຂອງດວງຈັນເອງ, ຈາກແຜ່ນດິນໄຫວຂະ ໜາດໃຫຍ່ ທີ່ມີທິດທາງຂອງແຮງດັນໄປທາງດຽວກັນກັບທິດການໝູນຂອງໂລກ, ແຮງຈາກກະແສນໍ້າໃນມະຫາສະໝຸດກໍອາດຈະສົ່ງຜົນຄວາມໄວໃນການໝູນອ້ອມຕົວເອງຂອງໂລກເພີ່ມຂຶ້ນໃນບາງເວລາ.

ການໝູນອ້ອມຕົວເອງຂອງໂລກນັ້ນ ເຮົາຈະວັດຄ່າເປັນວັນ ແລະ ພົບວ່າໃນປີ 2020, ມີຈຳນວນວັນທີ່ໂລກໝູນອ້ອມຕົວເອງໄວກວ່າຄ່າສະເລ່ຍຢູ່ 28 ວັນ ໂດຍໃນວັນທີ 19 ກໍລະກົດ 2020 ເປັນວັນທີ່ໂລກໝູນໄວທີ່ສຸດໃນປີນັ້ນຄື: ໝູນຄົບໜຶ່ງຮອບໄວກວ່າເວລາມາດຕະຖານ 1,4602 ມິນລິວິນາທີ. ເຖິງຢ່າງໃດກໍຕາມ, ການທີ່ຈະຮູ້ວ່າໄວ ຫຼື ຊ້າ ແມ່ນຕ້ອງມີຕົວປຽບທຽບລະຫວ່າງກັນ. ໃນໄລຍະທົດສະວັດທີ 60 ເມື່ອມີການບຸກເບີກສຳຫຼວດອາວະກາດເວລາ 1 ວິນາທີ ໃນການສື່ສານ ລະຫວ່າງ ຕຳແໜ່ງຕ່າງໆໃນໂລກ ໂດຍສະເພາະກັບຍານອາວະກາດຈະຕ້ອງທ່ຽງຕົງແນ່ນອນ ຈຶ່ງມີການພັດທະນາໂມງອະຕອມຂຶ້ນມາ ຄ່າຄວາມຍາວ 1 ວິນາທີ ຈຶ່ງຖືກນິຍາມຂຶ້ນມາໃໝ່ໃຫ້ເທົ່າກັບໄລຍະເວລາທີ່ອະຕອມຂອງທາດຊີຊຽມ 133 ມີການແກ່ວງຂອງລັງສີ ທີ່ແຜ່ອອກມາຈາກອະຕອມເປັນຈຳນວນ 9.192.631.770 ຮອບ ຊຶ່ງສາເຫດທີ່ພວກເຮົາໃຊ້ອະຕອມຂອງທາດຊີຊຽມ 133 ເປັນເພາະອະຕອມຂອງທາດນີ້ ມີອັດຕາການແຜ່ລັງສີທີ່ສະຖຽນເກືອບບໍ່ມີການຜິດເລີຍໃນໄລຍະເວລານັບຮ້ອຍລ້ານປີ.

ລະບົບເວລາທີ່ອ້າງອີງກັບໂມງອະຕອມນີ້ເອີ້ນວ່າ; ເວລາປະລະມານູສາກົນ (International Atomic Time or IAT) ຈາກນັ້ນພວກເຮົາກໍຄິດເວລາ 1 ວັນຂຶ້ນມາຈາກການເອົາວິນາທີຄູນນາທີຄູນຊົ່ວໂມງ (60x60x24=84.000 ວິນາທີ) ແລະ ເວລາມາດຕະຖານໂລກທີ່ພວກເຮົາໃຊ້ກັນຢູ່ໃນທຸກປະເທດນັ້ນຄື: ເວລາມາດຖານ UTC ກໍທຽບກັບເວລາຈາກ IAT. ພວກເຮົາຈະເຫັນໄດ້ວ່າ: IAT ທີ່ແນ່ນອນນີ້ບໍ່ໄດ້ກ່ຽວຂ້ອງກັບອາກາດ ຫຼື ການໝູນອ້ອມຕົວເອງຂອງໂລກ ຊຶ່ງເປັນເລື່ອງພາຍໃນອະຕອມລ້ວນໆ. ແຕ່ໃນ 1 ວັນ ທີ່ແນ່ນອນໃນຊີວິດເຮົາຄືການທີ່ໂລກໝູນອ້ອມຕົວເອງຄົບ 1 ຮອບ, ເຮັດໃຫ້ພວກເຮົາໄດ້ເຫັນດວງຕາເວັນຂຶ້ນມາຈາກຂອບຟ້າຂອງວັນໃໝ່. ນັກວິທະຍາສາດຈຶ່ງຫາວິທີວັດທຽບຕໍາ ແໜ່ງໃນໂລກກັບເຄວຊາ ຊຶ່ງເປັນວັດຖຸອາວະກາດທີ່ຢູ່ຫ່າງໄກຫຼາຍຜ່ານການແນມເບິ່ງດ້ວຍຈານວິທະຍຸ Very-long-baseline interferometry (VLBI) ຈົນເຮັດໃຫ້ສາມາດຮູ້ໄດ້ແນ່ນອນວ່າ ເວລາໃດທີ່ໂລກໝູນຄົບ 1 ຮອບ. ນີ້ຄື 1 ວັນທາງດາຣາສາດຖືວ່າເປັນມາດຕະຖານເວລາທີ່ເອີ້ນວ່າ UL1.

ເມື່ອມີເວລາມາດຕະຖານໂລກຂຶ້ນມາ 2 ຕົວຄື: UTC ແລະ UL1 ພວກເຮົາກໍຈະເຫັນໄດ້ຢ່າງຊັດເຈນວ່າ ໂລກໝູນອ້ອມຕົວເອງໄວຂຶ້ນ ຫຼື ຊ້າລົງເທົ່າໃດຢ່າງລະອຽດຈາກການປຽບທຽບເວລາມາດຕະຖານໂລກທັງສອງຄ່າ ໂດຍຜູ້ທີ່ມີໜ້າທີ່ເຝົ້າເບິ່ງຄ່າເວລານີ້ຄື: ອົງກອນສາກົນທີ່ມີຊື່ວ່າ; ລະບົບການໝູນວຽນ ແລະ ນໍາໃຊ້ໜ່ວຍໂລກ (“IERS” The International Earth Rotation and Reference Systems Sevice) ທີ່ຈະຄອຍສັງເກດວ່າ: ເມື່ອໃດທີ່ມີຄວາມແຕກຕ່າງຂອງ UTC ແລະ UL1 ທີ່ 0,9 ວິນາທີ (ທີ່ຜ່ານມາ UL1 ຈະຊ້າກວ່າສະເໝີເພາະໂລກໝູນຊ້າລົງ) ກໍໃຫ້ເພີ່ມອະທິກະວິນາທີ ຫຼື Leap Second ເຂົ້າໄປທີ່ UTC ເພື່ອໃຫ້ເວລາມາດຕະຖານທັງສອງກັບມາກົງກັນອີກຄັ້ງ, ແຕ່ກໍຈະດົນໆເທື່ອໜຶ່ງ ທີ່ໂລກອາດຈະໝູນໄວຂຶ້ນຈົນຜົນລວມຢູ່ທີ່ລະດັບ 0,9 ວິນາທີ, ຈະມີການຂ້າມເວລາ UTC ໄປ 1 ວິນາທີ ເພື່ອຈຸດປະສົງດຽວກັນ.

ເມື່ອ IERS ຕັດສິນໃຈວ່າ: ປີໃດຈະມີການເພີ່ມອະທິກະວິນາທີກໍຈະປະກາດໃຫ້ເພີ່ມໃນວິນາທີສຸດທ້າຍກ່ອນທ່ຽງຄືນໃນວັນໃດໜຶ່ງ ລະຫວ່າງ ວັນທີ 30 ມິຖຸນາ ແລະ 31 ທັນວາ ເພື່ອໃຫ້ເລີ່ມວັນຕໍ່ໄປຄື ເຄິ່ງຫຼັງຂອງປີ ຫຼື ຂຶ້ນປີໃໝ່ ດ້ວຍເວລາທີ່ຖືກຕ້ອງ ວິນາທີພິເສດນັ້ນຄື 23:59:60 ກ່ອນເຖິງວັນໃໝ່00:00:00 ຂອງວັນຕໍ່ໄປຕາມປົກກະຕິ ໂດຍຄັ້ງຫຼ້າສຸດທີ່ມີການເພີ່ມອະທິກະວິນາທີນີ້ຄື: ເມື່ອວັນທີ 31 ທັນວາ 2016 ແຕ່ຖ້າຫາກປີໃດຕ້ອງມີການປັບຫຼຸດກໍຈະມີການຂ້າມວິນາທີກ່ອນທ່ຽງຄືນຈາກ 23:59:58 ໄປສູ່ 00:00:00 ຂອງວັນຕໍ່ໄປ. ຕັ້ງແຕ່ມີການສ້າງເວລາມາດຕະຖານໂລກມານີ້ ຍັງບໍ່ເຄີຍມີການປັບຫຼຸດມາກ່ອນເລີຍ ເນື່ອງຈາກຜົນລວມຂອງເວລາທີ່ໂລກໝູນອ້ອມຕົວເອງໄວຂຶ້ນນັ້ນ ຍັງບໍ່ເຖິງໂຕເລກທີ່ກຳນົດໄວ້, ແຕ່ກໍບໍ່ແນ່ນອນວ່າ: ຮອບຕໍ່ໄປອາດຈະມີການປັບຫຼຸດ ເພາະຈາກການຄຳນວນລ່ວງໜ້າແລ້ວພົບວ່າ: ໂລກເຮົາໃນປີ 2021 ນີ້ກໍໝູນອ້ອມຕົວເອົງດ້ວຍຄວາມໄວທີ່ເພີ່ມຂຶ້ນເຊັ່ນດຽວກັນ ແລະ ຍັງມີທ່າອ່ຽງວ່າຈະໝູນໄວກວ່າປີທີ່ຜ່ານມາ.

ອັດຕາຄວາມໄວທີ່ໂລກໝູນອ້ອມຕົວເອງເພີ່ມຂຶ້ນນັ້ນ ມີຄ່າໜ້ອຍຢ່າງຫຼວງຫຼາຍຈົນພວກເຮົາບໍ່ຮູ້ສຶກ ຊຶ່ງຜົນກະທົບຂອງມັນເປັນເລື່ອງຂອງການຮັກສາມາດຕະຖານເວລາເທົ່ານັ້ນ. ແຕ່ໃນທີ່ສຸດແລ້ວໂມງໃນໂທລະສັບມືຖື ເຄືອຂ່າຍຄອມພິວເຕີ້ ຫຼື ສິ່ງໃດກໍຕາມທີ່ລິ້ງກັບເຊີເວີເວລາໂລກ ກໍຈະເຮັດວຽກຕົງຕາມເວລາເດີມ ເນື່ອງຈາກຖືກຕັ້ງໃຫ້ກົງກັບຖານເວລາຂອງ UTC ທີ່ປັບຄ່າໄປແລ້ວ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com