Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 14 ມັງກອນນີ້, ທີ່ຫໍປະຊຸມແຫ່ງຊາດ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ໄດ້ດຳເນີນມາເປັນມື້ທີ 2 ໂດຍຕາມວາລະກອງປະຊຸມແມ່ນໄດ້ມີການຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ໄດ້ດຳເນີນວາລະການປ່ອນບັດເລືອກຕັ້ງ ເອົາຜູ້ແທນເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XI (ເລືອກຕັ້ງເອົາກຳມະການສົມບູນ ແລະ ສຳຮອງ).
ໃນພາກເຊົ້າຂອງການດຳເນີນກອງປະຊຸມໃຫຍ່ຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ໄດ້ເປັນຜູ້ຄວບຄຸມກອງປະຊຸມ ຊຶ່ງທີ່ປະຊຸມໄດ້ຮັບຟັງການຜ່ານບົດສໍາຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຈາກສະຫາຍ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະ ຮັບຟັງການສະເໜີມາດຖານ, ເງື່ອນໄຂ ແລະ ລາຍຊື່ຜູ້ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XI ໂດຍແມ່ນສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ເປັນຜູ້ສະເໜີ. ຈາກນັ້ນ, ຄະນະຜູ້ແທນກອງປະຊຸມກໍໄດ້ພ້ອມກັນແຍກໜ່ວຍເພື່ອຄົ້ນຄວ້າບັນຫາບຸກຄະລາກອນທີ່ກ່ຽວພັນກັບມາດຖານ ແລະ ເງື່ອນໄຂ ຂອງຜູ້ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XI.
ໃນພາກບ່າຍກອງປະຊຸມໃຫຍ່ໄດ້ດຳເນີນພາຍໃຕ້ການຄວບຄຸມກອງປະຊຸມໂດຍສະ ຫາຍ ບຸນທອງ ຈິດມະນີ ກຳ ມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ. ກອງປະຊຸມໄດ້ເລີ່ມຕົ້ນດຳເນີນການສະເໜີແຕ່ງຕັ້ງ ຄະນະຄວບຄຸມການປ່ອນບັດເລືອກຕັ້ງເອົາຜູ້ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XI (ເລືອກຕັ້ງເອົາກຳມະການສູນກາງພັກ ທັງສົມບູນ ແລະ ສຳຮອງ). ຈາກນັ້ນ, ຄະນະຄວບຄຸມການປ່ອນບັດເລືອກຕັ້ງ ໄດ້ຂຶ້ນຮັບໜ້າທີ່ ແລະ ສະເໜີລະບຽບການ, ວິທີການປ່ອນບັດເລືອກຕັ້ງ. ພາຍຫຼັງການສະເໜີລະບຽບການ ແລະ ວິທີການປ່ອນບັດເລືອກຕັ້ງແລ້ວ, ບັນດາສະຫາຍຜູ້ແທນສົມບູນ ກໍໄດ້ມີຄວາມຮັບຜິດຊອບສູງ ພິຈາລະນາຢ່າງຖີ່ຖ້ວນ ເພື່ອເລືອກເອົາກໍາມະການສົມບູນສູນກາງພັກ ສະໄໝທີ XI ແລະ ກຳມະການສຳຮອງສູນກາງພັກ ສະໄໝທີ XI ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XI.
ສຳລັບຜົນຂອງການປ່ອນບັດເລືອກຕັ້ງ ແມ່ນຈະໄດ້ມີການປະກາດຢ່າງເປັນທາງການໃນວັນທີ 15 ມັງກອນນີ້ ຊຶ່ງເປັນມື້ສຸດທ້າຍຂອງກອງປະຊຸມໃຫຍ່ຄັ້ງນີ້.
(ຂ່າວ-ພາບ: ສຸກສະຫວັນ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
31/10/2020 15:37:24
05/02/2020 09:03:10
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com