Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວຽກງານຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແມ່ນໜຶ່ງໃນມາດຕະຖານການພັດທະນາຂອງລັດ ຖະບານຕາມທິດສາມສ້າງ ຕິດພັນກັບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ, ຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນນັກຮົບເກົ່າ, ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ, ຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ແລະ ຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຊຶ່ງໄລຍະຜ່ານມາການຍູ້ແຮງຂະບວນການດັ່ງກ່າວ ໄດ້ມີຜົນ ສຳເລັດອັນພົ້ນເດັ່ນ ໂດຍສະເພາະການສ້າງຄອບຄົວສາມັກຄີປອງດອງ ໄດ້ 745.760 ຄອບ ຄົວ ແລະ ບ້ານສາມັກຄີປອງດອງໄດ້ 5.002 ບ້ານ.
ສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຂຶ້ນປະກອບຄຳເຫັນ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 13 ມັງກອນນີ້, ທີ່ຫໍປະຊຸມແຫ່ງຊາດ ໃນຫົວຂໍ້ “ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະໃໝ່” ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຂອງການປະຕິບັດວຽກງານອັນພົ້ນເດັ່ນ, ຈຸດຄົງຄ້າງ ແລະ ທິດທາງເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສຳເລັດຍິ່ງໆຂຶ້ນ.
ແນວລາວສ້າງຊາດ ໄດ້ປະສານສົມທົບກັບບັນດາອົງການພາຄີ ແລະ ພາກສ່ວນຕ່າງໆ ໂດຍສະເພາະແມ່ນບັນດາອົງການຈັດຕັ້ງມະຫາຊົນ ໃນການປະກອບສ່ວນຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຊຶ່ງໄລຍະຜ່ານມາ ການຈັດຕັ້ງປະຕິບັດການຊຸກຍູ້ຂະບວນດັ່ງກ່າວໄດ້ມີບາງຜົນງານອັນພົ້ນເດັ່ນ ເປັນຕົ້ນເຮັດໃຫ້ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີປອງດອງ, ມີຄວາມສະເໝີພາບຍິງ-ຊາຍ, ມີນໍ້າໃຈຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ມີຄວາມຕື່ນຕົວເປັນເຈົ້າການສ້າງບ້ານ ສາມັກຄີ ແລະ ບ້ານພັດທະນາ ໂດຍບໍ່ຈໍາແນກຊົນເຜົ່າ ແລະ ສາສະໜາ, ປະຕິບັດແນວທາງ ນະໂຍບາຍຂອງພັກ ແລະ ລະບຽບ-ກົດໝາຍຂອງລັດ; ຕື່ນຕົວເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ຕັ້ງໜ້າປະກອບສ່ວນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເຮັດໃຫ້ທຸກຄອບຄົວພາຍໃນບ້ານ ສາມາດປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ, ເດັກນ້ອຍໃນເກນອາຍຸໄດ້ເຂົ້າໂຮງຮຽນ ແລະ ປະຊາຊົນໄດ້ຮັບການບໍລິການດ້ານສາທາລະນະສຸກຢ່າງກວ້າງຂວາງ ແລະ ທົ່ວເຖິງ; ຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າ ສ້າງບ້ານໃຫ້ເປັນບ້ານພົ້ນທຸກ, ມີກອງທຶນພັດທະນາບ້ານ ຫຼື ມີຄັງສະສົມຂອງບ້ານ ແລະ ພື້ນຖານເສດຖະກິດຂອງບ້ານ ມີການຂະຫຍາຍຕົວຕໍ່ເນື່ອງ; ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມຕາມທິດຍືນຍົງເທື່ອລະກ້າວ; ເຮັດໃຫ້ລະບົບການເມືອງ-ການປົກຄອງທ້ອງຖິ່ນ ມີຄວາມໜັກແໜ້ນ-ເຂັ້ມແຂງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະ ຫາຊົນຂອງພັກ ແຕ່ລະຂັ້ນໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງ ສາມາດເປັນໃຈກາງສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ. ແກ້ໄຂຂໍ້ຂັດແຍ່ງ, ປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານເຮັດໃຫ້ບ້ານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນພື້ນຖານອັນໜັກແໜ້ນຂອງລະບອບປະຊາທິປະໄຕປະຊາຊົນ; ເອົາໃຈໃສ່ຊຸກຍູ້ການສ້າງ ແລະ ສົ່ງເສີມຕົວແບບໃນການພັດທະນາແກ້ໄຂຄວາມທຸກຍາກ ແລະ ຫຼາຍໆກິດຈະກໍາຢ່າງເປັນຂະບວນຟົດຟື້ນ, ເຂົ້າຮ່ວມວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ວັນສໍາຄັນອື່ນໆ ຕິດພັນກັບຂະບວນການຈັດຕັ້ງປະຕິບັດບັນດາຂໍ້ແຂ່ງຂັນ ມີຜົນສໍາເລັດອັນພົ້ນເດັ່ນເປັນຕົ້ນ: ຂະບວນການສ້າງຄອບຄົວສາມັກຄີປອງດອງໄດ້ 745.760 ຄອບຄົວ, ບ້ານ ສາມັກຄີປອງດອງ 5.002 ບ້ານ ແລະ ເມືອງສາມັກຄີປອງດອງ 9 ເມືອງ; ຂະບວນການປະຕິບັດຂໍ້ແຂ່ງຂັນ 3 ດີ 6 ຮັກ ຂອງສະຫະພັນນັກຮົບເກົ່າລາວໄດ້ 393 ບ້ານ: ຂະບວນການປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໄດ້ 17 ແຂວງ-ນະຄອນຫຼວງ, 135 ເມືອງ, 7.987 ບ້ານ ແລະ 1.632.648 ຄອບຄົວ; ຂະບວນການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ໄດ້ 17 ແຂວງ ແລະ 10 ກະຊວງ-ອົງການ; ຂະບວນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ 12 ແຂວງ-ນະຄອນຫຼວງ, 16 ກະຊວງ, 15 ອົງການ, 141 ເມືອງ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງກອງເຍົາວະຊົນທັນວາ ໃນທົ່ວປະເທດ ໄດ້ 78%.
ເຖິງຢ່າງໃດກໍຕາມ, ໃນການຊຸກຍູ້ແຮງຂະບວນການດັ່ງກ່າວ ຍັງມີບາງຈຸດຄົງຄ້າງຈຳນວນໜຶ່ງ ໃນການປະສານສົມທົບ ແລະ ອື່ນໆ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນຕໍ່ໜ້າ ໃຫ້ມີປະສິດທິຜົນສູງກວ່າເກົ່າ ແລະ ສອດຄ່ອງກັບມະຕິກົມການເມືອງສູນກາງພັກ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ຄື: 1. ແນວລາວສ້າງຊາດ ຮ່ວມກັບສະຫະພັນນັກຮົບເກົ່າລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງພັກ ຕ້ອງສືບຕໍ່ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແລະ ເສີມຂະຫຍາຍກໍາລັງແຮງຂອງທົ່ວປວງຊົນ, ປຸກລະດົມມະຫາຊົນເຂົ້າຮ່ວມການຈັດຕັ້ງປະຕິບັດ ແນວທາງຂອງພັກ-ລັດ, ປະກອບຄໍາຄິດຄໍາເຫັນໃນການກໍານົດແນວທາງນະໂຍບາຍຂອງພັກ ໃນຖານະເປັນອົງການພື້ນຖານການເມືອງ ແລະ ຕົວແທນສິດຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ; 2. ສືບຕໍ່ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດ ທະນາ ຕິດພັນກັບຂະບວນການແຂ່ງຂັນຂອງແຕ່ລະອົງການ ຢ່າງແຂງແຮງ, ປັບ ປຸງການເຄື່ອນໄຫວສ້າງຂະບວນການມະຫາຊົນ, ດ້ວຍຫຼາຍຮູບຫຼາຍສີ, ຫຼາຍລະດັບ, ຫຼາຍຂະໜາດແຕກຕ່າງກັນ ແລະ ແທດເໝາະກັບແຕ່ລະເປົ້າໝາຍ, ແຕ່ລະຊັ້ນຄົນໃນສັງຄົມ ແນໃສ່ສ້າງໃຫ້ມີບັນດາຕົວແບບດີເດັ່ນ ໃນການປະຕິບັດຂໍ້ແຂ່ງຂັນ ແລະ ສ້າງພະນັກງານສືບທອດຈາກຂະບວນການວຽກງານຕົວຈິງຂອງມະຫາຊົນ, ເປັນເຈົ້າການເຂົ້າຮ່ວມ ແລະ ປະກອບສ່ວນສໍາຄັນໃນການປະຕິບັດສອງໜ້າທີ່ຍຸດທະສາດ ໃນເງື່ອນໄຂໃໝ່ໃຫ້ມີຜົນສໍາເລັດສູງກວ່າເກົ່າ; 3. ແນວລາວສ້າງຊາດໃນຖານະເປັນໃຈກາງແຫ່ງພາຄີບັນດາອົງການຈັດຕັ້ງການເມືອງ-ສັງຄົມ ສືບຕໍ່ຕັ້ງໜ້າ, ເປັນເຈົ້າການໃນການປຶກສາຫາລື ແລະ ປະສານສົມທົບໃນການເຄື່ອນໄຫວ ກັບບັນດາອົງການຈັດຕັ້ງການເມືອງ-ສັງຄົມຕ່າງໆ ໂດຍສະເພາະແມ່ນສະຫະພັນນັກຮົບເກົ່າລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງພັກ ເພື່ອເສີມຂະຫຍາຍບົດບາດຂອງຕົນ ໃນການປົກປ້ອງສິດຜົນປະໂຫຍດ ຂອງສະມາຊິກໃນການພັດ ທະນາຕົນເອງ, ຮ່ວມກັນຮັບ ຜິດຊອບແກ້ໄຂ ບັນຫາຕ່າງໆ ໃນສັງຄົມ ທີ່ນອນຢູ່ໃນພາລະບົດບາດຂອງຕົນ; 4. ສືບຕໍ່ປັບປຸງກົນໄກປະສານງານ ກັບສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງພັກ ເຄື່ອນໄຫວ ແລະ ປະຕິບັດລະບອບສ່ອງແສງເປັນປົກກະຕິ, ເຮັດບົດບາດຕິດຕາມກວດກາຂອງແຕ່ລະອົງການໃນແຕ່ລະໄລຍະ ໂດຍຜ່ານການເກັບກໍາຫາງສຽງຂອງສັງຄົມ ເພື່ອສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າແກ້ໄຂ, ສືບຕໍ່ຜັນຂະຫຍາຍມະຕິ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່ ໃຫ້ກວ້າງຂວາງ, ທົ່ວເຖິງທຸກຮາກຖານ ແລະ ເປັນຮູບປະທໍາ.
(ຂ່າວ-ພາບ: ສຸກສະຫວັນ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com