Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ກໍານົດໄວ້ວ່າ: “ຍົກລະດັບ ແລະ ຂະຫຍາຍ ພື້ນຖານໂຄງລ່າງຢ່າງມີຈຸດສຸມ ແລະ ຕອບສະ ໜອງຄວາມຮຽກຮ້ອງຕ້ອງການໃນການພັດ ທະນາ, ທັງເປັນການເສີມຂະຫຍາຍທ່າແຮງດ້ານທີ່ຕັ້ງພູມສາດ ເປັນໃຈກາງຂອງອະນຸພາກພື້ນ ດ້ວຍການພັດທະນາແລວທາງເຊື່ອມຈອດອາຊຽນ, ລວມທັງທາງລົດໄຟໃຫ້ໄດ້ມາດຕະຖານສາກົນ, ສົ່ງເສີມ ແລະ ຍົກລະດັບຄວາມສາມາດແຂ່ງຂັນຂອງກໍາລັງຂົນສົ່ງພາຍໃນໃຫ້ສູງຂຶ້ນ ຕາມທິດພັດທະນາອຸດສາຫະກໍາການຂົນສົ່ງ ແລະ ໂລຊິສຕິກ (ລະບົບການຂົນສົ່ງທີ່ທັນສະໄໝຄົບຊຸດ) ເພື່ອໃຫ້ເຊື່ອມໂຍງຢ່າງເປັນລະບົບກັບພາກພື້ນ ແລະ ສາກົນ” ຊຶ່ງໃນໄລຍະ 5 ປີຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ແມ່ນໄດ້ຕັ້ງໜ້າປະກອບສ່ວນຢ່າງໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກ ກະຊວງ ຍທຂ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເມື່ອວັນທີ 13 ມັງກອນຜ່ານມານີ້, ກ່ຽວກັບການເຊື່ອມຈອດດ້ານຄົມມະນາຄົມຂົນສົ່ງ ແລະ ພັດທະນາຄວາມສາມາດ ໃນການຂົນສົ່ງສິນຄ້າຂ້າມແດນວ່າ: 5 ປີຜ່ານມາໄດ້ນໍາພາ-ຊີ້ນໍາຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານຄົມມະນາຄົມ-ຂົນສົ່ງ ຊຶ່ງສໍາເລັດ ການກໍ່ສ້າງເສັ້ນທາງ 13 ເໜືອ (ອຸດົມໄຊ-ປາກມອງ), ການສ້ອມແປງທາງເລກ 9 (ສະຫວັນນະເຂດຊາຍແດນຫວຽດນາມ), ກໍ່ສ້າງທາງເລກ 1A (ບຸນເໜືອ-ລານຕຸຍ); ກໍາລັງຈັດຕັ້ງປະຕິບັດໂຄງການ ກໍ່ສ້າງທາງດ່ວນວຽງຈັນ-ບໍ່ເຕັນ, ປັດຈຸບັນໄດ້ສໍາເລັດການກໍ່ສ້າງ ໄລຍະທີ 1 (ນະຄອນຫຼວງວຽງຈັນ-ວັງວຽງ). ນອກນີ້, ຍັງໄດ້ພັດທະນາທາງຫຼວງແຂວງ, ທາງຊົນນະບົດ, ທາງເຂົ້າຫາເຂດເສດຖະກິດ ແລະ ຈຸດສຸມການຜະລິດ, ດ້ວຍການຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ. ປະຈຸບັນ, ທົ່ວປະເທດມີລະບົບຕາໜ່າງເສັ້ນທາງທັງໝົດ 58.254 ກມ, ທຽບໃສ່ ປີ 2015 ເພີ່ມຂຶ້ນ 1.922 ກມ. ມີເສັ້ນທາງທຽວໄດ້ຕະຫຼອດປີ ໄປເຖິງທຸກເມືອງໃນທົ່ວປະເທດ. ພ້ອມກັນນີ້, ກໍໄດ້ເອົາໃຈໃສ່ບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຕ່າງໆ, ຊຶ່ງໄດ້ນໍາໃຊ້ 80% ຂອງງົບປະມານລົງທຶນຂອງກະຊວງ ແລະ ຍາດແຍ່ງເອົາການຊ່ວຍເຫຼືອຈາກຕ່າງປະເທດ. ນອກຈາກນີ້, ກໍໄດ້ຄົ້ນຄວ້າອອກນິຕິກໍາຄຸ້ມຄອງມາດຖານຂອງບໍລິສັດກໍ່ສ້າງ-ສ້ອມແປງຂົວ-ທາງ ແລະ ບໍລິສັດທີ່ປຶກສາ. ໄດ້ນໍາພາ-ຊີ້ນໍາພັດທະນາດ້ານໂຍທາທາງນ້ໍາ ໂດຍເຊັນສັນຍາການຮ່ວມມືລົງທຶນພັດທະນາ ທ່າທຽບເຮືອຂອງທ່າເຮືອຫວຸງອ່າງ ກັບ ສສ.ຫວຽດນາມ ໃນການເພີ່ມຮຸ້ນໃຫ້ແກ່ ສປປ ລາວ ຈາກ 20% ມາເປັນ 60%, ໄດ້ປັບປຸງເຄື່ອງໝາຍການເດີນເຮືອ ແລະ ສໍາເລັດການສໍາຫຼວດເສດຖະກິດເຕັກນິກ ການປັບປຸງຄອງເດີນເຮືອແຕ່ຫ້ວຍຊາຍຫາຫຼວງພະບາງ ໃຫ້ໄດ້ມາດຕະຖານເຮືອ 500 ໂຕນ ສາມາດ ແລ່ນໄດ້ຕະຫຼອດປີ, ໄດ້ນໍາພາ-ຊີ້ນໍາຍົກສູງຄຸນນະພາບດ້ານການບິນພົນລະເຮືອນ ຊຶ່ງຖືກຮັບຮອງຈາກອົງການ ການບິນພົນລະເຮືອນສາກົນ ກ່ຽວກັບຄວາມປອດໄພການບິນຮອບດ້ານໃນປີ 2015 ແລະ ວຽກງານ ປ້ອງກັນຄວາມປອດໄພການບິນໃນປີ 2018, ໄດ້ສໍາເລັດການກໍ່ສ້າງຂະຫຍາຍອາຄານສະຫນາມບິນ ສາກົນ ວັດໄຕ, ກໍາລັງຈັດຕັ້ງປະຕິບັດໂຄງການກໍ່ສ້າງສະໜາມບິນໜອງຄ້າງ, ຊຶ່ງຄາດວ່າຈະສໍາເລັດ ໃນທ້າຍ ປີ 2021 ແລະ ໂຄງການປັບປຸງກໍ່ສ້າງສະໜາມບິນຫ້ວຍຊາຍ ເພື່ອຍົກລະດັບສິ່ງອໍານວຍຄວາມສະດວກຂອງອາຄານຜູ້ໂດຍສານໃຫ້ທັນສະໄໝເທື່ອລະກ້າວ. ປັດຈຸບັນ, ມີສະໜາມບິນທັງໝົດ 12 ແຫ່ງ. ໃນນັ້ນ, ສະໜາມບິນສາກົນ 4 ແຫ່ງ, ໄດ້ນໍາພາ-ຊີ້ນໍາພັດທະນາດ້ານທາງລົດໄຟ ໂດຍສຸມໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງ ລົດໄຟລາວ-ຈີນ, ມາຮອດປັດຈຸບັນການກໍ່ສ້າງໂຄງລ່າງພື້ນຖານ ປະຕິບັດໄດ້ 94,15% ກໍາລັງຈັດຕັ້ງ ປະຕິບັດໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ລາວ-ໄທ ໄລຍະ II (ຕອນທີ 2) ແຕ່ສະຖານີທ່ານາແລ້ງ, ສະຖານີວຽງຈັນ (ບ້ານຄໍາສະຫວາດ) ປະຕິບັດໄດ້ 21,81%, ພ້ອມກັນນີ້ ກໍໄດ້ເປີດການແລ່ນລົດ ຂົນສົ່ງສິນຄ້າ ລາວ-ໄທ. ໄດ້ນໍາພາ-ຊີ້ນໍາພັດທະນາການຂົນສົ່ງທາງບົກ, ການຂົນສົ່ງຂ້າມແດນ, ການຂົນສົ່ງໂດຍສານ ບັນດາແຂວງໃນຂອບເຂດທົ່ວປະເທດມີທັງໝົດ119 ສາຍທາງ, ລະຫວ່າງ ສປປ ລາວ ກັບບັນດາປະເທດໃກ້ຄຽງ ມີສາຍທາງການແລ່ນລົດໂດຍສານປະຈໍາທາງ ລາວ-ໄທ, ລາວ-ຈີນ, ລາວ-ຫວຽດນາມ ແລະ ລາວ-ກໍາປູເຈຍ ລວມທັງໝົດມີ 81 ສາຍທາງ. ໃນ 5 ປີຜ່ານມາ ການບໍລິການຂົນສົ່ງໂດຍສານເພີ່ມຂຶ້ນ 15%. ໃນນັ້ນ, ບໍລິມາດຂົນສົ່ງໂດຍສານລະຫວ່າງປະເທດໄດ້ 7,5 ລ້ານກວ່າເທື່ອຄົນ ເພີ່ມຂຶ້ນສະເລ່ຍ 4,5% ຕໍ່ປີ.ການຂົນສົ່ງສິນຄ້າ ໄດ້ນໍາໃຊ້ການບໍລິການທ່າບົກ 5 ແຫ່ງຄື: ສະຖານີລົດໄຟທ່ານາແລງ (ນະຄອນຫຼວງວຽງຈັນ), ເຊໂນ (ສະຫັວນນະເຂດ), ວັງເຕົ່າ (ຈໍາປາສັກ), ນາເຕີຍ (ຫຼວງນ້ໍາທາ) ແລະ ທ່າແຂກ (ຄໍາມ່ວນ); ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍການອໍານວຍຄວາມສະດວກແກ່ການຂົນສົ່ງຂ້າມແດນ (ສະບັບທົດລອງ). ພວກເຮົາໄດ້ສືບຕໍ່ເປັນໃຈກາງປະສານສົມທົບກັບພາກສ່ວນຕ່າງໆ ເພື່ອປັບປຸງກົນໄກ ແລະ ຂອດບໍລິການຢູ່ດ່ານຊາຍແດນ, ຕາມສາຍທາງໃຫ້ຄ່ອງຕົວ ແລະ ສ້າງຄວາມໂປ່ງໃສ, ການກວດກາຕ່າງໆ ບໍ່ໃຫ້ຊ້ໍາຊ້ອນກັນ. ອັນພົ້ນເດັ່ນພວກເຮົາໄດ້ເປັນເຈົ້າການຊຸກຍູ້ ແລະ ສ້າງສໍາເລັດດໍາລັດວ່າດ້ວຍ ດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ຊຶ່ງເປັນນິຕິກໍາທີ່ສໍາຄັນໃນການຈັດຕັ້ງປະຕິບັດການອໍານວຍຄວາມສະດວກ ໃຫ້ແກ່ການຂົນສົ່ງຜ່ານແດນ ຂອງ ສປປ ລາວ, ໃນ 5 ປີ ຜ່ານມາ ບໍລິມາດການຂົນສົ່ງສິນຄ້າ ເພີ່ມຂຶ້ນ 9,47%.
ສະຫາຍ ກ່າວຕື່ມວ່າ: ເພື່ອສືບຕໍ່ເສີມຂະຫຍາຍທ່າແຮງທາງດ້ານທີ່ຕັ້ງພູມສາດຂອງປະເທດໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອເຊື່ອມໂຍງ ແລະ ເຊື່ອມຈອດກັບປະເທດອ້ອມຂ້າງ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນຕໍ່ໜ້າຈະຕ້ອງໄດ້ສຸມໃສ່ດັ່ງນີ້: ພັດທະນາລະບົບຕາໜ່າງເສັ້ນທາງຕາມລະບົບຕາໜ່າງເຊື່ອມໂຍງແບບ 3911 ຄື: ສາຍຕັ້ງ 3 ເສັ້ນ, ສາຍຂວາງ 9 ເສັ້ນ ແລະ ທາງເຊື່ອມຕໍ່ ສາຍຕັ້ງ ແລະ ສາຍຂວາງ 11 ເສັ້ນ ທີ່ໄດ້ຕາມມາດຖານເຕັກນິກຂອງເສັ້ນທາງຫຼວງອາຊຽນ, ສ້າງຂົວຂ້າມນ້ໍາຂອງປາກຕະພານ-ເຂັມມະລາດ, ຂົວຂ້າມນ້ໍາຂອງສໍາລັບທາງລົດໄຟ ນະຄອນຫຼວງວຽງຈັນ-ໜອງຄາຍ, ສຶກສາ, ສໍາຫຼວດ-ອອກແບບ ແລະ ກໍ່ ສ້າງເສັ້ນທາງເຊື່ອມຕໍ່ທີ່ສິ້ນສຸດ ແລະ ມີປະສິດທິຜົນທີ່ສຸດ ລະຫວ່າງ ນະຄອນຫຼວງວຽງຈັນ - ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ; ປັບປຸງລະບົບບູລະນະຮັກສາເສັ້ນທາງດ້ວຍການສ້າງຕັ້ງກອງສ້ອມແປງເສັ້ນທາງ ເປັນປົກກະຕິປະຈໍາແຕ່ລະຕອນທາງຕາມຮູບແບບທຸລະກິດທີ່ເໝາະສົມ, ສູ້ຊົນໃຫ້ສໍາເລັດການກໍ່ສ້າງ ແລະ ດໍາເນີນການບໍລິການ ການຂົນສົ່ງທາງລົດໄຟ ລາວ-ຈີນ; ລະດົມທຶນ ກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ-ທ່າແຂກ-ມູຢາ ແລະ ສຶກສາຄວາມເປັນໄດ້ເສັ້ນທາງລົດໄຟ ແຕ່ທ່າແຂກ-ສະຫວັນນະເຂດ-ຈໍາປາສັກ-ຊາຍແດນ ລາວ-ກໍາປູເຈຍ ແລະ ຈໍາປາສັກ-ວັງເຕົ່າ. ສືບຕໍ່ປັບປຸງເຄື່ອງໝາຍການເດີນເຮືອຕາມລໍາແມ່ນ້ໍາຂອງ, ປັບປຸງຄອງເດີນເຮືອແຕ່ຫ້ວຍຊາຍ ຫາ ຫຼວງພະບາງ ໃຫ້ໄດ້ມາດຕະຖານເຮືອ 500 ໂຕນ ສາມາດແລ່ນໄດ້, ເຊື່ອມຈອດການຄົມມະນາຄົມທາງນ້ໍາ ກັບ ທາງບົກ ດ້ວຍການສ້າງເສັ້ນທາງເຂົ້າເຖິງດ່ານ ແລະ ນໍາໃຊ້ສາງຮ່ວມກັນ, ສ້າງເສັ້ນທາງບິນທີ່ເຊື່ອມຈອດກັບສາກົນ ເພີ່ມຂຶ້ນຕາມຄວາມຕ້ອງການຂອງຕະຫຼາດການບິນ ພາຍໃນ, ລະຫວ່າງປະເທດ ແລະ ການບິນຜ່ານ ໃນແຕ່ລະໄລຍະ; ປັບປຸງສະໜາມບິນສາກົນຢ່າງໜ້ອຍ ໃຫ້ໄດ້ມາດຕະຖານການບໍລິການພື້ນຖານ ຂອງພາກພື້ນ; ສໍາຫຼວດ ແລະ ອອກແບບສະໜາມບິນ ສາກົນແຫ່ງ ໃໝ່ຢູ່ນະຄອນຫຼວງວຽງຈັນ ແລະ ເຊໂນ ເພື່ອສ້າງ ໃຫ້ເປັນສະໜາມບິນທາງຜ່ານຂອງພາກພື້ນ, ຈັດຕັ້ງການບໍລິການໂລຊິສຕິກຕາມ 3 ຍຸດທະສາດຄື: ຍຸດທະສາດການເຕົ້າໂຮມສິນຄ້າ; ຍຸດທະສາດການສົ່ງເສີມພາກທຸລະກິດ ແລະ ຍຸດທະສາດການຂະຫຍາຍຕະຫຼາດຂົນສົ່ງໂດຍນໍາໃຊ້ການ ບໍລິການ ຢູ່ທ່າບົກ 5 ແຫ່ງ ສະຖານີລົດໄຟທ່ານາແລ້ງ, ທ່າແຂກ, ເຊໂນ, ວັງເຕົ່າ ແລະ ນາເຕີຍ. ສົ່ງເສີມບໍລິສັດຂົນສົ່ງສິນຄ້າຂອງລາວ ໃຫ້ກ້າວຂຶ້ນເປັນບໍລິສັດໂລຊິສຕິກ ໃຫ້ໄດ້ຢ່າງໜ້ອຍ 20% ຂອງຈໍານວນ ບໍລິສັດທັງໝົດ, ສ້າງສະມາຄົມຂົນສົ່ງສິນຄ້າ ມີຄວາມສາມາດໃນການຄຸ້ມຄອງທຸກບໍລິສັດຂົນສົ່ງລະຫວ່າງປະເທດ.
(ຂ່າວ-ພາບ: ສຳນານ ພົມພັກດີ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com