Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຕະຫຼອດໄລຍະການດຳ ເນີນງານການຜະລິດໄຟຟ້າ, ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ປະຕິບັດພັນທະຂອງ ຕົນຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ ໃຫ້ແກ່ລັດຖະບານ ຊຶ່ງລວມທັງໝົດ ແມ່ນ 664 ລ້ານໂດລາ. ສະເພາະປີ 2019 ແມ່ນ 23,47 ລ້ານໂດລາ. ດັ່ງ ນັ້ນ, ບໍລິສັດ ຈຶ່ງໄດ້ຮັບການ ຍ້ອງຍໍຂັ້ນກະຊວງ ຊຶ່ງເປັນໃບຍ້ອງຍໍຂອງກະຊວງພະລັງງານ ແລະ ບໍ່ແຮ່ (ກະຊວງ ພບ).
ພິທີມອບໃບຍ້ອງຍໍໃຫ້ແກ່ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດພັນທະໃຫ້ລັດຖະບານ ປະຈຳປີ 2019 ໄດ້ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງ ພບ ໃຫ້ກຽດມອບໃບຍ້ອງຍໍຄັ້ງນີ້ ແລະ ທ່ານ ໂຣເບີດ ອາຣ ເອເລັນ ເຈອາ ຜູ້ອຳນວຍການໃຫຍ່ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ເປັນຜູ້ຮັບ ຊຶ່ງມີທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍ ການໃຫຍ່ບໍລິສັດດັ່ງກ່າວ ໄດ້ລາຍງານຜົນງານການຈັດຕັ້ງປະຕິບັດພັນທະໃຫ້ລັດຖະບານ ປະຈຳປີ 2019 ໂດຍໄດ້ກ່າວ ເນື້ອໃນທີ່ສຳຄັນວ່າ: ຜ່ານການ ຈັດຕັ້ງປະຕິບັດພັນທະໃນໄລ ຍະສຳປະທານຂອງບໍລິສັດແມ່ນໄດ້ປະຕິບັດສອດຄ່ອງຕາມສັນຍາ ແລະ ໄດ້ຮັບຜົນ ສຳເລັດທຸກວຽກງານຕາມຈຸດ ປະສົງຄາດໝາຍ ຊຶ່ງຕະຫຼອດໄລຍະການດຳເນີນງານການຜະລິດ, ບໍລິສັດໄດ້ປະຕິບັດພັນທະຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ ໃຫ້ແກ່ລັດຖະບານລວມທັງໝົດ 664 ລ້ານໂດລາ. ສະເພາະປີ 2019 ແມ່ນ 23,47 ລ້ານໂດລາ ແລະ ຍັງໄດ້ສ້າງຜົນປະໂຫຍດທາງອ້ອມໃຫ້ແກ່ປະຊາຊົນທ້ອງຖິ່ນໄດ້ມີວຽກເຮັດງານທຳ ຊຶ່ງພະນັກງານທັງໝົດຂອງບໍລິສັດມີ 198 ຄົນ ຍິງ 50 ຄົນ ໂດຍໃນ 90% ຂອງພະນັກງານທັງໝົດແມ່ນ ເປັນຄົນລາວ. ນອກນີ້, ບໍລິສັດຍັງໄດ້ປະຕິບັດໃຫ້ປະຊາຊົນຜູ້ຖືກຜົນກະທົບທີ່ມີການຍົກຍ້າຍ ໄດ້ມີສິ່ງປຸກສ້າງ, ມີສາທາລະນຸປະໂພກຄົບຖ້ວນ, ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.
ທ່ານ ຄຳມະນີ ອິນທິລາດ ໄດ້ກ່າວວ່າ: ການມອບໃບຍ້ອງ ຍໍຄັ້ງນີ້ ມີຄວາມໝາຍສຳຄັນ ໃນການຢັ້ງຢືນເຖິງການຈັດຕັ້ງປະຕິບັດພັນທະຂອງບໍລິສັດໃຫ້ແກ່ລັດຖະບານ ໄດ້ຢ່າງຖືກຕ້ອງຕາມສັນຍາສຳປະທານ ແລະ ມີທ່າຕັ້ງໜ້າ. ຕະຫຼອດໄລຍະທີ່ ຜ່ານມາບໍລິສັດໄດ້ດຳເນີນໂຄງ ການໄດ້ຢ່າງມີປະສິດທິຜົນສູງ ແລະ ບໍ່ພຽງແຕ່ປະຕິບັດພັນທະໃຫ້ລັດຖະບານເທົ່ານັ້ນ ບໍລິສັດຍັງປະຕິບັດພັນທະຕໍ່ທ້ອງຖິ່ນ ສ້າງຊີວິດການເປັນຢູ່ຂອງປະຊາຊົນ ທີ່ຖືກຜົນກະທົບໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນ. ທ່ານ ລັດຖະມົນຕີ ຍັງສະເໜີໃຫ້ບໍລິສັດ ສືບຕໍ່ປະ ຕິບັດພັນທະຂອງຕົນໃຫ້ໄດ້ດີຍິ່ງໆຂຶ້ນ ແລະ ໃຫ້ບໍລິສັດເອົາໃຈໃສ່ ໃນການຮ່ວມກັນພັດ ທະນາໃນຂະແໜງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະການຫັນເປັນອຸດສາຫະກຳໄຟຟ້າທີ່ທັນສະໄໝຢູ່ ສປປ ລາວ.
(ຂ່າວ - ພາບ: ສຸກສະຫວັນ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com