Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 19 ມັງກອນ ຜ່ານມາ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ແຟັງລັງ ປະຈໍາ ຣາຊະອານາຈັກ ຊູແອັດ, ທ່ານ ບຸນລຽບ ຮຸ່ງວົງສອນ ໄດ້ຍື່ນສານຕາຕັ້ງ ຕໍ່ທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ແຟັງລັງ ໂດຍມອບສານຜ່ານທ່ານ ນາງ ລີຊາ ທາລົນພອຍກາ (Liisa Talonpoika), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ແຟັງລັງ ປະຈໍາ ຊູແອັດ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ແຟັງລັງ ຊຶ່ງມີສຳນັກງານໃຫຍ່ ຕັ້ງຢູ່ນະຄອນຫຼວງ ສະຕ໋ອກໂຮມ, ຣາຊະອານາຈັກ ຊູແອັດ.
ໃນໂອກາດດັ່ງກ່າວ, ທ່ານ ນາງ Talonpoika, ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ບຸນລຽບ ຮຸ່ງວົງສອນ ໃນການມາມອບສານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ແຟັງລັງ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ການທູດດ້ວຍຜົນສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມື ຂອງສອງປະເທດ ລາວ - ແຟັງລັງ ໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ.ພ້ອມນີ້, ທ່ານທູດ Talonpoika, ຍັງໄດ້ໃຫ້ຄວາມສໍາຄັນຕໍ່ສາຍພົວພັນຮ່ວມມືສອງປະເທດ ໂດຍສະເພາະການທູດເສດຖະກິດ ໃນຂະແໜງການພັດທະນາເສດຖະກິດ-ປ່າໄມ້ທີ່ເປັນມິດຕໍ່ສິ່ງແວດລ້ອມສີຂຽວ ແລະ ການທ່ອງທ່ຽວ.
ໃນໂອກາດດຽວກັນນີ້, ທ່ານທູດ ບຸນລຽບ ຮຸ່ງວົງສອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ທ່ານທູດທັງສອງ ກໍໄດ້ໂອ້ລົມແລກປ່ຽນຂໍ້ມູນ ແລະ ທ່າແຮງຈຸດເດັ່ນ ໃນຂົງເຂດວຽກງານຂອງການພັດທະນາປະເທດ ເພື່ອເສີມສ້າງການພົວພັນການຮ່ວມມືໃນອະນາຄົດຂອງສອງປະເທດ ລາວ - ແຟັງລັງ ໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ.
(ຂ່າວ: ກະຊວງການຕ່າງປະເທດ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com