Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ສິນທະວົງ ນາກກາລະສິນ
ທ່ານ ຄຳ ຈັນຍະແສງ ອາຍຸ 66 ປີ ປັດຈຸບັນຢູ່ບ້ານກະດັນ ເມືອງມຸນລະປະໂມກ ແຂວງຈຳປາສັກ ໄດ້ເວົ້າສູ່ຟັງວ່າ: ແຕ່ກ່ອນແມ່ນເຮັດແຕ່ນາປູກເຂົ້າ ຫຼັງຈາກເອົາເຂົ້າຂຶ້ນເລົ້າແລ້ວ ແມ່ນບໍ່ໄດ້ເຮັດຫຍັງ ຕື່ມອີກ ມີແຕ່ຖ້າຮອດລະດູການເຮັດນາຈຶ່ງເຮັດ ແຕ່ນາເທົ່ານັ້ນຊີວິດການເປັນຢູ່ໃນຕອນນັ້ນແມ່ນທຸກຍາກ ການກິນຢູ່ຂາດໆເຂີນໆ ດັ່ງນັ້ນ, ຂ້າພະເຈົ້າ ຈຶ່ງໄດ້ປຶກສາຫາລື ແລະ ຕົກລົງກັນກັບຄອບຄົວ ເພື່ອຫັນມາລ້ຽງສັດເປັນອາຊີບເສີມ. ເປັນຕົ້ນລ້ຽງ ງົວຂາຍ ຍ້ອນເຫັນໄດ້ວ່າສະ ພາບແວດລ້ອມຢູ່ບ້ານກະດັນນີ້ເໝາະສົມ ເປັນຕົ້ນມີທົ່ງຫຍ້າທີ່ອຸດົມສົມບູນ ເໝາະແກ່ການລ້ຽງສັດ ໂດຍເລີ່ມແຕ່ປີ 2000 ຂ້າພະເຈົ້າໄດ້ເລີ່ມຊື້ງົວແມ່ພື້ນບ້ານມາລ້ຽງ 10 ໂຕ ແລະ ງົວໂຕຜູ້ 3 ໂຕ, ລວມ 13 ໂຕ, ໃນລາຄາທັງໝົດ 90 ລ້ານກີບ ໃຊ້ທຶນຂອງຕົນເອງ ໂດຍນຳໃຊ້ເນື້ອທີ່ລ້ຽງ 2 ເຮັກຕາ. ມາຮອດປີ 2010 ຂ້າພະເຈົ້າ ມີງົວເພີ່ມຂຶ້ນ 30 ກວ່າໂຕ. ຫຼັງຈາກນັ້ນ ມາຮອດປີ 2015-2016 ທາງຫ້ອງການກະສິກຳ - ປ່າໄມ້ເມືອງ ໄດ້ລົງ ມາແນະນຳວິທີການລ້ຽງງົວ ດ້ວຍການເຮັດເປັນຟາມ, ລ້ຽງ ແບບໃຊ້ເຕັກນິກວິທະຍາສາດ -ວິທະຍາການເຂົ້າຊ່ວຍ, ພ້ອມກັນນັ້ນ ພະນັກງານວິຊາການຂອງເມືອງກໍໄດ້ລົງມາໃກ້ ຊິດຕິດແທດແນະນຳໃນການ ດູແລບົວລະບັດຮັກສາ, ການ ສັກ ຢາປ້ອງກັນພະຍາດລົງເລັບ, ພະຍາດປາກເປື່ອຍ ແລະ ພະຍາດທ້ອງເບັງ ປີໜຶ່ງຈະໄດ້ຮັບການຊ່ວຍເຫຼືອດ້ານການສັກຢາປ້ອງກັນພະຍາດ 2 ຄັ້ງຄື: ໃນເດືອນມິຖຸນາ ແລະ ເດືອນທັນວາ. ປັດຈຸບັນ, ຂ້າພະເຈົ້າມີງົວຢູ່ 320 ໂຕ. ສໍາລັບການຂາຍງົວ ແມ່ນຈະຂາຍແຕ່ງົວໂຕ ບໍ່ງາມອອກ ໃນລາຄາ 3.000.000 ກີບ ແລະ ຄັດໂຕງາມເປັນພໍ່ພັນແມ່ ພັນ, ປີໜຶ່ງແມ່ນໄດ້ຂາຍງົວ ອອກ ປະມານ 20 ຫາ 22 ໂຕ, ສ້າງລາຍຮັບເຂົ້າຄອບຄົວສະເລ່ຍປະມານ 65 ລ້ານກີບຕໍ່ປີ.
ທ່ານ ຄຳ ຈັນຍະແສງ ຍັງໄດ້ເວົ້າໃຫ້ຟັງຕື່ມອີກວ່າ: ໃນອະນາຄົດ ຈະຂະຫຍາຍຄອກງົວຕື່ມອີກ 2 ເຮັກຕາ ແລະ ຈະ ຂະຫຍາຍງົວຕື່ມອີກ ຈົນສາ ມາດຂາຍອອກຕ່າງປະເທດໄດ້. ສັງລວມແລ້ວ ພາຍຫຼັງທີ່ໄດ້ຫັນມາລ້ຽງງົວຂາຍເປັນອາຊີບເສີມ ເຫັນໄດ້ວ່າຊີວິດການເປັນຢູ່ຂອງຄອບຄົວມີການຫັນປ່ຽນດີຂຶ້ນ ຈາກຄອບຄົວທີ່ຂາດໆເຂີນໆກາຍມາເປັນຄອບຄົວມີຢູ່ມີກິນ ແລະ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ເປັນຕົ້ນ ແມ່ນໄດ້ສ້າງເຮືອນຢູ່ຖາວອນ, ມີເງິນຊື້ລົດໄຖ, ຊື້ລົດຕູ້, ມີເງິນໃຊ້ຈ່າຍພາຍໃນຄອບຄົວ, ມີເງິນສົ່ງລູກຮຽນໜັງສື ແລະ ມີເງິນຝາກທະນາຄານຈຳນວນໜຶ່ງ. ປັດຈຸບັນນີ້ ຄອບຄົວຂອງຂ້າພະເຈົ້າ ໄດ້ກາຍເປັນຕົວແບບດ້ານການລ້ຽງງົວຂາຍເປັນສິນຄ້າຢູ່ບ້ານກະດັນ ເມືອງມຸນລະປະໂມກ ແຂວງຈຳປາສັກ.
ທ່ານ ທອງສຸກ ບົວລະພາ ຫົວໜ້າໜ່ວຍງານລ້ຽງສັດ ແລະ ການປະມົງ ສັງກັດຢູ່ຫ້ອງການກະສິກຳ-ປ່າໄມ້ເມືອງມຸນລະປະໂມກ ໄດ້ຢັ້ງຢືນຕື່ມອີກວ່າ: ກ່ຽວກັບຄອບຄົວຂອງທ່ານ ຄຳ ຈັນຍາແສງ ເປັນຄອບຄົວໜຶ່ງ ທີ່ມັກຮັກໃນການລ້ຽງສັດປັດຈຸ ບັນ, ທ່ານໄດ້ເປັນຄອບຄົວຕົວແບບໃຫ້ແກ່ບ້ານໃຫ້ ແກ່ເມືອງ. ດັ່ງນັ້ນ, ມາຮອດປີ 2015-2016 ພັກ-ລັດເຮົາ ໂດຍສະ ເພາະແມ່ນທາງອຳນາດການປົກຄອງເມືອງມຸນລະປະໂມກ ໄດ້ລົງໄປຊຸກຍູ້ຊີ້ນຳ ແລະ ປຸກ ລະດົມໃຫ້ປະຊາຊົນບັນດາເຜົ່າ ຫັນມາປູກຝັງ-ລ້ຽງສັດໃຫ້ເປັນສິນຄ້າ. ໃນນາມຕາງໜ້າໃຫ້ອຳນາດການປົກຄອງເມືອງ ຂ້າພະເຈົ້າເຫັນວ່າ ປັດຈຸບັນຄອບຄົວຂອງທ່ານ ຄຳ ຈັນຍະແສງ ມີງົວ 320 ໂຕ ຊຶ່ງເປັນທ່າແຮງອັນໜຶ່ງໃນການສ້າງເສດຖະກິດ ເຮັດໃຫ້ການລ້ຽງສັດຂອງຕົນ ຂະຫຍາຍຕົວຂຶ້ນເລື້ອຍໆກາຍ ເປັນແບບຢ່າງການລ້ຽງສັດໃຫ້ແກ່ຄອບຄົວອື່ນໆ.
19/05/2020 10:11:43
23/09/2020 09:29:31
13/08/2020 09:12:59
12/08/2020 11:39:01
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
05/02/2020 09:03:10
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com