Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 25 ມັງກອນນີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະ ບານ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານ ວິຊາສະເພາະໃນໄລຍະ 5 ປີ ຜ່ານມາ ເພື່ອປັບປຸງການຈັດ ຕັ້ງປະຕິບັດວຽກງານວິຊາສະ ເພາະຂອງແຕ່ລະກົມໃນຕໍ່ໜ້າ ຂຶ້ນ ທີ່ສະໂມສອນຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ (ຄກສພ-ອກລ)ໂດຍການເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ ຮອງນາຍົກ ລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ, ມີຄະນະປະຈໍາພັກ, ຄະນະພັກ, ຫົວໜ້າກົມ-ຮອງກົມ ແລະ ພະ ນັກງານຫຼັກແຫຼ່ງທົ່ວອົງການເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້ ສະຫາຍ ສີໄນ ມຽງລາວັນ ຮອງເລຂາຄະນະພັກຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບ ຖອດຖອນບົດຮຽນວຽກງານວິຊາສະເພາະ ແລະ ການປັບປຸງພາຍໃນ ໄລຍະ 5 ປີຜ່ານມາ ແລະ ທິດທາງ ວິທີການປັບປຸງແກ້ໄຂຕໍ່ໜ້າ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າຜົນງານການເຄື່ອນໄຫວໄລຍະ 5 ປີຜ່ານມາ, ດ້ານອ່ອນຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ. ພ້ອມນັ້ນ, ປະທານກອງປະຊຸມໄດ້ມີຄໍາເຫັນ ເຈາະຈີ້ມບາງເນື້ອໃນເພື່ອເຮັດໃຫ້ການປະກອບຄໍາເຫັນຕໍ່ເນື້ອໃນບົດສະຫຼຸບຖອດຖອນບົດຮຽນສະແດງອອກໃຫ້ເຫັນເຖິງການຈັດຕັ້ງປະຕິບັດຕົວຈິງ, ເພື່ອປັບປຸງການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິຜົນສູງ. ຈາກນັ້ນ, ບັນດາກົມ ແລະ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາອັນໄດ້ເຮັດໃຫ້ເນື້ອໃນບົດສະຫຼຸບຄົບຖ້ວນສົມບູນ ສ່ອງແສງໃຫ້ເຫັນໄດ້ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ.
ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະຫາຍ ບຸນທອງ ຈິດມະນີ ໂດຍສະຫາຍໄດ້ເນັ້ນໃຫ້ຄະນະ ພັກ, ຄະນະນໍາ, ຄະນະກົມ ຕ້ອງຖືເອົາການສຶກສາອົບຮົມການເມືອງແນວຄິດເປັນກົກ ດ້ວຍຫຼາຍຮູບການ, ຫຼາຍວິທີ ແລະ ແທດເໝາະກັບເປົ້າໝາຍ; ຕ້ອງກຳແໜ້ນທັດສະນະຂອງພັກກ່ຽວກັບວຽກງານຕິດຕາມ, ກວດກາພັກ, ກວດກາລັດຖືວຽກງານນີ້ເປັນໜຶ່ງໃນພາລະບົດບາດການນໍາພາຂອງ ພັກ ແລະ ຄວາມຮັບຜິດຊອບໂດຍກົງຂອງຄະນະພັກ;ຕ້ອງ ເອົາໃຈໃສ່ເປັນພິເສດຕໍ່ວຽກ ງານບໍາລຸງ, ກໍ່ສ້າງພັກ-ພະນັກ ງານ, ສະມາຊິກພັກໃນດ້ານການເມືອງແນວຄິດ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ; ຕ້ອງມີແບບແຜນນໍາພາ ແລະ ວິທີເຮັດວຽກວິທະຍາສາດ, ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ແບ່ງງານແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຈະແຈ້ງ; ການດຳເນີນກວດກາຕໍ່ເປົ້າໝາຍໃດໜຶ່ງຕ້ອງມີການ ຄົ້ນຄວ້າເລືອກເຟັ້ນເອົາພະນັກ ງານ ໂດຍສະເພາະຜູ້ເປັນຫົວ ໜ້າຕ້ອງເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ສັດຊື່ບໍລິສຸດ, ມີບົດຮຽນ ແລະ ມີປະສົບການ; ຕ້ອງມີການຕິດ ຕາມ, ກວດກາ ແລະ ປະເມີນ ຜົນດ້ານການຝຶກຝົນຫຼ່ໍຫຼອມ ດ້ານຄຸນທາດການເມືອງ, ຄຸນ ສົມບັດສິນທຳປະຕິວັດ, ແບບ ແຜນດຳລົງຊີວິດ, ການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງພະນັກງານເປັນປົກກະຕິ, ແທດຕົວຈິງ ແລະ ຄະນະພັກ, ສະມາຊິກພັກ, ພະ ນັກງານທີ່ມີຜົນສໍາເລັດ, ມີຜົນ ງານທີ່ດີເດັ່ນຕ້ອງມີການຍ້ອງຍໍສັນລະເສີນທັນເວລາ. ພ້ອມນັ້ນ ຜູ້ເຮັດວຽກງານບໍ່ຫຼ້ອນໜ້າທີ່, ລະເມີດລະບຽບວິໄນຂອງພັກ, ກົດໝາຍຂອງລັດ ຕ້ອງສໍາຫຼວດກວດກາ ແລະ ລົງວິໄນຕາມກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ. (ຂ່າວ: ນາງ ສີອາມອນ ໄຍຮຽງອ່ອນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com