Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເນື່ອງໃນໂອກາດປີໃໝ່ ສສ.ຫວຽດນາມ ປີ 2021, ວັນທີ 9 ກຸມພານີ້ຄະນະນຳໜັງສືພິມປະຊາຊົນ ນຳໂດຍ ທ່ານ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໃຫຍ່ ໜັງສືພິມ ປະຊາຊົນ ພ້ອມດ້ວຍ ຄະນະນຳໜັງສືພິມ ເຢິນເຢິນ ປະຈຳລາວ ໄດ້ເຂົ້າອວຍພອນ ເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳລາວ ຊຶ່ງໃຫ້ການຕ້ອນຮັບໂດຍ ທ່ານ ນາງ ຈິງທິເຕິມ ອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ ໃນໂອກາດດັ່ງກ່າວທ່ານ ຫົວໜ້າບັນນາທິການໃຫຍ່ ໄດ້ລາຍງານສະພາບການເຮັດວຽກຂອງໜັງສືພິມປະຊາຊົນ ແລະ ການຮ່ວມມືລະຫວ່າງໜັງສືພິມ ປະຊາຊົນ ແລະ ໜັງສືພິມ ເຍິນເຍິນ ສສ ຫວຽດນາມ ໃນໄລຍະຜ່ານມາ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜູນຈາກ ສະຖານທູດ ສສ.ຫວຽດນາມ ປະຈຳລາວ ຫຼາຍຂຶ້ນກວ່າເກົ່າເພື່ອໃຫ້ການຮ່ວມມືລະຫວ່າງສອງໜັງສືພິມນັບມື້ເຂົ້າສູ່ລວງເລິກ ແລະ ຮັດແໜ້ນຂຶ້ນກວ່າເກົ່າ ໂດຍສະເພາະແມ່ນການແລກປ່ຽນການຝຶກອົບຮົມວິຊາການຂຽນບົດຂຽນຂ່າວ ໃນຍຸກໃໝ່ຍຸກສື່ສັງຄົມອອນລາຍກຳລັງມີບົດບາດຄືດັ່ງປັດຈຸບັນນີ້. ຕອນທ້າຍທ່ານຍັງໄດ້ອວຍພອນໃຫ້ທ່ານ ອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ຢູ່ສປປ ລາວ ອວຍພອນໃຫ້ສາຍພົວພັນມິດຕະພາບແບບພິເສດລາວ-ຫວຽດນາມ ຈົ່ງໝັ້ນຄົງຄະໜົງແກ່ນຕະຫຼອດໄປ.
ໃນໂອກາດດຽວກັນນີ້ ທ່ານ ອັກຄະລັດຖະທູດ ສສ ຫວຽດນາມ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ໜັງສືພິມປະຊາຊົນ ໃນໄລຍະຜ່ານມາທີ່ໄດ້ລົງບົດ-ຂ່າວກ່ຽວກັບສາຍພົວພັນ ມິດຕະພາບລາວ-ຫວຽດນາມ ໂດຍສະເພາະແມ່ນໃນແຕ່ລະໄລຍະສຳຄັນຕ່າງຂອງ ສສ.ຫວຽດນາມ, ເຊັ່ນ ບົດວັນຊາດຫວຽດນາມ, ບົດກ່ຽວກັບກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມ. ສະຖານທູດ ສສ ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການສະໜູນໃນການຮ່ວມມືລະຫວ່າງໜັງສືພິມ ປະຊາຊົນ ແລະ ໜັງສືພິມ ເຢິນເຢິນ ສສ ຫວຽດນາມໃຫ້ນັບມື້ນັບກ້າວໜ້າຂຶ້ນກວ່າເກົ່າ ແລະ ຫວັງວ່າພາຍຫຼັງທີ່ສາມາດສະກັດກັ້ນ ພະຍາດລະບາດໂຄວິດ-19 ໄດ້ແລ້ວພວກເຮົາຈະໄດ້ມີການຈັດກິດຈະກຳຮ່ວມກັນເພື່ອຮັດແໜ້ນສາຍພົວພັນໃຫ້ແໜ້ນແຟ້ນຂຶ້ນຕື່ມ. ຕອນທ້າຍ ທ່ານຍັງໄດ້ອວຍພອນໃຫ້ຄະນະນຳ ຕະຫຼອດຮອດພະນັກງານໜັງສືພິມປະຊາຊົນ ຈົ່ງມີສຸຂະພາບແຂງ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ, ອວຍພອນໃຫ້ການຮ່ວມມືລາວ-ຫວຽດນາມຈົ່ງໝັ້ນຄົງຄະໜົງແກ່ນຕະຫຼອດໄປ.
(ຂ່າວ-ພາບ: ສິດທິພອນ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com