Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ແສງຈັນ
ປະຊາຊົນບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຕື່ນຕົວອອກໄປໃຊ້ສິດປ່ອນບັດ ເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II, ໃນວັນທີ 21 ກຸມພານີ້.
ໃນໂອກາດນີ້, ທ່ານ ແສງເດືອນ ຄົງສຸວັນຄຳ ເລຂາພັກບ້ານ ນາຍບ້ານໆສີບຸນເຮືອງ ໄດ້ໃຫ້ສໍາພາດ ວ່າ: ການປ່ອນບັດພາຍໃນບ້ານສີບຸນເຮືອງ ແມ່ນຈັດຢູ່ວັດບ້ານສີບຸນເຮືອງ, ປະກອບມີຈໍານວນພົນທັງໝົດ 1.965 ຄົນ ຍິງມີ 1.010 ຄົນ ໃນນັ້ນ ມີຜູ້ມີສິດປ່ອນບັດເລືອກຕັ້ງ 1.505 ຄົນ ເປັນຍິງ 884 ຄົນ; ການເລືອກຕັ້ງຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ເຫັນປະຊາຊົນພາຍໃນບ້ານໄດ້ໃຫ້ການຮ່ວມມືເປັນຢ່າງດີ ແລະ ໄດ້ ພ້ອມພຽງຮຽງໜ້າກັນ ມາໃຊ້ສິດປ່ອນບັດຄັດເລືອກເອົາ ສສຊ ແລະ ສສຂ ດ້ວຍຄວາມເຕັມໃຈ ແລະ ມີຄວາມຮັບຜິດຊອບສູງ.
ແມ່ຕູ້ ມະນີຈັນ ລັດຕະນະມຸງຄົນ ປະຊາຊົນບ້ານສີບຸນເຮືອງ ໄດ້ສະແດງຄວາມຮູ້ສຶກອອກມາວ່າ: ປີນີ້, ເຖິງວ່າອາຍຸຈະ 86 ປີແລ້ວກໍຕາມ ແຕ່ແມ່ຕູ້ກໍແຂງແຮງດີ ແລະ ມີຄວາມຮູ້ສຶກ ດີໃຈຫຼາຍທີ່ອອກມາໃຊ້ສິດຂອງຕົນ ເພື່ອເລືອກເອົາຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ, ການເລືອກຕັ້ງ ມັນເໝືອນກັບປາງບຸນໃຫຍ່ຂອງຊາດ ປວງຊົນລາວຈຶ່ງໄດ້ຕື່ນຕົວພ້ອມພາກັນມາປ່ອນບັດເລືອກເອົາຜູ້ທີ່ເປັນຕົວແທນຂອງປະຊາຊົນເຂົ້າໄປໃນສະພາ ເພື່ອພິຈາລະນາ ແລະ ສະເໜີຄຳຄິດເຫັນ, ຄວາມເດືອດຮ້ອນຂອງປະຊາຊົນ ໃຫ້ພາກສ່ວນກ່ຽວຂ້ອງໄດ້ພິຈາລະນາແກ້ໄຂ.
ທ່ານ ນາງ ມະລີຈັນ ຊະນະນິຄົມ ປະຊາຊົນບ້ານສີບຸນເຮືອງ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກພູມໃຈຫຼາຍ ທີ່ໄດ້ເຮັດໜ້າທີ່ເປັນພົນລະເມືອງລາວທີ່ດີ ກໍຄືການໄປໃຊ້ສິດຂອງຕົນ ເລືອກເອົາຜູ້ແທນປະຊາຊົນເຂົ້າໄປເຮັດວຽກໃນສະພາ ເພື່ອປະກອບສ່ວນພັດທະນາປະເທດຊາດ, ເພື່ອສິດ ແລະ ຜົນປະໂຫຍດອັນຊອບທໍາມາສູ່ປວງຊົນລາວ, ໂດຍສະເພາະ ນໍາເອົາສິດຜົນປະໂຫຍດມາສູ່ ແມ່ຍິງ ແລະ ເດັກນ້ອຍ ໃຫ້ໄດ້ຮັບການສຶກສາຮໍ່າຮຽນ, ຍົກລະດັບຊີວິດການເປັນຢູ່ ໃຫ້ດີຂືຶ້ນເລື້ອຍໆ.
ທ່ານ ນາງ ລັດຕະນະວັນ ວົງຈັນດີ, ສະແດງຄວາມຮູ້ສຶກອອກມາວ່າ: ດີໃຈຫຼາຍ ທີ່ໄດ້ມາໃຊ້ສິດຂອງຕົນເລືອກຕັ້ງເອົາຜູ້ແທນຂອງປະຊາຊົນ ກໍຄື ຜູ້ແທນທີ່ຕົນມັກ ເຂົ້າໄປເຮັດວຽກໃນສະພາ ເພື່ອພັດທະນາໜ້າທີ່ວຽກງານທີ່ປະຊາຊົນໄດ້ມອບໝາຍໃຫ້ ນັ້ນກໍຄື ຜົນປະໂຫຍດລວມຂອງປະຊາຊົນລາວບັນດາເຜົ່າໃຫ້ໄປສູ່ ຄຸນນະພາບທີ່ດີ.
ທ່ານ ຄໍາສີ ຈື່ໝັ້ນ ອາຍຸ 25 ປີ ກໍລັງສຶກສາຢູ່ວິທະຍາໄລສິລະປະສຶກສາ, ສະແດງຄວາມຮູ້ສຶກອອກມາວ່າ: ການປ່ອນບັດຄັ້ງນີ້ ສໍາລັບຂ້າພະເຈົ້າ ແມ່ນເປັນຄັ້ງທີສອງ, ມີຄວາມຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ມາປ່ອນບັດເລືອກເອົາຕົວແທນຂອງຕົນເຂົ້າໄປເຮັດວຽກໃນສະພາ ເພື່ອຈະນໍາເອົາຜົນປະໂຫຍດທີ່ດີ ມາພັດທະນາວຽກງານການສຶກສາ (ການຮຽນ-ການສອນ) ໄປສູ່ເຂດຫ່າງໄກສອກຫຼີກຢ່າງທົ່ວເຖິງ ແລະ ເຮັດໃຫ້ວຽກງານການສຶກສາໄດ້ຮັບການພັດທະນາ ຍິ່ງໆຂຶ້ນ.
ທ່ານ ນາງ ລິດດາ ທະວີວັນ, ອາຍຸ 22 ປີ, ກໍາລັງສຶກສາທີ່ ວິທະຍາໄລ ສິລະປະສຶກສາ ກ່າວວ່າ: ການເລືອກຕັ້ງຄັ້ງນີ້ ເປັນຄັ້ງທໍາອິດ ທີ່ຕົນເອງ ໄດ້ໃຊ້ສິດເລືອກຕັ້ງ ຮູ້ສຶກຕື່ນເຕັ້ນ ແລະ ມີຄວາມພູມໃຈຫຼາຍ ທີ່ໄດ້ອອກມາໃຊ້ສິດ ເພື່ອເລືອກເອົາຜູ້ແທນຂອງຕົນ ຊຶ່ງເປັນຜູ້ແທນທີ່ຕົນມັກ ຕ້ອງເປັນຄົນທີ່ມີຄວາມຮູ້, ຄວາມສາມາດ, ຜູ້ທີ່ມີຄວາມຊື່ສັດບໍລິສຸດ ຕໍ່ພັກ, ຕໍ່ລັດ, ຕໍ່ປະເທດຊາດ ແລະ ພ້ອມທີ່ຈະນຳພາປະເທດຊາດ ກ້າວໄປສູ່ຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕຂອງພົນລະເມືອງລາວ ໃນການເລືອກເອົາບຸກຄົນທີ່ມີມາດຕະຖານຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດ ອຳນາດ ຂອງປະຊາຊົນລາວບັນດາເຜົ່າ ຊຶ່ງການໄປໃຊ້ສິດໃນວັນເລືອກຕັ້ງ ແມ່ນກຽດສັກສີ, ສິດ, ໜ້າທີ່ ແລະ ພັນທະຂອງພົນລະເມືອງລາວໝົດທຸກຄົນ ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ແມ່ນມີສິດປ່ອນບັດເລືອກຕັ້ງ ເວັ້ນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ຖືກສານຕັດສິນລົງໂທດຕັດອິດສະຫຼະພາບ, ປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com