Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 16 ມີນາຜ່ານມາ, ທ່ານ ທວງນາມ ວົງສາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນໍ້າທາ, ທ່ານ ຢານ ວິເກວແມນ ຜູ້ອໍານວຍການຫ້ອງການທະນາຄານ KFW ປະຈໍາປະເທດລາວ ພ້ອມດ້ວຍຮອງເຈົ້າເມືອງ 2 ເມືອງຄື: ເມືອງຫຼວງນໍ້າທາ ແລະ ເມືອງສິງ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ຢ້ຽມຢາມ ແລະ ລົງກວດກາຈຸດທົບທວນຄືນຄວາມຄືບໜ້າ ຂອງໂຄງການອະນຸລັກຊີວະນາໆພັນ ແລະ ປ່າໄມ້ແບບປະສົມປະສານ ໂດຍສະເພາະແມ່ນຂອບເຂດປ້ອມກີ່ວລົມ ແລະ ຂອບເຂດບ້ານ ນໍ້າກົ່ງ ເມືອງຫຼວງນໍ້າທາ.
ຄະນະລົງມາຢ້ຽມຢາມ ແລະ ກວດກາ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບ ຄວາມ ຄືບໜ້າຂອງໂຄງການອະນຸລັກຊີວະນາໆພັນ ແລະ ປ່າໄມ້ແບບປະສົມປະສານ ຈາກໜ່ວຍງານປະຈໍາ ປ້ອມກີ່ວລົມ ແລະ ປ້ອມຍາມປ່າຂອບເຂດນໍ້າກົ່ງ. ຈາກນັ້ນຄະນະດັ່ງກ່າວ, ກໍໄດ້ລົງສົມທົບກັບພະ ນັກງານກອງກວດກາປ່າໄມ້ແຂວງ ເຄື່ອນໄຫວກວດກາລາດຕະເວນ ຕາມເສັ້ນທາງນໍ້າທາ-ເມືອງສິງ ຊຶ່ງໄດ້ຢຶດສັດປ່າໄດ້ຈໍານວນໜຶ່ງ. ນອກນີ້ຍັງໄດ້ສົມທົບກັບພະນັກງານກອງກວດກາປ່າໄມ້ແຂວງ ແລະ ທະຫານຊາຍແດນ 134 ລົງກວດກາຂອບເຂດບ້ານຫຼັກຄໍາໃໝ່, ບ້ານນໍ້າກົ່ງ ຊຶ່ງໄດ້ພົບເຫັນປະ ຊາຊົນຈໍານວນໜຶ່ງ ຍັງລັກລອບເລື່ອຍໄມ້ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ໂດຍຈໍານວນໄມ້ ທີ່ພົບທັງໝົດມີ 7.715 ແມັດກ້ອນ; ດັ່ງນັ້ນ, ຈຶ່ງໄດ້ສ້າງບົດບົດບັນທຶກສຶກສາອົບຮົມພວກກ່ຽວ. ການລົງຢ້ຽມຢາມ ແລະ ກວດກາຄັ້ງນີ້, ຍັງໄດ້ເກັບກໍາຂໍ້ມູນດ້ານຊີວະນາໆພັນທີ່ຫຼາກຫຼາຍ ແລະ ອື່ນໆ ເຊັ່ນ: ຮອງຮອຍສັດປ່າ, ຕົ້ນໄມ້, ພືດ, ເຄື່ອງປ່າຂອງດົງ.
ຜ່ານການລົງຢ້ຽມຢາມ ແລະ ກວດກາພື້ນທີ່ຂອບເຂດປ່າສະຫງວນນໍ້າຫ້າ ຍັງໄດ້ເຮັດໃຫ້ປະ ຊາຊົນມີຄວາມເຂົ້າໃຈຫຼາຍຂຶ້ນ ກ່ຽວກັບຄວາມໝາຍຄວາມສໍາຄັນຂອງປ່າໄມ້, ມີຄວາມເຂົ້າໃຈຕໍ່ກັບ ວຽກງານອະນຸລັກຊີວະນາໆພັນ ແລະ ມີຄວາມເຂົ້າໃຈຕໍ່ລະບຽບກົດໝາຍ ຕ້ານການລັກລອບຕັດໄມ້ - ເລື່ອຍໄມ້ແບບຜິດກົດໝາຍ. (ຂ່າວ-ພາບ: ມຸນຕີ)
19/05/2020 10:11:43
23/09/2020 09:29:31
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
13/08/2020 09:12:59
12/08/2020 11:39:01
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com