Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ການລ້ຽງສັດເປັນກິດຈະ ກຳໜຶ່ງທີ່ຄວບຄູ່ກັບການປູກຝັງຂອງຊາວກະສິກອນ ແລະ ໄດ້ກາຍເປັນແຫຼ່ງລາຍຮັບເຂົ້າຄອບຄົວ ສາມາດເຮັດໃຫ້ຄອບຄົວຂອງທ່ານ ນາງ ໂຍທອງ ແພງສຸລິດ ບ້ານໂສດ ເມືອງແອດ ແຂວງຫົວພັນ ຫຼຸດພົ້ນອອກຈາກຄວາມທຸກຍາກ.
ທ່ານ ນາງ ໂຍທອງ ແພງສຸລິດ ໄດ້ຮັບກຽດຕາງໜ້າຄອບຄົວຕົວແບບໃນການລ້ຽງສັດໃຫຍ່ລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງແອດ ໃນທ້າຍເດືອນທັນວາ 2019 ຜ່ານມາໃຫ້ຮູ້ວ່າ: ຄອບຄົວຂອງຕົນມີສະມາຊິກທັງໝົດ 5 ຄົນ, ໃນນັ້ນມີແຮງງານຕົ້ນຕໍ 2 ຄົນ ໂດຍໄດ້ຢຶດຖືອາຊີບເຮັດໄຮ່-ເຮັດນາ ແລະ ລ້ຽງສັດໃຫຍ່ປະເພດຄວາຍຈຳນວນໜຶ່ງ ເພື່ອໄວ້ໃຊ້ແຮງງານແກ່ໄຖ ແລະ ຂາຍແລກປ່ຽນສິນຄ້າ ໃນໄລຍະຜ່ານມາຂັ້ນຕອນການລ້ຽງແມ່ນແບບປະຖົມປະຖານ, ປ່ອຍປະຕາມທຳມະຊາດ, ບໍ່ໄດ້ຮັບການສັກຢາກັນພະຍາດ ຈຶ່ງເຮັດໃຫ້ສັດລົ້ມຕາຍ ຍ້ອນພະຍາດລະບາດຕະຫຼອດມາ.
ຕົກມາຮອດປີ 2010 ຄອບ ຄົວຂອງຕົນເອງໄດ້ຕັດສິນໃຈຊື້ງົວຈຳນວນ 5 ແມ່ ແລະ ລູກນ້ອຍ 1 ໂຕ ມາລ້ຽງຕາມທຳມະຊາດ ພ້ອມທັງທົດລອງໃຊ້ຢາກັນພະຍາດ ແຕ່ເຫັນວ່າຍັງມີສັດຕາຍ ຍ້ອນຂາດປະສົບການໃນການນຳໃຊ້ຢາ ພຽງແຕ່ອາໄສຖອດຖອນບົດຮຽນນຳຜູ້ທີ່ມີປະສົບການແລ້ວຊື້ມາສັກເອງ. ພຽງເທົ່ານັ້ນ, ຮອດປີ 2012 ເຫັນວ່າສັດລ້ຽງມີການແຜ່ຂະຫຍາຍຈຳນວນ 11 ໂຕ ລວມທັງຕົ້ນທຶນລວມເປັນງົວ 17 ໂຕ, ຄວາຍ 10 ໂຕ ແລະ ໄດ້ຂາຍອອກປີລະ 2 ໂຕ ເຮັດໃຫ້ມີລາຍຮັບປະມານ 5 ລ້ານກີບຕໍ່ປີ, ເຮັດໃຫ້ຄອບຄົວຄ່ອຍໆມີຊີວິດທີ່ດີຂຶ້ນໃນລະດັບໜຶ່ງ.
ຮອດປີ 2013 ໄດ້ມີກອງທຶນສິນເຊື່ອຂອງໂຄງການປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນເຂດພາກ ເໜືອ ສປປ ລາວ ໂດຍແມ່ນສະຫະພັນແມ່ຍິງເປັນຜູ້ຈັດຕັ້ງປະຕິບັດ ທາງໂຄງການໄດ້ສະໜອງແກ່ນຫຍ້າເພື່ອມາປູກໃຫ້ສັດກິນ ແລະ ຄອບຄົວກໍໄດ້ກູ້ຢືມເງິນຈຳນວນໜຶ່ງ ເພື່ອຊື້ແນວພັນສັດຈຳນວນ 2 ໂຕປ່ຽນແທນແນວພັນເກົ່າທີ່ມີອາຍຸແກ່.
ໃນປີ 2015 ໄດ້ມີໂຄງການລ້ຽງສັດເພື່ອເປັນສິນຄ້າໃນເຂດພາກເໜືອຂອງ ສປປ ລາວ ເຂົ້າມາຈັດຕັ້ງກຸ່ມລ້ຽງສັດໃຫຍ່ຢູ່ບ້ານຂອງຕົນ ຈຶ່ງໄດ້ອາສາສະໝັກເຂົ້າເປັນສະມາຊິກກຸ່ມ ແລະ ໄດ້ຮັບການຝຶກອົບຮົມທາງດ້ານເຕັກນິກໃນການລ້ຽງ, ພ້ອມທັງໄດ້ຮັບການສະໜອງແນວພັນຫຍ້າປູກເພື່ອລ້ຽງສັດໃຫຍ່ໃນເບື້ອງຕົ້ນໄດ້ບຸກເບີກເນື້ອທີ່ດິນປູກຫຍ້າຈຳນວນ 0,5 ເຮັກຕາ, ຄຽງຄູ່ກັບການລົງຕິດຕາມ, ແນະນຳວິທີລ້ຽງເດືອນລະເທື່ອຈາກວິຊາການໂຄງການ ເຮັດໃຫ້ຈຳນວນສັດຕາຍຫຼຸດລົງ ແລະ ມີສັດເພີ່ມຂຶ້ນ ພ້ອມຂາຍອອກປະເພດງົວປີລະ 2 ໂຕ, ຄວາຍ 2 ໂຕ ມີກຳໄລ 13 ລ້ານກີບ/ປີ.
ໃນປີ 2018-2019 ໂດຍ ໄດ້ຮັບໂອກາດເຂົ້າຮ່ວມຝຶກ ອົບຮົມເຕັກນິກການລ້ຽງງົວທອມນຳໂຄງການ ຈຶ່ງໄດ້ຂະຫຍາຍເນື້ອທີ່ປູກຫຍ້າເພີ່ມຕື່ມເປັນ 1,5 ເຮັກຕາ ຊຶ່ງເລີ່ມຈາກຊື້ງົວຈາກບ່ອນອື່ນມາທອມຄັ້ງລະ 2 ໂຕ ໂດຍປະຕິບັດຕາມຂັ້ນຕອນຢ່າງເຄັ່ງຄັດເປັນຕົ້ນແມ່ນ ກ່ອນເອົາງົວເຂົ້າຄອກຂັງຕ້ອງໄດ້ຮັບການສັກຢາກັນພະຍາດ ແລະ ສັກຢາຂ້າແມ່ທ້ອງກ່ອນ ຈາກນັ້ນ, ຈຶ່ງເຂົ້າສູ່ການລ້ຽງໂດຍຕັດຫຍ້າໃຫ້ກິນມື້ລະ 2 ຄັ້ງ, ເອົາເຂົ້າໜຶ້ງໃຫ້ກິນເປັນອາຫານເສີມປະມານ 200 ກຣາມ/ມື້; ບົດຮຳ ຫຼື ສາລີປະສົມຕົ້ນກ້ວຍທີ່ຖອນແລ້ວ, ຟັກມັນຕົ້ນປະສົມເກືອໃຫ້ກິນມື້ລະ 1 ກິໂລ ຜ່ານການລ້ຽງ, ໃຊ້ເວລາພຽງ 3 ເດືອນສາມາດຂາຍອອກໄດ້ກຳໄລ 3 ລ້ານກີບຕໍ່ຄັ້ງ ຮູບການຈຳໜ່າຍແມ່ນສະໜອງໃຫ້ຕະຫຼາດພາຍໃນເມືອງ.
ທ່ານ ນາງ ໂຍທອງ ແພງສຸລິດ ກ່າວຕື່ມອີກວ່າ: ການລ້ຽງງົວທອມຂອງຕົນເອງຖືວ່າປະສົບຜົນສຳເລັດຍ້ອນອຳນາດການປົກຄອງບ້ານໄດ້ແບ່ງເຂດລ້ຽງສັດອອກຈາກເຂດເຮັດການຜະລິດ ເຮັດໃຫ້ມີຄວາມສະດວກຫຼາຍຂຶ້ນ; ມີສວນຫຍ້າພຽງພໍກັບຈຳນວນສັດ ແລະ ມີຕົ້ນທຶນໃນການລ້ຽງ; ໄດ້ຮັບການແນະນຳຈາກວິຊາການ ແລະ ສັດໄດ້ຮັບການສັກຢາກັນພະຍາດຢ່າງເປັນປົກກະຕິ. ຄຽງຄູ່ກັນນັ້ນ, ກໍມີບາງບັນຫາທີ່ຍັງທ້າທາຍເປັນຕົ້ນແມ່ນ ສວນຫຍ້າຢູ່ໄກບ້ານເຮັດໃຫ້ໃຊ້ເວລາດົນໃນການໄປຕັດຫຍ້າມາໃຫ້ສັດກິນແຕ່ລະຄັ້ງ ແລະ ການລະບາດຂອງພະຍາດມີຫຼາຍຊະນິດເຮັດໃຫ້ພົບຄວາມຫຍຸ້ງຍາກໃນການປ້ອງກັນ.
ດ້ວຍເຫດຜົນຕ່າງໆທີ່ກ່າວມາຂ້າງເທິງ, ມາຮອດປັດ ຈຸບັນຄອບຄົວຂອງທ່ານ ນາງ ໂຍທອງ ແພງສຸລິດ ມີສັດລ້ຽງປະເພດງົວ 16 ໂຕ, ຄວາຍ 6 ໂຕ ແລະ ໃນປີຜ່ານມາສາມາດຂາຍງົວທອມໄດ້ 6 ໂຕ, ງົວລ້ຽງທຳມະຊາດ 3 ໂຕ ແລະ ຄວາຍ 3 ໂຕ ລວມເປັນເງິນທັງໝົດ 36 ລ້ານກີບ, ສະເລ່ຍລາຍຮັບສະເພາະລ້ຽງສັດໄດ້ 7 ລ້ານກວ່າກີບຕໍ່ຄົນຕໍ່ປີ ເຮັດໃຫ້ຄອບຄົວຂອງຕົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ພ້ອມທັງມີເງິນສົ່ງລູກຮຽນຢູ່ພາຍໃນ ແລະ ຕ່າງປະເທດ, ມີເຄື່ອງມືຮັບໃຊ້ຄົວເຮືອນເຊັ່ນ: ລົດຈັກ, ໂຮງສີເຂົ້າ, ລົດໄຖນາເດີນຕາມ, ຈັກປັ່ນເຂົ້າ, ຈັກຕັດຫຍ້າ, ຕູ້ເຊື່ອມຈອດໂລຫະ, ມີເຮືອນຢູ່ຖາວອນຈຳນວນ 1 ຫຼັງ ແລະ ເຮືອນກຳລັງສ້າງໃໝ່ 1 ຫຼັງ.
ປັດຈຸບັນ, ຄອບຄົວຂອງທ່ານ ນາງ ໂຍທອງ ແພງສຸລິດ ໄດ້ຢຶດຖືອາຊີບລ້ຽງສັດເປັນຕົ້ນຕໍ ແລະ ເຮັດນາປູກເຂົ້າເປັນສຳຮອງ, ຢຸດຕິການຖາງປ່າເຮັດໄຮ່ຢ່າງສິ້ນເຊີງ. ພ້ອມທັງວາງແຜນລ້ຽງງົວທອມເພື່ອຕອບສະໜອງຊີ້ນໃຫ້ແກ່ສັງຄົມຢູ່ທ້ອງຕະຫຼາດພາຍໃນເມືອງຂອງຕົນ ແລະ ຕ່າງເມືອງໃຫ້ໄດ້ປີລະ 4 ຊຸດ ຫຼຶື 8 ໂຕຕໍ່ປີ ຄາດວ່າຈະມີກຳໄລປະມານ 12 - 15 ລ້ານກີບ/ປີ. ຄຽງຄູ່ກັນນັ້ນ, ຈະເອົາໃຈໃສ່ບົວລະບັດສັດລ້ຽງໃຫ້ມີການຈະເລີນເຕີບໂຕ ແລະ ແຜ່ພັນດີ, ວາງແຜນບໍລິຫານສວນຫຍ້າໃຫ້ເໝາະສົມໂດຍຈະຈັດແບ່ງເປັນລັອກແລ້ວປ່ອຍສັດເຂົ້າກິນແບບໝູນວຽນ ເພື່ອຫຼຸດຜ່ອນແຮງງານໃນການຕັດຫຍ້າ ແລະ ຈະປັບປຸງການລ້ຽງສັດຂອງຕົນເປັນສູນຮຽນຮູ້ໃຫ້ແກ່ຜູ້ທີ່ສົນໃຈໄດ້ມາຖອດຖອນບົດຮຽນນຳ.
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com