Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຄະນະບໍລິຫານງານຊາວໜຸ່ມ ກະຊວງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມກະຊວງ ຖວທ ປະຈໍາສົກປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021 ເຜີຍແຜ່ເຊື່ອມຊຶມມະ ຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໜທີ VIII ຂຶ້ນໃນວັນທີ 2 ເມສານີ້ ທີ່ໂຮງຮຽນສີລະປະແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ບົວໄລ ພານຸວົງ ວ່າການຫົວໜ້າຫ້ອງການກະຊວງ ຖວທ ທັງເປັນເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ຖວທ, ທ່ານ ວຽງພອນ ສຸຂະວົງ ຜູ້ອໍານວຍການໂຮງຮຽນສີລະປະແຫ່ງຊາດ ມີຄະນະຮາກຖານຊາວໜຸ່ມ ແລະ ໜ່ວຍຊາວໜຸ່ມຮາກຖານ ພ້ອມດ້ວຍສະມາຊິກ ຊາວໜຸ່ມອ້ອມຂ້າງກະຊວງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ວຽງພອນ ສຸຂະວົງ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຊາວ ໜຸ່ມ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021; ເຜີຍແຜ່ມະຕິກອງ ປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ແລະ ເຜີຍ ແຜ່ມະຕິກອງປະຊຸມ ໃຫຍ່ VIII ຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໂດຍທ່ານໄດ້ກ່າວວ່າ: ຜົນສຳເລັດການຈັດຕັ້ງປະຕິບັດວຽກງານຊາວ ໜຸ່ມກະຊວງ ຖວທ ໃນໄລຍະຜ່ານມາ ຄະນະບໍລິຫານງານຊາວໜຸມປະຊາຊົນປະຕິວັດລາວ ກະຊວງ ຖວທ ໄດ້ຢຶດຖືເອົາການນຳພາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກໃຫ້ແກ່ຊາວໜຸ່ມ-ໄວໜຸ່ມຂອງຕົນດ້ວຍການສ້າງໂອກາດ, ຈັດຕັ້ງ ແລະ ຊຸກ ຍູ້-ສົ່ງເສີມ ຮຽນຮູ້ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ວິຖີດຳລົງ ຊີວິດ, ສີລະປະວັດທະນະທຳ, ກິລາກາຍະກຳ, ການຊ່ວຍເຫຼືອສັງຄົມ, ສຶກສາມູນເຊື້ອ ຂອງພັກ, ຂອງທ່ານຜູ້ນໍາ, ຮຽນຮູ້ທິດສະດີ, ວິທະຍາສາດ, ເຕັກໂນໂລຊີທີ່ກ້າວໜ້າຂອງຍຸກສະໄໝ, ຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ສະໄໝທີ VIII ປະ ກອບດ້ວຍ 17 ສະຫາຍ ຍິງ 5 ສະຫາຍ, ແຕ່ປັດຈຸບັນຍັງ 15 ສະຫາຍ ຍິງ 4 ສະຫາຍ. ກອງປະຊຸມສາມັນຄົບຄະນະຄັ້ງທີ 2 ຄະນະໄດ້ຕົກລົງແບ່ງງານ, ແບ່ງຄວາມ ຮັບຜິດຊອບຢ່າງຈະແຈ້ງ, ແຕ່ງຕັ້ງກອງເລຂາປະສານງານ, ໄດ້ປັບປຸງແບບແຜນວິທີ ເຮັດວຽກ. ໂຄງປະກອບດ້ານກົງຈັກການຈັດຕັ້ງຂອງຊາວໜຸ່ມກະຊວງ ຖວທ ມີ 2 ຄະ ນະຮາກຖານຊາວໜຸ່ມ ແລະ ມີ 44 ໜ່ວຍຊາວໜຸ່ມຮາກຖານ ແລະ ມີ ກອງເຍົາວະຊົນທັນວາ 1 ກອງທີ່ຂຶ້ນກັບ, ປີ 2020 ໄດ້ຮັບສະມາຊິກເຂົ້າໃໝ່ຈຳນວນ 71 ສະຫາຍ, ສະມາຊິກພົ້ນອາຍຸກະສຽນ 14 ສະຫາຍ, ສະມາຊິກຍົກຍ້າຍໄປຢູ່ກະຊວງອື່ນ, ຮຽນຕໍ່ ແລະ ໄປປະຈຳການຢູ່ຕ່າງປະເທດມີ 12 ສະຫາຍ, ປັດຈຸບັນມີສະມາຊິກຊາວໜຸ່ມທັງໝົດ 1.264 ສະຫາຍ ຍິງ 588 ສະຫາຍ, ເຍົາວະຊົນມີ 155 ຄົນ ຍິງ 95 ຄົນ.
ສະມາຊິກຊາວໜຸ່ມທົ່ວກະຊວງ ໄດ້ເອົາໃຈໃສ່ເປັນເຈົ້າການປະກອບສ່ວນປະຕິບັດ ໜ້າທີ່ວຽກງານວິຊາສະເພາະຂອງຕົນ ໄປຄຽງຄູ່ກັບພັນທະໜ້າທີ່ຊາວໜຸ່ມປະຊາຊົນປະ ຕິວັດລາວຢ່າງຫ້າວຫັນຕໍ່ເນື່ອງ ໂດຍສະເພາະແມ່ນສຸມໃສ່ການໂຄສະນາເຜີຍແຜ່ມູນ ເຊື້ອການນໍາພາຂອງພັກ, ບົດບາດ ແລະ ຄວາມສໍາຄັນຂອງພັກ, ຕິດພັນກັບການສ້າງສາພັດທະນາປະເທດຊາດກໍຄືເຫດການຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ ຜ່ານສື່ຕ່າງໆ, ໄດ້ສຸມໃສ່ການສະແດງສິລະປະ, ກາຍະສິນ, ລະຄອນ ແລະ ສາຍຮູບເງົາ ເພື່ອຂໍ່ານັບຊົມເຊີຍ ແລະ ສະເຫຼີມສະຫຼອງວັນສໍາຄັນຂອງຊາດຕ່າງໆ ໃຫ້ມີບັນ ຍາກາດຟົດຟື້ນເປັນຕົ້ນແມ່ນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ວັນຊາດ ຄົບຮອບ 45 ປີ, ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 65 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ລວມ ທັງຈັດບັນດາກິດຈະກໍາປິ່ນອ້ອມຕ່າງໆ. ພ້ອມນັ້ນ, ຊາວໜຸ່ມກະຊວງ ຖວທ ໄດ້ຮັບ ຮອງເປັນກະຊວງ 4 ບຸກ 3 ປີຊ້ອນ ແລະ ໄດ້ຮັບທຸງໄຊນໍາໜ້າຂະບວນການແຂ່ງ ຂັນ 4 ບຸກ ຢ່າງສົມກຽດ ໃນວັນທີ 22 ມັງກອນ 2020; ໄດ້ເຂົ້າຮ່ວມບາງກິດຈະ ກໍາທີ່ສໍາຄັນທີ່ທາງສູນກາງຊາວໜຸ່ມ ກໍຄືຂະແໜງການຈັດຂຶ້ນຢ່າງມີປະສິດທິຜົນ.
ຄຽງຄູ່ກັບບັນດາໝາກຜົນທີ່ພົ້ນເດັ່ນຂ້າງເທິງນັ້ນ, ຊາວໜຸ່ມກະຊວງຍັງໄດ້ປະກອບ ສ່ວນເຂົ້າໃນວຽກງານສະເພາະກິດຢ່າງຕັ້ງໜ້າ ໂດຍສະເພາະການໂຄສະນາເຜີຍແຜ່ ບັນດາມະຕິຄຳສັ່ງ, ແຈ້ງການ, ບົດແນະນໍາ, ການຖະແຫຼງຂ່າວຂອງລັດຖະບານ, ຂອງ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ລວມເຖິງບັນດາແຈ້ງການຂອງແຕ່ລະກະຊວງ, ອົງການຈັດ ຕັ້ງຕ່າງໆທັງສູນກາງ ແລະ ທ້ອງຖິ່ນ.
ຂ່າວ-ພາບ: ຍຸພິນທອງ
19/05/2020 10:11:43
23/09/2020 09:29:31
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
13/08/2020 09:12:59
12/08/2020 11:39:01
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com