Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 1 ເມສາຜ່ານມານີ້, ທີ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບຮັບທຸງໄຊນຳໜ້າ ແລະ ປາຖະກະ ຖາວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະປະຈຳຊາວໜຸ່ມແຂວງ, ອົງການພາຄີ, ເລຂາຄະນະໜ່ວຍຊາວໜຸ່ມອ້ອມຂ້າງ, ເລຂາ ຄະນະໜ່ວຍຊາວໜຸ່ມຮາກຖານບ້ານ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ສະຫາຍ ຄຳແພງ ຕັດສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ໄດ້ເປັນກຽດເລົ່າມູນ ເຊື້ອວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (14 ເມສາ 1955-14 ເມສາ 2021) ຊຶ່ງສະຫາຍໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ, ການສ້າງຕັ້ງ, ຄວາມໝາຍ-ຄວາມສຳຄັນ ແລະ ຜົນງານການເຄື່ອນໄຫວໃນແຕ່ລະໄລຍະ ຂອງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ. ຈາກນັ້ນ, ສະຫາຍ ນາງ ດວງຊີວັນ ອຸບົນສັກ ຮອງເລຂາຊາວໜຸ່ມ ປະຊາ ຊົນ ປະຕິວັດລາວ ເມືອງເງິນ ກໍໄດ້ຜ່ານມະຕິຕົກລົງຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງເງິນ ສະບັບເລກທີ 119/ຄຊປປລມ-ມງ ລົງວັນທີ 29 ມີນາ 2021 ວ່າດ້ວຍການຢັ້ງຢືນຮັບທຸງໄຊນຳໜ້າ ໃນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ແລະ ມະຕິຕົກລົງ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ເມືອງເງິນ ສະບັບເລກທີ 57 ວ່າດ້ວຍການຢັ້ງຢືນ ໂຮງຮຽນ 3 ດີ 4 ຮູ້ ຂອງກອງເຍົາວະຊົນທັນວາ.
ເມືອງເງິນ ປະກອບມີ ຊາວໜຸ່ມ-ໄວໜຸ່ມ ທັງໝົດ 5.549 ຄົນ ຍິງ 1.927 ຄົນ, ເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ 1.657 ຄົນ ຍິງ 713 ຄົນ ມີ 1 ຄະນະຮາກຖານ, ມີ 50 ໜ່ວຍຂຶ້ນກັບ. ໃນນີ້, ໄດ້ຮັບ ທຸງໄຊນຳໜ້າ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຈຳນວນ 1 ຄະນະຮາກຖານ ແລະ 29 ໜ່ວຍ ແລະ ໄດ້ຮັບ ໃບຢັ້ງຢືນໂຮງຮຽນ 3 ດີ 4 ຮູ້ ຂອງກອງເຍົາວະຊົນທັນວາ ຈຳນວນ 13 ແຫ່ງ.
ໃຫ້ກຽດມອບທຸງໄຊນຳໜ້າ ແລະ ໃບຢັ້ງຢືນ ໂຮງຮຽນ 3 ດີ 4 ຮູ້ ໂດຍແມ່ນ ສະຫາຍ ຄຳແພງ ຕັດສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ແລະ ສະຫາຍ ສອນຄິດ ທອງປະເສີດ ເລຂາຄະນະບໍລິ ຫານງານຊາວໜຸ່ມເມືອງ.
(ຂ່າວ: ອິນແປງ ແຫວນຄຳ)
19/05/2020 10:11:43
23/09/2020 09:29:31
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
13/08/2020 09:12:59
12/08/2020 11:39:01
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com