Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ວາງສະແດງຮູບແຕ້ມ ນັກຈິດຕະກອນ ເລຢຸງເກື່ອງ ກັບປະເທດລາວ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 21/04/2021 08:49:27 ຈຳ​ນວນ​​ຢ້ຽມ​ຊົມ 32 ຄັ້ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຜ່ານການເຮັດວຽກຢູ່ສະຖານທູດ, ພົວພັນກັບພໍ່ແມ່ປະຊາຊົນຢູ່ບັນດາເຂດຂອງປະເທດລາວ, ຂ້າພະເຈົ້າເຫັນວ່າປະຊາຊົນລາວ ແມ່ນຜູ້ມີນິດໄສໃຈດີ.

ຂ່າວລາຍງານວ່າ: ວັນທີ 19 ເມສາຜ່ານມາ, ຢູ່ນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີເປີດງານວາງສະແດງຮູບແຕ້ມຂອງນັກຈິດຕະກອນ ເລຢຸງເກື່ອງ ກັບປະເທດລາວ. ເລຢຸງເກື່ອງ ແມ່ນນັກຈິດຕະກອນຄົນໜຶ່ງ ທີ່ເຄີຍເຮັດວຽກຢູ່ ສປປລາວ, ອະດີດພະນັກງານຂະແໜງການທູດ, ທ່ານ ໄດ້ແຕ້ມບັນດາພາບເຄິງຄີງ, ພິເສດແມ່ນໄດ້ແຕ້ມບັນດາຜູ້ທີ່ມີຊື່ສຽງ, ບັນດາການນຳທີ່ມີອິດທິພົນຊື່ສຽງຂອງ 2 ປະເທດ ຫວຽດນາມ - ລາວ ໃນໂອກາດພິເສດ.

ໃນງານວາງສະແດງຄັ້ງນີ້, ທ່ານ ເລຢຸງເກື່ອງ ໄດ້ແນະນຳກັບຜູ້ຊົມພາບຖ່າຍກວ່າ 50 ແຜ່ນ, ລວມມີຫຼາຍຫົວເລື່ອງ ດ້ວຍວັດຖຸແຕ້ມຫຼາຍຢ່າງຄື: ເຈ້ຍແຂງ, ສໍສີ, ເຈ້ຍສາ, ໃນນັ້ນມີຮູບແຕ້ມຫຼາຍແຜ່ນແມ່ນກ່ຽວກັບການດຳລົງຊີວິດປັດຈຸບັນ, ປະເທດຊາດ ແລະ ຮີດຄອງປະເພນີຂອງປະຊາຊົນລາວ, ບັນດາຮູບແຕ້ມເຄິງຄີງນາງສາວລາວ ແລະ ບັນດາໝູ່ເພື່ອນຂອງທ່ານ. ນັກຈິດຕະກອນ ເລຢຸງເກື່ອງ ແນະນໍາວ່າ: ຮູບແຕ້ມແຕ່ລະແຜ່ນ ແມ່ນເປັນອະນຸສອນຢ່າງເລິກເຊິ່ງໃນຂະບວນວິວັດການເຮັດວຽກ ແລະ ການເຄື່ອນໄຫວດ້ານວິຈິດສິນຂອງຕົນ.

ທ່ານ ເລຢຸງເກື່ອງ ກ່າວວ່າ:ຜ່ານການເຮັດວຽກຢູ່ສະຖານທູດ, ການພົວພັນກັບພໍ່ແມ່ປະຊາຊົນຢູ່ບັນດາຂົງເຂດຂອງປະເທດລາວ, ຂ້າພະເຈົ້າເຫັນວ່າ: ປະຊາຊົນລາວ ແມ່ນຜູ້ມີນິດໄສໃຈດີ. ຍ້ອນຂ້າພະເຈົ້າເຄີຍຮຽນວິຈິດສິນ, ສະນັ້ນ ຂ້າພະເຈົ້າໄດ້ເຊື່ອມຕໍ່ 2 ພື້ນຖານວັດທະນະທຳ, ເຊື່ອມຕໍ່ງານບຸນ, ຮີດຄອງປະເພນີຂອງປະຊາຊົນລາວ ຜ່ານບັນດາຮູບແຕ້ມ.

ຂ່າວລະບຸວ່າ: ທຸກຫົວເລື່ອງທີ່ ນັກຈິດຕະກອນ ເລຢຸງເກື່ອງ ແຕ້ມເຊັ່ນ: ຮູບແຕ້ມເຄິ່ງຄີງຕະຫຼອດຮອດຮູບແຕ້ມວັດຖຸສິ່ງຂອງ, ທິວທັດທຳມະຊາດຂອງປະເທດ ຫວຽດນາມ ແລະ ລາວ ຫຼື ບັນດາຮູບແຕ້ມທີ່ ທ່ານ ເກື່ອງ ພົບເຫັນຢູ່ຕາມທາງ ແມ່ນມີຊີວິດຊີວາທີ່ສຸດ. ໂດບສະເພາະ ແມ່ນການລະບາຍສີໃນບັນດາຮູບແຕ້ມແມ່ນຮຸ່ງເຫຼືອງທີ່ສຸດ, ນີ້ໄດ້ສະແດງໃຫ້ເຫັນນິດໄສຂອງຈິດຕະກອນຜູ້ໜຶ່ງ ຊຶ່ງຍາມໃດກໍ່ມີຄວາມປະທັບໃຈ, ມີຄວາມຮັກຕໍ່ຊີວິດ ແລະ ສິລະປະ.

ງານວາງສະແດງຄັ້ງນີ້, ໄດ້ສ້າງຄວາມປະທັບໃຈທີ່ສຸດສຳລັບແຂກທີ່ເຂົ້າຊົມ. ບັນດາຮູບແຕ້ມຂອງນັກຈິດຕະກອນ ເລຢຸງເກື່ອງ ໄດ້ວາງສະແດງຢູ່ເຮືອນວາງສະແດງສະມາຄົມວິຈິດສິນຫວຽດນາມ, ເລກທີ 16 ຖະໜົນ ໂງກວ່ຽນ, ຮ່າໂນ້ຍ ນັບແຕ່ວັນທີ 19 – 27 ເມສາ 2021.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com