Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສັນຍາ RCEP ມີຄວາມສຳຄັນຕໍ່ປະເທດສະມາຊິກ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 21/04/2021 08:50:25 ຈຳ​ນວນ​​ຢ້ຽມ​ຊົມ 30 ຄັ້ງ

ໂດບ: ສີວັນ

ຈີນ ໄດ້ເຮັດສຳເລັດທຸກຂັ້ນຕອນຂອງລະບຽບການ ການໃຫ້ສັດຕະຍາບັນສັນຍາ RCEP ຢ່າງເປັນທາງການ, ກາຍເປັນປະເທດທຳອິດທີ່ສຳເລັດການໃຫ້ສັດຕະຍາບັນດັ່ງກ່າວໃນປະເທດສະມາຊິກ RCEP. ນຳໜ້າໝູ່ເຮັດສຳເລັດລະບຽບການກວດກາ ແລະ ໃຫ້ສັດຕະຍາບັນສັນຍາ RCEP. ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງຈີນ ໃນການເລັ່ງລັດການຊຸກຍູ້ສັນຍາ RCEP ໃຫ້ສາມາດປະຕິບັດໄດ້ຕົວຈິງ.

ຕາມແຫຼ່ງຂ່າວຈາກຊີອາໄອ, ວັນທີ 15 ເມສານີ້, ທ່ານ ເຕີ້ງຊີຈຸ່ນ ເອກອັກຄະລັດຖະທູດຈີນປະຈຳອາຊຽນ ໄດ້ມອບເອກະສານການຮັບຮອງສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ໃຫ້ແກ່ທ່ານ ລິມຈອກໂຮຍ ເລຂາທິການໃຫຍ່ອາຊຽນ ຢ່າງເປັນທາງການ. ນີ້ເປັນຂີດໝາຍທີ່ສະແດງໃຫ້ເຫັນວ່າ: ຈີນ ໄດ້ເຮັດສຳເລັດທຸກຂັ້ນຕອນຂອງລະບຽບການ ການໃຫ້ສັດຕະຍາບັນສັນຍາ RCEP ຢ່າງເປັນທາງການ, ກາຍເປັນປະເທດທຳອິດທີ່ສຳເລັດການໃຫ້ສັດຕະຍາບັນດັ່ງກ່າວໃນປະເທດສະມາຊິກ RCEP.

ເຈົ້າໜ້າທີ່ການທູດຈີນ ປະຈຳອາຊຽນ ກ່າວວ່າ: ຈີນ ພວມອອກແຮງຊຸກຍູ້ວຽກງານການກະກຽມດ້ານເຕັກນິກກ່ຽວກັບການຈັດຕັ້ງປະຕິບັດສັນຍາ RCEP, ເພື່ອຮັບປະກັນໃຫ້ປະເທດຕົນ ສາມາດປະຕິບັດຕາມພັນທະຂອງຕົນ ໄດ້ຢ່າງຮອບດ້ານ ໃນເມື່ອສັນຍາ RCEP ມີຜົນບັງຄັບໃຊ້.

ສະມາຊິກຂອງ RCEP ປະກອບມີ 15 ປະເທດ, ມີປະຊາກອນລວມກັນຫຼາຍກວ່າ 2,2 ຕື້ຄົນ. ຈຳນວນປະຊາກອນ, GDP ແລະ ມູນຄ່າການຄ້າ ລ້ວນແຕ່ກວມຫຼາຍກວ່າ 30% ຂອງໂລກ. ໃນຖານະເປັນສັນຍາການຄ້າເສລີທີ່ມີຂອບເຂດກວ້າງຂວາງທີ່ສຸດ ແລະ ໃຫຍ່ທີ່ສຸດໃນໂລກ, ພາຍຫຼັງເຊັນສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ເປັນເວລາ 3 ເດືອນມານີ້, ທຸກສິ່ງທຸກຢ່າງກ່ຽວກັບ RCEP ລ້ວນແຕ່ໄດ້ຮັບຄວາມສົນໃຈຈາກຊາວໂລກ. ຈີນ ນຳໜ້າໝູ່ເຮັດສຳເລັດລະບຽບການກວດກາ ແລະ ໃຫ້ສັດຕະຍາບັນສັນຍາ RCEP. ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງຈີນ ໃນການເລັ່ງລັດການຊຸກຍູ້ສັນຍາ RCEP ໃຫ້ສາມາດປະຕິບັດໄດ້ຕົວຈິງ.

ຂ່າວລະບຸວ່າ: ບັນດາປະເທດສະມາຊິກອື່ນໆ ກໍຈະສາມາດຮັບຮອງສັນຍາ RCEP ໄດ້ກ່ອນທ້າຍປີນີ້. ພາຍຫຼັງສັນຍາ RCEP ມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນປີ 2022, ຜະລິດຕະພັນກະສິກຳ ທີ່ມີຄຸນນະພາບດີ, ໝາກໄມ້, ກາເຟ ແລະ ອື່ນໆ ຂອງປະເທດລາວ ແລະ ປະເທດອາຊຽນອື່ນໆ ກໍຈະສາມາດເຂົ້າສູ່ຕະຫຼາດຈີນ ດ້ວຍອັດຕາພາສີທີ່ຕ່ຳກວ່າເກົ່າ, ນີ້ຖືວ່າເປັນຂ່າວດີສຳລັບປະຊາຊົນທັງສອງຝ່າຍ.

ຈີນ ນຳໜ້າໝູ່ໃນການຮັບຮອງສັນຍາ RCEP, ມີຜົນດີທີ່ເຮັດໃຫ້ຕະຫຼາດມີຄວາມໝັ້ນທ່ຽງກວ່າເກົ່າ. ເຖິງວ່າການເຊັນສັນຍາ RCEP ໄດ້ຜ່ານການເຈລະຈາ 28 ຮອບ ແລະ ໃຊ້ເວລາ 8 ປີ, ແຕ່ສຳລັບຫົວໜ່ວຍທຸກລະກິດການຕະຫຼາດສ່ວນຫຼາຍແລ້ວເຫັນວ່າ, ສັນຍາ RCEP ຍັງແມ່ນເລື່ອງໃໝ່. ຈີນ ນຳໜ້າໝູ່ຮັບຮອງສັນຍາ RCEP, ໄດ້ເປັນການສະໜອງຄວາມກກຽມດ້ານເຕັກນິກ ແລະ ໄລຍະເວລາທີ່ລ້ຳຄ່າໃຫ້ແກ່ຫົວໜ່ວຍທຸລະກິດການຕະຫຼາດອັນໄພສານ ຄວາມຄຸ້ນເຄີຍກັບກົດການສະສົມຂອງລະບຽບການຮ້ອງຂໍ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລະ ອື່ນໆ, ເພື່ອຈະໄດ້ນຳໃຊ້ກົດລະບຽບການຄ້າສາກົນໃໝ່ ໃຫ້ດີໃນລະດັບສູງທີ່ສຸດ.

ຈີນ ນຳໜ້າໝູ່ຮັບຮອງສັນຍາ RCEP, ຍັງມີໝາຍຄວາມວ່າຈີນ: ໄດ້ກ້າວໄປໜ້າອີກບາດກ້າວໜຶ່ງໃນດ້ານການເປີດປະຕູສູ່ພາຍນອກ ທີ່ມີລະດັບສູງກວ່າເກົ່າ, ການພັດທະນາທີ່ມີຄຸນນະພາບສູງຂອງຈີນ ກໍຈະສ້າງຜົນປະໂຫຍດໃຫ້ແກ່ປະເທດສະມາຊິກ RCEP, ທັງເປັນການເພີ່ມພະລັງຊີວິດໃຫ້ແກ່ການພັດທະນາເສດຖະກິດຂອງພາກພື້ນ.

ກ່ອນໜ້ານີ້ 20 ປີ, ຈີນ ໄດ້ຖືກຮັບຮອງໃຫ້ເຂົ້າເປັນປະເທດສະມາຊິກຂອງອົງການການຄ້າໂລກ ຫຼື WTO, ຈີນ ໄດ້ເຮັດບົດບາດເປັນປະເທດປະສານສົມທົບໃນຕ່ອງໂສ້ອຸດສາຫະກຳຂອງໂລກ. ປັດຈຸບັນ, ຈີນ ໄດ້ຢືນຢູ່ຈຸດເລີ່ມຕົ້ນໃໝ່ດ້ານການເປີດປະຕູສູ່ພາຍນອກດ້ວຍທ່າທີອັນໃໝ່ອ່ຽມ ຊຶ່ງຖືກກັບກະແສຂອງຍຸກສະໄໝ ທີ່ເປີດປະຕູສູ່ພາຍນອກ ແລະ ການຮ່ວມມື, ໄດ້ເຕົ້າໂຮມຄວາມປາຖະໜາຮ່ວມກັນຂອງປະເທດສະມາຊິກ, ສັນຍາ RCEP ຈະເປັນການເປີດປະຫວັດສາດໜ້າໃໝ່ ດ້ານການພັດທະນາ ແລະ ການຮ່ວມມືຂອງພາກພື້ນໃນອະນາຄົດຢ່າງແນ່ນອນ. ຄວາມຈິງຈະພິສູດໃຫ້ເຫັນວ່າ: ການຄ້າເສລີ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ຈຶ່ງແມ່ນທິດທາງທີ່ຖືກຕ້ອງຂອງປະຫວັດສາດ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com