Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງຢູ່ໃນລະບົບນິເວດປ່າໂຄກພາກໃຕ້ ສປປ ລາວ ປີ 2019 ແລະ ຜ່ານແຜນການປີ 2020 ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ສະໂມສອນຫ້ອງວ່າການປົກ ຄອງເມືອງທ່າປາງທອງ ແຂວງສະຫວັນນະເຂດ ຊຶ່ງກອງປະ ຊຸມຄັ້ງນີ້ແມ່ນເປັນການຕີລາຄາການຈັດຕັ້ງປະຕິບັດວຽກງານປ່າໄມ້, ການອະນຸລັກສັດນໍ້າ-ສັດປ່າ ແລະ ການນໍາໃຊ້ທີ່ດິນປ່າໄມ້ທີ່ກ່ຽວຂ້ອງກັບການພັດ ທະນາຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ຜູ້ທີ່ດໍາລົງຊີ ວິດຕິດພັນກັບຊັບພະຍາກອນປ່າໄມ້ ໂດຍພາຍໃຕ້ການເປັນ ປະທານຂອງທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າ ແຂວງສະຫວັນນະເຂດ, ທ່ານ ທອງເພັດ ວົງມະນີ ຮອງລັດ ຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີຜູ້ຕາງໜ້າອົງການສະ ຫະປະຊາຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງຢູ່ໃນລະບົບນິເວດປ່າໂຄກ ພາກໃຕ້ ສປປ ລາວ ໄດ້ຮັບ ທຶນຈາກກອງທຶນສິ່ງແວດລ້ອມໂລກ (GEF6) ຈໍານວນ 10.897.147 ໂດລາ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP)ຈໍານວນ 1.200.000 ໂດລາ ແລະ ທຶນປະກອບສ່ວນຂອງລັດຖະບານ 14.200.000 ໂດລາ ອັນເປັນການທົດລອງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງໃນຂອບເຂດພື້ນທີ່ຂອງໂຄງການມີ 5 ເມືອງເປົ້າໝາຍຄື: ເມືອງຊົນນະບູລີ, ທ່າປາງທອງ, ສອງຄອນ, ພະລານໄຊ ແລະ ເມືອງພີນ ແນໃສ່ຮັກສາຖິ່ນທີ່ຢູ່ອາໄສຂອງສັດປ່າທີ່ສໍາຄັນ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຊັບພະຍາກອນທໍາມະ ຊາດ ພ້ອມກັບການພັດທະນາການທ່ອງທ່ຽວເພື່ອສ້າງລາຍຮັບໃຫ້ແກ່ທ້ອງຖິ່ນ ທັງເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຊຶ່ງມີໄລຍະຈັດຕັ້ງປະຕິບັດແຕ່ປີ 2016-2022 ຜ່ານການຈັດຕັ້ງໃນປີ 2019 ເຫັນວ່າ: ມີຫຼາຍກິດຈະກໍາໄດ້ຮັບການຈັດຕັ້ງປະຕິບັດເປັນຕົ້ນການອະນຸລັກ, ການຟື້ນຟູປ່າ, ການທ່ອງທ່ຽວ ແລະ ການປັບປຸງຊີວິດການເປັນຢູ່ ໂດຍຈະຍົກລະດັບເຂດອະນຸລັກໂອງ-ມັ່ງ ຂຶ້ນເປັນລະດັບຊາດ ຈາກການເຄື່ອນໄຫວກວດກາລາດຕະເວນເຂດອະນຸລັກ 17.163 ກິໂລແມັດ ໄດ້ພົບເຫັນໂອງ-ມັ່ງ 1.530 ຄັ້ງ ໃນນີ້ ເຫັນເພດແມ່ 804 ຄັ້ງ, ເພດຜູ້ 429 ຄັ້ງ ແລະເຫັນລູກນ້ອຍ 229 ຄັ້ງ, ນອກນັ້ນຍັງໄດ້ພົບເຫັນຜູ້ກະທໍາຜິດ ແລະ ໄດ້ມອບໃຫ້ກອງກວດກາປ່າໄມ້ດໍາເນີນຄະດີ 2 ກໍລະນີ ແລະມອບໃຫ້ຫ້ອງການກະສິກໍາ-ປ່າໄມ້ເມືອງເຮັດບົດບັນທຶກຕັກເຕືອນ 10 ກໍລະນີ, ຈາກນີ້ ຍັງໄດ້ຢຶດຈັກສະຕິນ 5 ເຄື່ອງ, ລົງມືຮື້ຖອນສິ່ງກີດຂວາງໃນເຂດຫວງຫ້າມໄດ້ 5 ຈຸດ, ພົບເຫັນໂອງ-ມັ່ງຕາຍ 5 ໂຕ ຈາກກໍລະນີໝາກັດ 4 ໂຕ ແລະ ຕາຍທໍາມະຊາດ 1 ໂຕ, ທໍາການຟື້ນຟູປ່າໃນ 5 ເມືອງເປົ້າໝາຍໄດ້ 1.111 ເຮັກຕາ, ທໍາການປູກໄມ້ໃຫ້ເປັນປ່າໄດ້ 690 ເຮັກຕາ, ຜະລິດເບ້ຍ ເພື່ອສະໜອງໃຫ້ແກ່ປະຊາຊົນປູກໄມ້ໄດ້ 292.000 ເບ້ຍ ແລະໄດ້ແຈກຢາຍໃຫ້ປະຊາຊົນ 42 ບ້ານໃນ 5 ເມືອງເປົ້າໝາຍທໍາການປູກ ພ້ອມນີ້ກໍໄດ້ຮ່ວມກັບຊາວບ້ານບົວລະບັດຕົ້ນໄມ້ທີ່ປູກ ແລະ ປູກໄມ້ແຊມຕົ້ນໄດ້ 50 ກວ່າເບ້ຍ.
ໃນປີ 2019 ທີ່ຜ່ານມາ, ການຈັດຕັ້ງປະຕິບັດໂຄງການອະນຸລັກລະບົບນິເວດປ່າ ໂຄກໄດ້ໃຊ້ຈ່າຍງົບປະມານໃນອົງປະກອບຕ່າງໆຈຳນວນ 2.442.791 ໂດລາ ໃນນີ້ຈ່າຍໃນອົງປະກອບການອະນຸລັກຈໍານວນ 542.950 ໂດລາ; ອົງປະກອບຟື້ນຟູ 940.096 ໂດລາ; ອົງປະກອບທ່ອງທ່ຽວ 878.591 ໂດລາ ແລະ ອົງປະ ກອບປັບປຸງຊີວິດການເປັນຢູ່ 81.154 ໂດລາ ຊຶ່ງປະຕິບັດໄດ້ 91% ຂອງແຜນຈ່າຍໝົດປີຈໍານວນ 2.681.325 ໂດລາ ແລະ ໃນປີ 2020 ນີ້ ຈະສະໜອງທຶນໃນອົງປະກອບຕ່າງໆຈຳນວນ 1.787.791 ໂດລາ.
(ຂ່າວ: ແຂວງສະຫວັນນະເຂດ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
12/08/2020 11:39:01
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com