Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເພື່ອເປັນການເລືອກເຟັ້ນເອົາພະນັກງານທີ່ມີຄວາມຮູ້ຄວາມສາມາດບັນຈຸເຂົ້າໃນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ແຂວງບໍລິຄຳໄຊ. ດັ່ງນັ້ນ, ໃນວັນທີ 16 ມິຖຸນາຜ່ານມານີ້ ຢູ່ຫ້ອງປະຊຸມພະແນກດັ່ງກ່າວ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງຂຶ້ນ ໃຫ້ກຽດເຂົ້າຮ່ວມມີ ທ່ານ ຄຳໄຊ ເຊ່ຍຢີ້ງຢ່າງ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງ ຮສສ, ທ່ານ ລຳເງິນ ສາຍນໍລາດ ຫົວໜ້າພະແນກ ຮສສ ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ແມ່ນເປັນການເລືອກເຟັ້ນພະນັກງານ ທີ່ມີຄວາມຮູ້-ຄວາມສາມາດ ມີຄຸນນະພາບເຂົ້າໃນຕໍາແໜ່ງງານນໍາພາ-ຄຸ້ມຄອງແຕ່ລະຂະແໜງ ໃຫ້ສອດຄ່ອງກັບວຽກງານ ໃນການສ້າງແຜນບໍາລຸງກໍ່ສ້າງພະນັກງານ ແລະ ສັບຊ້ອນເຂົ້າໃນໂຄງປະກອບຢ່າງເໝາະສົມ ການສ້າງແຜນກໍານົດພະນັກງານ ແມ່ນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກແຕ່ລະຂັ້ນຕາມຂອບເຂດສິດໃນການແບ່ງຂັ້ນຄຸ້ມຄອງພະນັກງານປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ເພື່ອຄົ້ນຄວ້າເປົ້າໝາຍເຂົ້າໃນແຜນກໍານົດພະນັກງານ ແລະ ຕົກລົງຕາມສຽງສ່ວນຫຼາຍ ການສ້າງແຜນກໍານົດພະນັກງານ ຕ້ອງຢູ່ບົນພື້ນຖານກໍາແໜ້ນການເລັ່ງທວງຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານຂອງພັກ ແຜນພະນັກງານ ຕ້ອງເລີ່ມຈາກສະພາບຄວາມເປັນຈິງ ຂອງຖັນແຖວພະນັກງານ ຮັບປະກັນລັກສະນະເປີດກວ້າງ ແລະ ຄວາມຖືກຕ້ອງໂປ່ງໃສ ພາວະວິໄສ ຮອບດ້ານ ຍຸຕິທໍາ ຄໍານຶງເຖິງໂຄງປະກອບເພດ, ເຜົ່າ ແລະ ເລັ່ງໃສພະນັກງານໜຸ່ມ ໃຫ້ກວມອັດຕາສ່ວນຫຼາຍ ແລະ ຍັງໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງມະຕິເລກທີ 032/ກມສພ, ລົງວັນທີ 30 ມັງກອນ 2018 ວ່າດ້ວຍການສ້າງແຜນກໍານົດຕໍາແໜ່ງງານພະນັກງານນໍາພາຄຸ້ມຄອງ, ຜ່ານບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດມະຕິເລກທີ 032/ກມສພ ແລະ ເຜີຍແຜ່ມະຕິກົມການເມືອງສູນກາງພັກ ເລກທີ 030/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ ແລະ ດຳລັດ ເລກທີ 461/ລບ, ລົງວັນທີ 9 ຕຸລາ 2012 ວ່າດ້ວຍມາດຕະຖານຕຳແໜ່ງບໍລິຫານ ຂອງລັດຖະກອນແຫ່ງ ສປປ ລາວ. ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນການທາບທາມ ໃນການກຳນົດພະນັກງານນຳພາ-ຄຸ້ມຄອງ 3 ຮອບ ແລະ ດຳເນີນໄປເປັນເວລາ 2 ວັນ.
(ຂ່າວ-ພາບ: ວຽງສະຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com