Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຄະນະພັກຮາກຖານຫ້ອງການສຶກສາທິການ ແລະ ກິລາ (ສສກ) ເມືອງແບງ ແຂວງອຸດົມໄຊ ໄດ້ສຳເລັດກອງປະຊຸມໃຫຍ່ ຄັ້ງທີ I ເມື່ອບໍ່ດົນມານີ້ ທີ່ຫ້ອງການເມືອງດັ່ງກ່າວ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ຄໍາຈັນ ວາບົວແສງ ຮອງເລຂາພັກເມືອງແບງ, ມີບັນດາສະຫາຍຄະນະໜ່ວຍພັກ, ພ້ອມດ້ວຍຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພົມມາ ພົມມະຈັນ ເລຂາພັກຮາກຖານ ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຜ່ານບົດສໍາຫຼວດການນໍາພາລວມ ແລະ ຮ່າງບົດລາຍງານການເຄື່ອນໄຫວວຽກງານຮາກຖານພັກຫ້ອງສຶກສາ-ກິລາເມືອງແບງ ໄລຍະ 5 ປີຜ່ານມາໃຫ້ຮູ້ວ່າ: ຮາກຖານພັກຫ້ອງການສຶກສາທິການ ແລະ ກິລາເມືອງແບງ ປະກອບມີ 3 ໜ່ວຍພັກຂຶ້ນກັບ, ມີສະມາຊິກທັງໝົດ 74 ສະຫາຍ ຍິງ 24 ສະຫາຍ. ຄະນະພັກໄດ້ຖືເອົາແນວຄິດການເມືອງເປັນກົກ, ຈັດຕັ້ງເຜີຍແຜ່, ເຊື່ອມຊຶມໂດຍທາງກົງ ແລະ ທາງອ້ອມເຂົ້າໃນການຝຶກອົບຮົມ, ກອງປະຊຸມປະຈຳປີ, ລົງພົບປະພະນັກງານຄູ-ອາຈານໃນການສິດສອນ ແລະ ອື່ນໆ ດ້ວຍຫຼາຍວິທີ ໂດຍການຈັດຕັ້ງເຊື່ອມຊຶມ ສະມາຊິກພັກພະນັກງານ ຕະຫຼອດຮອດມະຫາຊົນມີຄວາມເຂົ້າໃຈ, ມີແນວຄິດທັດສະນະການເມືອງດີ, ສາມາດເປັນເສນາທິການໃຫ້ແກ່ການນຳ ໃນການຜັນຂະຫຍາຍແນວທາງການເມືອງຂອງພັກໃຫ້ຄູ, ນັກຮຽນ.
ໃນໂອກາດນີ້, ຜູ້ແທນກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນ ປ່ອນບັດເລືອກເອົາຄະນະຮາກຖານພັກຫ້ອງການສຶກສາທິການ ແລະ ກິລາເມືອງຊຸດໃໝ່ ຊຶ່ງມີຜູ້ລົງສະໝັກ 7 ສະຫາຍ, ເລືອກເອົາ 5 ສະຫາຍ ກອງປະຊຸມປະຖົມມະລືກ ໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ພົມມາ ພົມມະຈັນ ເປັນເລຂາພັກຮາກຖານ, ສະຫາຍ ວຽງອຸດົມ ແກ້ວກັນຍາ ເປັນຮອງ ທັງເປັນປະທານກວດກາ, ສະຫາຍ ອຸ່ນຄໍາ ສຸກສະຫັວດ ເປັນຮອງ, ສະຫາຍ ໄມ່ເສົາ ທະນົມພອນ ເປັນຮອງປະທານກວດກາ ແລະ ສະຫາຍ ບຸນຖົມ ສຸດທິວົງ ຄະນະກວດກາພັກຮາກຖານ.
ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຄໍາຈັນ ວ່າບົວແສງ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ ແລະ ມີຄວາມໜັກແໜ້ນເຂັ້ມແຂງ.
(ຂ່າວ: ກິ່ງມະນີ ສຸລິຍາ, ພາບ: ສັນຍາ ທອງມະນີ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
09/08/2022 08:23:16
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com